ຈອງການນັດສຳພາດຂອງທ່ານ

ຢູ່ໃນໜ້ານີ້:


ສະພາບລວມ

ໂດຍທົ່ວໄປ, ພົນລະເມືອງຂອງຕ່າງປະເທດທີ່ປະສົງຈະເດີນທາງເຂົ້າປະເທດສະຫະລັດອາເມລິກາ ຈະຕ້ອງຂໍວີຊາກ່ອນລ່ວງໜ້າ, ບໍ່ວ່າຈະເປັນວີຊາຄົນເຂົ້າເມືອງຊົ່ວຄາວສຳລັບຢູ່ອາໄສຊົ່ວຄາວ ຫຼືວີຊາຄົນເຂົ້າເມືອງຖາວອນສຳລັບຢູ່ອາໄສຖາວອນ. ພົນລະເມືອງຂອງປະເທດພາຍໃຕ້ ໂຄງ​ການ​ຍົກເວັ້ນວີຊາສາມາດຢ້ຽມຢາມ ສະຫະລັດອາເມລິກາ ໄດ້ໂດຍບໍ່ຈໍາເປັນຕ້ອງມີວີຊາ. ຖ້າທ່ານບໍ່ໄດ້ຮັບການຮັບຮອງພາຍໃຕ້ໂຄງການຍົກເວັ້ນວີຊາ ຫຼືເດີນທາງເພື່ອໄປສຶກສາຕໍ່, ເຮັດວຽກ ຫຼື ເຂົ້າຮ່ວມໂຄງການແລກປ່ຽນ, ທ່ານຕ້ອງຍື່ນວີຊາຄົນເຂົ້າເມືອງຊົ່ວຄາວ.

ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຕ້ອງໄປປະກົດຕົວເພື່ອການສຳພາດວີຊາທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາ​ເມ​ລິ​ກາ. ທ່ານຈະຕ້ອງກໍານົດນັດໝາຍສໍາພາດຂອງ​ທ່ານຜ່ານເວັບໄຊ໌ນີ້ ຫຼື ຜ່ານສູນສອບຖາມຂໍ້ມູນ.

ເອກະສານສະໜັບສະໜູນ

ໃນການນັດໝາຍສໍາພາດສຳລັບວີຊາເຂົ້າເມືອງຊົ່ວຄາວ, ທ່ານຈະຕ້ອງສະ​ໜອງຂໍ້ມູນ ແລະ ເອກະສານຕໍ່ໄປນີ້:

  • ຜູ້ທີ່ເດີນທາງເຂົ້າ ສະຫະລັດອາເມລິກາ ຕ້ອງມີໜັງສືເດີນທາງທີ່ມີອາຍຸການນຳໃຊ້ຫົກເດືອນຫຼັງຈາກໄລຍະເວ​ລາ​ທີ່​ຕົນ​ມີ​ແຜນອາໃສຢູ່ສະຫະລັດອາເມລິກາ ເວັ້ນ​ເສຍ​ແຕ່ ໄດ້ຮັບຂໍ້ຕົກລົງສະເພາະປະເທດ​ທີ່​ໃຫ້​ການ​ຍົກ​ເວັ້ນ​ຕໍ່​ເງື່ອນ​ໄຂ​ດັ່ງ​ກ່າວ. ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມ, ຜູ້ຕິດຕາມແຕ່ລະຄົນທີ່ຕ້ອງການວີຊາຈະຕ້ອງຍື່ນໃບຄຳຮ້ອງຂໍວີຊາ;
  • ໃບຮັບເງິນຄ່າທຳນຽມໃບຄຳຮ້ອງຂໍວີຊາ(MRV);
  • ໃບຢັ້ງຢືນຂອງແບບຟອມ DS-160 ຂອງທ່ານ
  • ທີ່ຢູ່ອີເມລ໌; ແລະ
  • ຖ້າມີ, ເອກະສານທີ່ອີງຕາມ​ໝວດວີຊາ (ເຊັ່ນ ໃບອະນຸມັດຄໍາຮ້ອງສໍາລັບວີຊາ​ປະ​ເພດ​ຄ້ຳ​ປະ​ກັນ; ຂໍ້ມູນເພີ່ມເຕີມກ່ຽວກັບປະເພດວີຊາ ແລະ ຂໍ້ມູນກ່ຽວກັບແຕ່ລະປະເພດວີຊາແມ່ນສາມາດອ່ານໄດ້ໃນເວັບ​ໄຊ໌ນີ້).

ຂໍ້ຫ້າມໃນການປ່ຽນແປງການນັດສຳພາດ

ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຖືກຈຳກັດຈຳນວນຄັ້ງທີ່ພວກເຂົາສາມາດປ່ຽນການນັດສຳພາດ ກະລຸນາວາງແຜນກ່ອນລ່ວງໜ້າເພື່ອທີ່ທ່ານຈະບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມການຂໍວີຊາອີກເທື່ອໃໝ່.

ການດຳເນີນການເພີ່ມເຕີມ

ກຳ​ນົດ​ເວ​ລາ​ນັດ​ໝາຍ​ສຳ​ພາດ
ປ່ຽນ​ເວ​ລາ​ນັດ​ໝາຍ​ສຳ​ພາດ​ຂອງ​ທ່ານ