ວີຊາຄຸ່ໝັ້ນ (K1ແລະK2)

ຢູ່ໃນໜ້ານີ້:


ຂໍ້ມູນທົ່ວໄປ

ຄຸ່ໝັ້ນ K1:

ວີຊາຄຸ່ໝັ້ນແມ່ນຄຸ່ໝັ້ນຕ່າງຊາດຂອງຄົນສັນຊາດອາເມລິກາ. ວີຊາຄຸ່ໝັ້ນແມ່ນອະນຸຍາດໃຫ້ຄຸ່ໝັ້ນຕ່າງປະເທດເດີນທາງເຂົ້າມາສະຫະລັດອາເມລິກາເພື່ອແຕ່ງງານກັບຜຸ້ຮັບປະກັນທີ່ເປັນສັນຊາດອາເມລິກາພາຍໃນ 90ມື້ຫັລງຈາກທີ່ມາຮອດອາເມລິກາ. ຄຸ່ໝັ້ນຕ່າງຊາດຈະຕ້ອງປ່ຽນສະຖານະພາບເປັນຄົນອາໃສຢ່າງຖືກຕ້ອງຕາມກົດໜາຍ(ສະໝັກເອົາບັດຂຽວ)ທີ່ຫ້ອງການຕຳຫລວດກວດຄົນເຂົ້າເມືອງແລະສັນຊາດ. ເພາະວີຊາຄຸ່ໝັ້ນແມ່ນວີຊາທີ່ອະນຸຍາດໃຫ້ ໄປສະຫະອາເມລິກາແລະຈະຕ້ອງແຕ່ງງານກັບຄົນສັນຊາດອາເມລິກາຫລັງຈາກໄປຮອດສະຫະລັດອາເມລິກາໃນເວລາອັນສັ້ນ(ຕອນຮອດສະຫະລັດອາເມລິກາໃໝ່ໆ). ຄຸ່ໝັ້ນຕ້ອງມີເງື່ອນໄຂຕາມທີ່ວີຊາຖາວອນທີ່ໄດ້ກຳນົດໄວ້.

ຜູ້ຕິດຕາມຄຸ່ໝັ້ນ K2:

ຖ້າລູກຂອງຄຸ່ໝັ້ນຢາກຕິດຕາມຄຸ່ໝັ້ນໄປສະຫະລັດອາເມລິກາ, ລາວຕ້ອງເຂົ້າມາສໍາພາດຂໍວີຊາຄືກັນກັບວີຊາຄຸ່ໝັ້ນແລະສະໝັກຂໍວີຊາ K2. ລາວຕ້ອງປະຕິບັດທຸກໆຂັ້ນຕອນຄືກັບຂໍວີຊາຄຸ່ໝັ້ນK1, ລວມທັງຈ່າຍຄ່າທໍານຽມຄ່າດໍາເນີນຄໍາຮ້ອງຂໍວີຊາ, ກະກຽມເອກະສານທຸກຢ່າງທີ່ຕ້ອງການເພື່ອເຂົ້າສໍາພາດ. ໝາຍເຫດ: ລູກທີ່ຕິດຕາມຄຸ່ໝັ້ນອາດຈະໄດ້ວີຊາ K2 ພາຍໃນໜື່ງປີ ນັບຈາກມື້ທີ່ອອກວີຊາໃຫ້(K1)ຜູ້ປົກຄອງແລ້ວ. ລູກທີ່ຕິດຕາມຄຸ່ໝັ້ນຈະບໍ່ຢຸ່ໃນເງື່ອນໄຂຄຸ້ມຄອງເດັກ Child Status Protection Act(CSPA). ເພາະສະນັ້ນ, ເມື່ອລູກທີ່ອາຍຸຮອດ21ປີ, ລາວບໍ່ມີເງື່ອນໄຂທີ່ຈະໄດ້ວີຊາເຂົ້າສະຫະລັດອາເມລິກາ ແລະບໍ່ຄວນຈະນັດເຂົ້າສໍາພາດ.

ຜຸ້ຄ້ຳປະກັນທີ່ເປັນຄົນສັນຊາດອາເມລິກາຕ້ອງຢື່ນຄໍາຮ້ອງI-129F, ຄໍາຮ້ອງຄຸ່ໝັ້ນຕ່າງປະເທດ ທີ່ຫ້ອງການກວດຄົນເຂົ້າເມືອງແລະສັນຊາດ. ຄຳຮ້ອງດັ່ງກ່າວບໍ່ສາມາດຢື່ນທີ່ສະຖານທູດສະຫະລັດອາເມລິກາ ຫລືຫ້ອງການກວດຄົນເຂົ້າເມືອງຕ່າງປະເທດ. ລາຍລະອຽດຂໍ້ມູນເພີ້ມເຕີມກະລຸນາເຂົ້າເວັບໄຊສ USCIS website ກ່ຽວກັບວີຊາຄຸ່ໝັ້ນ.

 ຫລັງຈາກຫ້ອງການກວດຄົນເຂົ້າເມືອງແລະສັນຊາດອະນຸມັດຄຳຮ້ອງແລ້ວ,  ຄຳຮ້ອງຈະຖືກສົ່ງໄປຫາສູນກາງວີຊາ (NVC)ເພື່ອດໍາເນີນຂັ້ນຕໍ່ໄປ. ຈາກນັ້ນສູນກາງວີຊາຈະສົ່ງຄໍາຮ້ອງນັ້ນໄປທີ່ສະຖານທູດສະຫະລັດອາເມລິກາບ່ອນຄຸ່ໝັ້ນຂອງທ່ານມາຂໍສະໝັກວີຊາຄຸ່ໝັ້ນ.

ໝາຍເຫດ:  

  • ຄໍາຮ້ອງຟອມ I-129 F ມີອາຍຸພາຍໃນ 4ເດືອນ ນັບຈາກມື້ທີ່ຫ້ອງການກວດຄົນເຂົ້າເມືອງແລະສັນຊາດອະນຸມັດ. ກໍານົດຂອງຟອມ I-129Fແມ່ນບໍ່ມີຜົນກະທົບຕໍ່ເງື່ອນໄຂຂອງວີຊາຄຸ່ໝັ້ນເພາະໄລຍະຂອງຟອມນັ້ນແມ່ນຖືກຕໍ່ອາຍຸໂດຍ ທ່ານກົງສູນເພື່ອແນ່ໃຈວ່າຜຸ້ສະໝັກມີເວລາພຽງພໍທີ່ຈະດໍາເນີນເອກະສານ ແລະຂັ້ນຕອນຕ່າງໆ.
  • ເດັກນ້ອຍທີ່ເກີດຢຸ່ຕ່າງປະເທດທີ່ເກີດຈາກພໍ່ແມ່ທີ່ເປັນສັນຊາດອາເມລິກາອາດຈະໄດ້ຮັບສັນຊາດຕັ້ງແຕ່ກຳເກີດ ຖ້າເງື່ອນໄຂພຽງພໍຕາມທີ່ກົດໝາຍກຳນົດ. ຂໍ້ມູນເພີ້ມເຕີມກະລຸນາເຂົ້າເວັບໄຊສະຖານທູດສະຫະລັດອາເມລິກາ https://la.usembassy.gov/u-s-citizen-services/child-family-matters/birth/

ການຮັບແລະປະຕິບັດຕາມຄໍາແນະນໍາຕ່າງໆ ຈາກສະຖານທູດສະຫະລັດອາເມລິກາ ປະຈໍາລາວ

ຜຸ້ສະໝັກວີຊາຄຸ່ໝັ້ນສາມາດສຳພາດໄດ້ພຽງແຕ່ວີຊາຄູ່ໝັ້ນເທົ່ານັ້ນ ທີ່ສະຖານທຸດສະຫະລັດອາເມລິກາປະຈໍາລາວ. ທັນທີທີສະຖານທູດໄດ້ຮັບຄໍາຮ້ອງອະນຸມັດຈາກສູນກາງວີຊາ , ໜ່ວຍງານວີຊາຖາວອນຂອງສະຖານທູດຈະສົ່ງໜັງສື ຊີ່ງລະບຸຄໍາແນະນໍາຕາມຂັ້ນຕອນການຂໍວີຊາຄຸ່ໜັ້ນ. ຖ້າຫາກທ່ານບໍ່ໄດ້ຮັບຄໍາແນະນໍາຈາກສະຖານທູດພາຍໃນ 4ອາທິດຫລັງຈາກການແຈ້ງເຕືອນຂອງສູນກາງວີຊາກ່ຽວກັບການສົ່ງກໍລະນີເລື້ອງຂອງທ່ານມາລາວ,ກະລຸນາຂຽນອີເມວສຫາກົງສູນທັນທີ່ conslao@state.gov. 

ການຂຽນຟອມ ອອນລາຍ DS-160

ຜູ້ສະໝັກແຕ່ລະຄົນທີ່ມີເງື່ອນໄຂໃນການເດີນທາງ ຈະຕ້ອງຂຽນຟອມຂໍສະໝັກວີຊາ DS-160 ຂອງແຕ່ລະຄົນ. ກະລຸນາເຂົ້າເວັບໄຊແລະປະຕິບັດຕາມຄຳແນະນຳຕ່າງໆໃນເວັບໄຊນີ້ https://ceac.state.gov/genniv/ 

ທັນທີ່ ທີ່ທ່ານໄດ້ຢື່ນຄຳຮ້ອງຂໍວີຊາ ທາງອອນລາຍ ຟອມ DS-160 ແລ້ວທ່ານບໍ່ສາມາດປ່ຽນຫລື ດັດແກ້ຂໍ້ມູນຢູ່ໃນແບບຟອມ DS-160ໄດ້. ກະລຸນາຂຽນຟອມໃຫມ່ ແລ້ວສົ່ງຂໍ້ມູນທີ່ຖືກຕ້ອງອີກຄັ້ງ.

ຂໍ້ມູນເພີ້ມເຕີມກ່ຽວກັບຟອມ  DS-160 ສາມາດເຂົ້າເບີ່ງເວັບໄຊ http://www.ustraveldocs.com/la_la/la-niv-ds160info.asp


ສີ່ງທີ່ຄວນເອົາໃຈໃສ່:

ໝາຍເຫດ: ຄຳຮ້ອງ(ເອກະສານ)ຂອງທ່ານຈະຖືກຢຸດການດຳເນີນການຖ້າຫາກທ່ານບໍ່ດຳເນີນຄຳຮ້ອງຂອງທ່ານພາຍໃນ 1ປີ ນັບຈາກມື້ທີ່ໄດ້ແຈ້ງຄຳແນະນຳໃຫ້ທ່ານ.

ການເຮັດນັດສໍາພາດທາງ ອອນລາຍ

ກະລຸນາຢ່າເຮັດມື້ນັດສຳພາດຈົນກວ່າທ່ານຈະໄດ້ຮັບຫນັງສືແນະນຳແຈ້ງຈາກທາງຈາກທາງສະຖານທູດ.

ຂັ້ນຕອນດັ່ງລຸ່ມນີ້ ແມ່ນຂັ້ນຕອນການນັດສຳພາດອອນລາຍ:

  1. ເວັບໄຊນີ້, ປະຕິບັດ ຄຳແນະນຳແຕ່ລະຂັ້ນຕອນ ເພື່ອສ້າງອີເມວເອັກຄ້າວ ແລະພີມໃບຄຳແນະນຳໃນການຈ່າຍເງີນ.
  2. ຖືໃບຄຳແນະນຳໃນການຈ່າຍເງີນ ເພື່ອໄປຈ່າຍເງີນທີ່ທະນາຄານ ເອຊີລີດ້າ ສາຂາໃດໜື່ງໃນປະເທດສປປ ລາວ. ຄຳແນະນຳໃນການຈ່າຍເງີນແລະວີທີຕ່າງໆເຂົ້າເວັບໄຊ: http://www.ustraveldocs.com/la/la-niv-paymentinfo.asp.
  3. ການນັດສຳພາດວີຊາອອນລາຍ ເຂົ້າເວັບໄຊນີ້ ຫລື ໂທຫາສູນໃຫ້ການບໍລິການຂໍ້ມູນ ທີ່ +85621255500 ຖ້າທ່ານຢຸ່ລາວ, ຫລືໂທຫາ +1703665734 ຖ້າທ່ານຢຸ່ສະຫະລັດອາເມລິກາ.

ໝາຍເຫດ:

  • ເຖິງແມ່ນວ່າວິຊາຄູ່ຫມັ້ນ ຈະແມ່ນວິຊາຊົ່ວຄາວ, ຄຳຮ້ອງຂໍວີຊາຂອງທ່ານ ຈະດຳເນີນຄືກັນກັບວິຊາຖາວອນ . ຕ້ອງແນ່ໃຈວ່າເລືອກເອົາວິຊາຖາວອນເວລານັດສຳພາດອອນລາຍ.
  • ທ່ານຕ້ອງຕື່ມນ້ຳເບີໜ້າຢືນຢັນຟອມ ຄຳຮ້ອງຂໍວີຊາDS-160ທີຍັງມີອາຍຸນຳໃຊ້. ຄຳຮ້ອງຂໍວີຊາຂອງທ່ານຂື້ກັບນ້ຳເບີໜ້າຢືນຢັນຟອມ DS-160.   ຖ້າຕື່ມນ້ຳເບີຜິດວີຊາຂອງທ່ານອາດຖືກປະຕິເສດ ຫລືອາດຖືກຍົກເລີກການນັດສຳພາດ. ຂໍ້ມູນໃນຟອມຄຳຮ້ອງ DS-160 ຕ້ອງມີອາຍຸແລະຂໍ້ມຸນທີ່ຖືກຕ້ອງແລະຊັດເຈນ. ຖ້າທ່ານຢື່ນຟອມ  DS-160ໃຫ່ມ ຫລັງຈາກທ່ານນັດສຳພາດອອນລາຍ, ກະລຸນາເຂົ້າໄປອັບເດດຂໍ້ມູນ ທີ່ ustraveldocs account ເພື່ອອັບເດດບາຄອດ DS-160 ໃຫ່ມ ແລະພີມໃບນັດສຳພາດຄືນໃຫ່ມ.
  • ຖ້າທ່ານມີຄຳຖາມ ຫລື ຕ້ອງການຄວາມຊ່ວຍເຫລືອກ່ຽວກັບການສ້າງອີເມວອັກເຄົ້າ, ໃນການຈ່າຍເງິນຄ່າສະໝັກຂໍວີຊາ ແລະ ການນັດສຳພາດທາງອອນລາຍ, ທ່ານສາມາດ ເຂົ້້າໄປເບີ່ງເວັບໄຊ ustraveldocs.com/laຫລືວ່າຕິດຕໍ່ທາງສູນກາງໃຫ້ຂໍ້ມູນໄດ້ທີ່ +85621255500 ຖ້າວ່າໂທຢູ່ຫວຽດນາມ ຫລືວ່າໂທຢູ່ປະເທດສະຫະລັດອາເມລິກາແມ່ນ +1703665734.

ການກະກຽມເອກະສານເພື່ອເຂົ້າສໍາພາດ

ຫລັງຈາກທີ່ທ່ານໄດ້ເຮັດນັດສຳພາດທາງອອນລາຍແລ້ວ ແລະ ມີຫນ້າທີ່ຢືນຢັນຂອງຟອມແລ້ວ,  ກະລຸນາອ່ານ ຄຳແນະນຳນີ້ ແລະ  ປະຕິບັດຕາມຄຳແນະນຳ ເພື່ອກຽມເອກະສານ ເພື່ອເຂົ້າສຳພາດ ທີ່ສະຖານທູດສະຫະລັດອາເມລິກາ. ກະລຸນາມາສຳພາດຕາມມື້ທີ່ມີນັດພ້ອມພີມໜ້າຢືນຢັນການນັດສຳພາດ ພ້ອມກັບຫນ້າຢືນຢັນຂອງຟອມ DS-160 ກັບເອກະສານຕ່າງໆທີ່ລະບຸໄວ້ຕາມຄຳແນະນຳ. ເວລາທ່ານໄປຫາໝໍເພື່ອກວດສຸຂະພາບ,ທ່ານ ຕ້ອງເອົາໃບນັດຫນ້າທີ່ຢືນຢັນ ແລະ ຫນັງສືແນະນຳ ຄຳແນະນຳ ຈາກສະຖານທູດ ເຊິ່ງລວມເຖິງນ້ຳເບີເຄດກໍລະນີຂອງທ່ານ, ໝັງສືເດີນທາງ, ແລະ ຄ່າທຳນຽມເພື່ອດຳເນີນການກວດສຸກຂະພາບຂອງທ່ານ.  

ຂໍ້ຄວນເອົາໃຈໃສ່: ທ່ານບໍ່ຄວນຂື້ນແຜນເດີນທາງ ຈົນກວ່າ ທ່ານໄດ້ຮັບຫນັງສືເດີນທາງທີ່ມີວິຊາຄູ່ຫນັ້ນແລ້ວ.ບໍ່ຮັບປະກັນວ່າຈະໄດ້ວິຊາເວລາມາສຳພາດ.

ການເຮັດນັດສໍາພາດຄືນໃຫ່ມ ຫລື ຍົກເລີກການນັດສໍາພາດ

ຖ້າທ່ານບໍ່ສາມາດເຂົ້າມາສຳພາດຕາມມື້ນັດຂອງທ່ານ, ທ່ານສາມາດເຮັດນັດຄືນໃຫມ່ ຫລືຍົກເລີກມື້ນັດສຳພາດທາງອອນລາຍ. ກະລຸນາເຂົ້າອີເມວອັກເຄົ້າຂອງ ທ່ານທີ່ນິ້ ຢູ່ຫນ້າຫລັກຂອງເວັບໄຊ, ໃຫ້ເລືອກ “ນັດຄືນໃຫມ່” ຫລື “ຍົກເລີກມື້ນັດສຳພາດ” ຢູ່ປຸ່ມຊ້າຍຢຸ່ຂອງຫນ້າຈໍ. 

ຂໍ້ຄວນສັງເກດ ຂັ້ນຕອນການຈ່າຍຄ່າທຳນຽມເຮັດວິຊາຄູ່ຫມັ້ນແມ່ນຈະບໍ່ໄດ້ສົ່ງເງິນຄືນ. ແຕ່ບິນຮັບເງິນຈະມີອາຍຸໃຊ້1 ປີຫລັງຈາກທີ່ໄດ້ຈ່າຍເງິນໄປແລ້ວ. ຜູ້ສະຫມັກສາມາດໃຊ້ໃບບິນຮັບເງິນນີ້ເພື່ອເຮັດນັດຂອງພວກເຂົາຄືນໃຫມ່ ຖ້າບີນຮັບເງິນຍັງມີອາຍຸນຳໃຊ້ໄດ້, ແຕ່ທ່ານຕ້ອງມາສຳພາດພາຍໃນ 1 ປີ ຂອງການຈ່າຍເງິນ. ຫລັງຈາກປີຫນຶ່ງແລ້ວ ຄ່າຄຳນຽມການຈ່າຍເງິນແມ່ນຫມົດອາຍຸ ແລະ ຜູ້ສະຫມັກຈະຕ້ອງໄດ້ຈ່າຍຄ່າທຳນຽມຄືນໃຫ່ມ.

ຂໍ້ມູນອື່ນໆ

ສຳລັບຂໍ້ມູນເພີ້ມເຕີມກ່ຽວກັບວິຊາຄູ່ຫມັ້ນ, ກະລຸນາເຂົ້າຫາເວັບໄຊຂອງ ກະຊວງການຕ່າງປະເທດ ຫລືວ່າ ສະຖານທູດສະຫະລັດອາເມລິກາປະຈຳສປປລາວ.  ຖ້າທ່ານມີຄຳຖາມເພີ້ມເຕີມ, ທ່ານອາດສົ່ງອີເມວຫາພະແນກກົງສູນໂດຍກົງ ໄດ້ທີ່  conslao@state.gov.