ລີ້ງທີ່ເປັນປະໂຫຍດ

ຢູ່ໃນໜ້ານີ້:


ລັດຖະບານກາງສະຫະລັດ

ກະຊວງການຕ່າງປະເທດສະຫະລັດ

ກະຊວງຄວາມໝັ້ນຄົງພາຍໃນສະຫະລັດ

ນະໂຍບາຍວ່າດ້ວຍວີຊາຂອງ ສະຫະລັດອາ​ເມ​ລິ​ກາ

ກົດໝາຍກວດຄົນເຂົ້າເມືອງສະຫະລັດອອກໃຫ້ໂດຍລັດຖະສະພາເພື່ອໃຫ້ສິດອຳນາດດ້ານການກວດຄົນເຂົ້າເມືອງ, ລວມທັງການເຂົ້າ-ອອກຂອງນັກເດີນທາງທັງໝົດໃນເຂດຊາຍແດນທົ່ວປະເທດ, ການກຳນົດວ່າໃຜສາມາດເຂົ້າປະເທດ, ໄລຍະເວລາໃນການຢູ່ອາໄສ ແລະ ເວລາທີ່ພວກເຂົາຕ້ອງອອກ ຈາກປະເທດ. ກົດໝາຍວ່າດ້ວຍການກວດຄົນເຂົ້າເມືອງ ແລະ ການປ່ຽນສັນຊາດ (INA), ຢູ່ໃນມາດຕາ 8 ຂອງປະມວນກົດໝາຍສະຫະລັດອາເມລິກາ, ສະໜອງພື້ນຖານໃຫ້ແກ່ກົດໝາຍກວດຄົນເຂົ້າເມືອງ ເຊັ່ນດຽວກັບການປັບປຸງແກ້ໄຂ. ນອກຈາກນີ້, ກົດໝາຍ​ໄໝ່ໆກ່ຽວ​ກັບ​ການເຂົ້າເມືອງຕ່າງໆ ໄດ້​ມີຜົນກະທົບຕໍ່ການດຳເນີນການຂອງວີຊາ, ເຊັ່ນ ກົດໝາຍວ່າດ້ວຍຄວາມຮັກຊາດ ສະ​ຫະ​ລັດ​ອາ​ເມ​ລິ​ກາ ປີ 2001 ແລະ ກົດໝາຍວ່າດ້ວຍການຍົກ​ສູງ​ຄວາມມ​ປອດ​ໄພ​ຊາຍ​ແດນ ແລະ ການ​ປະ​ຕິ​ຮູບ​ວຽກ​ງານ​ວີ​ຊາ ປີ 2002. ຮຽນຮູ້ເພີ່ມເຕີມກ່ຽວກັບກົດໝາຍ ແລະ ລະບຽບກ່ຽວກັບການເຂົ້າເມືອງຂອງ ສະຫະລັດອາ​ເມ​ລິ​ກາ.