ຂໍ້ມູນ ກ່ຽວກັບ ວີຊາຄົນເຂົ້າເມືອງຖາວອນ

ຢູ່ໃນໜ້ານີ້:


ສະພາບລວມ

ໂດຍທົ່ວໄປ, ບຸກຄົນທີ່ປະສົງຈະຍົກຍ້າຍຖິ່ນຖານໄປອາໄສຢູ່ໃນ ປະເທດສະຫະລັດອາເມລິກາ ຈະຕ້ອງມີໃບຄຳຮ້ອງທີ່ໄດ້ຮັບການອະນຸມັດໂດຍຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS) ກ່ອນຍື່ນໃບຄຳຮ້ອງຂໍວີຊາຄົນເຂົ້າເມືອງຖາວອນ. ໃບຄຳຮ້ອງຈະຕ້ອງໄດ້ຍື່ນຂໍໂດຍຍາດພີ່ນ້ອງທີ່ມີຄຸນສົມບັດເໝາະສົມ ຫຼື ນາຍຈ້າງໃນອະນາຄົດ ຢູ່ທີ່ີ່ຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS) ຢູ່ໃນປະເທດສະຫະລັດອາເມລິກາ. ຂໍ້ມູນສະເພາະກ່ຽວກັບການຍື່ນຂໍວີຊາເຂົ້າເມືອງຖາວອນມີຢູ່ໃນເວັບໄຊ໌ຂອງ USCIS. ບຸກຄົນທີ່ມີໃບຄຳຮ້ອງທີ່ໄດ້ຮັບການອະນຸມັດ ແລະ ວັນທີຍື່ນຄຳຂໍພິເສດທີ່ພ້ອມສຳລັບການດຳເນີນການ (ເມື່ອເໝາະສົມ) ຈະມີສິດຍື່ນໃບຄຳຮ້ອງຂໍວີຊາຄົນເຂົ້າເມືອງຖາວອນ ຫຼື ວີຊາຄົນເຂົ້າເມືອງຊົ່ວຄາວປະເພດ K.

ຄຳຮ້ອງ

ນັບແຕ່ວັນທີ 15 ສິງຫາ 2011 ເປັນຕົ້ນໄປ, ຜູ້ຍື່ນຂໍວີຊາຄ້ຳປະກັນຢູ່ ປະເທດລາວ, ບ່ອນທີ່ບໍ່ມີຫ້ອງການ ຂອງ USCIS, ແມ່ນຕ້ອງປະກອບໃບຄຳຮ້ອງ I-130 ສົ່ງທາງໄປສະນີໂດຍນຳໃຊ້ຕູ້ໄປສະນີຂອງ USCIS ທີ່ເມືອງຊີຄາໂກ. ສະຖານທູດ ແລະ ກົງສຸນ ສະຫະລັດອາເມລິກາ ທີ່ບໍ່ມີຫ້ອງການ USCIS ຈະສາມາດດໍາເນີນໃບຄຳຮ້ອງ I-130 ໃນກໍລະນີຍົກເວັ້ນຕາມກໍລະນີດັ່ງຕໍ່ໄປນີ້. ແບບຟອມ I-130 ທີ່ໄດ້ຖືກຍື່ນຢ່າງເໝາະສົມທີ່ສະຖານທູດ ຫຼື ສະຖານກົງສູນສະຫະລັດທີ່ຢູ່ຕ່າງປະເທດ ບ່ອນທີ່ບໍ່ມີຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS) ກ່ອນວັນທີ 15 ສິງຫາ 2011, ຈະບໍ່ໄດ້ຮັບຜົນກະທົບຈາກການປ່ຽນແປງນີ້.

ທີ່ຢູ່ຕູ້ໄປສະນີຂອງຫ້ອງການ USCIS ຢູ່ເມືອງຊິຄາໂກ ສຳລັບສົ່ງຈົດໝາຍທົ່ວໄປ:
ຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS)
ຕູ້ ປ.ນ. 804625
ຊິຄາໂກ, ລັດອີລີນອຍ(Chicago, IL 60680-4107)

ທີ່ຢູ່ຕູ້ໄປສະນີຂອງ USCIS ຢູ່ເມືອງຊິຄາໂກ ສຳລັບຈົດໝາຍດ່ວນ ແລະ ການຈັດສົ່ງ
ຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ(USCIS)
ເຖິງ: I-130
131 South Dearborn-3rd Floor
ຊິຄາໂກ, ລັດອີລີນອຍ(Chicago, IL 60603-5517)

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບວິທີການຍື່ນໃບຄຳຮ້ອງ I-130 ໂດຍນໍາໃຊ້ຕູ້ໄປສະນີຂອງ USCIS ທີ່ ເມືອງຊີຄາໂກ, ແມ່ນເບິ່ງໄດ້ໃນເວັບໄຊ໌ຂອງ USCIS ທີ່ http://www.uscis.gov ຫຼື ຕິດຕໍ່ USCIS ທາງໂທລະສັບຂອງ ສະຫະລັດອາເມລິກາ ທີ່ 1-800-375-5283

ຄ່າທຳນຽມວີຊາຄົນເຂົ້າເມືອງຖາວອນຂອງ USCIS

ນັບແຕ່ວັນທີ23ທັນວາ2016ເປັນຕົ້ນໄປ, ບຸກຄົນທີ່ໄດ້ຮັບວີຊາເຂົ້າເມືອງຖາວອນຕ້ອງຊໍາລະຄ່າທຳນຽມວີຊາເຂົ້າເມືອງຖາວອນຂອງ USCIS ເປັນຈໍານວນ 220.00 ໂດລາສະຫະລັດ ກ່ອນເດີນທາງເຂົ້າ ສະຫະລັດອາເມລິກາ.  ມີແຕ່ຜູ້ປົກຄອງທີ່ມີລູກບຸນທຳຜູ້ທີ່ຈະເດີນທາງເຂົ້າ ສະຫະລັດອາເມລິກາ ພາຍໃຕ້ຂັ້ນຕອນ Orphan ຫຼື Hague, ຜູ້ເຂົ້າເມືອງແບບພິເສດຈາກ ອີຣັກ ແລະ ອັຟການິສຖານທີ່ຖືກວ່າຈ້າງໂດຍລັດຖະບານຂອງ ສະຫະລັດອາເມລິກາ, ປະຊາຊົນທີ່ກັບຄືນປະເທດ ແລະ ຜູ້ທີ່ໄດ້ຮັບວີຊາປະເພດ K ເທົ່ານັ້ນ ທີ່ຈະຖືກຍົກເວັ້ນຈາກຄ່າທໍານຽມດັ່ງກ່າວ.   ຖ້າທ່ານມີຄໍາຖາມເພິ່ມເພີ່ມ, ເວັບໄຊ໌ຂອງ USCIS ຕໍ່ໄປນີ້ ມີລາຍລະອຽດກ່ຽວກັບຄ່າທໍານຽມໃໝ່, ລວມທັງຂໍ້ມູນຕິດຕໍ່ USCIS: www.USCIS.gov/immigrantfee.

ການຍື່ນໃນກໍລະນີພິເສດ

ໂດຍເລີ່ມຕົ້ນແຕ່ວັນທີ 15 ສິງຫາ 2011, ຜູ້ຮ້ອງຂໍຄຳຮ້ອງທີ່ເຊື່ອວ່າສະພາບຂອງຕົນສົມຄວນໄດ້ຮັບການຍົກເວັ້ນ ສາມາດຮ້ອງຂໍໃຫ້່ຫ້ອງການກົງສຸນ ຮັບເອົາການຍື່ນແບບຟອມ. ຄຳຮ້ອງຂໍແຕ່ລະສະບັບຈະໄດ້ຮັບການພິຈາລະນາເປັນລາຍບຸກຄົນ.

ຜູ້ຍື່ນຄຳຮ້ອງທີ່ຕ້ອງການຍື່ນແບບຟອມ I-130 ຄວນຕິດຕໍ່ຫ້ອງການກົງສຸນ ເພື່ອຮ້ອງຂໍການພິຈາລະນາຍົກເວັ້ນ ແລະ ອະທິບາຍສະຖານະການຂອງທ່ານຢ່າງລະອຽດ. ຫ້ອງການກົງສຸນຈະສົ່ງຕໍ່ຄຳຮ້ອງຂໍການຍົກເວັ້ນໄປຫາຫ້ອງການຂອງ USCIS ທີ່ມີເຂດຮັບຜິດຊອບກວມເອົາສະຖານທູດ ຫຼື ໜ່ວຍງານກົງສຸນນັ້ນ. USCIS ຈະເປັນຜູ້ຕັດສິນວ່າກໍລະນີນີ້ແມ່ນສະພາບການພິເສດ ທີ່ສົມຄວນໄດ້ຮັບການຍົກເວັ້ນຕໍ່ກັບຂະບວນການຍື່ນຄຳຮ້ອງແບບທົ່ວໄປຫຼືບໍ່. USCIS ຈະເຜີຍແຜ່ຄໍາແນະນໍາກ່ຽວກັບກໍລະນີຍົກເວັ້ນສະເພາະໃນ ເວັບໄຊ໌ນີ້.

ການກະກຽມສໍາລັບການສໍາພາດຂໍວີຊ່າ

ຫຼັງຈາກທີ່ທ່ານໄດ້ຮັບການນັດໝາຍສໍາພາດຈາກຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດຫຼື ສະຖານທູດສະຫະລັດອາເມຣິກາ, ກະລຸນາອ່ານ ແລະເຊັກຄືນໃຫ້ລະອຽດລາຍການເພື່ອກະກຽມກ່ອນການສຳພາດ,ແລະປະຕິບັດຕາມຄຳແນະນຳທັງໝົດທີ່ໄດ້ແນະນຳ,ເພື່ອກຽມຄວາມພ້ອມໃນມື້້ນັດສຳພາດຢູ່ສະຖານທູດສະຫະລັດອາເມຣິກາ. ທ່ານຕ້ອງແນ່ໃຈວ່າ ທ່ານນຳເອົາເອກະສານຢັ້ງຢືນການນັດສຳພາດ ທີ່ມີລະຫັດບາໂຄດ DS-160 ທີ່ຖືກຕ້ອງ ແລະລ້າທີ່ສຸດ ແລະ ບັນດາເອກະສານທີ່ຕ້ອງການອື່ນໆທີ່ລະບຸໄວ້ຢູ່ໃນເຈ້ຍລາຍການ.ເມື່ອທ່ານໄປໜ່ວຍກວດສຸຂະພາບທີ່ສະຖານທູດກຳນົດໄວ້ເພື່ອກວດສຸຂະພາບ. ທ່ານຄວນນຳເອົາໜ້າການຢັ້ງຢືນການນັດໝາຍສຳພາດ ແລະໃບໜັງສືແນະນຳທີ່ທ່ານໄດ້ຮັບຈາກຫ້ອງການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດ,ໃນຈົດໝາຍຈະມີເລກທີ່ເອກະສານ,ພ້ອມດ້ວຍເລກໜັງສືຜ່ານແດນ ແລະ ຄ່າທໍານຽມ ການກວດສຸຂະພາບຂອງທ່ານ

ການນັດໝາຍສໍາພາດກັບສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ

ຖ້າທ່ານມີວັນນັດສໍາພາດແລ້ວ, ທ່ານຕ້ອງໄປທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ຕາມວັນທີ ແລະ ເວລານັດສໍາພາດຂອງທ່ານ. ກະລຸນາອ່ານກ່ຽວກັບ ຂໍ້ຫ້າມດ້ານຄວາມປອດໄພ ທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ຊຶ່ງລະບຸວັດຖຸທີ່ທ່ານສາມາດ ແລະ ບໍ່ສາມາດນໍາຕິດຕົວໃນເວລາທ່ານເຂົ້າມາສໍາພາດ. ທ່ານຄວນຖືໜັງສືນັດສໍາພາດ ແລະ ເອກະສານທີ່ຈໍາເປັນສຳລັບ ປະເພດວີຊາຂອງທ່ານເຂົ້າມານຳ.