ວີຊານັກທຸລະກິດ/ວີຊານັກທ່ອງທ່ຽວ

ຢູ່ໃນໜ້ານີ້:


ຄຳຖາມທີ່ຖາມ​ເປັນ​ປະ​ຈຳ

ສະພາບລວມ

ວີຊາຜູ້ຢ້ຽມຢາມປະ​ເພດ B-1/B-2 ແມ່ນສຳລັບຜູ້ທີ່ຈະເດີນທາງໄປ ສະຫະລັດອາ​ເມ​ລິ​ກາ ຊົ່ວຄາວ ເພື່ອ​ຈຸດ​ປະ​ສົງ​ທາງທຸລະກິດ (B-1) ຫຼື ພັກຜ່ອນ ຫຼື ຮັບການຮັກ​ສາປິ່ນປົວທາງການແພດ (B-2). ໂດຍທົ່ວໄປແລ້ວ, ວີຊາປະ​ເພດ B-1 ແມ່ນສຳລັບຜູ້​ເດີນ​ທາງທີ່ຈະໄປປຶກສາຫາລືກັບພາກ​ສ່ວນທຸລະກິດຕ່າງໆ, ເຂົ້າຮ່ວມກອງປະຊຸມ ກ່ຽວ​ກັບ ວິທະຍາສາດ, ການສຶກສາ, ວິຊາຊີບ ຫຼື ທຸ​ລະ​ກິດ, ການຕົກ​ລົງດ້ານຫຼັກ​ຊັບ ຫຼື ເຈ​ລະ​ຈາ​ສັນ​ຍາ​ຕ່າງໆ. ວີຊາປະ​ເພດ B-2 ແມ່ນສຳລັບການເດີນທາງໄປພັກຜ່ອນມ່ວນ​ຊື່ນ ລວມທັງການທ່ອງທ່ຽວ, ການຢ້ຽມຢາມໝູ່ເພື່ອນ ຫຼື ພີ່ນ້ອງ, ການປິ່ນປົວໂລກໄພໄຂ້ເຈັບ ແລະ ກິດຈະກໍາທີ່​ມີ​ລັກ​ສະ​ນະແບບ​ພີ່​ແບບ​ນ້ອງ, ເພື່ອ ສັງຄົມ ຫຼື ການບໍ​ລິ​ການ. ສ່ວນ​ໃຫ​ຍ່, ວີຊາປະ​ເພດ B-1 ແລະ B-2 ແມ່ນ​ຖືກລວມເຂົ້າກັນ ແລະ ອອກໃຫ້ເປັນວີຊາອັນ​ດຽວ​ຄື: B-1/B-2.

ຄຸນວຸດທິ

ຖ້າທ່ານຍື່ນຂໍ​ວີ​ຊາປະ​ເພດ B-1/B-2, ທ່ານຕ້ອງສະແດງໃຫ້ເຈົ້າໜ້າທີ່ກົງສຸນເຫັນວ່າທ່ານມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເພື່ອ​ໄດ້​ຮັບວີຊາ ສະຫະລັດອາ​ເມ​ລິ​ກາ​ ໂດຍສ່ອງຄ່ອງກັບ ກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ສັນຊາດ (INA). ພາກ 214(b) ຂອງ INA ຖືວ່າຜູ້ຍື່ນຂໍວີຊາປະ​ເພດ B-1/B-2 ທຸກຄົນ ປະ​ສົງ​ເດີນ​ທາງ​ເຂົ້າ​ເມືອງ​ຖາ​ວອນ. ທ່ານຈະຕ້ອງພິ​ສູດ​ວ່າ​ທ່ານ​ບໍ່​ໄດ້​ມີ​ວັດ​ຖຸ​ປະ​ສົ່ງ​ດັ່ງ​ກ່າວ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ:

  • ຈຸດປະສົງການເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ຂອງທ່ານ​ແມ່ນ​ເພື່ອ ຢ້ຽມຢາມຊົ່ວຄາວ ເຊັ່ນ ທາງທຸລະກິດ, ພັກຜ່ອນ ຫຼື ການຮັກ​ສາປີ່ນປົວທາງການແພດ.
  • ທ່ານມີ​ແຜນການພັກເຊົາໃນໄລຍະເວລາສະເພາະ ແລະ ຈຳ​ກັດ.
  • ທ່ານມີຫຼັກຖານວ່າ​​ມີ​ເງິນ​ພຽງ​ພໍ​ສຳ​ລັບຄ່າໃຊ້ຈ່າຍທັງໝົດໃນໄລ​ຍະທີ່ທ່ານ​ຢູ່ ສະຫະລັດອາ​ເມ​ລິ​ກາ.
  • ທ່ານມີທີ່ຢູ່ອາໄສຢູ່ນອກ ສະຫະລັດອາ​ເມ​ລິ​ກາ ແລະ ມີຂໍ້​ຜູກ​ມັດອື່ນໆທາງ​ສັງ​ຄົມ ແລະ ເສດ​ຖະ​ກິດ ທີ່ຈະຮັບປະກັນວ່າທ່ານຈະເດີນທາງກັບຕ່າງປະເທດພາຍຫຼັງ ສັນຍາຈ້າງຂອງທ່ານໄດ້ສິ້ນສຸດລົງ.

ພະນັກງານສ່ວນຕົວ ຫຼື ພະ​ນັກ​ງານ​ຮັບ​ໃຊ້ ແລະ ສະມາຊິກລູກເຮືອທີ່​ເຮັດ​ວຽກເທິງເຮືອ​ຢຸ່ນອກເຂດທະວີບອາດຈະມີສິດໄດ້ຮັບວີ​ຊາ​ປະ​ເພດ B-1 ໃນ​ບາງ​ກໍ​ລະ​ນີ.

ອີງ​ຕາມ ກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ສັນຊາດ, ຕ່າງ​ປະ​ເທດບາງສັນຊາດອາດຈະບໍ່ມີເງື່ອນ​ໄຂ​ຄົບ​ຖ້ວນ ເພື່ອ​ໄດ້​ຮັບ​ວີ​ຊາ. ທ່ານສາມາດອ່ານເພີ່ມກ່ຽວກັບ ກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ສັນຊາດ ແລະ ເງື່ອນ​ໄຂ​ຕ່າງໆ​ທີ່​ເຮັດ​ໃຫ້​ບໍ່​ສາ​ມາດ​ຮັບ​ວີ​ຊາໃນເວັບ​ໄຊ໌ນີ້.

ຂໍ້​ມູນ​ກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ

ເພື່ອຍື່ນຂໍວີ​ຊາ​ນັກ​ທຸ​ລະ​ກິດ/ນັກ​ທ່ອງ​ທ່ຽວ, ທ່ານຕ້ອງຍື່ນເອກະສານດັ່ງຕໍ່ໄປນີ້

ນອກຈາກ​ຂໍ້​ມູນ​ຂ້າງ​ເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດ​ສຳພາດທີ່ຢັ້ງ​ຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະ​ກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍ​ເຈົ້າໜ້າກົງສຸນໃນ​ກາ​ນ​ຕັດ​ສິນ​ກ່ຽວ​ກັບ​ໃບ​ຄຳ​ຮ້ອງ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການ​ຍື່ນ​ຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳ​ພາດໃນເວັບໄຊ໌ນີ້. ທ່ານຕ້ອງສະ​ໜອງຂໍ້ມູນຕໍ່ໄປນີ້ເພື່ອນັດ​ໝາຍ​ສຳ​ພາດຂອງທ່ານ:

  • ໝາຍ​ເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກ​ທີດັ່ງ​ກ່າວ.)
  • ເລກບາ​ໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບ​ຄຳ​ຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ໃນວັນທີ ແລະ ເວລາ ທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້​ງ​ຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບ​ທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ເອກະສານປະ​ກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່​ກົງ​ສຸນ​ຈະ​ພິ​ຈາ​ລະ​ນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ, ເຈົ້າ​ໜ້າທີ່ກົງສູນຈະ​ເບິ່ງໃບຄຳ​ຮ້ອງ​ຂອງແຕ່ລະຄົນ ແລະ ພິຈາລະນາ​ປັດ​ໃຈ​ດ້ານ​ວິ​ຊາ​ຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິ​ຈາ​ລະ​ນາ​ວັດ​ຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນ​ຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ລະວັງ: ບໍ່​ໃຫ້ຍື່ນເອກະສານປອມ. ການຫຼອກ​ລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່​ໃຫ້​ທ່ານ​ສາ​ມາດ​ຂໍ​ວີ​ຊາ​ອີກ​ໃນ​ຕໍ່​ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນ, ທ່ານ​ຄວາມ​ນຳສົ່ງເອກະສານຂອງທ່ານໃຫ້ ທາງສະຖານທູດ ຫຼື ກົງສຸນໂດຍ​ໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະ​ຫະ​ລັດອາ​ເມ​ລີກ​າ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ: ເອກະສານສະບັບຕົ້ນເປັນທີ່ຕ້ອງການຫຼາຍກວ່າສະບັບສຳເນົາ ແລະ ທ່ານຕ້ອງຖືເອກະສານເຫຼົ່ານີ້ໄປນຳຕອນສຳພາດ. ຫ້າມສົ່ງເອກະສານປະ​ກອບທາງໂທລະສານ, ທາງອີເມວ ຫຼື ທາງໄປສະນີ ຫາສະຖານທູດ ຫຼື ສະກົງສຸນ ສະຫະລັດອາ​ເມ​ລິ​ກາ.

  • ຫຼັກຖານສະແດງລາຍຮັບ, ການ​ຊຳ​ລະອາ​ກອນ, ອະສັງ​ຫາ​ລິ​ມະ​ຊັບ ຫຼື ກຳ​ມະ​ສິດ​ດ້ານ​ທຸ​ລະ​ກິດ, ຫຼື ຊັບສິນ.
  • ວາ​ລະການເດີນທາງ ແລະ/ຫຼື ຂໍ້ມຸນອື່ນໆກ່ຽວກັບແຜນການເດີນທາງຂອງ​ທ່ານ.
  • ຈົດໝາຍຈາກນາຍຈ້າງຂອງທ່ານທີ່ລະ​ບຸລາຍລະອຽດກ່ຽວກັບຕຳແໜ່ງ, ເງິນເດືອນຂອງ​ທ່ານ, ໄລຍະເວລາທີ່ທ່ານ​ໄດ້ເຮັດວຽກໃຫ້, ວັນພັກວຽກ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຖ້າ​ມີ, ລະ​ບຸຈຸດປະສົງທາງທຸລະກິດ ໃນການເດີນທາງໄປ​ຍັງ ສະຫະລັດອາ​ເມ​ລິ​ກາ​ ຂອງ​ທ່ານ.
  • ບັນທຶກອາຊະຍາກຳ/ສານ ທີ່ກ່ຽວຂ້ອງກັບການຈັບກຸມ ຫຼື ຖືກຕັດສິນລົງ​ໂທດຢູ່ບ່ອນໃດກໍຕາມ, ເຖິງແມ່ນວ່າທ່ານຈະພົ້ນໂທດ ຫຼື ຖືກອະໄພຍະໂທດໃນເວລາຕໍ່ມາແລ້ວກໍຕາມ.

ນອກຈາກນີ້, ໂດຍອີງຕາມຈຸດປະສົງການເດີນທາງຂອງທ່ານ, ທ່ານຄວນນຳເອ​ກະ​ສານຕໍ່ໄປນີ້ໄປນຳ:

ນັກຮຽນ

ເອົາຜົນການຮຽນຫຼ້າສຸດ, ໃບຄະແນນ ແລະ ໃບປະກາດສະນີຍາບັດຂອງ​ທ່ານ​ມາ​ນຳ. ພ້ອມນັ້ນ ແມ່ນເອົາຫຼັກຖານສະໜັບສະໜູນດ້ານການເງິນ ເຊັ່ນ ໃບລາຍງານບັນຊີເງິນຝາກປະຈຳເດືອນ, ໃບຝາກເງິນແບບປະຈຳ, ຫຼື ຫຼັກຖານອື່ນໆ.

ຜູ້ໃຫຍ່ທີ່ເຮັດວຽກ

ເອົາໜັງສືຈ້າງງານຈາກນາຍຈ້າງຂອງທ່ານ ແລະ ໃບຈ່າຍເງິນເດືອນໃນສາມເດືອນຫຼ້າສຸດ.

ນັກທຸລະກິດ ແລະ ຜູ້ອຳນວຍການບໍລິສັດ

ເອົາຫຼັກຖານຢັ້ງຢືນຕຳແໜ່ງ ແລະ ຄ່າຈ້າງຂອງທ່ານໃນບໍລິສັດ.

ຢ້ຽມຢາມຍາດພີ່ນ້ອງ

ເອົາສຳເນົາຫຼັກຖານຢັ້ງຢືນສະຖານະຂອງພີ່ນ້ອງທ່ານ (ເຊັ່ນ ບັດຂຽວ, ໃບຢັ້ງຢືນການປ່ຽນສັນຊາດ, ວີຊາທີ່ໃຊ້ໄດ້ ແລະ ອື່ນໆ).

ຜູ້ທີ່ເຄີຍເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ

ຖ້າທ່ານເຄີຍຢູ່ ສະຫະລັດອາ​ເມ​ລິ​ກາ, ເອົາເອກະສານຕ່າງໆທີ່ຢັ້ງຢືນການເຂົ້າເມືອງຂອງທ່ານ ຫຼື ສະຖານະຂອງວີຊາ.

ເອກະສານປະ​ກອບສຳລັບຜູ້ຍື່ນຂໍວີຊາເດີນ​ທາງ​ເພື່ອ ຮັບ​ການປິ່ນ​ປົວທາງການແພດ

ຖ້າທ່ານປະສົງທີ່ຈະເດີນທາງໄປ ສະຫະລັດອາ​ເມ​ລິ​ກາ ເພື່ອຮັບ​ການຮັກສາທາງການແພດ, ນອກ​ຈາກ​ເອ​ກະ​ສານ​ທີ່​ໄດ້​ກຳ​ນົດ​ຂ້າງ​ເທິງນັ້ນ ແລະ ເອ​ກະ​ສານ​ທີ່ເຈົ້າໜ້າທີ່ກົງສຸນຕ້ອງການແລ້ວ ທ່ານ​ຕ້ອງກະກຽມເອ​ກະ​ສານຕໍ່​ໄປ​ນີ້:

  • ຜົນກວດທາງການແພດຈາກໝໍທ້ອງຖິ່ນ ທີ່ອະທິບາຍລັກສະນະການເຈັບປ່ວຍຂອງທ່ານ ແລະ ສາຍເຫດທີ່​ທ່ານ​ຕ້ອງ​ໄປປິ່ນປົວສຸຂະພາບທີ່ ສະຫະລັດອາເມລິກາ.
  • ໜັງສືຈາກແພດ ຫຼື ໂຮງໝໍທີ່ ສະ​ຫະ​ລັດອາເມລິກາ ທີ່ຊີ້ບອກວ່າພວກເຂົາພ້ອມ​ທີ່​ຈະປິ່ນປົວ​ກໍ​ລະ​ນີ​ຂອງ​ທ່ານ ແລະ ​ໄລ​ຍະ​ເວ​ລາ ກໍ​ຄື ຄ່າປິ່ນປົວໂດຍປະມານ (ລວມທັງຄ່າທຳນຽມແພດໝໍ, ຄ່າໂຮງໝໍ, ແລະ ຄ່າໃຊ້ຈ່າຍທັງໝົດທີ່ກ່ຽວຂ້ອງກັບການແພດ).
  • ໃບຢັ້ງຢືນຄວາມຮັບຜິດຊອບທາງການເງິນຈາກບຸກຄົນ ຫຼື ອົງການຈັດຕັ້ງທີ່ຈະຈ່າຍຄ່າເດີນທາງ, ຄ່າປິ່ນປົວ ແລະ ຄ່າພັກອາໃສຂອງທ່ານ. ບຸກຄົນທີ່ຮັບປະກັນການຊຳລະຄ່າໃຊ້ຈ່າຍເານີ້ຕ້ອງສະໜອງຫຼັກຖານຢັ້ງຢືນຄວາມສາມາດໃນ​ການ​ຈ່າຍ, ສ່ວນໃຫຍ່ຈະເປັນໃນຮູບແບບຂອງໃບ​ລາຍ​ງານ​ທາງ​ການ​ເງິນ​ຈາກທະນາຄານ ຫຼື ໃບຢັ້ງຢືນລາຍໄດ້/ເງິນ​ຝາກ ຫຼື ສຳເນົາຢັ້ງຢືນການຊຳລະອາກອນລາຍໄດ້.

ລະບົບປັບປຸງວີຊາເອເລັກໂຕຣນິກ (EVUS)

ອີງຕາມຂໍ້ຕົກລົງທີ່ໄດ້ເຊັນສັນຍາລະຫວ່າງລັດຖະບານສະຫະລັດອາເມລິກາ ແລະ ສາທາລະນະລັດປະຊາຊົນຈີນກ່ຽວກັບການຕໍ່ອາຍຸວີຊາ, ນັບແຕ່ວັນທີ 29 ພະຈິກ 2016 ພົນລະເມືອງສັນຊາດຈີນມີວີຊາສະຫະລັດອາເມລິກາປະເພດ B1, B2 ຫຼື B1 / B2 ເຊິ່ງມີອາຍຸ 10 ປີທີ່ອອກໃນໜັງສືເດີນທາງໃຫ້ພົນລະເມືອງຈີນຈະຕ້ອງໄດ້ປັບປຸງຊິວະປະຫວັດ ແລະ ຂໍ້ມູນອື່ນກ່ຽວກັບການຍື່ນຂໍວີຊາຜ່ານລະບົບປັບປຸງວີຊາເອເລັກໂຕຣນິກ (EVUS) ກ່ອນເດີນທາງເຂົ້າ ສະຫະລັດອາເມລິກາ. ຕ້ອງມີການປັບປຸງໃໝ່ ປົກກະຕິສອງປີຕໍ່ຄັ້ງ ຫລືຫຼັງຈາກໄດ້ຮັບໜັງສືເດີນທາງສະບັບໃໝ່ ຫຼືວີຊາປະເພດ B1, B2 ຫຼື B1 / B2 ອອກມາໃໝ່, ອີງຕາມແຕ່ລະກໍລະນີ.

ລະບົບປັບປຸງວີຊາເອເລັກໂຕຣນິກ EVUS ແມ່ນມີຢູ່ໃນເວບໄຊສ໌ www.EVUS.gov.  ດຽວນີ້, ການລົງທະບຽນEVUS ແມ່ນຖືກຍົກເວັ້ນຄ່າທໍານຽມ. ຈົນກ່ວາຄ່າທຳນຽມຖືກນຳໃຊ້, ຜູ້ສະໝັກສາມາດລົງທະບຽນ EVUS ໂດຍບໍ່ເສຍຄ່າ. ກະຊວງຄວາມໝັ້ນຄົງພາຍໃນສະຫະລັດ ແລະ ເຈົ້າໜ້າທີ່ພາສີແລະປ້ອງກັນຊາຍແດນ (CPB) ຂອງສະຫະລັດອາເມລິກາ ຈະແຈ້ງໃຫ້ຜູ້ສະໝັກຈົນເຖິງມີແຈ້ງການໃໝ່. ກະລຸນາຊອກຫາຂໍ້ມູນເພີ່ມເຕີມລາຍລະອຽດທີ່ເວບໄຊສ໌ www.cbp.gov/EVUS.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາທຸລະກິດ ແລະ ວີຊາທ່ອງທ່ຽວ, ເຂົ້າເບິ່ງເວັບໄຊ໌ຂອງກະຊວງການຕ່າງປະເທດ.