ລາຍການປະເພດ NIV

ຢູ່ໃນໜ້ານີ້:


ສະພາບລວມ

ພວກເຮົາຍິນດີຕ້ອນຮັບຜູ້ທີ່ມາຢ້ຽມຢາມສະຫະລັດອາເມລິກາ ໂດຍມີຊາຍແດນທີ່ປອດໄພ ແລະປະຕູທີ່ເປີດຕ້ອນຮັບສະເໝີ. ພົນລະເມືອງການາດາ ແລະ ພົນລະເມືອງຈາກປະເທດອື່ນໆພາຍໃຕ້ ໂຄງການຍົກເວັ້ນວີຊາສາມາດເດີນທາງ ເຂົ້າ ສະຫະລັດອາເມລິກາໂດຍບໍ່ຈຳເປັນຕ້ອງມີວີຊາ ຖ້າພວກເຂົາມີເງື່ອນໄຂຈຳນວນໜຶ່ງ, ຊຶ່ງທ່ານສາມາດອ່ານໄດ້ໃນເວັບໄຊ໌ນີ້.

ວີຊາຄົນເຂົ້າເມືອງຊົ່ວຄາວແບ່ງອອກເປັນຫຼາຍປະເພດສຳລັບຜູ້ຢ້ຽມຢາມຊົ່ວຄາວທີ່ຕ້ອງການເດີນທາງໄປຍັງປະເທດສະຫະລັດອາເມລິກາ ຖ້າຫາກທ່ານບໍ່ແມ່ນ ພົນລະເມືອງຂອງສະຫະລັດ ຫຼື ຜູ້ຢູ່ອາໄສຖາວອນຢ່າງຖືກຕ້ອງກົດໝາຍໃນສະຫະລັດ. ຈຸດປະສົງຂອງການເດີນທາງຂອງທ່ານ ແລະຂໍ້ເທັດຈິງອື່ນໆຈະກໍານົດ ປະເພດຂອງວີຊ່າທີ່ທ່ານຕ້ອງການພາຍໃຕ້ກົດໝາຍວ່າດ້ວຍການກວດຄົນເຂົ້າເມືອງສະຫະລັດ. ມັນສໍາຄັນໃນການມີຂໍ້ມູນກ່ຽວກັບປະເພດວີຊາຄົນເຂົ້າເມືອງຊົ່ວຄາວທີ່ທ່ານຕ້ອງການສໍາລັບການເດີນທາງ, ແລະຂັ້ນຕອນທີ່ຈຳເປັນໃນການຍື່ນຂໍວີຊ່າທີ່່ສະຖານທູດ ຫຼືສະຖານກົງສຸນສະຫະລັດໃນຕ່າງປະເທດ.

ທົບທວນຄືນຕາຕະລາງຂ້າງລຸ່ມເພື່ອກຳນົດປະເພດຂອງວີຊາທີ່ທ່ານຕ້ອງການ. ສຳລັບຂໍ້ມູນລາຍລະອຽດສະເພາະເພີ່ມເຕີມກ່ຽວກັບວີຊາແຕ່ລະປະເພດ, ລວມທັງຂໍ້ມູນກ່ຽວກັບການຍື່ນ ສະໝັກ ແລະອື່ນໆ, ໃຫ້ເລືອກລິ້ງເຊື່ອມຕໍ່ຈາກຖັນປະເພດວີຊາຂ້າງລຸ່ມນີ້.

ຈຸດປະສົງຂອງການເດີນທາງສູ່ປະເທດສະຫະລັດອາເມລິກາ ແລະ ວີຊາຄົນເຂົ້າເມືອງຊົ່ວຄາວ ປະເພດວີຊາ
ນັກກິລາ, ສິນລະປິນ, ຜູ້ໃຫ້ຄວາມບັນເທີງ ປະເພດ P
ຄົນງານອົດສະຕຣາລີ - ຜູ້ຊ່ຽວຊານທີ່ມີຄວາມຊໍານານງານພິເສດ ວີຊາປະເພດ E-3
ບັດຜ່ານແດນ ປະເທດແມັກຊີໂກ BCC
ຜູ້ຢ້ຽມຢາມທາງທຸລະກິດ ວີຊາປະເພດ B-1
ສະມາຊິກລູກເຮືອ(ທີ່ໃຫ້ບໍລິການເທິງເຮືອທະເລ ຫຼື ເຮືອບິນຢູ່ໃນປະເທດສະຫະລັດອາເມລິກາ ປະເພດ D
ນັກການທູດ ແລະ ເຈົ້າໜ້າທີ່ຂອງລັດລັດຖະບານຕ່າງປະເທດ ວີຊາປະເພດ A
ພະນັກງານແມ່ເຮືອນ ຫຼືເອື້ອຍລ້ຽງ(ຈະຕ້ອງຕິດຕາມໂດຍນາຍຈ້າງຕ່າງຊາດ) ວີຊາປະເພດ B-1
ພະນັກງານຂອງອົງການລະຫວ່າງປະເທດ ແລະ ອົງການນາໂຕ(NATO) ວີຊາປະເພດ G1-G5, NATO
ຜູ້ຢ້ຽມຢາມແລກປ່ຽນ ປະເພດ J
ຜູ້ຢ້ຽມຢາມແລກປ່ຽນ - ໂຄງການອໍແພຣ(au pairs) ວີຊາປະເພດ J-1
ຜູ້ຢ້ຽມຢາມແລກປ່ຽນ - ເດັກນ້ອຍ(ອາຍຸຕ່ຳກ່ວາ 21 ປີ ) ຫຼືຄູ່ສົມລົດຂອງຜູ່ທີ່ຖືວີຊາປະເພດ J-1 ວີຊາປະເພດ J-2
ຜູ້ຢ້ຽມຢາມແລກປ່ຽນ - ສາດສະດາຈານ, ນັກວິຊາການ, ອາຈານ ວີຊາປະເພດ J-1
ຜູ້ຢ້ຽມຢາມແລກປ່ຽນ - ວັດທະນະທຳລະຫວ່າງປະເທດ ວີຊາປະເພດ J, Q
ຄູ່ໝັ້ນ ວີຊາປະເພດ K-1
ບຸກຄະລາກອນທະຫານຕ່າງຊາດປະຈຳການຢູ່ໃນປະເທດສະຫະລັດອາເມລິກາ ວີຊາປະເພດ A-2, NATO1-6
ຄົນຕ່າງຊາດທີ່ມີຄວາມສາມາດພິເສດດ້ານວິທະຍາສາດ, ສິນລະປະ, ການສຶກສາ, ທຸລະກິດ ຫຼືເປັນນັກກິລາ ວີຊາປະເພດ O-1
ຜູ້ຊ່ຽວຊານຕາມຂໍ້ຕົກລົງການຄ້າເສລີ(FTA): ປະເທດຊິລີ ວີຊາປະເພດ H-1B1
ຜູ້ຊ່ຽວຊານຕາມຂໍ້ຕົກລົງການຄ້າເສລີ(FTA): ປະເທດສິງກະໂປ ວີຊາປະເພດ H-1B1
ຜູ້ຕາງໜ້າສື່ຂໍ້ມູນຂ່າວສານ(ສື່ມວນຊົນ, ນັກຂ່າວ) ປະເພດ I
ພະນັກງານທີ່ຖືກຍົກຍ້າຍສາຂາພາຍໃນບໍລິສັດ ປະເພດ L
ການປິ່ນປົວທາງການແພດ, ຜູ້ຢ້ຽມຢາມເພື່ອພັກຜ່ອນ ວີຊາປະເພດ B-2
ຄົນງານຊ່ຽວຊານຕາມຂໍ້ຕົກລົງການຄ້າເສລີຂອງທະວີບອາເມລິກາເໜືອ(NAFTA): ປະເທດແມັກຊີໂກ, ການາດາ ປະເພດ TN/T    
ພະຍາບານທີ່ເດີນທາງໄປຍັງພື້ນທີ່ທີ່ຂາດຜູ້ຊ່ຽວຊານດ້ານການດູແລຮັັກສາສຸຂະພາບ ວີຊາປະເພດ H-1C
ນາຍແພດ ວີຊາປະເພດ J-1, H-1B
ຄົນງານທາງສາສະໜາ ປະເພດ R
ອາຊີບທີ່ຕ້ອງໃຊ້ຄວາມຊໍານານງານພິເສດໃນສາຂາທີ່ຕ້ອງການຄວາມຊ່ຽວຊານສູງ ວີຊາປະເພດ H-1B
ນັກຮຽນ - ດ້ານວິຊາການ ແລະ ນັກຮຽນພາສາ ວີຊາປະເພດ F-1
ຜູ້ເພິ່ງພາອາໄສທີ່ເປັນນັກຮຽນ - ຜູ້ເພິ່ງພາອາໄສຂອງຜູ້ທີ່ຖືວີຊາ F-1 ວີຊາປະເພດ F-2
ນັກຮຽນ – ດ້ານວິຊາຊີບ ວີຊາປະເພດ M-1
ຜູ້ເພິ່ງພາອາໄສທີ່ເປັນນັກຮຽນ - ຜູ້ເພິ່ງພາອາໄສຂອງຜູ້ທີ່ຖືວີຊາ M-1 ວີຊາປະເພດ M-2
ຄົນງານຊົ່ວຄາວ - ຄົນງານກະສິກໍາຕາມລະດູການ ວີຊາປະເພດ H-2A
ຄົນງານຊົ່ວຄາວ – ທີ່ບໍ່ແມ່ນງານກະສິກຳ ວີຊາປະເພດ H-2B
ການທ່ອງທ່ຽວ, ການລາພັກຮ້ອນ, ຜູ້ຢ້ຽມຢາມເພື່ອຄວາມມ່ວນຊື່ນ ວີຊາປະເພດ B-2
ການເຝິກອົບຮົມໃນໂຄງການທີ່ໂດຍຕົ້ນຕໍແລ້ວບໍ່ແມ່ນສຳລັບການຈ້າງງານ ວີຊາປະເພດ H-3
ນັກລົງທຶນຕາມສົນທິສັນຍາ ວີຊາປະເພດ E-2
ນັກທຸລະກິດຕາມສົນທິສັນຍາ ວີຊາປະເພດ E-1
ການເດີນທາງຜ່ານປະເທດສະຫະລັດອາເມລິກາ ວີຊາປະເພດ C
ຜູ້ເຄາະຮ້າຍຂອງການຄ້າມະນຸດ ວີຊາປະເພດ T-1
ການຕໍ່ວີຊາຢູ່ໃນປະເທດສະຫະລັດອາເມລິກາ - ວີຊາປະເພດ A, G, ແລະ NATO ວີຊາປະເພດ A1-2, G1-4, NATO1-6