ຄຳຮ້ອງຂໍວີຊາທີ່ຖືກປະຕິເສດພາຍໃຕ້ກົດໝາຍຄົນເຂົ້າເມືອງແລະສັນຊາດ (INA) 221(g)

ຢູ່ໃນໜ້ານີ້:


ຂໍ້ມູນທົ່ວໄປ

ການປະຕິເສດວີຊາພາຍໃຕ້ພາກ221 (g) ແມ່ນໝາຍຄວາມວ່າຂໍ້ມູນທີ່ຈຳເປັນຂາດຫາຍຈາກຄຳຮ້ອງຂໍ ຫຼືໝາຍຄວາມວ່າ ຄຳຮ້ອງຂໍຈຳເປັນຕ້ອງພິຈາລະນາເພີ່ມເຕີມໂດຍເຈົ້າໜ້າທີ່.ເຈົ້າໜ້າທີ່ກົງສຸນທີ່ສຳພາດທ່ານຈະບອກທ່ານໃນຕອນທ້າຍຂອງການສຳພາດວ່າຄຳຮ້ອງຂໍຂອງທ່ານຈະຖືກປະຕິເສດພາຍໃຕ້ພາກ221 (g) ຫຼືບໍ່. ເຈົ້າໜ້າທີ່ກົງສຸນຈະບອກທ່ານວ່າກໍລະນີຂອງທ່ານຈະຕ້ອງໄດ້ຮັບພິຈາລະນາເພີ່ມເຕີມຫຼືຂໍໃຫ້ທ່ານສົ່ງຂໍ້ມູນເພີ່ມເຕີມ.

ຖ້າທ່ານຖືກຂໍຂໍ້ມູນເພີ່ມເຕີມ, ເຈົ້າໜ້າທີ່ກົງສຸນຈະບອກວິທີການນຳສົ່ງຂໍ້ມູນນັ້ນ. ເມື່ອຄຳຮ້ອງຂໍວີຊາຂອງທ່ານຖືກປະຕິເສດພາຍໃຕ້ຂໍ້ພາກ221 (g), ທ່ານຈະໄດ້ຮັບຈົດໝາຍແຈ້ງໃຫ້ຊາບກ່ຽວກັບການປະຕິເສດວີຊາແລະຈະມີເວລາ12 ເດືອນນັບແຕ່ມື້ນັ້ນເພື່ອຍື່ນສົ່ງເອກະສານທີ່ຖືກຮ້ອງຂໍໂດຍບໍ່ຕ້ອງຍື່ນຄຳຮ້ອງຂໍວີຊາໃໝ່ແລະບໍ່ຕ້ອງເສຍຄ່າທຳນຽມຍື່ນຂໍວີຊາໃໝ່. ກະລຸນາປະຕິບັດຕາມຄຳແນະນຳໃນຈົດໝາຍປະຕິເສດວີຊາ. ຖ້າທ່ານບໍ່ສາມາດຍື່ນສົ່ງເອກະສານທີ່ຖືກຮ້ອງຂໍເພິ່ມເຕີມໄດ້ ພາຍໃນໄລຍະເວລາໜຶ່ງປີ, ຄຳຮ້ອງຂໍວີຊາຂອງທ່ານອາດຈະຖືກຍົກເລີກຕາມພາກ203 (g) ຂອງກົດໝາຍຄົນເຂົ້າເມືອງແລະສັນຊາດ.

ບຸກຄົນທີ່ມີເງື່ອນໄຂທີ່ສາມາດນັດສຳພາດວີຊາຖາວອນ?

ສະເພາະຜູ້ຂໍວີຊາຖາວອນທີ່ມີຄຸນະສົມບັດ (ລວມທັງວີຊາປະເພດK-1s ແລະ SB-1s) ທີ່ໄດ້ຮັບຈົດໝາຍເປັນລາຍລັກອັກສອນພ້ອມຄຳແນະນຳສະເພາະສຳລັບເຮັດການນັດສຳພາດວີຊາ ອາດເຮັດການນັດໝາຍເພື່ອກັບຄືນຫາສະຖານທູດແລະຍື່ນຂໍ້ມູນເພີ່ມເຕີມແລະ/ຫຼືເອກະສານຕ່າງໆ. ສ່ວນຜູ້ຂໍວີຊາທີ່ບໍ່ໄດ້ຮັບຈົດໝາຍທີ່ມີຄຳແນະນຳດັ່ງກ່າວບໍ່ຄວນເຮັດການນັດໝາຍໃນໜ້ານີ້.

ເຮັດການນັດໝາຍ

ທັນທີທີ່ທ່ານໄດ້ຮັບຂໍ້ມູນແລະ/ຫຼືເອກະສານທັງໝົດທີ່ລະບຸໄວ້ໃນຈົດໝາຍ, ກະລຸນາປະຕິບັດຕາມຄຳແນະນຳທີລະຂັ້ນຕອນຕາມຂ້າງລຸ່ມນີ້ເພື່ອເຮັດການນັດໝາຍກັບຄືນຫາສະຖານທູດແລະຍື່ນຂໍ້ມູນເພີ່ມເຕີມແລະ/ຫຼືເອກະສານດ້ວຍຕົນເອງ.

ຂັ້ນຕອນທີ່ 1 – ສ້າງບັນຊີ ບ່ອນນີ້ຖ້າທ່ານສ້າງບັນຊີແລ້ວ ໃຫ້ໄປຫາຂັ້ນຕອນທີ່ 2.

ຂັ້ນຕອນທີ່ 2 – ເຂົ້າສູ່ລະບົບເພື່ອເຂົ້າສູ່ບັນຊີຂອງທ່ານ

ຂັ້ນຕອນທີ່ 3 – ຫຼັງຈາກເຂົ້າສູ່ລະບົບແລ້ວ, ທ່ານຈະຖືກພາໄປທີ່ໜ້າ Dashboard, ກະລຸນາເບິ່ງທາງດ້ານຊ້າຍຂອງ Dashboard, ຄລິກໃສ່ ການຂໍວີຊາໃໝ່ນັດສຳພາດວີຊາແລະດຳເນີນການຕາມຄຳແນະນຳຂ້າງລຸ່ມນີ້:

  • ເລືອກວີຊາຖາວອນ, ແລ້ວຄລິກໃສ່ ຕໍ່ໄປ.
  • ເລືອກຕິດຕາມການນັດສຳພາດວີຊາ, ແລ້ວຄລິກໃສ່ ຕໍ່ໄປ.
  • ຕື່ມຂໍ້ມູນລົງໃນຊ່ອງວ່າງທີ່ກຳນົດທັງໝົດ, ແລ້ວຄລິກຕໍ່ໄປ.
  • ຕອບຄຳຖາມວ່າ “ແມ່ນ” ຫຼື “ບໍ່ແມ່ນ” ເພື່ອສືບຕໍ່ໄປ
  • ຕື່ມເລກ Case ID ຂອງທ່ານ, ແລ້ວຄລິກໄປ
  • ເລືອກວັນທີແລະເວລາທີ່ທ່ານຕ້ອງການຈາກປະຕິທິນ, ແລ້ວຄລິກເຮັດການນັດໝາຍ. ຖ້າການນັດສຳພາດວີຊາເຕັມ, ໃຫ້ທ່ານກັບມາໃໝ່ໃນພາຍຫຼັງເພື່ອເຮັດການນັດໝາຍກັບລະບົບອີກຄັ້ງ. ປົກກະຕິແລ້ວ,ພະແນກວີຊາຖາວອນຈະກຳນົດຈຳນວນ/ເວລານັດໝາຍເພີ່ມເຕີມຕາມເກນມາກ່ອນໄດ້ຮັບການພິຈາລະນາກ່ອນ ໂດຍອີງໃສ່ຄວາມຕ້ອງການໃນການນັດໝາຍ. ດັ່ງນັ້ນ ຂໍແນະນຳ ໃຫ້ທ່ານເຂົ້າກວດເບິ່ງການນັດໝາຍທີ່ຍັງວ່າງຢູ່ເປັນໄລຍະ.
  • ຄລິກໃສ່ເວີຊັ່ນທີ່ສາມາດພຶມໄດ້” ແລະພິມ ໜ້າໃບຍືນຍັນການນັດສຳພາດວີຊາຖາວອນອອກມາ.

ເມື່ອທ່ານໄດ້ນັດສຳພາດວີຊາແລ້ວ ແລະພິມໃບຍືນຍັນການນັດສຳພາດວີຊາ221 (g) ອອກມາແລ້ວ, ທ່ານສາມາດກັບໄປຫາພະແນກວີຊາຖາວອນ (Immigrant Visa Unit) ຂອງສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວໄດ້ ພ້ອມມີເອກະສານດັ່ງຕໍ່ໄປນີ້:

  1. ໃບປະຕິເສດຄຳຂໍວີຊາ;
  2. ໃບຍືນຍັນການນັດສຳພາດວີຊາ221 (g);
  3. ຂໍ້ມູນແລະ/ຫຼືເອກະສານທັງໝົດທີ່ລະບຸໄວ້ໃນຈົດໝາຍປະຕິເສດ;
  4. ໜັງສືຜ່ານແດນຕົວຈິງຂອງຜູ້ຂໍວີຊາທີ່ມີສິດເດິນທາງທັງໝົດ.

ທ່ານຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າສະຖານທູດ ຖ້າທ່ານບໍ່ມີຈົດໝາຍປະຕິເສດຄຳຂໍວີຊາແລະໃບຍືນຍັນການນັດໝາຍ 221 (g).

ຖ້າທ່ານມີຄຳຖາມ, ກະລຸນາສົ່ງແບບຟອມສອບຖາມມາທີ່: conslaos@state.gov

ຢູ່ໃນລະຫວ່າງການພິຈາລະນາຂອງເຈົ້າໜ້າທີ່

ຄຳຮ້ອງຂໍວີຊາທີ່ຖືກປະຕິເສດບາງສະບັບ ອາດຈະຖືກປະຕິເສດພາຍໃຕ້ພາກ221 (g) ຢ້ອນວ່າຈຳເປັນຕ້ອງມີການພິຈາລະນາຈາກຕື່ມອີກຈາກເຈົ້າໜ້າທີ່. ເຈົ້າໜ້າທີ່ກົງສຸນຜູ້ສຳ ພາດທ່ານຈະບອກທ່ານໃນຕອນທ້າຍຂອງການສຳພາດ ວ່າກໍລະນີຂອງທ່ານຈະຖືກປະຕິເສດພາຍໃຕ້ພາກ221 (g) ຍ້ອນວ່າການຕ້ອງມີການພິຈາລະນາຈາກຕື່ມອີກຫຼືບໍ່. ໄລຍະເວລາຂອງການພິຈາລະນາເພິ່ມເຕີມຈະແຕກຕ່າງກັນໂດຍອີງໃສ່ສະພາບການຂອງແຕ່ລະກໍລະນີ.

ໝາຍເຫດ: ກ່ອນທີ່ຈະສອບຖາມກ່ຽວກັບສະຖານະວີຊາຂອງທ່ານ,ທ່ານຫຼືຕົວແທນຂອງທ່ານຕ້ອງໄດ້ລໍຖ້າຢ່າງໜ້ອຍ180ວັນນັບຈາກວັນທີ່ສຳພາດຂອງທ່ານຫຼືການຍື່ນເອກະສານເພີ່ມເຕີມ, ແລ້ວແຕ່ອັນໃດຈະເປັນຫຼັງສຸດ.

ທ່ານສາມາດກວດເບິ່ງສະຖານະຄຳຂໍຂອງທ່ານໄດ້ທຸກເວລາຢູ່ໃນເວັບໄຊຂອງກະຊວງການຕ່າງປະເທດ.

ການຍົກເວັ້ນແລະການບໍ່ມີສິດໄດ້ຮັບວີຊາ

ຖ້າທ່ານໄດ້ຮັບການແຈ້ງຈາກເຈົ້າໜ້າທີ່ກົງສຸນວ່າທ່ານບໍ່ມີສິດໄດ້ຮັບວີຊາ, ແຕ່ມີສິດທີ່ຈະຍື່ນຂໍຍົກເວັ້ນຄວາມບໍ່ມີສິດນັ້ນ, ກະລຸນາເບິ່ງທີ່ເວັບໄຊການບໍລິການພົນລະເມືອງແລະການເຂົ້າເມືອງ (USCIS) ເພື່ອເບິ່ງຂໍ້ມູນກ່ຽວກັບຂັ້ນຕອນການຂໍຍົກເວັ້ນ.