ຄໍາຖາມທີ່ຖາມເປັນປະຈຳ (FAQ)

ຢູ່ໃນໜ້ານີ້:


ຄໍາຖາມທີ່ຖາມເປັນປະຈຳ - ກ່ຽວກັບຂໍ້ມູນການຍື່ນຂໍວີຊາທົ່ວໄປ

      1. ໜັງສືເດີນທາງຂອງຂ້ອຍຕ້ອງມີອາຍຸການນໍາໃຊ້ດົນປານໃດຈຶ່ງສາມາດຍື່ນຂໍວີຊາໄດ້?
      2. ຂ້ອຍສາມາດເຂົ້າຮ່ວມໂຄງການຍົກເວັ້ນວີຊາໄດ້ບໍ່?
      3. ຄ່າທໍານຽມຂອງການຂໍອະນຸຍາດຜ່ານ ລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA) ແມ່ນຫຍັງ ແລະ ຜູ້ໃດຕ້ອງຊໍາລະ?
      4. ຈະເກີດຫຍັງຂຶ້ນຖ້າຂ້ອຍເດີນທາງໄປ ສະຫະລັດອາເມລິກາ ໂດຍບໍ່ໄດ້ ESTA ?
      5. ຂ້ອຍສາມາດຍື່ນຂໍວີຊາເຂົ້າເມືອງຊົ່ວຄາວຢູ່ ລາວໄດ້ບໍ່ ຖ້າຂ້ອຍຖືສັນຊາດປະເທດທີສາມທີ່ອາໄສຢູ່ລາວ ?
      6. ຜູ້ຍື່ນຂໍວີຊາເຂົ້າເມືອງຊົ່ວຄາວຕ້ອງເຂົ້າມາສຳພາດທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາທຸກຄົນບໍ?
      7. ຂ້ອຍມີວີຊາເຂົ້າເມືອງຊົ່ວຄາວທີ່ໃກ້ຈະໝົດອາຍຸແລ້ວ ແລະ ຂ້ອຍຢາກຕໍ່ອາຍຸວີຊານີ້. ຂ້ອຍຕ້ອງດໍາເນີນຕາມຂັ້ນຕອນການຍື່ນຂໍວີຊາທັງໝົດຄືນອີກເທື່ອໜຶ່ງບໍ?
      8. ໜັງສືເດີນທາງຂອງຂ້ອຍໝົດອາຍຸແລ້ວ, ແຕ່ວີຊາເຂົ້າສະຫະລັດອາເມລິກາ ຍັງໃຊ້ໄດ້ຢູ່. ຂ້ອຍຕ້ອງຍື່ນຂໍວີຊາໃໝ່ບໍ?
      9. ຂ້ອຍມີສອງສັນຊາດ. ຂ້ອຍຕ້ອງໃຊ້ໜັງສືເດີນທາງຫົວໃດເພື່ອເດີນທາງໄປ ສະຫະລັດອາເມລິກາ?
      10. ຂ້ອຍຈະຕໍ່ອາຍຸວີຊາແນວໃດ?
      11. ຂ້ອຍຕ້ອງຍື່ນໃບຄຳຮ້ອງຂໍວີຊາທາງເອເລັກໂຕຣນິກບໍ?
      12. "ການດຳເນີນການດ້ານການບໍລິຫານ" ແມ່ນຫຍັງ?
      13. ຂ້ອຍຈະອ່ານ ແລະ ເຂົ້າໃຈວີຊາຂອງຂ້ອຍແນວໃດ?
      14. ວີຊາຂອງຂ້ອຍຈະໝົດອາຍຸໃນຂະນະທີ່ຢູ່ ສະຫະລັດອາເມລິກາ. ຈະມີບັນຫາໃດບໍ?
      15. ຈະເກີດຫຍັງຂຶ້ນເວລາຂ້ອຍເດີນທາງເຂົ້າ ສະຫະລັດອາເມລິກາ?
      16. ຂ້ອຍບໍ່ໄດ້ຍື່ນໃບຄຳຮ້ອງ I-94 ເມື່ອຂ້ອຍເດີນທາງອອກຈາກ ສະຫະລັດອາເມລິກາ. ຂ້ອຍຄວນເຮັດແນວໃດ?
      17. ຂ້ອຍມີຄໍາຖາມກ່ຽວກັບການຍື່ນໃບຄຳຮ້ອງ DS-160 ແລະ ການພິມໜ້າຢັ້ງຢືນໃບຄຳຮ້ອງດັ່ງກ່າວ. ຂ້ອຍສາມາດຊອກຫາຂໍ້ມູນເພີ່ມເຕີມໄດ້ຢູ່ບ່ອນໃດ?
      18. ເມື່ອຂຽນໃບຄຳຮ້ອງ ຂ້ອຍຕ້ອງສະເໜີຊື່ທີ່ນຳໃຊ້ສື່ມວນຊົນສັງຄົມຂອງຂ້ອຍຫຼືບໍ່

 

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 1 ໜັງສືເດີນທາງຂອງຂ້ອຍຕ້ອງມີອາຍຸການນໍາໃຊ້ດົນປານໃດຈຶ່ງສາມາດຍື່ນຂໍວີຊາໄດ້?

ທ່ານຕ້ອງມີໜັງສືເດີນທາງໄປ ສະຫະລັດອາເມລິກາ ທີ່ມີອາຍຸການນຳໃຊ້ຫົກເດືອນຫຼັງຈາກໄລຍະເວລາທີ່ທ່ານມີແຜນອາໄສຢູ່ ສະຫະລັດອາເມລິກາ ເວັ້ນເສຍແຕ່ ໄດ້ຮັບຂໍ້ຕົກລົງສະເພາະປະເທດທີ່ໃຫ້ການຍົກເວັ້ນຕໍ່ເງື່ອນໄຂດັ່ງກ່າວ).

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 2 ຂ້ອຍສາມາດເຂົ້າຮ່ວມໂຄງການຍົກເວັ້ນວີຊາໄດ້ບໍ່?

ທ່ານສາມາດຂົ້າຮ່ວມໂຄງການຍົກເວັ້ນວີຊາ ຖ້າທ່ານເປັນພົນລະເມືອງຂອງປະເທດທີ່ເຂົ້າຮ່ວມໂຄງການຍົກເວັ້ນວີຊາ, ມີໜັງສືເດີນທາງທີ່ສາມາດອ່ານໄດ້ດ້ວຍເຄື່ອງຈັກ, ເດີນທາງຍ້ອນວຽກງານທາງທຸລະກິດຊົ່ວຄາວ ຫຼື ໄປຢ້ຽມຢາມພາຍໃນ 90 ວັນ, ປະຕິບັດຕາມເງື່ອນໄຂຂອງໂຄງການອື່ນໆ, ແລະ ໄດ້ຮັບອະນຸຍາດຜ່ານລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA).

ທ່ານຕ້ອງເປັນພົນລະເມືອງຂອງປະເທດທີ່ເຂົ້າຮ່ວມໂຄງການຍົກເວັ້ນວີຊາເພື່ອນໍາໃຊ້ໂຄງການນີ້. ຜູ້ທີ່ອາໄສຖາວອນຂອງປະເທດທີ່ເຂົ້າຮ່ວມໂຄງການຍົກເວັ້ນວີຊາ (VWP) ບໍ່ສາມາດເຂົ້າຮ່ວມ VWP ເວັ້ນເສຍແຕ່ພວກເຂົາເປັນພົນລະເມືອງ ຂອງປະເທດທີ່ເຂົ້າຮ່ວມໂຄງການດັ່ງກ່າວ. ພວກເຮົາແນະນໍາໃຫ້ທ່ານເຂົ້າເບິ່ງທີ່ເວັບໄຊ໌ກ່ຽວກັບໂຄງການຍົກເວັ້ນວີຊາກ່ອນທີ່ທ່ານຈະເດີນທາງໄປ ສະຫະລັດອາເມລິກາ ເພື່ອກວດເບີ່ງວ່າທ່ານສາມາດເຂົ້າຮ່ວມໂຄງການ VWP ໄດ້ ຫຼື ບໍ່.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 3 ຄ່າທໍານຽມຂອງການຂໍອະນຸຍາດຜ່ານ ລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA) ແມ່ນຫຍັງ ແລະ ຜູ້ໃດຕ້ອງຊໍາລະ?

ພາຍໃຕ້ໂຄງການຍົກເວັ້ນວີຊາ, ຜູ້ເດີນທາງເຂົ້າ ສະຫະລັດອາເມລິກາ ທຸກທ່ານຕ້ອງລົງທະບຽນ ESTA. ການລົງທະບຽນ ESTA ມີຄ່າທຳນຽມເປັນມູນຄ່າ 14 ໂດລາສະຫະລັດ. ທ່ານສາມາດຊໍາລະຄ່າທໍານຽມດັ່ງກ່າວທາງອອນໄລ໌ໂດຍໃຊ້ບັດເດບິດ ຫຼື ບັດເຄຣດິດດັ່ງລຸ່ມນີ້: ບັດວີຊາ, ມາດສເຕີກາດ, ອາເມລິກັນ ເອັກສເພຣສ ຫຼື ດິສໂຄເວີ. ບຸກຄົນທີສາມ (ບໍລິສັດທ່ອງທ່ຽວ, ສະມາຊິກຄອບຄົວ, ອື່ນໆ) ສາມາດຊໍາລະຄ່າທໍານຽມແທນທ່ານໄດ້ຖ້າທ່ານບໍ່ມີປະເພດບັດເຄຣດິດທີ່ຖືກຕ້ອງ. ຖ້າການລົງທະບຽນ ESTA ຖືກປະຕິເສດ, ຄ່າທໍານຽມເຫຼືອພຽງແຕ່ 4 ໂດລາສະຫະລັດ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 4 ຈະເກີດຫຍັງຂຶ້ນຖ້າຂ້ອຍເດີນທາງໄປ ສະຫະລັດອາເມລິກາ ໂດຍບໍ່ໄດ້ ESTA?

ຜູ້ເດີນທາງທີ່ເຂົ້າຮ່ວມໂຄງການຍົກເວັ້ນວີຊາທີ່ບໍ່ໄດ້ຮັບອະນຸຍາດຜ່ານ ESTA ຈະຖືກປະຕິເສດບໍ່ໃຫ້ຂຶ້ນເຮືອບິນໂດຍສານໃດໆທີ່ຈະເດີນທາງໄປ ສະຫະລັດອາເມລິກາ. ຖ້າທ່ານໄດ້ຮັບອະນຸຍາດໃຫ້ຂຶ້ນເຮືອບິນ, ທ່ານສາມາດພົບກັບຄວາມຫຼ້າຊ້າ ແລະ ອາດຈະຖືກປະຕິເສດບໍ່ໃຫ້ເຂົ້າເມືອງທີ່ດ່ານຂາເຂົ້າຂອງ ສະຫະລັດອາເມລິກາ (ເຊັ່ນ: ເດີ່ນບິນຂາເຂົ້າ). ການລົງທະບຽນ ESTA ສ່ວນຫຼາຍແມ່ນໃຊ້ເວລາພຽງສອງສາມນາທີກໍສໍາເລັດ, ການຢັ້ງຢືນອະນຸມັດຈະໃຊ້ພຽງສອງສາມວິນາທີ, ແລະ ມີອາຍຸການນຳໃຊ້ເຖິງສອງປີ, ເວັ້ນເສຍແຕ່ໜັງສືເດີນທາງຂອງທ່ານໝົດອາຍຸພາຍໃນສອງປີນັ້ນ. ໃນກໍລະນີດັ່ງກ່າວ, ອາຍຸການນຳໃຊ້ຂອງ ESTA ແມ່ນມີຂອບເວລາຈໍາກັດຕາມອາຍຸຂອງໜັງສືເດີນທາງ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 5. ຂ້ອຍສາມາດຍື່ນຂໍວີຊາເຂົ້າເມືອງຊົ່ວຄາວຢູ່ ລາວໄດ້ບໍ່ ຖ້າຂ້ອຍຖືສັນຊາດປະເທດທີສາມທີ່ອາໄສຢູ່ລາວ?

ຕາມປົກກະຕິແມ່ນແນະນຳໃຫ້ຜູ້ຍືນຂໍວີຊາ ຍື່ນໃນປະເທດສັນຊາດຂອງຕົນ ຫຼື ປະເທດທີ່ອາໃສຢູ່. ຜູ້ໃດທີ່ອາໄສຖືກຕ້ອງຕາມກົດໝາຍຢູ່ລາວແມ່ນສາມາດຍື່ນຂໍວີຊາໄດ້ຢູ່ ລາວ. ເຖິງຢ່າງໃດກໍຕາມ, ຜູ້ຍື່ນຂໍວີຊາບໍ່ຄວນເລືອກບ່ອນຍື່ນຂໍວີຊາໂດຍອີງຕາມຄວາມສະດວກສະບາຍ ຫຼື ເວລາທີ່ໃຊ້ໃນການນັດໝາຍສໍາພາດໃນເມືອງຂອງປະເທດຕົນເທົ່ານັ້ນ. ຂໍ້ໜຶ່ງທີ່ຄວນພິຈາລະນາກ່ຽວກັບບ່ອນຍື່ນວີຊາ, ຍົກຕົວຢ່າງ, ແມ່ນສະຖານກົງສູນໃນເມືອງໃດທີ່ຜູ້ຍື່ນມີຄວາມຜູກມັດແໜ້ນແຟ້ນທີ່ສຸດ.

ບໍ່ສາມາດຮັບປະກັນໄດ້ວ່າຈະມີການອອກວີຊາ ຫຼື ເວລາໃນການດຳເນີນການອອກວີຊາທີ່ແນ່ນອນ. ຖ້າມີການປະຕິເສດການອອກວີຊາ, ຈະບໍ່ມີການສົ່ງຄໍາທໍານຽມຄືນ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 6 ຜູ້ຍື່ນຂໍວີຊາເຂົ້າເມືອງຊົ່ວຄາວຕ້ອງເຂົ້າມາສຳພາດທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາທຸກຄົນບໍ?

ແມ່ນແລ້ວ ສຳລັບຜູ້ຍື່ນຂໍວີຊາສ່ວນໃຫຍ່ແມ່ນມາສຳພາດທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ. ມີຂໍ້ຍົກເວັ້ນບາງຂໍ້ເທົ່ານັ້ນກ່ຽວກັບເງື່ອນໄຂການສໍາພາດ. ຜູ້ຍື່ນຂໍວີຊາຕໍ່ໄປນີ້ ໂດຍທົ່ວໄປແມ່ນບໍ່ຈຳເປັນຕ້ອງເຂົ້າມາສໍາພາດດ້ວຍຕົວເອງ:

  • ຜູ້ຍື່ນຂໍວີຊາປະເພດ A-1, A-2 (ຜູ້ເດີນທາງເປັນທາງການເພື່ອດໍາເນີນວຽກງານທາງລັດຖະການ), C-2, C-3 (ເຈົ້າໜ້າທີ່ລັດຖະບານເດີນທາງຕໍ່ເພື່ອດໍາເນີນວຽກງານທາງລັດຖະການ) ຫຼື G-1, G-2, G-3, G-4 (ເຈົ້າໜ້າທີ່ລັດຖະບານເດີນທາງເພື່ອດຳເນີນວຽກງານທີ່ກ່ຽວຂ້ອງກັບອົງການຈັດຕັ້ງສາກົນ ຫຼື ເປັນພະນັກງານຂອງອົງການຈັດຕັ້ງສາກົນ)
  • ເດັກນ້ອຍອາຍຸຕໍ່າກວ່າ 14 ປີ ຖ້າຜູ້ປົກຄອງຂອງພວກເຂົາມີວີຊາຊົ່ວຄາວທີ່ຖືກຕ້ອງແລ້ວ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 7 ຂ້ອຍມີວີຊາຄົນເຂົ້າເມືອງຊົ່ວຄາວທີ່ໃກ້ຈະໝົດອາຍຸແລ້ວ ແລະ ຂ້ອຍຢາກຕໍ່ອາຍຸວີຊານີ້. ຂ້ອຍຕ້ອງດໍາເນີນຕາມຂັ້ນຕອນການຍື່ນຂໍວີຊາທັງໝົດຄືນອີກເທື່ອໜຶ່ງບໍ?

ການຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວແຕ່ລະຄັ້ງແມ່ນຂັ້ນຕອນທີ່ແຕກຕ່າງກັນ. ທ່ານຕ້ອງຍື່ນຂໍວີຊາຕາມຂັ້ນຕອນທົ່ວໄປ, ເຖິງແມ່ນວ່າທ່ານຈະເຄີຍມີວີຊາມາກ່ອນ ແລະ ເຖິງວ່າວີຊາເຂົ້າເມືອງຊົ່ວຄາວຂອງທ່ານຍັງໃຊ້ໄດ້ຢູ່.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 8 ໜັງສືເດີນທາງຂອງຂ້ອຍໝົດອາຍຸແລ້ວ, ແຕ່ວີຊາເຂົ້າ ສະຫະລັດອາເມລິກາ ຍັງໃຊ້ໄດ້ຢູ່. ຂ້ອຍຕ້ອງຍື່ນຂໍວີຊາໃໝ່ບໍ?

ບໍ່  ຖ້າວີຊາຂອງທ່ານຍັງໃຊ້ໄດ້, ທ່ານຍັງສາມາດໃຊ້ໜັງສືເດີນທາງທັງສອງຫົວ (ຫົວເກົ່າ ແລະ ຫົວໃໝ່) ຕະຫຼອດໄລຍະທີ່ວີຊາຂອງທ່ານຍັງສາມາດໃຊ້ໄດ້, ບໍ່ຈີກຂາດ ແລະ ເປັນປະເພດວີຊາທີ່ຖືກຕ້ອງຕາມຈຸດປະສົງຫຼັກໃນການເດີນທາງຂອງທ່ານ.  (ຕົວຢ່າງ: ວີຊານັກທ່ອງທ່ຽວ, ເມື່ອຈຸດປະສົງຫຼັກໃນການເດີນທາງຂອງທ່ານແມ່ນການທ່ອງທ່ຽວ).  ນອກຈາກນີ້, ຊື່ ແລະ ຂໍ້ມູນສ່ວນຕົວໃນເອກະສານເດີນທາງທັງສອງຫົວຕ້ອງຄືກັນ. ສັນຊາດຂອງທ່ານທີ່ລະບຸໃນໜັງສືເດີນທາງຫົວໃໝ່ນັ້ນ ຕ້ອງຄືກັນກັບໜັງສືເດີນທາງຫົວເກົ່າທີ່ມີວີຊາຢູ່.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 9 ຂ້ອຍມີສອງສັນຊາດ. ຂ້ອຍຕ້ອງໃຊ້ໜັງສືເດີນທາງຫົວໃດເພື່ອເດີນທາງໄປ ສະຫະລັດອາເມລິກາ?

ຖ້າໜຶ່ງໃນສັນຊາດຂອງທ່ານບໍ່ແມ່ນຄົນອາເມລິກາ, ທ່ານສາມາດຍື່ນຂໍວີຊາໂດຍໃຊ້ສັນຊາດໃດກໍໄດ້, ແຕ່ທ່ານຕ້ອງເປີດເຜີຍກ່ຽວກັບທັງສອງສັນຊາດຕໍ່ ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ເວລາທ່ານປະກອບໃບຄຳຮ້ອງຂອງທ່ານ. ສໍາລັບພົນລະເມືອງຂອງ ສະຫະລັດອາເມລິກາ, ເຖິງວ່າຈະມີສອງສັນຊາດກໍຕາມ, ຕ້ອງເດີນທາງເຂົ້າ ແລະ ອອກ ສະຫະລັດອາເມລິກາ ໂດຍນຳໃຊ້ໜັງສືເດີນທາງ ອາເມລິກາ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 10 ຂ້ອຍຈະຕໍ່ອາຍຸວີຊາແນວໃດ?

ທ່ານບໍ່ສາມາດຕໍ່ອາຍຸວີຊາບໍ່ວ່າຈະແມ່ນວີຊາປະເພດໃດກໍຕາມ. ທ່ານຕ້ອງຍື່ນຂໍວີຊາໃໝ່.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 11 ຂ້ອຍຕ້ອງຍື່ນໃບຄຳຮ້ອງຂໍວີຊາທາງເອເລັກໂຕຣນິກບໍ?

ແມ່ນແລ້ວ, ທ່ານຕ້ອງປະກອບໃບຄຳຮ້ອງ DS-160 ແລະ ພິມສຳເນົາ ໜ້າໃບຢັ້ງຢືນໃບຄຳຮ້ອງ DS-160 ໄປນໍາເມື່ອທ່ານເຂົ້າໄປສຳພາດທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 12 "ການດຳເນີນການດ້ານການບໍລິຫານ" ແມ່ນຫຍັງ?

ຜູ້ຍື່ນຄຳຮ້ອງຂໍວີຊາບາງຄົນຈຳເປັນຕ້ອງມີການດຳເນີນການທາງການບໍລິຫານເພີ່ມເຕີມ, ເຊິ່ງຕ້ອງໃຊ້ເວລາເພີ່ມເຕີມຫຼັງຈາກການສຳພາດກັບເຈົ້າໜ້າທີ່ກົງສຸນ. ທ່ານຈະຖືກແນະນຳວ່າຖ້າທ່ານຕ້ອງໄດ້ຜ່ານຂັ້ນຕອນດັ່ງກ່າວ. ນີ້ແມ່ນ ໜ້າເວັບໄຊ໌ ຂອງຫ້ອງການວຽກງານກົງສຸນທີ່ມີຂໍ້ມູນເພີ່ມເຕີມກ່ຽວກັບການດຳເນີນການດ້ານການບໍລິຫານ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 13 ຂ້ອຍຈະອ່ານ ແລະ ເຂົ້າໃຈວີຊາຂອງຂ້ອຍແນວໃດ?

ທັນທີ ທີ່ທ່ານໄດ້ຮັບວີຊາ, ຈົ່ງກວດເບິ່ງວ່າຂໍ້ມູນສ່ວນຕົວຂອງທ່ານທັງໝົດແມ່ນພິມອອກຢ່າງຖືກຕ້ອງແລ້ວບໍ່. ຖ້າມີຂໍ້ມູນອັນໃດໃນວີຊາຂອງທ່ານທີ່ບໍ່ກົງກັບໜັງສືເດີນທາງ ຫຼື ມີຂໍ້ມູນບໍ່ຖືກຕ້ອງ, ກະລຸນາຕິດຕໍ່ເຈົ້າໜ້າທີ່ຜູ້ອອກວີຊາ (ກໍຄື...) ທັນທີ.

ວັນໝົດອາຍຸວີຊາຂອງທ່ານແມ່ນວັນສຸດທ້າຍທີ່ທ່ານສາມາດເດີນທາງເຂົ້າ ສະຫະລັດອາເມລິກາ. ວີຊາຂອງທ່ານບໍ່ໄດ້ລະບຸໄລຍະເວລາທີ່ທ່ານສາມາດຢູ່ ສະຫະລັດອາເມລິກາ. ໄລຍະການພັກເຊົາທີ່ອະນຸຍາດໃຫ້ທ່ານແມ່ນກໍານົດໂດຍ ກະຊວງປ້ອງກັນຄວາມສະຫງົບທີ່ດ່ານຂາເຂົ້າປະເທດ. ທ່ານບໍ່ຄວນພົບພໍ້ກັບບັນຫາໃດໆ ຖ້າທ່ານປະຕິບັດຕາມການຕັດສິນໂດຍ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບເງື່ອນໄຂການພັກເຊົາຂອງທ່ານ.

ຂໍ້ມູນເພີ່ມເຕີມກ່ຽວກັບການຕີຄວາມໝາຍວີຊາຂອງທ່ານແມ່ນສາມາດເບິ່ງໄດ້ໃນເວັບໄຊ໌ຫ້ອງການວຽກງານກົງສຸນ ຂອງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 14 ວີຊາຂອງຂ້ອຍຈະໝົດອາຍຸໃນຂະນະທີ່ຢູ່ ສະຫະລັດອາເມລິກາ. ຈະມີບັນຫາໃດບໍ?

ບໍ່. ທ່ານສາມາດພັກອາໃສຢູ່ ສະຫະລັດອາເມລິກາ ຕະຫຼອດໄລຍະເວລາ ແລະ ຕາມ ເງື່ອນໄຂທີ່ໄດ້ຮັບອະນຸຍາດໂດຍເຈົ້າໜ້າທີ່ຂອງ ກະຊວງປ້ອງກັນຄວາມສະຫງົບ ໃນເວລາທີ່ທ່ານເດີນທາງມາຮອດ ສະຫະລັດອາເມລິກາ, ຊຶ່ງຈະຖືກບັນທຶກໄວ້ໃນໃບຄຳຮ້ອງ I-94, ເຖິງແມ່ນວ່າວີຊາຂອງທ່ານຈະໝົດອາຍຸໃນຂະນະທີ່ທ່ານ ຢູ່ພາຍໃນປະເທດນີ້ກໍຕາມ. ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມໃນເວັບໃຊ໌ນີ້.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 15 ຈະເກີດຫຍັງຂຶ້ນເວລາຂ້ອຍເດີນທາງເຂົ້າ ສະຫະລັດອາເມລິກາ?

ສາຍການບິນຂອງທ່ານຄວນໃຫ້ໃບຄຳຮ້ອງແຈ້ງພາສີ 6059B ເປົ່າ. ຄອບຄົວທີ່ເດີນທາງນຳກັນຈະໄດ້ຮັບໃບຄຳຮ້ອງແຈ້ງພາສີພຽງສະບັບດຽວ.

ການມີວີຊາບໍ່ໄດ້ຮັບປະກັນການເດີນທາງເຂົ້າ ສະຫະລັດອາເມລິກາ, ແຕ່ອະນຸຍາດໃຫ້ພົນລະເມືອງຕ່າງປະເທດເດີນທາງໄປຍັງດ່ານກວດຄົນເຂົ້າເມືອງຂອງ ສະຫະລັດອາເມລິກາ ແລະ ຈຶ່ງຂໍອະນຸຍາດເຂົ້າປະເທດ. ກະຊວງປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ພາສີ ແລະ ປ້ອງກັນຊາຍແດນ (CPB) ມີສິດໃນການອະນຸຍາດ ຫຼື ປະຕິເສດການເຂົ້າ ສະຫະລັດອາເມລິກາ ແລະ ກໍານົດໄລຍະເວລາການພັກເຊົາຂອງຜູ້ເດີນທາງ. ຢູ່ດ່ານກວດຄົນເຂົ້າເມືອງ, ພາຍຫຼັງທີ່ໃຫ້ອະນຸຍາດເຂົ້າ ສະຫະລັດອາເມລິກາ ແລ້ວ, ເຈົ້າໜ້າທີ່ພາສີ ແລະ ປ້ອງກັນຊາຍແດນ ຈະກໍານົດໄລຍະເວລາທີ່ອະນຸຍາດໃຫ້ທ່ານພັກເຊົາຢູ່ປະເທດໄດ້. ໃນເມື່ອກ່ອນ, ນັກເດີນທາງໄດ້ຮັບໃບຄຳຮ້ອງ I-94 (ບັນທຶກການເຂົ້າເມືອງ) ທີ່ລະບຸຂໍ້ມູນດັ່ງກ່າວ. ຂັ້ນຕອນນນີ້ຖືກຫັນເປັນອັດຕະໂນມັດແລ້ວ, ໂດຍມີຂໍ້ຍົກເວັ້ນຈຳນວນໜຶ່ງ. ເອກະສານເດີນທາງຂອງຜູ້ເດີນທາງຈະຖືກຈໍ້າກາອະນຸຍາດເຂົ້າປະເທດຊຶ່ງສະແດງວັນທີ່ເດີນທາງເຂົ້າປະເທດ, ປະເພດການອະນຸຍາດເຂົ້າປະເທດ, ແລະ ໄລຍະເວລາທີ່ອະນຸຍາດໃຫ້ຢູ່ພາຍໃນປະເທດ. ທ່ານສາມາດອ່ານຂໍ້ມູນເພີ່ມເຕິມໃນ ເວັບໄຊ໌ຂອງ CBP. ຖ້າຜູ້ເດີນທາງຕ້ອງການສຳເນົາໃບຄຳຮ້ອງ I-94 ເພື່ອຢັ້ງຢືນການລົງທະບຽນເປັນຊາວຕ່າງດ້າວ, ສະຖານະການອະນຸຍາດເຂົ້າເມືອງຊົ່ວຄາວ ຫຼື ການອະນຸຍາດໃຫ້ເຮັດວຽກ ແມ່ນສາມາດເອົາໄດ້ໃນເວັບໄຊ໌ www.cbp.gov/I94. ທ່ານສາມາດອ່ານຂໍ້ມູນກ່ຽວກັບການອະນຸຍາດເຂົ້າປະເທດໃນເວັບໄຊ໌ ຂອງ CBP.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 16 ຂ້ອຍບໍ່ໄດ້ຍື່ນໃບຄຳຮ້ອງ I-94 ເມື່ອຂ້ອຍເດີນທາງອອກຈາກ ສະຫະລັດອາເມລິກາ. ຂ້ອຍຄວນເຮັດແນວໃດ?

ກ່ອນໜ້ານີ້, ຜູ້ເດີນທາງຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ເຂົ້າປະເທດໂດຍ CBP ໄດ້ຮັບໃບຄຳຮ້ອງ I-94 (ບັນທຶກຂາເຂົ້າ/ຂາອອກ). ຂັ້ນຕອນນນີ້ຖືກຫັນເປັນອັດຕະໂນມັດແລ້ວ, ໂດຍມີຂໍ້ຍົກເວັ້ນຈຳນວນໜຶ່ງ.   ຖ້າທ່ານໄດ້ຮັບໃບຄຳຮ້ອງ I-94 ຫຼື I-94W ແລະ ບໍ່ໄດ້ສົ່ງໃບຄຳຮ້ອງບັນທຶກຂາເຂົ້າ/ຂາອອກ I-94 ໃຫ້ແກ່ສາຍການບິນພານິດ ຫຼື CBP ເມື່ອທ່ານເດີນທາງອອກຈາກ ສະຫະລັດອາເມລິກາ, ທ່ານສາມາດອ່ານກ່ຽວກັບຄຳແນະນຳເພີ່ມເຕີມໄດ້ໃນ ເວັບໄຊ໌ຂອງ CBP . ບໍ່ຕ້ອງສົ່ງໃບຄຳຮ້ອງ I-94 ຫຼື I-94W ໃຫ້ກັບສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ.

ຖ້າເອກະສານເດີນທາງຂອງທ່ານໄດ້ຖືກຈໍ້າກາອະນຸຍາດເຂົ້າປະເທດແທນໃບຄຳຮ້ອງ I-94 ເມື່ອໄດ້ຮັບອະນຸຍາດເຂົ້າເມືອງ, ໃບຄຳຮ້ອງ I-94 ແມ່ນໄດ້ບັນທຶກທາງເອເລັກໂຕຣນິກແລ້ວ ແລະ ທ່ານກໍບໍ່ໄດ້ຮັບສຳເນົາໃບຄຳຮ້ອງດັ່ງກ່າວ. CBP ຈະບັນທຶກການເດີນທາງອອກ ສະຫະລັດອາເມລິກາ ຂອງທ່ານ ທາງເອເລັກໂຕຣນິກ. ທ່ານສາມາດອ່ານຂໍ້ມູນເພີ່ມເຕິມໃນ ເວັບໄຊ໌ຂອງ CBP.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 17 ຂ້ອຍມີຄໍາຖາມກ່ຽວກັບການຍື່ນໃບຄຳຮ້ອງ DS-160 ແລະ ການພິມໜ້າຢັ້ງຢືນໃບຄຳຮ້ອງດັ່ງກ່າວ. ຂ້ອຍສາມາດຊອກຫາຂໍ້ມູນເພີ່ມເຕີມໄດ້ຢູ່ບ່ອນໃດ?

ສູນບໍລິການລູກຄ້າຂອງພວກເຮົາບໍ່ສາມາດຊ່ວຍທ່ານກ່ຽວກັບໃບຄຳຮ້ອງຂອງທ່ານ. ຄໍາຖາມກ່ຽວກັບການປະກອບໃບຄຳຮ້ອງ DS-160 ແມ່ນສາມາດຫາຄຳຕອບໄດ້ໃນເວັບໄຊ໌ຕໍ່ໄປນີ້.website

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 18ເມື່ອຂຽນໃບຄຳຮ້ອງ DS-160 ຂ້ອຍຕ້ອງສະເໜີຊື່ທີ່ນຳໃຊ້ສື່ມວນຊົນສັງຄົມຂອງຂ້ອຍຫຼືບໍ່?

ໃນວັນທີ 31 ພຶດສະພາ 2019, ກະຊວງການຕ່າງປະເທດສະຫະລັດໄດ້ຮຽກຮ້ອງໃຫ້ເພີ່ມທັງໝົດ ຂໍ້ມູນກ່ຽວກັບສື່ມວນຊົນສັງຄົມ ເຂົ້າໃນແບບຟອມໃບຄຳຮ້ອງຍື່ນຂໍວີຊາເຂົ້າເມືອງຊົ່ວຄາວ ກັບ ແບບຟອມໃບຄຳຮ້ອງຍື່ນຂໍວີຊາເຂົ້າເມືອງຖາວອນ. ຂໍ້ມູນນີ້ ນຳໃຊ້ສຳລັບລູກຄ້າທຸກຄົນ ທີ່ຍື່ນຂໍວີຊາສະຫະລັດອາເມລິກາ ທີ່ທຸກປະເທດທົ່ວໂລກ. ເພື່ອຮູ້ຂໍ້ມູນລະອຽດ, ກະລຸນາກົດທີ່ນີ້.

ກັບຄືນສູ່ດ້ານເທິງ

ຄໍາຖາມທີ່ຖາມເປັນປະຈຳ - ກ່ຽວກັບການປະຕິເສດການອອກວີຊາ

  1. ພາກ 214(b) ແມ່ນຫຍັງ?
  2. ຜູ້ຍື່ນຂໍວີຊາຈະພິສູດວ່າມີ "ຄວາມຜູກມັດຢ່າງແໜ້ນແຟ້ນແນວໃດ?
  3. ການປະຕິເສດທີ່ກຳນົດໃນພາກ 214(b) ຖາວອນບໍ?
  4. ຜູ້ໃດສາມາດປ່ຽນແປງການຕັດສິນໃຈຂອງເຈົ້າໜ້າທີ່ກົງສຸນໄດ້?

ສະຫະລັດອາເມລິກາ ເປັນສັງຄົມເປີດ. ຕ່າງຈາກຫຼາຍໆປະເທດ, ສະຫະລັດອາເມລິກາ ບໍ່ໄດ້ການຳນົດການຄວບຄຸມພາຍໃນຕໍ່ກັບນັກທ່ອງທ່ຽວສ່ວນໃຫຍ່ເຊັ່ນ ການກຳນົດໃຫ້ໄປລົງທະບຽນກັບເຈົ້າໜ້າທີ່ທ້ອງຖິ່ນ. ກົດໝາຍວ່າດ້ວຍການເຂົ້າເມືອງ ຂອງພວກເຮົາຮຽກຮ້ອງໃຫ້ເຈົ້າໜ້າທີ່ກົງສຸນ ຖືຜູ້ຍື່ນຂໍວີຊາທຸກຄົນປະສົງເດີນທາງເຂົ້າເມືອງຖາວອນຈົນກວ່າຜູ້ຍື່ນຂໍວີຊາພິສູດວ່າບໍ່ແມ່ນແນວນັ້ນ. ເພື່ອໃຫ້ການເດີນທາງໄປ ສະຫະລັດອາເມລິກາ ຂອງທ່ານບໍ່ພົບພໍ້ກັບຄວາມຫຍຸ້ງຍາກ, ທ່ານມີຄວາມຮັບຜິດຊອບ ພິສູດວ່າທ່ານຈະກັບປະເທດຂອງທ່ານກ່ອນທີ່ມີການອອກ ວີຊາຢ້ຽມຢາມ ຫຼື ວີຊານັກສຶກສາ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 1 ພາກ 214(b) ແມ່ນຫຍັງ?

ພາກ 214 (b) ແມ່ນສ່ວນໜຶ່ງຂອງ ກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ສັນຊາດ (INA). ກົດໝາຍດັ່ງກ່າວລະບຸວ່າ:

(b) ຊາວຕ່າງດ້າວທຸກຄົນ (ຍົກເວັ້ນຜູ້ເຂົ້າເມືອງຊົ່ວຄາວ ທີ່ໄດ້ລະບຸໃນວັກ (L) ຫຼື ວັກ (V) ຂອງພາກ 101(a)(15) ແລະ ຜູ້ເຂົ້າເມືອງຊົ່ວຄາວໃນບົດບັນຍັດຂອງພາກ 101(a)(15)(H)(i) ຍົກເວັ້ນວັກຍ່ອຍ (b1) ຂອງພາກດັ່ງກ່າວ) ຈະຖືວ່າເປັນຜູ້ເຂົ້າເມືອງຖາວອນຈົນກວ່າຜູ້ກ່ຽວສາມາດພິສູດຕໍ່ ເຈົ້າໜ້າທີ່ກົງສຸນໃຫ້ເຫັນດີ ໃນເວລາຍື່ນໃບຄຳຮ້ອງຂໍວີຊາ ແລະ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໃນເວລາຂໍເຂົ້າເມືອງ, ວ່າ ຕົນເໝາະສົມທີ່ຈະໄດ້ຮັບສະຖານະຄົນເຂົ້າເມືອງຊົ່ວຄາວ ພາຍໃຕ້ວັກ 101(a)(15). ຄົນຕ່າງດ້າວຜູ້ທີ່ເປັນເຈົ້າໜ້າທີ່ ຫຼື ພະນັກງານຂອງລັດຖະບານຕ່າງປະເທດ ຫຼື ຂອງອົງການຈັດຕັ້ງສາກົນໃດໜຶ່ງ ຈະມີສິດ, ຮັບຂໍ້ຍົກເວັ້ນ ແລະ ການຄຸ້ມກັນ ພາຍໃຕ້ ກົດໝາຍວ່າດ້ວຍການຄຸ້ມກັນອົງການຈັດຕັ້ງສາກົນ ຫຼື ຄົນຕ່າງດ້າວຜູ້ທີ່ເປັນຜູ້ຕິດຕາມ, ຜູ້ຮັບໃຊ້, ພະນັກງານ, ຫຼື ສະມາຊິກໃກ້ຊິດພາຍໃນຄອບຄົວຂອງຄົນຕ່າງດ້າວນັ້ນ ຈະບໍ່ມີສິດຍື່ນຂໍ ຫຼື ໄດ້ຮັບວີຊາເຂົ້າເມືອງຊົ່ວຄາວ ຫຼື ເຂົ້າ ສະຫະລັດອາເມລິກາ ໃນຖານະເປັນຜູ້ເຂົ້າເມືອງຈົນກວ່າຜູ້ກ່ຽວຈະມີໜັງສືຍົກເວັ້ນວີຊາເປັນລາຍລັກອັກສອນໃນຮູບແບບ ແລະ ເນື້ອໃນ ຕາມທີ່ກຳນົດໃນພາກ 247(b).

ເຈົ້າໜ້າທີ່ກົງສຸນ ມີວຽກທີ່ຫຍຸ້ງຍາກ. ພວກເຂົາຕ້ອງຕັດສິນໃຈໃນເວລາອັນສັ້ນ ວ່າບຸກຄົນໃດທີ່ມີເງື່ອນໄຂເໝາະສົມໄດ້ຮັບວີຊາເຂົ້າເມືອງຊົ່ວຄາວ. ກໍລະນີສ່ວນໃຫຍ່ແມ່ນຖືກຕັດສິນພາຍຫຼັງການສໍາພາດສັ້ນໆ ແລະ ການທົບທວນຫຼັກຖານກ່ຽວກັບຄວາມຜູກມັດຕ່າງໆ ທີ່ສະເໜີໂດຍຜູ້ຍື່ນຂໍວີຊາ. ເພື່ອມີເງື່ອນໄຂໄດ້ຮັບວີຊານັກທ່ອງທ່ຽວ ຫຼື ນັກສຶກສາ, ຜູ້ຍື່ນຂໍວີຊາຕ້ອງມີເງື່ອນໄຂຕາມພາກ 101(a)(15)(B) ຫຼື (F) ພາຍໃຕ້ ກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ສັນຊາດ ຕາມລໍາດັບ. ຜູ້ທີ່ບໍ່ປະຕິບັດຕາມຂັ້ນຕອນດັ່ງກ່າວຈະຖືກປະຕິເສດການອອກວີຊາ ພາຍໃຕ້ ພາກທີ 214(b) ຂອງ ກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ສັນຊາດ. ພື້ນຖານຂອງການປະຕິເສດນັ້ນສ່ວນໃຫຍ່ແມ່ນກ່ຽວກັບ ເງື່ອນໄຂວ່າ ຜູ້ເດີນທາງ ຫຼື ນັກສຶກສາທີ່ມີທີ່ຢູ່ອາໃສຢູ່ຕ່າງປະເທດບໍ່ປະສົງຈະປ່ອຍປະ. ຜູ້ຍື່ນຂໍວີຊາພິສູດຂໍ້ຜູກມັດດັ່ງກ່າວ ໂດຍສະແດງໃຫ້ເຫັນວ່າຕົນມີຂໍ້ຜູກມັດຢູ່ຕ່າງປະເທດຊຶ່ງຈະດຶງດູດໃຫ້ຕົນອອກຈາກ ສະຫະລັດອາເມລິກາ ພາຍຫຼັງພັກເຊົາຊົ່ວຄາວສິ້ນສຸດລົງ. ກົດໝາຍໄດ້ມອບບົດບາດໜັກໄປທາງຜູ້ຍື່ນຂໍວີຊາ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 2 ຜູ້ຍື່ນຂໍວີຊາຈະພິສູດວ່າມີ "ຄວາມຜູກມັດຢ່າງແໜ້ນແຟ້ນ" ແນວໃດ?

ຄວາມຜູກມັດສະແດງອອກໃນທາງຕ່າງໆທີ່ ຜູກມັດທ່ານ ກັບ ປະເທດບ້ານເກີດຂອງທ່ານ. ຄວາມຜູກມັດຢ່າງແໜ້ນແຟ້ນແມ່ນແຕກຕ່າງກັນໄປ ຢູ່ແຕ່ລະປະເທດ, ເມືອງ ແລະ ບຸກຄົນ, ແຕ່ຕົວຢ່າງລວມມີ:

  • ອາຊີບຂອງທ່ານ;
  • ບ້ານເກີດຂອງທ່ານ; ແລະ/ຫຼື
  • ຄວາມສໍາພັນຂອງທ່ານກັບຄອບຄົວ ແລະ ໝູ່ເພື່ອນ.

ໃນຂະນະທີ່ສໍາພາດ, ເຈົ້າໜ້າທີ່ກົງສຸນຈະເບິ່ງໃບຄຳຮ້ອງຂອງແຕ່ລະ ຄົນ ແລະ ພິຈາລະນາ ສະພາບການ, ແຜນການເດີນທາງ, ທຶນຮອນ, ແລະ ຄວາມສໍາພັນຢູ່ນອກ ສະຫະລັດອາເມລິກາ ຂອງຜູ້ຍື່ນຂໍວີຊາ ເພື່ອຮັບປະກັນວ່າຜູ້ກ່ຽວຈະອອກຈາກປະເທດພາຍຫຼັງການຢ້ຽມຢາມຊົ່ວຄາວ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 3 ການປະຕິເສດທີ່ກຳນົດໃນພາກ 214(b) ຖາວອນບໍ?

ບໍ່. ການປະຕິເສດ ຫຼື ການບໍ່ມີເງື່ອນໄຂຄົບຖ້ວນໃນການຮັບວີຊາ ພາຍໃຕ້ພາກ 214(b) ແມ່ນສະເພາະການຍືນຂໍວິຊາໃດໜຶ່ງ. ດັ່ງນັ້ນເມື່ອກໍລະນີດັ່ງກ່າວຖືກປິດ, ພະແນກກົງສຸນບໍ່ສາມາດດໍາເນີນການຕໍ່ໄດ້. ບໍ່ມີຂັ້ນຕອນການອຸທອນ.  ທ່ານສາມາດຍື່ນຂໍວີຊາຄືນໃໝ່ໄດ້ ຖ້າທ່ານຮູ້ສຶກວ່າມີຂໍ້ມູນເພິ່ມເຕີມທີ່ຄວນຖືກພິຈາລະນາໃນການຕັດສິນກ່ຽວກັບການອອກວີຊາ ຫຼື ສະພາບການຂອງທ່ານໄດ້ມີການປ່ຽນແປງຢ່າງໃຫຍ່ຫຼວງນັບແຕ່ຄັ້ງຫຼ້າສຸດທີ່ທ່ານໄດ້ຍື່ນຂໍວີຊາ. ເພື່ອຍື່ນຂໍວີຊາຄືນໃໝ່, ທ່ານຕ້ອງປະກອບໃບຄຳຮ້ອງໃໝ່, ຊໍາລະຄ່າທໍານຽມຍື່ນຂໍວີຊາ ແລະ ກຳນົດນັດສໍາພາດໃໝ່. ຖ້າທ່ານມີແຜນການຍື່ນຂໍວີຊາຄືນໃໝ່, ທ່ານສາມາດອ່ານຂໍ້ມູນກ່ຽວກັບຂັ້ນຕອນການຍື່ນຂໍວີຊາຄືນໃໝ່ໄດ້ໃນ ເວັບໄຊ໌ຂອງສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ 

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 4 ຜູ້ໃດສາມາດປ່ຽນແປງການຕັດສິນໃຈຂອງເຈົ້າໜ້າທີ່ກົງສຸນໄດ້?

ກົດໝາຍວ່າດ້ວຍຄົນເຂົ້າເມືອງຂອງ ສະຫະລັດອາເມລິກາ ມອບຄວາມຮັບຜິດຊອບໃນການອອກ ຫຼື ການປະຕິເສດວີຊາໃຫ້ແກ່ເຈົ້າໜ້າທີ່ກົງສຸນທີ່ຢູ່ຕ່າງປະເທດ. ພວກເຂົາມີສິດຕັດສິນຂັ້ນສຸດທ້າຍ ກ່ຽວກັບວີຊາທຸກໆກໍລະນີ. ຕາມລະບຽບການແລ້ວ, ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ມີອໍານາດທີ່ຈະກວດກາຄືນການຕັດສິນໃຈຂອງກົງສຸນ, ແຕ່ວ່າອໍານາດດັ່ງກ່າວແມ່ນຈຳກັດທີ່ການຕີຄວາມໝາຍຂອງກົດໝາຍເທົ່ານັ້ນ ບໍ່ແມ່ນການຕີຄວາມໝາຍຂໍ້ມູນຕົວຈິງຕ່າງໆ. ຄໍາຖາມກ່ຽວກັບການປະຕິເສດວີຊານັ້ນ, ເຊັ່ນຄຳຖາມກ່ຽວກັບບ່ອນຢູ່ອາໃສຢູ່ຕ່າງປະເທດຂອງຜູ້ຍື່ນຂໍວີຊາ, ແມ່ນຄຳຖາມຊຶ່ງຮຽກຮ້ອງຂໍ້ມູນຕົວຈິງ. ດັ່ງນັ້ນ, ການຕັດສິນໃຈກ່ຽວກັບຂໍ້ມູນດັ່ງກ່າວຕົກຢູ່ໃນອຳນາດພຽງຜູ້ດຽວຂອງເຈົ້າໜ້າທີ່ກົງສຸນຢູ່ໜ່ວຍງານບໍລິການຕ່າງປະເທດ. ຜູ້ຍື່ນໃບຄໍາຮ້ອງສາມາດປ່ຽນແປງການຕັດສິນໃຈຂອງກົງສຸນກ່ຽວກັບການປະຕິເສດວີຊາດ້ວຍການສະເໜີຫຼັກຖານໃໝ່ທີ່ໜ້າເຊື່ອ ແລະ ສະແດງຄວາມຜູກມັດຕ່າງໆ.

ສໍາລັບຂໍ້ມູນກ່ຽວກັບຄວາມບໍ່ເໝາະສົມໃນການຮັບວີຊາ ທີ່ນອກເໜືອຈາກຂໍ້ມູນທີ່ກຳນົດໃນຂໍ້ 214(b), ກະລຸນາເຂົ້າເບິ່ງເວັບໄຊ໌໌ຂອງຫ້ອງການວຽກງານກົງສຸນ, ຂອງກະຊວງການຕ່າງປະເທດ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ່ຖາມເປັນປະຈຳ - ວີຊານັກທຸລະກິດ/ນັກທ່ອງທ່ຽວ

  1. ຂ້ອຍສາມາດຢູ່ ສະຫະລັດອາເມລິກາ ດົນປານໃດ ຖ້າຂ້ອຍຖືວີຊາທ່ອງທ່ຽວ ຫຼື ວີຊາທຸລະກິດ?
  2. ວີຊາຢ້ຽມຢາມ (ປະເພດ B-1/B-2) ຂອງຂ້ອຍໝົດອາຍຸຫຼັງຈາກວັນທີ່ຂ້ອຍຈະເດີນທາງມາຮອດ ສະຫະລັດອາເມລິກາ. ຂ້ອຍຕ້ອງຍື່ນຂໍວີຊາໃໝ່ບໍ່ກ່ອນອອກເດີນທາງ?
  3. ວີຊາຂ້ອຍຈະໝົດອາຍຸພາຍໃນອີກ 6 ເດືອນຕໍ່ໜ້າ. ຂ້ອຍຈໍາເປັນຕ້ອງຍື່ນຂໍວີຊາໃໝ່ຫຼັງຈາກວີຊາປະຈຸບັນຂ້ອຍໝົດອາຍຸບໍ່ ຫຼື ວ່າ ຂ້ອຍສາມາດຍື່ນລ່ວງໜ້າໄດ້?
  4. ຂ້າພະເຈົ້າໄດ້ປ່ຽນຊື່. ດັ່ງນັ້ນວິຊາສະຫະລັດອາເມລິກາທີ່ໃຊ້ຊື່ເກົ່າຂອງຂ້າພະເຈົ້າຈະນຳໃຊ້ໄດ້ບໍ່?
  5. ວີຊາປະຈຸບັນຂອງຂ້ອຍໄດ້ອອກໃຫ້ຕອນທີ່ຂ້ອຍເຮັດວຽກຢູ່ບ່ອນເກົ່າ. ປະຈຸບັນຂ້ອຍໄດ້ປ່ຽນໄປເຮັດວຽກກັບບໍລິສັດໃໝ່ ແລະ ນາຍຈ້າງໃໝ່ຕ້ອງການໃຫ້ຂ້ອຍໄປເຂົ້າຮ່ວມກອງປະຊຸມຢູ່ ສະຫະລັດອາເມລິກາ ໃນເດືອນໜ້າ. ຂ້ອຍໃຊ້ວີຊາເກົ່າໄດ້ບໍ່ ຫຼື ຂ້ອຍຕ້ອງໄດ້ຍື່ນຂໍວີຊາໃໝ່?
  6. ລູກຂ້ອຍກໍາລັງສຶກສາຢູ່ ສະຫະລັດອາເມລິກາ. ຂ້ອຍໄປຢູ່ນຳລູກໄດ້ບໍ່?

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 1 ຂ້ອຍສາມາດຢູ່ ສະຫະລັດອາເມລິກາດົນປານໃດ ຖ້າຂ້ອຍຖືວີຊາທ່ອງທ່ຽວ ຫຼື ວີຊາທຸລະກິດ?

ວີຊາເຂົ້າເມືອງຊົ່ວຄາວຂອງ ສະຫະລັດອາເມລິກາ ອະນຸຍາດໃຫ້ທ່ານເດີນທາງຜ່ານໄປເຖິງດ່ານຂາເຂົ້າຕ່າງໆ (ສະໜາມບິນ/ທ່າເຮືອ) ໃນ ສະຫະລັດອາເມລິກາ. ເມື່ອທ່ານມາເຖິງດ່ານເຂົ້າປາຍທາງແລ້ວ, ເຈົ້າໜ້າທີ່ພາສີ ແລະ ປ້ອງກັນຊາຍແດນ ສະຫະລັດອາເມລິກາ ຜູ້ດໍາເນີນການເຂົ້າເມືອງຂອງທ່ານ ຈະເປັນຜູ້ກໍານົດໄລຍະເວລາທີ່ທ່ານສາມາດຢູ່ໃນປະເທດໄດ້. ທ່ານສາມາດເດີນທາງໄປດ່ານຂາເຂົ້າຕ່າງໆໄດ້ຕະຫຼອດໄລຍະທີ່ວີຊາເຂົ້າເມືອງຊົ່ວຄາວຂອງທ່ານຍັງໃຊ້ໄດ້່ ຈົນເຖິງ ແລະ ລວມທັງມື້ສຸດທ້າຍທີ່ວີຊາຂອງທ່ານໝົດກຳນົດ. ອາຍຸການນຳໃຊ້ຂອງວີຊາທ່ານ ຈະບໍ່ກໍານົດໄລຍະເວລາທີ່ທ່ານສາມາດຢູ່ ສະຫະລັດອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍໄດ້; ມີພຽງແຕ່ເຈົ້າໜ້າທີ່ພາສີ ແລະ ປ້ອງກັນຊາຍແດນທີ່ສາມາດຕັດສິນ ໃນເວລາທີ່ທ່ານມາເຖິງ ສະຫະລັດອາເມລິກາ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 2 ວີຊາຢ້ຽມຢາມ (ປະເພດ B-1/B-2) ຂອງຂ້ອຍໝົດອາຍຸຫຼັງຈາກວັນທີ່ຂ້ອຍຈະເດີນທາງມາຮອດ ສະຫະລັດອາເມລິກາ. ຂ້ອຍຕ້ອງຍື່ນຂໍວີຊາໃໝ່ບໍ່ກ່ອນອອກເດີນທາງ?

ທ່ານສາມາດເຂົ້າ ສະຫະລັດອາເມລິກາ ຈົນຮອດມື້ສຸດທ້າຍຂອງອາຍຸການນຳໃຊ້ທີ່ໄດ້ລະບຸໃນວີຊາຂອງທ່ານ. ເຈົ້າໜ້າທີ່ພາສີ ແລະ ປ້ອງກັນຊາຍແດນ ເປັນຜູ້ກຳນົດໄລຍະເວລາທີ່ທ່ານສາມາດຢູ່ ສະຫະລັດອາເມລິກາ ໃນເວລາທີ່ທ່ານມາຮອດປະເທດ. ທ່ານສາມາດຢູ່ ສະຫະລັດອາເມລິກາ ໃນຂະນະທີ່ວີຊາທ່ານໝົດອາຍຸກໍໄດ້ - ແຕ່ທ່ານຕ້ອງແນ່ໃຈວ່າທ່ານບໍ່ຢູ່ດົນເກີນເວລາທີ່ເຈົ້າໜ້າທີ່ໄດ້ອະນຸຍຍາດໃຫ້.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 3 ວີຊາຂ້ອຍຈະໝົດອາຍຸພາຍໃນ 6 ເດືອນຕໍ່ໜ້າ. ຂ້ອຍຈໍາເປັນຕ້ອງຍື່ນຂໍວີຊາໃໝ່ຫຼັງຈາກວີຊາປະຈຸບັນຂ້ອຍໝົດອາຍຸບໍ່ ຫຼື ວ່າ ຂ້ອຍສາມາດຍື່ນລ່ວງໜ້າໄດ້?

ທ່ານບໍ່ຕ້ອງຖ້າໃຫ້ວີຊາປະຈຸບັນຂອງທ່ານໝົດກຳນົດ. ທ່ານສາມາດຍື່ນຂໍວີຊາໃໝ່ໄດ້ເຖິງວ່າວີຊາປະຈຸບັນຂອງທ່ານຍັງໃຊ້ໄດ້ຢູ່.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 4 ຂ້າພະເຈົ້າໄດ້ປ່ຽນຊື່. ດັ່ງນັ້ນວິຊາສະຫະລັດອາເມລິກາທີ່ໃຊ້ຊື່ເກົ່າຂອງຂ້າພະເຈົ້າຈະນຳໃຊ້ໄດ້ບໍ່?

ຖ້າຊື່ຂອງຜູ້ສະໝັກວີຊາໄດ້ມີການປ່ຽນແປງໂດຍຜ່ານການແຕ່ງງານ, ຮ້າງ ຫຼື ການຕັດສິນຂອງສານກ່ຽວກັບການປ່ຽນຊື່,​ ຜູ້ສະໝັກຍື່ນຂໍວີຊາຈໍາເປັນຕ້ອງຂໍໜັງສື່ເດີນທາງຫົວໃໝ່. ຫຼັງຈາກໄດ້ຮັບໜັງສື່ເດີນທາງຫົວໃໝ່ແລ້ວ,​ ກະຊວງການຕ່າງປະເທດສະຫະລັດອາເມລິກາຈະແນະນໍາໃຫ້ຜູ້ສະໝັກວີຊາຍື່ນໃບຄໍາຮ້ອງຂໍວີຊາໃໝ່, ເພືອຈະຊ່ວຍໃຫ້ຜູ້ສະໝັກວີຊາເດີນທາງໄປ ແລະ ກັບຈາກປະເທດສະຫະລັດອາເມລິກາໄດ້ງ່າຍກ່ວາ”.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 5 ວີຊາປະຈຸບັນຂອງຂ້ອຍໄດ້ອອກໃຫ້ຕອນທີ່ຂ້ອຍເຮັດວຽກຢູ່ບ່ອນເກົ່າ. ປະຈຸບັນຂ້ອຍໄດ້ປ່ຽນໄປເຮັດວຽກກັບບໍລິສັດໃໝ່ ແລະ ນາຍຈ້າງໃໝ່ຕ້ອງການໃຫ້ຂ້ອຍໄປເຂົ້າຮ່ວມກອງປະຊຸມຢູ່ ສະຫະລັດອາເມລິກາ ໃນເດືອນໜ້າ. ຂ້ອຍໃຊ້ວີຊາເກົ່າໄດ້ບໍ່ ຫຼື ຂ້ອຍຕ້ອງໄດ້ຍື່ນຂໍວີຊາໃໝ່?

ທ່ານສາມາດເດີນທາງເຂົ້າ ສະຫະລັດອາເມລິກາໂດຍໃຊ້ວີຊາເກົ່າໄດ້ ຕາບໃດທີ່ວີຊາຂອງທ່ານແມ່ນເພື່ອທຸລະກິດ ຫຼື ການພັກຜ່ອນ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 6 ລູກຂ້ອຍກໍາລັງສຶກສາຢູ່ ສະຫະລັດອາເມລິກາ. ຂ້ອຍໄປຢູ່ນຳລູກໄດ້ບໍ່?

ໃນຂະນະທີ່ທ່ານສາມາດໃຊ້ວີຊາປະເພດ B-1/B-2 (ຫຼື ເດີນທາງພາຍໃຕ້ໂຄງການຍົກເວັ້ນວີຊາ, ຖ້າທ່ານເໝາະສົມຕາມເງື່ອນໄຂ) ເພື່ອໄປຢ້ຽມຢາມລູກ, ແຕ່ທ່ານບໍ່ສາມາດຢູ່ນຳລູກໄດ້ ເວັ້ນເສຍແຕ່ ທ່ານມີວີຊາເຂົ້າເມືອງໄລຍະສັ້ນ, ວີຊາເຮັດວຽກ, ຫຼື ວີຊານັກຮຽນຂອງທ່ານເອງ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ່ຖາມເປັນປະຈຳ - ວີຊາເຮັດວຽກ

  1. ຄໍາຮ້ອງຄ້ຳປະກັນແມ່ນຫຍັງ?
  2. ຂ້ອຍສາມາດຍື່ນຂໍວີຊາເພື່ອໄປເຮັດວຽກເສີມໄດ້ບໍ່?
  3. ການຢື່ນຂໍວີຊາເຮັດວຽກຊົ່ວຄາວຈຳກັດອາຍຸບໍ່?
  4. ພີ່ນ້ອງຂ້ອຍຢູ່ ສະຫະລັດອາເມລິກາ ສາມາດສະໜັບການຍື່ນຂໍວີຊາເຮັດວຽກຂອງຂ້ອຍໄດ້ບໍ່?
  5. ຂ້ອຍສາມາດເດີນທາງເຂົ້າ ສະຫະລັດອາເມລິກາ ໄດ້ເວລາໃດ?
  6. ແມ່ນໃຜຕ້ອງຈ່າຍຄ່າທຳນຽມການປ້ອງກັນ ແລະ ກວດກາການຫຼອກລວງ ແລະ ຜູ້ກ່ຽວຕ້ອງຈ່າຍເວລາໃດ?

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 1 ຄໍາຮ້ອງຄ້ຳປະກັນແມ່ນຫຍັງ?

ກ່ອນທີ່ທ່ານຈະຢື່ນຂໍວີຊາເຮັດວຽກຊົ່ວຄາວນຳສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ, ທ່ານຕ້ອງມີໃບຄຳຮ້ອງການຄ້ຳປະກັນເຂົ້າເມືອງຊົ່ວຄາວ I-129 ທີ່ອະນຸຍາດໂດຍ USCIS ເສຍກ່ອນ. ຜູ້ຈ້າງງານຂອງທ່ານຕ້ອງຍື່ນໃບຄຳຮ້ອງຄ້ຳປະກັນ 6 ເດືອນກ່ອນວັນເລີ່ມຕົ້ນຈ້າງງານ. ນາຍຈ້າງຂອງທ່ານຄວນຍື່ນໃບຄຳຮ້ອງຄ້ຳປະກັນໃຫ້ໄວເທົ່າທີ່ໄວໄດ້ພາຍໃນ 6 ເດືອນ ນັ້ນ ເພື່ອໃຫ້ມີເວລາພຽງພໍສຳລັບການດຳເນີນການຕ່າງໆ. ເມື່ອໄດ້ຮັບອະນຸມັດແລ້ວ, ນາຍຈ້າງຂອງທ່ານຈະໄດ້ໃບຄຳຮ້ອງ I-797 ກ່ຽວກັບການ ແຈ້ງການການປະຕິບັດຂັ້ນຕໍ່ໄປ. ສຳລັບຂໍ້ມູນເພີ່ມເຕີມ, ເຂົ້າເບີ່ງໃນເວັບໄຊ໌ຂອງ USCIS ກ່ຽວກັບຜູ້ເຮັດວຽກຊົ່ວຄາວ.

ໝາຍເຫດ: ເພື່ອຢັ້ງຢືນການອະນຸມັດຄຳຮ້ອງຄ້ຳປະກັນຂອງທ່ານ, ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ຕ້ອງການເລກທີໃບຮັບຄຳຮ້ອງ I-129 ພ້ອມທັງໃບຄຳຮ້ອງ I-797 ທີ່ອະນຸມັດແລ້ວຂອງທ່ານ. ກະລຸນານຳເອົາເອກະສານທັງສອງຢ່າງນີ້ມານຳເວລາທ່ານມາສຳພາດ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 2 ຂ້ອຍສາມາດຍື່ນຂໍວີຊາເພື່ອໄປເຮັດວຽກເສີມໄດ້ບໍ່?

ບໍ່. ບໍ່ມີວີຊາທີ່ຄວບຄຸມ ການເຮັດວຽກເສີມ. ຜູ້ຍື່ນຂໍວີຊາທຸກຄົນທີ່ມີແຜນໄປເຮັດວຽກຢູ່ ສະຫະລັດອາເມລິກາ ຕ້ອງມີໃບຄຳຮ້ອງຄ້ຳປະກັນທີ່ອະນຸມັດແລ້ວ ກ່ອນການນັດໝາຍສຳພາດ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 3 ການຢື່ນຂໍວີຊາເຮັດວຽກຊົ່ວຄາວຈຳກັດອາຍຸບໍ່?

ບໍ່.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 4 ພີ່ນ້ອງຂ້ອຍຢູ່ ສະຫະລັດອາເມລິກາ ສາມາດສະໜັບການຍື່ນຂໍວີຊາເຮັດວຽກຂອງຂ້ອຍໄດ້ບໍ່?

ບໍ່. ມີແຕ່ນາຍຈ້າງຂອງທ່ານເທົ່ານັ້ນ ທີ່ສາມາດໃຫ້ການສະໜັບສະໜູນ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 5 ຂ້ອຍສາມາດເດີນທາງເຂົ້າ ສະຫະລັດອາເມລິກາ ໄດ້ເວລາໃດ?

ທ່ານບໍ່ສາມາດເດີນທາງເຂົ້າ ສະຫະລັດອາເມລິກາ ຈົນກວ່າຈະຮອດ 10 ມື້ ກ່ອນວັນເລີ່ມຕົ້ນຂື້ນຈ້າງງານຂອງທ່ານ, ຕາມທີ່ລະບຸໃນໃບຄຳຮ້ອງ I-797 ຫຼື ໃນຈົດໝາຍສະເໜີມອບວຽກຂອງທ່ານ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 6 ແມ່ນໃຜຕ້ອງຈ່າຍຄ່າທຳນຽມການປ້ອງກັນ ແລະ ກວດກາການຫຼອກລວງ ແລະ ຜູ້ກ່ຽວຕ້ອງຈ່າຍເວລາໃດ?

ຜູ້ຂໍຍື່ນຂໍວີຊາປະເພດ L-1 ທີ່ເດີນທາງພາຍໃຕ້ ການຮ້ອງຂໍຄ້ຳປະກັນເປັນຊຸດ ຕ້ອງຈ່າຍຄ່າທຳນຽມປ້ອງກັນ ແລະ ກວດກາການຫຼອກລວງ. ໃບຄຳຮ້ອງບຸກຄົນປະເພດ L, H-1B ແລະ H-2B ນັ້ນ ແມ່ນ ຜູ້ຍື່ນຄຳຮ້ອງຄ້ຳປະກັນຢູ່ ສະຫະລັດອາເມລິກາ ເປັນຜູ້ຈ່າຍຄ່າທຳນຽມປ້ອງກັນ ແລະ ກວດກາການຫຼອກລວງ ໃຫ້ກັບຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດຂອງສະຫະລັດ (USCIS) ເມື່ອຄຳຮ້ອງໄດ້ຖືກຍື່ນ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ່ຖາມເປັນປະຈຳ - ວີຊານັກຮຽນ

  1. ໃບຄຳຮ້ອງ I-20 ແມ່ນຫຍັງ ແລະ ຂ້ອຍຈະໄດ້ມັນມາຄືແນວໃດ?
  2. ຂ້ອຍຄວນຍື່ນຂໍວີຊານັກຮຽນເວລາໃດ?
  3. ຂ້ອຍໄດ້ຮັບວີຊາແລ້ວ, ຂ້ອຍຄວນເດີນທາງເວລາໃດ?
  4. ບຸກຄົນຜູ້ຖືວີຊາຢ້ຽມຢາມ ສາມາດປ່ຽນສະຖານະມາເປັນນັກຮຽນໃນຂະນະທີ່ຢູ່ ສະຫະລັດອາເມລິກາ ໄດ້ບໍ່ ຖ້າວ່າຜູ້ກ່ຽວຖືກຮັບເຂົ້າໂຮງຮຽນ ແລະ ຍື່ນໃບຄຳຮ້ອງ I-20 ຜ່ານ?
  5. ຖ້າຂ້ອຍໄດ້ຮັບ I-20 ໄປຮຽນຢູ່ໂຮງຮຽນອື່ນ, ຂ້ອຍຈະເຮັດແນວໃດ?
  6. ຂ້ອຍເຄີຍເຮັດວຽກພາຍໃຕ້ວີຊາປະເພດ H-1B ແລະ ປະຈຸບັນຖືກຮັບເຂົ້າຮຽນໃນມະຫາວິທະຍາໄລ ຕາມວີຊາປະເພດ F-1. ຂ້ອຍຕ້ອງກັບຄືນໄປປະເທດຂ້ອຍບໍ ເພື່ອຍື່ນຂໍວີຊານັກຮຽນ?
  7. ນັກຮຽນທີ່ຖືວີຊາປະເພດ F-1 ສາມາດເຮັດວຽກຢູ່ ສະຫະລັດອາເມລິກາ ໄດ້ບໍ່?
  8. ລະບົບ SEVIS ແມ່ນຫຍັງ ແລະ ມີຜົນກະທົບຕໍ່ຂ້ອຍແນວໃດ?

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 1 ໃບຄຳຮ້ອງ I-20 ແມ່ນຫຍັງ ແລະ ຂ້ອຍຈະໄດ້ມັນມາຄືແນວໃດ?

ໃບຄຳຮ້ອງ I-20 ແມ່ນໃບຄຳຮ້ອງທາງການຂອງລັດຖະບານ ສະຫະລັດອາເມລິກາ ທີ່ ອອກໃຫ້ນັກຮຽນໂດຍໂຮງຮຽນທີ່ໄດ້ຮັບອະນຸຍາດ, ຊຶ່ງນັກຮຽນທີ່ຈະເຂົ້າເມືອງຊົ່ວຄາວຕ້ອງມີເພື່ອທີ່ຈະຍື່ນຂໍວີຊາປະເພດ F-1 ຫຼື M-1. ໃບຄຳຮ້ອງ I-20 ເປັນຫຼັກຖານຢັ້ງຢືນການຍອມຮັບເຂົ້າຮຽນ ແລະ ປະກອບດ້ວຍຂໍ້ມູນທີ່ຈຳເປັນເພື່ອຈ່າຍຄ່າທຳນຽມ SEVIS I-901, ເພື່ອຍື່ນຂໍວີຊາ ຫຼື ປ່ຽນສະຖານະວີຊາ, ແລະ ເພື່ອຮັບອະນຸຍາດເຂົ້າ ສະຫະລັດອາເມລິກາ. ໃບຄຳຮ້ອງ I-20 ລະບຸເລກປະຈຳຕົວ SEVIS ຂອງນັກຮຽນ, ເຊິ່ງຂື້ນຕົ້ນດ້ວຍອັກສອນ N ແລະ ຕາມດ້ວຍເກົ້າໂຕເລກຢູ່ທາງເທິງເບື້ອງຂວາມື ຊື່ເທິງບາໂຄດ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 2 ຂ້ອຍຄວນຍື່ນຂໍວີຊານັກຮຽນເວລາໃດ?

ທ່ານຄວນຍື່ນຂໍວີຊານັກຮຽນເຂົ້າເມືອງຊົ່ວຄາວຫຼັງຈາກທ່ານໄດ້ຮັບ ໃບ I-20. ເພື່ອຮັບປະກັນວ່າ ທ່ານຈະໄດ້ຮັບວີຊາຢ່າງວ່ອງໄວ ແລະທັນກັບເວລາ, ທ່ານສາມາດຍື່ນຂໍວີຊາໃນເວລາໃດກໍໄດ້. ວີຊານັກຮຽນ (F ແລະ M) ສໍາລັບນັກຮຽນໃໝ່ ຈະສາມາດອອກໃຫ້ທ່ານພາຍໃນ 365 ວັນກ່ອນວັນທີເລີ່ມຕົ້ນຫຼັກສູດການຮຽນ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 3 ຂ້ອຍໄດ້ຮັບວີຊາແລ້ວ, ຂ້ອຍຄວນເດີນທາງເວລາໃດ?

ເຖິງວ່າວີຊາຂອງທ່ານຈະອອກໃນເວລາໃດກໍຕາມ, ທ່ານສາມາດເຂົ້າ ສະຫະລັດອາເມລິກາ ໃນເບື້ອງຕົ້ນແມ່ນພາຍໃນ 30 ວັນ ທີ່ຫຼັກສູດການຮຽນທ່ານເລີ່ມ ຕາມທີ່ລະບຸໃນໃບຄຳຮ້ອງ I-20 ຂອງທ່ານ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 4 ບຸກຄົນຜູ້ຖືວີຊາຢ້ຽມຢາມ ສາມາດປ່ຽນສະຖານະມາເປັນນັກຮຽນໃນຂະນະທີ່ຢູ່ ສະຫະລັດອາເມລິກາ ໄດ້ບໍ່ ຖ້າວ່າຜູ້ກ່ຽວຖືກຮັບເຂົ້າໂຮງຮຽນ ແລະ ຍື່ນໃບຄຳຮ້ອງ I-20 ຜ່ານ?

ໄດ້. ໂດຍທົ່ວໄປ, ທ່ານສາມາດຍື່ນຂໍປ່ຽນສະຖານະຂອງວີຊາເຂົ້າເມືອງຊົ່ວຄາວຂອງທ່ານ ຖ້າວ່າຖືກອະນຸຍາດໃຫ້ເຂົ້າ ສະຫະລັດອາເມລິກາ ຢ່າງຖືກຕ້ອງຕາມ ກົດໝາຍວ່າດ້ວຍການເຂົ້າເມືອງຊົ່ວຄາວ, ຖ້າສະຖານະວີຊາເຂົ້າເມືອງຊົ່ວຄາວຂອງທ່ານຍັງມີອາຍຸການນຳໃຊ້, ຖ້າທ່ານບໍ່ໄດ້ລະເມີດເງື່ອນໄຂຂອງສະຖານະທ່ານ ແລະ ທ່ານບໍ່ໄດ້ກະທຳອັນໃດທີ່ຈະເຮັດໃຫ້ທ່ານຂາດຄຸນສົມບັດໃນການຍື່ນຂໍປ່ຽນສະຖານະວີຊາຂອງທ່ານ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງເວັບໄຊ໌ຂອງUSCIS.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 5 ຖ້າຂ້ອຍໄດ້ຮັບ I-20 ໄປຮຽນຢູ່ໂຮງຮຽນອື່ນ, ຂ້ອຍຈະເຮັດແນວໃດ?

ຖ້າທ່ານໄດ້ຮັບ I-20 ຫຼັງຈາກວັນທີ່ກຳນົດນັດໝາຍສຳພາດ, ທ່ານສາມາດແຈ້ງຕໍ່ເຈົ້າໜ້າທີ່ກົງສຸນ ສະຫະລັດອາເມລິກາ ຕອນສຳພາດ ກ່ຽວກັບ I-20 ສະບັບໃໝ່ .

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 6 ຂ້ອຍເຄີຍເຮັດວຽກພາຍໃຕ້ວີຊາປະເພດ H-1B ແລະ ປະຈຸບັນຖືກຮັບເຂົ້າຮຽນໃນມະຫາວິທະຍາໄລ ຕາມວີຊາປະເພດ F-1. ຂ້ອຍຕ້ອງກັບຄືນໄປປະເທດຂ້ອຍບໍ ເພື່ອຍື່ນຂໍວີຊານັກຮຽນ?

ບໍ່. ເມື່ອທ່ານຢູ່ ສະຫະລັດອາເມລິກາ ແລ້ວ, ທ່ານບໍ່ຈຳເປັນຕ້ອງຍື່ນຂໍວີຊາໃໝ່ ເພາະວ່າ ວີຊານັ້ນແມ່ນໃຊ້ສຳລັບການເດີນທາງເຂົ້າ ສະຫະລັດອາເມລິກາ ເທົ່ານັ້ນ. ຈົ່ງກວດເບິ່ງນຳ USCIS ວ່າທ່ານຕ້ອງປ່ຽນສະຖານະຂອງວີຊາທ່ານບໍ່. ແຕ່ຖ້າທ່ານອອກຈາກປະເທດ, ທ່ານຕ້ອງໄດ້ຍື່ນຂໍວີຊານັກຮຽນເພື່ອທີ່ຈະເຂົ້າ ສະຫະລັດອາເມລິກາຄືນ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ 7 ນັກຮຽນທີ່ຖືວີຊາປະເພດ F-1 ສາມາດເຮັດວຽກຢູ່ ສະຫະລັດອາເມລິກາ ໄດ້ບໍ່?

ນັກສືກສາທີ່ຮຽນເຕັມຊົ່ວໂມງພາຍໃຕ້ວີຊາປະເພດ F ສາມາດຫາວຽກເຮັດໃນຂອບເຂດໂຮງຮຽນໄດ້ ໂດຍບໍ່ໃຫ້ເກີນ 20 ຊົ່ວໂມງຕໍ່ອາທິດ. ຫຼັງຈາກທີ່ຢູ່ໃນສະຖານະນັກສຶກສາໜຶ່ງປີແລ້ວ, ຜູ້ຍື່ນຂໍວີຊາສາມາດສະມັກວຽກຢູ່ນອກຂອບເຂດໂຮງຮຽນ ພາຍຫຼັງການອະນຸຍາດຈາກ USCIS. ກະລຸນາຕິດຕໍ່ທີ່ປຶກສານັກຮຽນສຳລັບຂໍ້ມູນເພີ່ມເຕີມ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 8 ລະບົບ SEVIS ແມ່ນຫຍັງ ແລະ ມີຜົນກະທົບຕໍ່ຂ້ອຍແນວໃດ?

ລະບົບຂໍ້ມູນນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ (SEVIS) ຮຽກຮ້ອງໃຫ້ໂຮງຮຽນ ແລະ ໂຄງການແລກປ່ຽນຕ່າງໆ ຢັ້ງຢືນສະຖານະການລົງທະບຽນຂອງນັກຮຽນຕ່າງປະເທດຜູ້ມາໃໝ່ ແລະ ຜູ້ກຳລັງຮຽນຕໍ່ ກໍຄື ຜູ້ຢ້ຽມຢາມແລກປ່ຽນທັງໝົດ. ຜູ້ທີ່ຍື່ນຂໍວິຊານັກຮຽນຕ້ອງຈ່າຍຄ່າທຳນຽມ SEVIS ກ່ອນທີ່ຈະສາມາດອອກວີຊາໃຫ້. ເວັບໄຊ໌ຂອງ SEVISມີລາຍລະອຽດເພີ່ມເຕີມ.

ກັບຄືນສູ່ດ້ານເທິງ


 

ຄໍາຖາມທີ່ຖາມເປັນປະຈຳ - ວີຊາຢ້ຽມຢາມແລກປ່ຽນ

  1. ຂ້ອຍໄດ້ຮັບວີຊາແລ້ວ, ຂ້ອຍຄວນເດີນທາງເວລາໃດ?
  2. ລະບົບ SEVIS ແມ່ນຫຍັງ ແລະ ມີຜົນກະທົບຕໍ່ຂ້ອຍແນວໃດ?
  3. "ກົດລະບຽບສອງປີ" ແມ່ນຫຍັງ?
  4. ກົດລະບຽບສອງປີ ຖືກຍົກເວັ້ນໄດ້ບໍ່?

ຄຳຖາມທີ 1 ຂ້ອຍໄດ້ຮັບວີຊາແລ້ວ, ຂ້ອຍຄວນເດີນທາງເວລາໃດ?

ເຖິງວ່າວີຊາຂອງທ່ານຈະອອກໃນເວລາໃດກໍຕາມ, ຜູ້ຢ້ຽມຢາມແລກປ່ຽນສາມາດເຂົ້າ ສະຫະລັດອາເມລິກາ ພາຍໃນ 30 ວັນ ຂອງວັນເລີ່ມຕົ້ນຂອງໂຄງການ ຕາມທີ່ລະບຸໃນໃບຄຳຮ້ອງ DS-2019 ຂອງທ່ານ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 2 ລະບົບ SEVIS ແມ່ນຫຍັງ ແລະ ມີຜົນກະທົບຕໍ່ຂ້ອຍແນວໃດ?

ລະບົບຂໍ້ມູນນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ (SEVIS) ຮຽກຮ້ອງໃຫ້ໂຮງຮຽນ ແລະ ໂຄງການແລກປ່ຽນຕ່າງໆ ຢັ້ງຢືນສະຖານະການລົງທະບຽນຂອງນັກຮຽນຕ່າງປະເທດຜູ້ມາໃໝ່ ແລະ ຜູ້ກຳລັງຮຽນຕໍ່ ກໍຄື ຜູ້ຢ້ຽມຢາມແລກປ່ຽນທັງໝົດ. ຜູ້ທີ່ຍື່ນຂໍວິຊາຜູ້ຢ້ຽມຢາມແລກປ່ຽນຕ້ອງຈ່າຍຄ່າທຳນຽມ SEVIS ກ່ອນທີ່ຈະສາມາດອອກວີຊາໃຫ້. ເວັບໄຊ໌ຂອງ SEVISມີລາຍລະອຽດເພີ່ມເຕີມ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 3 "ກົດລະບຽບສອງປີ" ແມ່ນຫຍັງ?

"ກົດລະບຽບສອງປີ" ແມ່ນຄໍາສັບທົ່ວໄປທີ່ໃຊ້ໃນພາກໜຶ່ງຂອງ ກົດໝາຍວ່າດ້ວຍການເຂົ້າເມືອງຂອງ ສະຫະລັດອາເມລິກາ ທີ່ຮຽກຮ້ອງໃຫ້ໃຫ້ຜູ້ຢ້ຽມຢາມແລກປ່ຽນຫຼາຍຄົນ ກັບຄືນປະເທດເດີມຂອງຕົນ ແລະ ຢູ່ໃນປະເທດຢ່າງຕ່ຳສອງປີຫຼັງຈາກການສິ້ນສຸດຂອງການຢ້ຽມຢາມແລກປ່ຽນ ກ່ອນທີ່ພວກເຂົາຈະສາມາດກັບຄືນເຂົ້າ ສະຫະລັດອາເມລິກາ ພາຍໃຕ້ວີຊາປະເພດໃດໜຶ່ງ, ໂດຍສະເພາະ ວີຊາປະເພດ H-1, L-1, K-1 ແລະ ວີຊາເຂົ້າເມືອງຖາວອນ. ທ່ານຄວນຮູ້ວ່າ ການຕັດສິນເບື້ອງຕົ້ນວ່າ ທ່ານຈະໄດ້ປະຕິບັດກົດລະບຽບສອງປີ ຫຼື ບໍ່ ແມ່ນກຳນົດໃນໃບຄຳຮ້ອງ DS-2019 ເມື່ອທ່ານໄດ້ຮັບວີຊາປະເພດ J-1. ການຕັດສິນໃຈຂັ້ນສຸດທ້າຍຈະມີຂຶ້ນ ເມື່ອທ່ານເລືອກທີ່ຈະຍື່ນຂໍວີຊາປະເພດ H-1, L-1, K-1 ຫຼື ວີຊາເຂົ້າເມືອງຖາວອນເທົ່ານັ້ນ.

ຜູ້ຖືວີຊາ J-1 ພາຍໃຕ້ກົດລະບຽບສອງປີ ບໍ່ສາມາດຢູ່ ສະຫະລັດອາເມລິກາ ແລະ ຍື່ນໃບຄຳຮ້ອງດັດແປງ/ແກ້ໄຂສະຖານະຕົນ ເປັນສະຖານະການເຂົ້າເມືອງຊົ່ວຄາວຕ້ອງຫ້າມ (ຕົວຢ່າງ ຈາກວີຊາປະເພດ J-1 ໄປເປັນວີຊາປະເພດ H-1) ຫຼື ຍື່ນຂໍເອົາສະຖານະຜູ້ຢູ່ອາໄສຖາວອນຢ່າງຖືກກົດໝາຍ (ບັດຂຽວ) ໂດຍບໍ່ກັບຄືນໄປຢູ່ປະເທດຂອງຕົນໃນໄລຍະເວລາສອງປີ ຫຼື ຮຽກຮ້ອງການຍົກເວັ້ນວີຊາເສຍກ່ອນ. ທ່ານຈະຕ້ອງປະຕິບັດກົດລະບຽບສອງປີນັ້ນ ຫຼື ບໍ່ ແມ່ນຂຶ້ນກັບປັດໄຈຈຳນວນໜຶ່ງ ລວມທັງແຫຼ່ງທຶນ ແລະ "ລາຍການກ່ຽວກັບສີມືຄວາມສາມາດ" ພາຍໃນປະເທດທ່ານ. ມັນຈະບໍ່ຖືກກໍານົດໂດຍອີງຕາມໄລຍະເວລາທີ່ທ່ານໄດ້ໃຊ້ຢູ່ ສະຫະລັດອາເມລິກາ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 4 ສາມາດຍົກເວັ້ນກົດລະບຽບສອງປີໄດ້ບໍ່?

ເປັນໄປໄດ້. ມີພຽງຫ້ອງການວຽກງານວີຊາຂອງ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ເທົ່ານັ້ນ ທີ່ສາມາດມອບການຍົກເວັ້ນກົດລະບຽບສອງປີ. ຫ້ອງການວຽກງານວີຊາ ຍັງເປັນຜູ້ມີສິດອໍານາດຂັ້ນສຸດທ້າຍ ໃນການຕັດສິນໃຈວ່າທ່ານຕ້ອງປະຕິບັດຕາມກົດລະບຽບສອງປີ ຫຼື ບໍ່, ບໍ່ວ່າຈະມີຄຳອະທິບາຍແນວໃດກໍຕາມໃນໜັງສືເດີນທາງຂອງທ່ານ. ຖ້າທ່ານຕ້ອງປະຕິບັດກົດລະບຽບສອງປີ, ທ່ານສາມາດຮຽກຮ້ອງການຍົກເວັ້ນ. ເຖິງວ່າທ່ານຕ້ອງປະຕິບັດກົດລະບຽບສອງປີ, ທ່ານກໍຍັງສາມາດຍື່ນຂໍວີຊານັກທ່ອງທ່ຽວ ຫຼື ວີຊາເຂົ້າເມືອງຊົ່ວຄາວອື່ນໆ ຍົກເວັ້ນປະເພດວີຊາທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ່ຖາມເປັນປະຈຳ - ວີຊາເດີນທາງຜ່ານ/ວີຊາລູກເຮືອ

  1. ຂ້ອຍມີແຜນທີ່ຈະຢຸດພັກຢູ່ ສະຫະລັດອາເມລິກາ ມື້ໜື່ງ ແລະ ຂື້ນຍົນໄປອີກປະເທດໜຶ່ງໃນມື້ຕໍ່ມາ. ຂ້ອຍຕ້ອງໄດ້ຍື່ນຂໍວີຊາປະເພດ C-1 ຫຼື B-1/B-2 ບໍ່?

ກັບຄືນສູ່ດ້ານເທິງ


 

ຄຳຖາມ 1. ຂ້ອຍມີແຜນທີ່ຈະຢຸດພັກຢູ່ ສະຫະລັດອາເມລິກາ ມື້ໜື່ງ ແລະ ຂື້ນຍົນໄປອີກປະເທດໜຶ່ງໃນມື້ຕໍ່ມາ. ຂ້ອຍຕ້ອງໄດ້ຍື່ນຂໍວີຊາປະເພດ C-1 ຫຼື B-1/B-2 ບໍ່?

ຖ້າທ່ານມີຈຸດປະສົງຢຸດພັກທີ່ບໍ່ແມ່ນການເດີນທາງຜ່ານ ສະຫະລັດອາເມລິກາ ເຊັ່ນ ເພື່ອຢ້ຽມຢາມໝູ່ເພື່ອນ ຫຼື ເພື່ອທ່ຽວຊົມສະຖານທີ່ຕ່າງໆ, ທ່ານຕ້ອງຍື່ນຂໍປະເພດວີຊາສຳລັບຈຸດປະສົງດັ່ງກ່າວ ເຊັ່ນ ວີຊາປະເພດ B-2.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ່ຖາມເປັນປະຈຳ - ວີຊາຜູ້ເຮັດວຽກທາງສາສະໜາ

  1. ຂ້ອຍກຳລັງຍື່ນຂໍວີຊາຜູ້ເຮັດວຽກທາງສາສະໜາ ແຕ່ວ່າບໍ່ມີຄຳຮ້ອງຄ້ຳປະກັນທີ່ຖືກອະນຸມັດ. ຂ້ອຍເຄີຍໄປ ສະຫະລັດອາເມລິກາໂດຍຖືວີຊາປະເພດ R-1 ແລະ ບໍ່ໄດ້ຈຳເປັນຍື່ນໃບຄຳຮ້ອງຄ້ຳປະກັນ. ຂ້ອຍສາມາດຍື່ນຂໍວີຊາປະເພດ R-1 ໂດຍບໍ່ມີໃບຄຳຮ້ອງຄ້ຳປະກັນໄດ້ບໍ່ ຍ້ອນວ່າຜ່ານມາຂ້ອຍເຄີຍຖືວີຊາປະເພດ R-1 ແລ້ວ?

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 1 ຂ້ອຍກຳລັງຍື່ນຂໍວີຊາຜູ້ເຮັດວຽກທາງສາສະໜາ ແຕ່ວ່າບໍ່ມີຄຳຮ້ອງຄ້ຳປະກັນທີ່ຖືກອະນຸມັດ. ຂ້ອຍເຄີຍໄປ ສະຫະລັດອາເມລິກາໂດຍຖືວີຊາປະເພດ R-1 ແລະ ບໍ່ໄດ້ຈຳເປັນຍື່ນໃບຄຳຮ້ອງຄ້ຳປະກັນ. ຂ້ອຍສາມາດຍື່ນຂໍວີຊາປະເພດ R-1 ໂດຍບໍ່ມີໃບຄຳຮ້ອງຄ້ຳປະກັນໄດ້ບໍ່ ຍ້ອນວ່າຜ່ານມາຂ້ອຍເຄີຍຖືວີຊາປະເພດ R-1 ແລ້ວ?

ການກຳນົດໃຫ້ມີການອະນຸມັດໃບຄຳຮ້ອງຄ້ຳປະກັນໄດ້ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ່ 28 ພະຈິກ 2008 ເປັນຕົ້ນມາ. ຜູ້ທີ່ຍື່ນຂໍວີຊາເຂົ້າເມືອງຊົ່ວຄາວປະເພດ R-1 ທຸກຄົນ ຕ້ອງມີຄຳຮ້ອງຄ້ຳປະກັນທີ່ຖືກອະນຸມັດຈາກ ຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດຂອງ ສະຫະລັດອາເມລິກາ (USCIS). ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງເວັບໄຊ໌ຂອງ USCIS.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ່ຖາມເປັນປະຈຳ - ການຕິດຕາມໜັງສືເດີນທາງຂອງຂ້ອຍ

  1. ຂ້ອຍຈະໄດ້ໜັງສືເດີນທາງຂອງຂ້ອຍຄືນມາແນວໃດ ຫຼັງຈາກການສຳພາດ?
  2. ຂ້ອຍຕ້ອງສະແດງຫຍັງຢູ່ບ່ອນຮັບ-ສົ່ງເອກະສານ ເພື່ອຮັບເອົາໜັງສືເດີນທາງຄືນ?
  3. ບັດປະຈຳຕົວປະເພດໃດທີ່ ເປັນທີ່ຍອມຮັບ ໃນການພິສູດເອກະລັກບຸກຄົນ?
  4. ຜູ້ອື່ນສາມາດໄປຮັບເອົາໜັງສືເດີນທາງແທນຂ້ອຍໄດ້ບໍ່?

ຄຳຖາມທີ 1 ຂ້ອຍຈະໄດ້ໜັງສືເດີນທາງຂອງຂ້ອຍຄືນມາແນວໃດ ຫຼັງຈາກການສຳພາດ?

ທ່ານສາມາດໄປເອົາໜັງສືເດີນທາງຢູ່ສະຖານທູດ ສະຫະລັດສະຫະລັດອາເມລິກາ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 2 ຂ້ອຍຕ້ອງສະແດງຫຍັງຢູ່ບ່ອນຮັບ-ສົ່ງເອກະສານ ເພື່ອຮັບເອົາໜັງສືເດີນທາງຄືນ?

ເພື່ອຮັບປະກັນວ່າໜັງສືເດີນທາງ ແລະ ວີຊາຂອງທ່ານຈະບໍ່ຖືກມອບໃຫ້ກັບບຸກຄົນຜູ້ທີ່ບໍ່ໄດ້ຮັບອະນຸຍາດ, ທ່ານຕ້ອງສະແດງບັດປະຈຳຕົວຕິດຮູບທີ່ອອກໂດຍລັດຖະບານ ເວລາທ່ານໄປຮັບເອົາໜັງສືເດີນທາງຄືນ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 3 ບັດປະຈຳຕົວປະເພດໃດທີ່ ເປັນທີ່ຍອມຮັບ ໃນການພິສູດເອກະລັກບຸກຄົນ?

ທ່ານຕ້ອງສະແດງ ບັດປະຈຳຕົວຕິດຮູບທີ່ອອກໂດຍລັດຖະບານ.

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 4 ຜູ້ອື່ນສາມາດໄປຮັບເອົາໜັງສືເດີນທາງແທນຂ້ອຍໄດ້ບໍ່?

ໄດ້. ແຕ່ ຕົວແທນຂອງທ່ານ - ເຖິງວ່າຈະເປັນສະມາຊິກຄອບຄົວກໍຕາມ - ຕ້ອງສະແດງເອກະສານຕໍ່ໄປນີ້ເພື່ອມາຮັບໜັງສືເດີນທາງແທນທ່ານໄດ້:

ຖ້າຕົວແທນຂອງທ່ານຈະໄປຮັບເອົາໜັງສືເດີນທາງຂອງທ່ານ ຈາກຫ້ອງການເກັບກໍາເອກະສານແທນທ່ານ - ເຖິງວ່າຈະເປັນສະມາຊິກຄອບຄົວກໍຕາມ - ຕົວແທນທ່ານຈະຕ້ອງສະແດງ:

  • ບັດປະຈຳຕົວຕິດຮູບທີ່ອອກໂດຍລັດຖະບານສະບັບຕົ້ນຂອງຕົວເອງ.
  • ບັດປະຈຳຕົວຕິດຮູບທີ່ອອກໂດຍລັດຖະບານຂອງທ່ານ.
  • ໜັງສືມອບສິດໂດຍມີລາຍເຊັນຂອງທ່ານ, ເພື່ອມອບສິດໃຫ້ແກ່ຕົວແທນຂອງທ່ານໄປຮັບເອົາໜັງສືເດີນທາງແທນທ່ານ. ໜັງສືມອບສິດຕ້ອງປະກອບດ້ວຍຂໍ້ມູນດັ່ງລຸ່ມນີ້:
    • ຊື່ເຕັມຂອງຕົວແທນຂອງທ່ານ ຕາມທີ່ສະແດງໃນບັດປະຈຳຕົວຕິດຮູບທີ່ອອກໂດຍລັດຖະບານ.
    • ຊື່ຂອງທ່ານ

ຖ້າຜູ້ຍື່ນຂໍວີຊາມີອາຍຸຕ່ຳກ່ວາ 16 ປີ ແມ່ນຕ້ອງສະໜອງເອກະສານດັ່ງລຸ່ມນີ້:

  • ໜັງສືມອບສິດສະບັບຕົ້ນທີ່ເຊັນໂດຍ ພໍ່ ຫຼື ແມ່ຂອງຜູ້ຂໍວີຊາ.
  • ສຳເນົາບັດປະຈຳຕົວຕິດຮູບທີ່ຊັດເຈນ ຂອງພໍ່ ຫຼື ແມ່ຜູ້ທີ່ເຊັນໜັງສືມອບສິດຂອງຜູ້ຍື່ນຂໍວີຊາ.
  • ບັດປະຈຳຕົວຕິດຮູບຕົ້ນສະບັບຂອງຕົວແທນ.

ໝາຍເຫດ: ສຳລັບຕົວແທນຂອງກຸ່ມ/ຄອບຄົວ, ໜັງສືມອບສິດສະບັບດຽວພ້ອມດ້ວຍຂໍ້ມູນທີ່ຈຳເປັນຂອງຜູ້ຍື່ນຂໍວີຊາແຕ່ລະຄົນກໍພຽງພໍແລ້ວ.

ກັບຄືນສູ່ດ້ານເທິງ


 

FAQ - ເອກະສານຜູ້ຍື່ນຂໍວີຊາ

  1. ຂ້ອຍສາມາດເອົາລະຫັດໃໝ່ໄດ້ແນວໃດ? 
  2. ຂ້າພະເຈົ້າຄວນເຮັດແນວໃດຖ້າຫາກວ່າຂ້າພະເຈົ້າຈະຍ້າຍອອກໄປປະເທດອື່ນຫຼັງຈາກທີ່ຂ້າພະເຈົ້າໄດ້ສ້າງບັນຊີຂອງຂ້າພະເຈົ້າຢູ່ www.ustraveldocs.com ແລະ ຍັງບໍ່ທັນນໍາໃຊ້ຍື່ນຂໍວີຊາ, ຫຼືຖ້າຫາກວ່າຂ້າພະເຈົ້າຕ້ອງການທີ່ຈະຍື່ນຂໍວີຊາໃຫມ່ໃນປະເທດອື່ນທີ່ຂ້າພະເຈົ້າຍັງບໍ່ເຄີຍຍື່ນຂໍວີຊາມາກ່ອນ?

Q.1  ຂ້ອຍສາມາດເອົາລະຫັດໃໝ່ໄດ້ແນວໃດ?

ຄລິກໃສ່ “ລື່ມລະຫັດຂອງທ່ານ?” ຕາມສາຍລີງຢູ່ດັ່ງລູ່ມຂອງໜ້າເວັບນີ້ webpage. ກະລຸນາໃສ່ທີ່ຢູ່ອິເມວຂອງທ່ານຢູ່ໃນ Username ແລະກົດ “ສົ່ງ”. ທີ່ຢູ່ອິເມວທີ່ທ່ານພິມແມ່ນທີ່ຢູ່ອິເມວທີ່ທ່ານນຳໃຊ້ໃນລະບົບການຍື່ນຂໍວິຊາ. ລະຫັດໃໝ່ຈະໄດ້ສົ່ງຫາທີ່ຢູ່ອິເມວຂອງທ່ານ.

ໝາຍເຫັດ: ອິເມວທີ່ມີລະຫັດໃໝ່ຈະໄດ້ສົ່ງຈາກ “no-reply@ustraveldocs.com”. ບັນດາອິເມວມີກົດລະບຽບທີ່ການເກັ່ນຕອງຜູ້ສົ່ງທີ່ບໍ່ຮູ້ຈັກເປັນຂີ້ເຫຍື້ອ. ຖ້າທ່ານບໍ່ໄດ້ຮັບອິເມວມີລະຫັດ, ກະລຸນາຊອກຫາຢູ່ຟົນເດີຂີ້ເຫຍື້ອ.

ກັບຄືນສູ່ດ້ານເທິງ


 

Q.2 ຂ້າພະເຈົ້າຄວນເຮັດແນວໃດຖ້າຫາກວ່າຂ້າພະເຈົ້າຈະຍ້າຍອອກໄປປະເທດອື່ນຫຼັງຈາກທີ່ຂ້າພະເຈົ້າໄດ້ສ້າງບັນຊີຂອງຂ້າພະເຈົ້າຢູ່ www.ustraveldocs.com ແລະ ຍັງບໍ່ທັນນໍາໃຊ້ຍື່ນຂໍວີຊາ, ຫຼືຖ້າຫາກວ່າຂ້າພະເຈົ້າຕ້ອງການທີ່ຈະຍື່ນຂໍວີຊາໃຫມ່ໃນປະເທດອື່ນທີ່ຂ້າພະເຈົ້າຍັງບໍ່ເຄີຍຍື່ນຂໍວີຊາມາກ່ອນ?

ທ່ານບໍ່ຈໍາເປັນຕ້ອງສ້າງ profile ໃຫມ່ຖ້າຫາກວ່າການບໍລິການໄດ້ຖືກສະຫນອງໃຫ້ໂດຍ CGI. ທ່ານພຽງແຕ່ ຕິດຕໍ່ພວກເຮົາໂດຍຜ່ານພາກສ່ວນການຕິດຕໍ່ຂອງພວກເຮົາໃນເວັບໄຊນີ້ website ແລະໃຫ້ຂໍ້ມູນເຊັ່ນເລກຫນັງສືຜ່ານແດນ, UID ຂອງທ່ານ ຫຼືທີ່ຢູ່ອີເມວດັ່ງນັ້ນພວກເຮົາສາມາດຄົ້ນຫາແລະແກ້ໄຂຂໍ້ມູນຂອງປະເທດຂອງບ່ອນທີ່ທ່ານມີຈຸດປະສົງທີ່ຈະສົ່ງຄໍາຮ້ອງຍື່ນວີຊ່າສະຫະລັດ. ຖ້າຫາກວ່າທ່ານກໍາລັງຍື່ນຂໍວີຊາໃນປະເທດທີ່ບໍລິການທີ່ບໍ່ໄດ້ສະຫນອງໃຫ້ໂດຍ CGI ໃດຫນຶ່ງ, ທ່ານຈະໄດ້ຮັບການຮ້ອງຂໍໃຫ້ສ້າງ profile ໃຫມ່. ກະລຸນາສັງເກດ, ຄ່າບໍລິການຮັບຄໍາຮ້ອງສະຫມັກວີຊ່າ MRV ຈ່າຍໃນປະເທດຈະບໍ່ໄດ້ຮັບການຍົກຍ້າຍກັບປະເທດອື່ນໆ.

ກັບຄືນສູ່ດ້ານເທິງ

ຄໍາຖາມທີ່ຖາມເປັນປະຈຳ - ຫຼືຜົນການກວດໂຄວິດ19 

  1. ກະຊວງການຕ່າງປະເທດສະຫະລັດອາເມລິກາຈະຮຽກຮ້ອງເອກະສານຢືນຢັນການສັກຢກັນພະຍາດ ຫຼືຜົນການກວດໂຄວິດ19 ສໍາລັບຜູ້ສະໝັກຂໍວີຊາຫຼືບໍ?

ກັບຄືນສູ່ດ້ານເທິງ


 

ຄຳຖາມທີ 1 ກະຊວງການຕ່າງປະເທດສະຫະລັດອາເມລິກາຈະຮຽກຮ້ອງເອກະສານຢືນຢັນການສັກຢາກັນພະຍາດ ຫຼືຜົນການກວດໂຄວິດ19 ສໍາລັບຜູ້ສະໝັກຂໍວີຊາຫຼືບໍ?

ປັດຈຸບັນນີ້ ພວກເຮົາບໍ່ມີແຈ້ງການໃດກ່ຽວກັບການປ່ຽນແປງສໍາລັບຂໍ້ກໍານົດໃນການຍື່ນຂໍວີຊາ. ກະລຸນາກວດສອບຂໍ້ມູນສໍາລັບການສັກຢາກັນພະຍາດສໍາລັບຜູ້ສະໝັກຂໍວີຊາເຂົ້າເມືອງຖາວອນເຊິ່ງຢູ່ໃນເວັບໄຊນີ້.

ກັບຄືນສູ່ດ້ານເທິງ