ວີຊາພະນັກງານຮັບໃຊ້

ຢູ່ໃນໜ້ານີ້:


ສະພາບລວມ

ພະນັກງານຮັບໃຊ້ສ່ວນຕົວ ຫຼື ພະນັກງານຮັບໃຊ້ທີ່ໄປ​ກັບ ຫຼື ຕິດຕາມນາຍຈ້າງໄປຍັ່ງ ສະຫະລັດອາ​ເມ​ລິ​ກາ ມີສິດໄດ້ຮັບວີຊາປະເພດ B-1. ໝວດພະນັກງານຮັບໃຊ້ນີ້ປະກອບດ້ວຍ, ແຕ່ບໍ່ຈຳກັດ, ຜູ້ແຕ່ງອາຫານ, ຜູ້​ກຳ​ກັບ​ຄົນ​ຮັບ​ໃຊ້, ຄົນຂັບລົດ, ແມ່ບ້ານ, ຜູ້​ຊ່ວຍ​ນາຍ​ຜູ້ຊາຍ, ຄົນຍາມ​ປະ​ຕູ, ເອື້ອຍລ້ຽງເດັກ, ຜູ້ຊ່ວຍແມ່, ຄົນສວນ ແລະ ສະຫາຍທີ່ໄດ້ຮັບຄ່າຈ້າງ.

ຜູ້ທີ່ໄປ​ພ້ອມກັບ ຫຼື ຕິດຕາມນາຍຈ້າງຜູ້ທີ່ເປັນນັກການທູດ ຫຼື ​ລັດ​ຖະ​ກອນຢູ່ຕ່າງປະເທດ ອາດມີສິດໄດ້ຮັບວີຊາປະເພດ A-3 ຫຼື G-5, ໂດຍຂຶ້ນກັບສະຖານະພາບວີຊາຂອງນາຍຈ້າງຕົນ.

ຄຸນວຸດທິ

ຖ້າ​ທ່ານ​ເປັນ​ພະ​ນັກ​ງານ​ຮັບ​ໃຊ້ ແລະ ປະ​ສົງຍື່ນ​ຂໍວີຊາປະເພດ B-1, ທ່ານຕ້ອງສະແດງໃຫ້ເຫັນວ່າ:

  • ຈຸດປະສົງທີ່​ທ່ານເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ແມ່ນເພື່ອເຮັດວຽກເປັນພະນັກງານຮັບໃຊ້
  • ທ່ານມີແຜນອາໃສຢູ່ ສະ​ຫະ​ລັດ​ອາ​ເມ​ລິ​ກາ ໃນ​ໄລ​ຍະ​ເວ​ລາ​ສະ​ເພາະ ແລະ ຈຳ​ກັດ.
  • ນາຍຈ້າງຂອງທ່ານມີຄຸນນະສົມບັດທີ່ເໝາະສົມ
  • ທ່ານມີຫຼັກຖານສະແດງຄວາມ​ຜູກ​ມັດທາງເສດຖະກິດ ແລະ ສັງຄົມທີ່ຕ່າງປະເທດ
  • ທ່ານມີທີ່ຢູ່ອາໄສຢູ່ນອກ ສະຫະລັດອາ​ເມ​ລິ​ກາ ແລະ ມີຂໍ້​ຜູກ​ມັດອື່ນໆທີ່ຈະຮັບປະກັນວ່າທ່ານຈະເດີນທາງກັບຕ່າງປະເທດພາຍຫຼັງ ສັນຍາຈ້າງຂອງທ່ານໄດ້ສິ້ນສຸດລົງ.

ຕິດຕາມຜູ້ຖືວີຊາຄົນ​ເຂົ້າ​ເມືອງຊົ່ວຄາວ

ຖ້າ​ທ່ານ​ເປັນ​ພະ​ນັກ​ງານ​ຮັບ​ໃຊ້ ແລະ ປະ​ສົງ​ໄປ​ພ້ອມ​ກັບ ຫຼື ຕິດ​ຕາມ​ນາຍ​ຈ້າງ​ທີ່່ບໍ່ໄດ້ຖືສັນ ຊາດ ອາເມລິກາ ຫຼື ເປັນພົນລະເມືອງຖາວອນຕາມກົດໝາຍ, ແລະ ກຳ​ລັງ​ຂໍ ຫຼື ອາ​ໃສ​ຢູ່ ສະຫະລັດອາ​ເມ​ລິ​ກາ ແລ້ວໂດຍ​ຖືວີຊາປະເພດ B, E, F, H, I, J, L, M, O, P, Q, ຫຼື R ນັ້ນ, ທ່ານອາດມີສິດໄດ້​ຮັບ​ວີ​ຊາ​ປະ​ເພດ B-1 ຖ້າວ່າ:

  • ອີງ​ຕາມ​ກາ​ນຢັ້ງ​ຢືນ​ໂດຍ​ຜູ້​ຈ້າງ​ງານ​ທີ່​ຜ່ານ​ມາ​ຂອງ​ທ່ານ, ທ່ານມີປະສົບການໃນ​ການ​ເປັນພະນັກງານຮັບໃຊ້ສ່ວນຕົວ ຫຼື ພະນັກງານຮັບໃຊ້ຢ່າງຕ່ຳໜຶ່ງປີ.
    • ທ່ານຖືກຈ້າງໂດຍນາຍຈ້າງຂອງທ່ານຢູ່ນອກ ສະຫະລັດອາ​ເມ​ລິ​ກາ ຢ່າງຕ່ຳໜຶ່ງປີກ່ອນວັນທີ່ນາຍຈ້າງຂອງທ່ານເດີນທາງເຂົ້າສູ່ ສະຫະລັດອາ​ເມ​ລິ​ກາ, ຫຼື
    • ຄວາມ​ສຳ​ພັນ​ແບບນາຍຈ້າງ-ລູກຈ້າງໄດ້ເລີ່ມຕົ້ນກ່ອນ​ທີ່​ນາຍ​ຈ້າງ​ຂອງ​ທ່ານ​ໄດ້​ຍື່ນ​ຂໍ​ວີ​ຊາ, ແລ​ະ ນາຍ​ຈ້າງ​ຂອງ​ທ່ານ ສາມາດສະແດງໃຫ້ເຫັນວ່າຜູ້​ກ່ຽວໄດ້ຈ້າງ​ພ​ະ​ນັກ​ງານ​ຮັບ​ໃຊ້ (ບໍ່ວ່າຕະຫຼອດປີ ຫຼື ​ບາງ​ຄັ້ງ​ຄາວ) ເປັນເວລາຫຼາຍປີກ່ອນທີ່​ໄດ້ຍື່ນໃບຄຳ​ຮ້ອງ​ຂໍ​ວີ​ຊາ.
  • ທ່ານຈະບໍ່ເຮັດວຽກອື່ນ, ແລະ ຈະມີ​ຫ້ອງນອນ, ບ່ອນ​ຢູ່​ໂດຍ​ບໍ່​ເສຍ​ຄ່າ ແລະ ປີ້ຍົນໄປກັບ ຈາກນາຍຈ້າງຂອງທ່ານ ຕາມທີ່ກຳ​ນົດໃນເງື່ອນໄຂຂອງສັນຍາວ່າຈ້າງ

ຕິດຕາມພົນລະເມືອງ ສະຫະລັດອາ​ເມ​ລິ​ກາ

ຖ້າທ່ານເປັນພະນັກງານຮັບໃຊ້ ແລະ ປະສົງທີ່ຈະຕິດຕາມ ຫຼື ເດີນທາງໄປພ້ອມກັບນາຍຈ້າງທີ່ຖືສັນຊາດ ອາເມລິກາທີ່ອາໃສຢູ່ ສະຫະລັດອາ​ເມ​ລິ​ກາ ນັ້ນ, ທ່ານອາດມີສິດໄດ້​ຮັບ​ວີ​ຊາ​ປະ​ເພດ B-1 ຖ້າຕາມ​ປົກ​ກະ​ຕິນາຍຈ້າງຂອງທ່ານອາໃສຢູ່ນອກ ສະຫະລັດອາ​ເມລິ​ກາ ແລະ ເດີນທາງເຂົ້າປະເທດຊົ່ວຄາວ ຫຼື ນາຍຈ້າງຂອງທ່ານຕ້ອງປ່ຽນ​ບ່ອນເຮັດວຽກ​ຢູ່​ຕ່າງ​ປະ​ເທດເລື້ອຍໆ ຢ່າງ​ຕ່ຳ​ບ່ອນ​ລະສອງປີ ຫຼື ຫຼາຍກ່ວານັ້ນ ແລະ ຕາມເງື່ອນໄຂການ​ວ່າຈ້າງ, ​ທ່ານ​ຈະຕ້ອງອາໃສໃນ ສະຫະລັດອາ​ເມ​ລິ​ກາ ບໍ່ເກີນສີ່ປີ.

ນອກຈາກນັ້ນ:

  • ​​ທ່ານ​ຕ້ອງ​ມີຄວາມສຳພັນແບບນາຍຈ້າງ-ລູກຈ້າງ ເປັນເວລາຢ່າງຕ່ຳ 6 ເດືອນກ່ອນທີ່ນາຍຈ້າງຂອງທ່ານເດີນທາງເຂົ້າສູ່ ສະຫະລັດອາ​ເມ​ລິ​ກາ ຫຼື ອີກທາງເລືອກໜຶ່ງ ແມ່ນ​ວ່ານາຍຈ້າງຂອງທ່ານໄດ້ມີການວ່າຈ້າງພະນັກງານຮັບໃຊ້ໃນ​ລັກ​ສະ​ນະ​ດຽວ​ກັນ​ນີ້ໃນ​ໄລ​ຍະເວລາທີ່ຕົນອາໃສຢູ່ຕ່າງປະເທດ.
  • ອີງ​ຕາມ​ກາ​ນຢັ້ງ​ຢືນ​ໂດຍ​ຜູ້​ຈ້າງ​ງານ​ທີ່​ຜ່ານ​ມາ​ຂອງ​ທ່ານ, ທ່ານມີປະສົບການໃນ​ການ​ເປັນພະນັກງານຮັບໃຊ້ສ່ວນຕົວ ຫຼື ພະນັກງານຮັບໃຊ້ຢ່າງຕ່ຳໜຶ່ງປີ.
  • ທ່ານຈະບໍ່ເຮັດວຽກອື່ນ, ແລະ ຈະມີ​ຫ້ອງນອນ, ບ່ອນ​ຢູ່​ໂດຍ​ບໍ່​ເສຍ​ຄ່າ ແລະ ປີ້ຍົນໄປກັບ ຈາກນາຍຈ້າງຂອງທ່ານ ຕາມທີ່ກຳ​ນົດໃນເງື່ອນໄຂຂອງສັນຍາວ່າຈ້າງ

ໝາຍເຫດ: ທ່ານບໍ່ມີິສິດ້ຮັບວີ​ຊາ​ປະ​ເພດ B-1 ຖ້າ​ນາຍ​ຈ້າງ​ທີ່​ຖື​ສັນ​ຊາດ​ອາ​ເມ​ລິ​ກາ ຂອງ​ທ່ານຈະອາໃສຢູ່ ອາ​ເມ​ລິ​ກາ​ ຢ່າງ​ຖາ​ວອນ, ເຖິງແມ່ນວ່າທ່ານໄດ້​ຖືກວ່າຈ້າງໂດຍ​ຜູ້​ກ່ຽວຢູ່ຕ່າງປະເທດມາກ່ອນໜ່ານີ້ກໍຕາມ.

ຕິດຕາມຜູ້ຢູ່ອາໄສຖາວອນໃນ ສະ​ຫະ​ລັດອາ​ເມ​ລິ​ກາ ຢ່າງຖືກຕ້ອງຕາມກົດໝາຍ

ຜູ້ອາໄສຖາວອນໃນ ສະ​ຫະ​ລັດອາ​ເມ​ລິ​ກາ ຢ່າງຖືກຕ້ອງຕາມກົດໝາຍ (ຜູ້ຖືບັດຂຽວ) ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳພະນັກງານຮັບໃຊ້ເຂົ້າ ສະ​ຫະ​ລັດ​ອາ​ເມ​ລິ​ກາ ພາຍໃຕ້ ວີ​ຊາ​ປະ​ເພດ B-1 ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ.

ຂໍ້ກຳນົດຕາມສັນຍາຂອງຜູ້ຖືວີ​ຊາ​ປະ​ເພດ B-1

ໃນນາມພະນັກງານຮັບໃຊ້ທີ່ຍື່ນຂໍ​ວີ​ຊາ​ປະ​ເພດ B-1, ທ່ານຕ້ອງສະ​ເໜີສັນຍາວ່າຈ້າງ ທີ່ເຊັນຮັບ​ຮອງໂດຍທ່ານ ແລະ ນາຍຈ້າງ ລວມ​ທັງ:

  • ລາຍລະອຽດກ່ຽວກັບໜ້າທີ່ຮັບ​ຜິດ​ຊອ​ລຂອງທ່ານຢູ່ ສະຫະລັດອ​າ​ເມ​ລິ​ກາ
  • ຈຳນວນຊົ່ວໂມງທີ່ທ່ານຈະເຮັດວຽກຕໍ່ອາທິດ
  • ຈຳນວນວັນພັກເທດສະການ, ພັກຜ່ອນ ແລະ ພັກເຈັບປ່ວຍຕໍ່ປີ
  • ວັນພັກປົກກະຕິຕໍ່ອາທິດ
  • ອັດຕາຄ່າແຮງງານ ເຊິ່ງຕ້ອງເປັນອັດຕາທີ່​ສູງ​ກວ່າ ຫຼື ອັດຕາຄ່າແຮງຂັ້ນຕ່ຳ​ສຸດ ພາຍໃຕ້ກົດໝາຍຂອງລັດຖະບານກາງ (ແລ້ວ​ແຕ່ອັດຕາໃດທີ່ສູງກວ່າກັນ) ໃນລັດທີ່​ທ່ານ​ຖືກວ່າ​ຈ້າງ ຕະຫຼອດ​ການ​ເຮັດ​ວຽກ​ຂອງ​ທ່ານ. ທ່ານສາມາດເບິ່ງອັດຕາຄ່າແຮງຂັ້ນຕ່ຳສຸດໃນ ສະຫະລັດອາ​ເມ​ລິ​ກາ ໃນ​ເວັບ​ໄຊ໌​ນີ້ ແລະ ອັດຕາຄ່າແຮງ​ງານ​ທີ່​ເປັນ​ມາດ​ຕະ​ຖານໃນ​ເວັບ​ໄຊ໌​ນີ້.
  • ໃບຢັ້ງຢືນວ່າທ່ານຈະມີ​ຫ້ອງນອນ ແລະ ບ່ອນ​ຢູ່​ໂດຍ​ບໍ່​ເສຍ​ຄ່າ​ໃດໆ
  • ໃບຢັ້ງຢືນວ່ານາຍຈ້າງຂອງທ່ານບຈະ​ບໍ່​ປ່ອຍ​ໃຫ້​ທ່ານ​ກາຍ​ເປັນພາ​ລະ​ຂອງລັດຖະບານໃນໄລ​ຍະ​ການ​ເຮັດວຽກໃຫ້ກັບນາຍຈ້າງຂອງທ່ານ
  • ໃບຢັ້ງຢືນວ່າທ່ານຈະບໍ່ຮັບເຮັດວຽກອື່ນໃນໄລ​ຍະ​ການຮັດວຽກໃຫ້ກັບນາຍຈ້າງຂອງທ່ານ
  • ໃບຢັ້ງຢືນວ່ານາຍຈ້າງຂອງທ່ານຈະບໍ່ກັກໜັງສືເດີນທາງຂອງທ່ານ
  • ໃບຢັ້ງຢືນວ່າທັງສອງຝ່າຍເຂົ້າໃຈວ່າທ່ານບໍ່ສາມາດຖືກບັງຄັບໃຫ້ຢູ່ທີ່​ສະ​ຖານ​ທີ່ເຮັດວຽກເກີນໂມງໂດຍບໍ່ມີຄ່າຕອບ​ແທນ
  • ໃບຢັ້ງຢືນວ່ານາຍຈ້າງຂອງທ່ານຈະຈ່າຍຄ່າເດີນ​ທາງ​ເບື້ອງ​ຕົ້ນ ມາ​ຍັ່ງ ສະຫະລັດອາ​ເມ​ລິ​ກາ ແລະ ຄ່າເດີນທາງຕິດ​ຕາມ​ນາຍ​ຈ້າງ​ຂອງ​ທ່ານ​ໄປ​ຍັງ​ປະ​ເທດ​ອື່ນໆ ຫຼື ຄ່າເດີນທາງກັບຄືນສູ່ປະເທດຂອງທ່ານພາຍຫຼັງ​ການ​ສິ້ນ​ສຸດ​ສັນ​ຍາ​ວ່າ​ຈ້າງ.

ຕິດຕາມຜູ້ຖືວີ​ຊາ​ປະ​ເພດ A-1, A-2, ຫຼື G-1 - G-4 ວີຊາ (ວີ​ຊາ​ປະ​ເພດ A-3 ຫຼື G-5)

ຖ້າທ່ານເປັນຜູ້ເບິ່ງ​ແຍງ, ຮັບໃຊ້ ຫຼື ພະນັກງານສ່ວນຕົວຂອງຜູ້ທີ່ຖື​ວີ​ຊາ​ໝວດ A-1 ຫຼື A-2 ຫຼື G-1 ເຖິງ G-4, ທ່ານມີສິດໄດ້​ຮັບ ວີ​ຊາ​ໝວດ A-3 ຫຼື G-5. ທ່ານຕ້ອງສະແດງວ່າ​ທ່ານ​ເໝາະ​ສົມ​ໄດ້​ຮັບວີ​ຊາໝວດ A-3 ຫຼື G-5 (​ເຊັ່ນ ຈົດ​ໝາຍ​ອ້າງ​ອີງ​ຈາກນາຍຈ້າງທີ່ຜ່ານມາຂອງທ່ານ, ຫຼັກຖານການວ່າຈ້າງງານໃນຂະແໜງການນັ້ນໃນ​ໄລ​ຍະ​ຜ່ານ​ມາ ແລະ ອື່ນໆ). ເຈົ້າໜ້າທີ່ກົງສຸນຕ້ອງເຫັນ ແລະ ຍອມ​ຮັບ ສະ​ຖາ​ນະ​ທາງ​ການ​ຂອງນາຍຈ້າງ ແລະ ວັດ​ຖຸ​ປະ​ສົງຂອງທັງສອງຝ່າຍທີ່ຈະເຂົ້າຮ່ວມ (ແລະ ຮັກ​ສາ) ຄວາມສຳພັນແບບນາຍຈ້າງ-ລູກຈ້າງ. ນອກຈາກນີ້, ພະນັກງານຮັບໃຊ້ຂອງນັກການທູດ (A3) ແລະ ພະນັກງານຂອງອົງການຈັດຕັ້ງສາ​ກົນ (G5) ຕ້ອງໄດ້ລົງທະບຽນກັບ ກັ​ບກະຊວງການຕ່າງປະເທດ ຜ່ານ​ລະ​ບົບ​ຄຸ້ມ​ຄອງ​ຂໍ້​ມູນ​ຂອງ​ພະ​ນັກ​ງານ​ຕ່າງ​ປະ​ເທດ (TOMIS) ກ່ອນທີ່​ຕົນ​ຈະຍື່ນຂໍວີຊາ. ສຳລັບຂໍ້ມູນກ່ຽວກັບການລົງທະບຽນຜ່ານ TOMIS ກະລຸນາຕິດຕໍ່ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່ຫ້ອງ​ການ​ວຽກ​ງານ​ພະ​ນັກ​ງານ​ຕ່າງ​ປະ​ເທດ.

ຜູ້ຍື່ນຂໍວີ​ຊາ​ປະ​ເພດ A-3 ແລະ G-5 ຕ້ອງຖືກສຳພາດໂດຍເຈົ້າໜ້າທີ່ກົງສຸນ. ພວກເຂົາຕ້ອງດຳເນີນຕາມຂັ້ນຕອນການຍື່ນຂໍ​ວີ​ຊາທົ່ວໄປໂດຍຍົກເວັ້ນໜຶ່ງຂໍ້: ຜູ້ຍື່ນຂໍວີ​ຊາ​ປະ​ເພດ A-3 ແລະ G-5 ບໍ່ຕ້ອງຈ່າຍຄ່າທຳນຽມຍື່ນ​ຂໍວີຊາ.

ເຈົ້າໜ້າທີ່ກົງສຸນຈະຕ້ອງພໍໃຈກັບອັດຕາຄ່າແຮງງານຂອງ​ຜູ້ຍື່ນຂໍວີ​ຊາ​ປະ​ເພດ A-3 ແລະ G-5 ວ່າມັນຢູ່​ໃນ​ລະ​ດັບ​ທີ່ຍຸດຕິທຳ​ສຳ​ລັບ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ແລະ ພຽງພໍສຳ​ລັບ​ຄ່າ​ໃຊ້​ຈ່າຍໆ​ຕ່າງໆ​ເພື່ອຫຼີກ​ເວັ້ນ ​ການ​ເປັນພາລະໃຫ້ກັບລັດຖະບານ ຊຶ່ງ​ເປັນ​ຄວາມ​ກັງ​ວົນ​​ຂອງ​ຄົນ​ສ່ວນ​ໃຫ​ຍ່. ຜູ້ຍື່ນຂໍວີຊາແຕ່​ລະປະເພດຕ້ອງຄັດ​ຕິດສັນຍາວ່າຈ້າງທີ່ເຊັນຮັບຮອງໂດຍນາຍຈ້າງ ແລະ ລູກຈ້າງ.

ຂໍ້ກຳນົດຕາມສັນຍາຂອງຜູ້ຖືວີ​ຊາ​ປະ​ເພດ A-3/G-5

ໃນນາມພະນັກງານຮັບໃຊ້ທີ່ຍື່ນຂໍ​ວີ​ຊາ​ປະ​ເພດ A-3 ຫຼື G-5, ທ່ານຕ້ອງສະ​ເໜີສັນຍາວ່າຈ້າງ ທີ່ເຊັນຮັບ​ຮອງໂດຍທ່ານ ແລະ ນາຍຈ້າງ ລວມ​ທັງ:

  • ໃບຄ້ຳປະກັນວ່າທ່ານຈະໄດ້ຮັບຄ່າແຮງງານເທົ່າກັບຄ່າແຮງຂັ້ນຕ່ຳຂອງລັດ ຫຼື ລັດຖະບານກາງ ຫຼື ສູງກວ່ານັ້ນ, ແລ້ວ​ແຕ່ວ່າອັດຕາໃດທີ່ສູງກ່ວາກັນ. ທ່ານສາມາດເບິ່ງອັດຕາຄ່າແຮງຂັ້ນຕ່ຳສຸດໃນ ສະຫະລັດອາ​ເມ​ລິ​ກາ ໃນ​ເວັບ​ໄຊ໌​ນີ້ ແລະ ອັດຕາຄ່າແຮງ​ງານ​ທີ່​ເປັນ​ມາດ​ຕະ​ຖານໃນ​ເວັບ​ໄຊ໌​ນີ້.
  • ໃບຢັ້ງຢືນວ່າຫຼັງຈາກ 90 ວັນທຳອິດຂອງການວ່າຈ້າງ, ຄ່າແຮງທັງໝົດແມ່ນ​ຕ້ອງ​ຈ່າຍທາງແຊັກ ຫຼື ໂອນຜ່ານບັນຊີທະນາຄານ. ນາຍຈ້າງ ຫຼື ສະ​ມາ​ຊິກຄອບຄົວຂອງ​ນາຍ​ຈ້າງ ບໍ່​ສາມາດເຂົ້າເຖິງບັນຊີທະນາຄານຂອງທ່ານໄດ້.
  • ອີງ​ຕາມ​ການ​ປະ​ຕິ​ບັດ​ສ່ວນ​ໃຫ​ຍ່, ເມື່ອນາຍຈ້າງຂອງທ່ານເປັນນັກການທູດຕ່າງປະເທດ, ພະນັກງານຮັບໃຊ້ທີ່ອາໃສຢູ່ນຳ ຈະໄດ້ເພີ່ມ​ເຕີມ​ຈາກ​ເງິນ​ເດືອນ​ແມ່ນຫ້ອງນອນ ແລະ ບ່ອນ​ຢູ່​ໂດຍ​ບໍ່​ເສຍ​ຄ່າ​ໃດໆ.
  • ຄຳ​ໝັ້ນ​ສັນ​ຍາ​ຈາກທ່ານວ່າຈະບໍ່ຮັບເຮັດວຽກອື່ນໆ ໃນໄລ​ຍະ​ການເຮັດວຽກໃຫ້ກັບນາຍຈ້າງຂອງທ່ານ
  • ຄຳໝັ້ນ​ສັນ​ຍາຈາກນາຍຈ້າງຂອງທ່ານ ວ່າຈະບໍ່ກັກໜັງສືເດີນທາງຂອງທ່ານ ແລະ ໃບຢັ້ງຢືນວ່າທັງສອງຝ່າຍເຂົ້າໃຈວ່າທ່ານບໍ່ສາມາດຖືກບັງຄັບໃຫ້ຢ​ຢູ່ທີ່​ສະ​ຖານ​ທີ່ເຮັດວຽກເກີນໂມງໂດຍບໍ່ມີຄ່າຕອບ​ແທນ.
  • ສັນຍານີ້ມີຄວາມສຳຄັນຍິ່ງ ເພາະ​ມັນ​ວາງ​ຂອບຊຶ່ງທ່ານສາ​ມາດ​ຮຽກ​ຮ້ອງ ສິດ​ດ້ານ​ການ​ວ່າ​ຈ້າງງານ ຫຼື ​ໃນ​ການປົກປ້ອງສິດທິມະນຸດໃຫ້​ແກ່​ຕົນ​ເອງ​ໄດ້. ໃບຢັ້ງຢືນວ່ານາຍຈ້າງຂອງທ່ານຈະຈ່າຍຄ່າເດີນ​ທາງ​ເບື້ອງ​ຕົ້ນ ມາ​ຍັ່ງ ສະຫະລັດອາ​ເມ​ລິ​ກາ ແລະ ຄ່າເດີນທາງຕິດ​ຕາມ​ນາຍ​ຈ້າງ​ຂອງ​ທ່ານ​ໄປ​ຍັງ​ປະ​ເທດ​ອື່ນໆ ຫຼື ຄ່າເດີນທາງກັບຄືນສູ່ປະເທດຂອງທ່ານພາຍຫຼັງ​ການ​ສິ້ນ​ສຸດ​ສັນ​ຍາ​ວ່າ​ຈ້າງ.

ຂໍ້​ມູນ​ກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ

ໃນການຍື່ນຂໍວີຊາປະ​ເພດ B-1, A-3 ຫຼື G-5, ທ່ານຕ້ອງຍື່ນ​ເອ​ກະ​ສານ​ດັ່ງ​ຕໍ່​ໄປ​ນີ້:

  • ໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160). ເຂົ້າໄປທີ່່​ໜ້າ​ເວັບ​ໄຊ໌ DS-160 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໃບ​ຄຳ​ຮ້ອງ​ DS-160.
  • ໜັງສືເດີນທາງທີ່ຖືກຕ້ອງສຳລັບເດີນທາງໄປ ສະຫະລັດອາ​ເມ​ລິ​ກາ ເຊິ່ງມີອາຍຸການໃຊ້ງານຢ່າງຕ່ຳຫົກເດືອນເກີນໄລຍະເວລາທີ່ທ່ານຕັ້ງໃຈຈະພັກອາໃສຢູ່ໃນ ສະຫະລັດອາ​ເມ​ລິ​ກາ (ເວັ້ນເສຍແຕ່ມີຂໍ້ຕົກລົງສະເພາະລະຫວ່າງປະເທດທີ່ສະໜອງການຍົກເວັ້ນ). ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມຫຼາຍກວ່າ​ໜຶ່ງ​ຄົນ, ແຕ່ລະຄົນນັ້ນຕ້ອງຍື່ນ​ຂໍ​ວີ​ຊາຂອງ​ຕົນ​ເອງ.
  • ຮູບ 2"x2" (5cmx5cm) ໜຶ່ງ (1) ໃບ ທີ່​ໄດ້ຖ່າຍພາຍໃນຫົກເດືອນ. ໜ້າ​ເວັບ​ໄຊ໌​ນີ້ ມີຂໍ້ມູນກ່ຽວກັບຮູບແບບຂອງຮູບພາບທີ່ຖືກ​ຕ້ອງ.
  • ສຳລັບຜູ້ຍື່ນຂໍວີ​ຊາ​ປະ​ເພດ B-1 ເທົ່ານັ້ນ: ໃບຮັບເງິນທີ່ສະແດງການຊຳ​ລະ​ຄ່າ​ທຳ​ນຽມ​ການ​ດຳ​ເນີນ​ວີ​ຊາ ຈຳນວນ 160 ໂດລາສະ​ຫະ​ລັດ ເປັນ​ສະ​ກຸນ​ເງິນ​ທ້ອງ​ຖິ່ນ ຊຶ່ງ​ຈະ​ບໍ່​ມີ​ການ​ສົ່ງ​ເງິນ​ຄືນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນເພີ່ມເຕີມກ່ຽວກັບການຊຳລະຄ່າທຳນຽມດັ່ງ​ກ່າວ. ຖ້າມິການອອກວິຊາ, ອາດ​ຈະ​ມີ​ການ​ເກັບຄ່າທຳນຽມການ​ອອກວີ​ຊາ​ຕາມ ຫຼັກ​ຕອບ​ສະ​ໜອງ​ຊຶ່ງ​ກັນ ແລະ ກັນ ໂດຍ​ອີງ​ຕາມ​ສັນ​ຊາດ​ຂອງ​ທ່ານ. ເວັບໄຊ໌ຂອງ ກະຊວງການຕ່າງປະເທດສາ​ມາດ​ສະ​ໜອງຂໍ້ມູນ ວ່າທ່ານຈະຕ້ອງຊຳລະຄ່າທຳນຽມອອກວີຊາຕາມ ຫຼັກ​ຕອບ​ສະ​ໜອງ​ຊຶ່ງ​ກັນ ແລະ ກັນ ຫຼື ບໍ່ ແລະ ໃນຈຳນວນເທົ່າໃດ.
  • ສຳເນົາວີຊາຂອງນາຍຈ້າງ ຫຼື ວິທີການອື່ນໆທີ່ພວກເຂົາໃຊ້ໃນການເດີນທາງເຂົ້າສູ່ ສະຫະລັດອາ​ເມ​ລິ​ກາ (​ເຊັ່ນໜັງສືເດີນທາງທີ່ໄດ້ຮັບການຍົກເວັ້ນວີຊາ ຫຼື ໜັງ​ສື​ເດີນ​ທາງ​ ສະຫະລັດອາ​ເມ​ລິ​ກາ)
  • ສັນຍາຈ້າງງານ, ເຊັນຮັບຮອງໂດຍທ່ານ ແລະ ນາຍຈ້າງຂອງທ່ານ, ເຊິ່ງສອດ​ຄ່ອງ​ກັບຂໍ້ກຳນົດທັງໝົດທີ່ລະບຸຂ້າງເທິງ
  • ສຳລັບຜູ້ຍື່ນຂໍ​ວີ​ຊາ​ປະ​ເພດ A-3 ແລະ G-5 ເທົ່ານັ້ນ: ໜັງສືລັດຖະການ ທີ່ຢັ້ງຢືນສະຖານະ ການຈ້າງງານຂອງ​ຜູ້​ຖືກ​ຈ້າງ, ວັນທີເດີນທາງ, ຈຸດປະສົງຂອງການເດີນທາງ ແລະ ໄລຍະການອາ​ໃສຢູ່ ສະຫະລັດອາ​ເມ​ລິກາ. ໜັງສືລັດຖະການ ຕ້ອງລະບຸຊື່ພະນັກງານ ແລະ ຕຳແໜ່ງ ຫຼື ສະຖານະທາງການຂອງນາຍຈ້າງ. ໜັງ​ສື​ດັ່ງ​ກ່າວ​ຍັງ​ຕ້ອງລະບຸ ວັນທີເດີນທາງ, ຈຸດປະສົງຂອງການເດີນທາງ ແລະ ໄລຍະອາ​ໃສຢູ່ ສະຫະລັດອາ​ເມ​ລິ​ກາ. ຜູ້ຍື່ນຂໍວີ​ຊາ​ປະ​ເພດ A-3 ແລະ G-5 ບໍ່ຈຳ​ເປັນຕ້ອງຈ່າຍຄ່າທຳນຽມການ​ຍື່ນ​ຂໍວີຊາ.

ນອກຈາກ​ຂໍ້​ມູນ​ຂ້າງ​ເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດ​ສຳພາດທີ່ຢັ້ງ​ຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະ​ກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍ​ເຈົ້າໜ້າກົງສຸນໃນ​ກາ​ນ​ຕັດ​ສິນ​ກ່ຽວ​ກັບ​ໃບ​ຄຳ​ຮ້ອງ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການ​ຍື່ນ​ຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳ​ພາດໃນເວັບໄຊ໌ນີ້. ທ່ານຕ້ອງສະ​ໜອງຂໍ້ມູນຕໍ່ໄປນີ້ເພື່ອນັດ​ໝາຍ​ສຳ​ພາດຂອງທ່ານ:

  • ໝາຍ​ເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກ​ທີດັ່ງ​ກ່າວ.)
  • ເລກບາ​ໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບ​ຄຳ​ຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນສະຫະລັດອາເມລິກາໃນວັນທີ ແລະ ເວລາທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງ​ຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບ​ທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ເອກະສານປະ​ກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່​ກົງ​ສຸນ​ຈະ​ພິ​ຈາ​ລະ​ນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ, ເຈົ້າ​ໜ້າທີ່ກົງສູນຈະ​ເບິ່ງໃບຄຳ​ຮ້ອງ​ຂອງແຕ່ລະຄົນ ແລະ ພິຈາລະນາ​ປັດ​ໃຈ​ດ້ານ​ວິ​ຊາ​ຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິ​ຈາ​ລະ​ນາ​ວັດ​ຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນ​ຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ລະວັງ: ບໍ່​ໃຫ້ຍື່ນເອກະສານປອມ. ການຫຼອກ​ລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່​ໃຫ້​ທ່ານ​ສາ​ມາດ​ຂໍ​ວີ​ຊາ​ອີກ​ໃນ​ຕໍ່​ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງ​ທ່ານ, ທ່ານ​ຄວາມ​ນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍ​ໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະ​ຫະ​ລັດອາ​ເມ​ລີກ​າ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:

  • ຫຼັກຖານສະແດງຄວາມສາມາດໃນການຈ່າຍຄ່າແຮງຕາມທີ່ໄດ້ສັນຍາໄວ້ຂອງນາຍຈ້າງທ່ານ. ໝາຍເຫດ: ຖ້າທ່ານຍື່ນຂໍວີ​ຊາ​ປ​ະ​ເພດ A-3 ຫຼື G-5, ເງື່ອນ​ໄຂ​ດັ່ງ​ກ່າວ​ແມ່ນ​ປະ​ຕິ​ບັດ​ສະ​ເພາະ​ກໍ​ລະ​ນີ ທີ່ນາຍຈ້າງມີຕຳແໜ່ງ​ທາງການທູດ ເປັນທີ່ປຶກສາ ຫຼື ຕຳແໜ່ງທີ່ຕ່ຳກ່ວານັ້ນ.
  • ຫຼັກຖານສະແດງວ່າທ່ານ​ຈະຢູ່ ສະຫະລັດອາ​ເມ​ລິ​ກາຊົ່ວຄາວ.
  • ໄປ​ທີ່​ເວັ​ບ​ໄຊ໌​ຂອງ ຂອງກະຊວງການຕ່າງປະເທດສຳລັບຂໍ້ມູນເພີ່ມເຕີມ.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີ​ຊາ​ປະ​ເພດA-3, B-1, ແລະ G-5, ເຂົ້າໄປທີ່ເວັບໄຊ໌ຂອງກະຊວງການຕ່າງປະເທດ.