ເລີ່ມແຕ່ວັນທີ 5 ມັງກອນ 2023 ເວລາ 12:01 ໂມງເຊົ້າ ສູນຄວບຄຸມ ແລະ ປ້ອງກັນພະຍາດ EDT, CDC ຈະຕ້ອງຍື່ນຜົນການກວດ COVID-19 ເປັນລົບພາຍໃນສອງມື້ກ່ອນມື້ອອກເດີນທາງ ຫຼື ໃບຢັ້ງຢືນການຟື້ນຕົວຈາກ COVID-19 ພາຍໃນ 90 ມື້ສຳລັບນັກທ່ອງທ່ຽວທຸກຄົນ, ອາຍຸ 2 ປີຂຶ້ນໄປ, ເມື່ອເຂົ້າສະຫະລັດໃນຖ້ຽວບິນທີ່ມາຈາກສາທາລະນະລັດປະຊາຊົນຈີນ (PRC), ລວມທັງເຂດບໍລິຫານພິເສດ (SAR) ຂອງຮົງກົງແລະມາກາວ. ຂໍ້ກໍານົດນີ້ຍັງໃຊ້ໄດ້ໃຫ້້ຜູ້ໂດຍສານທີ່ເຄີຍໄປໃນປະເທດຈີນ, ຮົງກົງ, ຫຼືມາກາວໃນ 10 ມື້ທີ່ຜ່ານມາແລະທຸກຄົນທີ່ຈະເດີນທາງໄປສະຫະລັດອາເມລິກາຈາກຫນຶ່ງໃນສະຫນາມບິນຕໍ່ໄປນີ້: Incheon International Airport (ICN) ຢູ່ກຸງໂຊລ, ເກົາຫລີໃຕ້; Toronto Pearson International Airport (YYZ) ຢູ່ການາດາ; ແລະສະຫນາມບິນສາກົນ Vancouver (YVR) ຢູ່ການາດາ. ຄຳສັ່ງຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ CDC ທີ່ກຳນົດໃຫ້ມີຫຼັກຖານຢັ້ງຢືນການສັກຢາວັກຊີນສຳລັບຄົນທີ່ບໍ່ແມ່ນພົນລະເມືອງສະຫະລັດບໍ່ແມ່ນສັນຊາດສະຫະລັດອາເມລິກາ ຍັງມີຜົນບັງຄັບໃຊ້ຢູ່. ສໍາລັບຂໍ້ມູນເພີ່ມເຕີມເຂົ້າເບິ່ງເວັບໄຊ CDC .


ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນຈະປ່ຽນອັດຕາແລກປ່ຽນກົງສຸນຈາກ 1USD=17,000 LAK ເປັນ 1 USD=18,000 LAK ນັບແຕ່ວັນທີ 20 ຕຸລາ 2022 ເປັນຕົ້ນໄປ.

ຜູ້ຍື່ນຂໍວີຊາເຂົ້າເມືອງຊົ່ວຄາວທັງໝົດທີ່ຊຳລະຄ່າທຳນຽມການດຳເນີນວີຊາໃນ ຫຼືຫຼັງຈາກວັນທີ 20 ຕຸລາ 2022 ຈະຕ້ອງຊຳລະຄ່າທຳນຽມຕາມອັດຕາແລກປ່ຽນໃໝ່ແມ່ນ 1USD=18,000 LAK.

ຜູ້ສະໝັກທີ່ຊຳລະຄ່າທຳນຽມການດຳເນີນວີຊາໃນອັດຕາແລກປ່ຽນເກົ່າ 1 USD=17,000 LAKໃນ ຫຼື ກ່ອນວັນທີ 19 ຕຸລາ 2022 ຍັງສາມາດນຳໃຊ້ໃບຮັບເງິນຈົນຮອດວັນໝົດອາຍຸ.


ຕັ້ງແຕ່ເວລາ 00:01 ໂມງ (ເວລາຕາເວັນອອກ – EDT) ວັນທີ 12 ມິຖຸນາ 2022, CDC ໄດ້ຍົກເລີກຄຳສັ່ງທີ່ກຳນົດໃຫ້ບັນດາສາຍການບິນ ຫຼື ຜູ້ໂດຍສານເຮືອບິນ ຈະຕ້ອງຍື່ນຜົນການກວດ COVID-19 ທີ່ເປັນລົບ ຫຼື ໃບຢັ້ງຢືນການຟື້ນຕົວຈາກ COVID-19 ກ່ອນທີ່ຈະບິນໄປສະຫະລັດອາເມລິກາ. CDC ຍັງສືບຕໍ່ຮຽກຮ້ອງໃຫ້ມີການຢັ້ງຢືນການສັກຢາປ້ອງກັນສໍາລັບຜູ້ໂດຍສານທີ່ບໍ່ແມ່ນພົນລະເມືອງສະຫະລັດ ຈະເດີນທາງໄປສະຫະລັດອາເມລິກາ ດ້ວຍວີຊາຄົນເຂົ້າເມືອງຊົ່ວຄາວ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເບິ່ງ ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ສຳລັບຄວາມຮຽກຮ້ອງໃຫ້ມີການຢັ້ງຢືນການສັກຢາປ້ອງກັນ COVID-19 ສໍາລັບຜູ້ໂດຍສານທາງອາກາດ.


“ໃນວັນທີ 25 ຕຸລາ, ປະທານາທິບໍດີ Biden ໄດ້ອອກຖະແຫຼງການຂອງປະທານາທິບໍດີທີ່ມີຫົວຂໍ້ວ່າ "ຖະແຫຼງການກ່ຽວກັບສົ່ງເສີມການຟື້ນຟູການເດີນທາງທົ່ວໂລກທີ່ປອດໄພ ໃນໄລຍະການລະບາດຂອງ COVID-19.” ປະກາດນີ້, ມີຜົນສັກສິດໃນເວລາ 12:01 ໂມງເຊົ້າ (ຕາມເວລາມາດຕະຖານຕາເວັນອອກ) ວັນທີ 8 ພະຈິກ ປີ2021, ຈະຢຸດຕິການຈຳກັດການເດີນທາງອີງຕາມຖະແຫຼງການຂອງປະທານາທິບໍດີ (PP) ເລກທີ 9984, 9992, 10143 ແລະ 10199. ຖະແຫຼງການເຫຼົ່ານີ້ກ່ຽວຂ້ອງກັບການໂຈະການເຂົ້າປະເທດສະຫະລັດອາເມຣິກາ ສໍາລັບຜົນລະເມືອງທີ່ອາໄສຢູ່ໃນປະເທດບຣາຊິນ, ຈີນ, ອິນເດຍ, ອີຣ່ານ, ໄອແລນ, ເຂດ Schengen, ອາຟຣິກາໃຕ້, ແລະສະຫະລາຊະອານາຈັກ. ແທນທີ່ຂໍ້ຈໍາກັດເຫຼົ່ານີ້, ປະທານາທິບໍດີໄດ້ປະກາດຂໍ້ກໍານົດການສັກຢາປ້ອງກັນທົ່ວໄປສໍາລັບນັກທ່ອງທ່ຽວຕ່າງປະເທດຜູ້ໃຫຍ່ທຸກຄົນ. ຖະແຫຼງການນີ້ນຳໃຊ້ກັບຜູ້ໂດຍສານທີ່ບິນໄປສະຫະລັດອາເມລິກາ ໂດຍອອກເດີນທາງຫຼັງເວລາ12:01 ໂມງເຊົ້າ ຕາມເວລາມາດຕະຖານຕາເວັນອອກຂອງວັນທີ 8 ພະຈິກ ປີ 2021. ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ກໍານົດຂອງການສັກຢາປ້ອງກັນໂລກນີ້, ລວມທັງລາຍລະອຽດກ່ຽວກັບການຍົກເວັ້ນແລະການຍົກເວັ້ນຍ້ອນຄວາມກັງວົນດ້ານມະນຸດສະທໍາ, ກະລຸນາເບິ່ງເວັບໄຊທ໌ທີ່ https://travel.state.gov/content/travel/en/News/visas-news/safely-resuming-travel-by-vaccine-requirement-and-rescission-of-travel-restrictions.html.

ຕາມຖະແຫຼງການຂອງປະທານາທິບໍດີ Biden, ນັບແຕ່ວັນທີ 8 ພະຈິກນີ້, ກະຊວງການຕ່າງປະເທດສະຫະລັດສາມາດເລີ່ມດຳເນີນການໃຫ້ຂໍວີຊາສຳລັບຜູ້ສະໝັກທີ່ອາໄສຢູ່ປະເທດດັ່ງກ່າວ.

ກະລຸນາຮັບຊາບວ່າ ຖະແຫຼງການຂອງປະທານາທິບໍດີ (PP) ເຫຼົ່ານີ້ ໄດ້ສິ້ນສຸດແຕ່ບໍ່ໄດ້ຫມາຍຄວາມວ່າ ສະຖານທູດຫຼືກົງສຸນສະຫະລັດສາມາດຈັດຕາຕະລາງໃຫ້ຜູ້ສະຫມັກທີ່ຖືກຮັບຜົນກະທົບສໍາລັບການສໍາພາດວີຊາໄດ້ທັນທີ. ຖ້າທ່ານຢາກຮູ້ຂໍ້ມູນເພີ່ມເຕີມກ່ຽວກັບປະເພດຂອງການບໍລິການວີຊ່າທີ່ເປີດຢູ່ໃນຂະນະນີ້ ແລະຄໍາແນະນໍາກ່ຽວກັບການຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວ ກະລຸນາເຂົ້າເວັບໄຊທ໌ຂອງສະຖານທູດ/ກົງສຸນຫຼືເວັບໄຊທ໌”


ຄ່າທຳນຽມການຍື່ນຂໍວີຊາເຂົ້າເມືອງຊົ່ວຄາວທັງໝົດ (ຄ່າທໍານຽມ MRV) ການຊຳລະເງິນໃນ ຫຼືຫຼັງຈາກວັນທີ 1 ຕຸລາ 2022, ໃຊ້ໄດ້ເປັນເວລາ 365 ວັນນັບຈາກວັນທີອອກໃບຮັບເງິນເພື່ອຊໍາລະຄ່າທໍານຽມ MRV. ຜູ້ສະຫມັກຕ້ອງກໍານົດເວລານັດສໍາພາດແລະ ຕໍ່ວີຊາຄືນໃໝ່ໃນລະຫວ່າງໄລຍະເວລາ 365 ວັນນີ້. ກະລຸນາຮັບຊາບວ່າຜູ້ສະໝັກຈະຕ້ອງກຳນົດເວລານັດສຳພາດ ແລະ ຕໍ່ວີຊາຄືນໃໝ່ພາຍໃນໄລຍະເວລາ 365 ວັນເທົ່ານັ້ນ. ບໍ່ມີຂໍ້ກໍານົດການສໍາພາດຕ້ອງເກີດຂຶ້ນໃນໄລຍະ 365 ວັນ. ໃບຮັບເງິນທັງໝົດສໍາລັບການຊຳລະຄ່າທຳນຽມ MRV ທີ່ອອກກ່ອນວັນທີ 1 ຕຸລາ 2022, ແມ່ນຈະໄດ້ຕໍ່ອາຍຸການນໍາໃຊ້ຈົນຮອດວັນທີ 30 ກັນຍາ 2023, ແລະຍັງຄົງໃຊ້ໄດ້ຈົນເຖິງວັນທີນີ້.


ເພື່ອຮັບຮູ້ບັນດາຂໍ້ມູນການຈຳກັດການຕ່າງໆດ້ານເດີ່ນທາງຂອງໂຄງການຍົກເວັ້ນວີຊາ, ລວມມີຄວາມຕ້ອງການກ່ຽວກັບປັດສະປອດເອເຫຼັກໂຕນິກ ກະລຸນາເຂົ້າເບີງໃນເວບ https://travel.state.gov/content/travel/en/us-visas/tourism-visit/visa-waiver-program.html.


Mount Rushmore - South Dakota

ຍິນດີຕ້ອນຮັບເຂົ້າສູ່ເວັບໄຊ໌ບໍລິການ ການຍື່ນຂໍວີຊາສໍາລັບ ປະເທດລາວ. ໃນເວັບໄຊ໌ນີ້, ທ່ານສາມາດຊອກຫາຂໍ້ມູນກ່ຽວກັບວີຊາເຂົ້າເມືອງຊົ່ວຄາວ ແລະ ວີຊາເຂົ້າເມືອງຖາວອນຂອງ ສະຫະລັດອາເມລິກາ ແລະ ເງື່ອນໄຂໃນການຍື່ນຂໍວີຊາສຳລັບວີຊາແຕ່ລະປະເພດ. ທ່ານຍັງສາມາດຮຽນຮູ້ວິທີຊຳລະຄ່າທຳນຽມຍື່ນຂໍວີຊາ ແລະ ຈອງການນັດສຳພາດທີ່ສະຖານທູດສະຫະລັດ ທີ່ວຽງຈັນ.

ເວັບໄຊ໌ນີ້ ແມ່ນເວັບໄຊ໌ທາງການທີ່ສະໜອງຂໍ້ມູນ ກ່ຽວກັບການຍື່ນຂໍວີຊາ ຂອງສຳນັກງານການທູດຂອງ ສະຫະລັດອາເມລິກາ ປະຈຳ ລາວ.

ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຊົ່ວຄາວ


ການຍື່ນ ໃບຄຳຮ້ອງຂໍ ວີຊາຄົນເຂົ້າເມືອງຊົ່ວຄາວ


ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຖາວອນ