ເວລາລໍຖ້າ ວີຊາຄົນເຂົ້າເມືອງຖາວອນ

ຢູ່ໃນໜ້ານີ້:

ສະພາບລວມ

ແຕ່ລະກໍລະນີກ່ຽວກັບການຍື່ນຂໍວີຊາຄົນເຂົ້າເມືອງຖາວອນຈະມີຄວາມແຕກຕ່າງກັນໄປ, ເພາະສະນັ້ນມັນຈຶ່ງຍາກທີ່ຈະປະເມີນໄລຍະເວລາ ການດຳເນີນການຂອງແຕ່ລະບຸກຄົນ ໂດຍທົ່ວໄປແລ້ວ, ມີສາມປັດໄຈທີ່ມີຜົນຕໍ່ເວລາໃນການດຳເນີນການ:

ເວລາທີ່ໃຊ້ໃນການດຳເນີນການກັບຄຳຮ້ອງ

ໄລຍະທີ່ USCIS ໃຊ້ໃນການອະນຸມັດຄຳຮ້ອງຈະແຕກຕ່າງກັນໄປ ຂຶ້ນຢູ່ກັບປະເພດຂອງຄຳຮ້ອງຫ້ອງການ USCIS ສະເພາະທີ່ກ່ຽວຂ້ອງ. ຄາດ​ຄະ​ເນ​ເວ​ລາ​ດຳ​ເນີນ​ເອ​ກະ​ສານ​ຂອງຫ້ອງການ USCIS ຕ່າງໆ ໄດ້​ໃນເວັ​ບ​ໄຊ໌ນີ້.

ໄລຍະເວລາທີ່ໃຊ້ໃນການດຳເນີນການຜ່ານສູນບໍລິການວີຊາແຫ່ງຊາດ ແລະ ສະຖານທູດ ຫຼື ສະຖານກົງສຸນສະຫະລັດ

ເມື່ອຄຳຮ້ອງຂອງທ່ານໄດ້ຮັບການອະນຸມັດ, ຖ້າວ່າເປັນໝວດຍາດພີ່ນ້ອງ ຫຼື ມີວັນທີພິເສດ, ມັນຈະຂຶ້ນຢູ່ກັບທ່ານເປັນສ່ວນໃຫຍ່ວ່າທ່ານຈະໃຊ້ເວລາດົນປານໃດໃນການນັດວັນ ແລະ ເວລາການສຳພາດ. ຖ້າ​ທ່ານປະຕິບັດຕາມຄຳແນະນຳຂອງ ສູນບໍລິການວີຊາແຫ່ງ​ຊາດ (NVC) ແລະ ຍື່ນເອກະສານທີ່ຈຳ​ເປັນໄດ້ໄວເທົ່າໃດ, ທ່ານກໍຈະສາມາດນັດ​ໝາຍ​ສຳ​ພາດໄດ້ໄວເທົ່ານັ້ນ. ຕາມປົກກະຕິແລ້ວ ການນັດໝາຍສຳພາດຈະແມ່ນ​ໃນເດືອນທີ່​ທ່ານ​ໄດ້​ຍື່ນເອກະສານຄົບ​ຖ້ວນ. ຕາມປົກກະຕິ ວີຊາຈະອອກໃຫ້ທ່ານພາຍໃນສອງເຖິງສາມວັນຫຼັງການສຳພາດ.

ເວລາເພື່ອໃຫ້ກໍລະນີກາຍເປັນຮອດຜຽນແລ້ວ

ສຳລັບຜູ້ເຂົ້າເມືອງຖາວອນບາງກຸ່ມ, ກົດໝາຍຈະອະນຸຍາດ ໃຫ້ອອກວີຊາໂດຍມີຈຳນວນຈຳກັດໃນແຕ່ລະປີ. ກໍລະນີດັ່ງ​ກ່າວຈະຖືກດໍາເນີນ​ການຢ່າງເຄັ່ງຄັດຕາມລໍາດັບຂອງໃບຄໍາຮ້ອງທີ່ຍື່ນຂໍ (ນີ້ແມ່ນ ວັນທີ ທີ່​ໃບ​ຄຳ​ຮ້ອງ​ຖືກ​ຮັບ ຫຼື priority date). ຈະ​ບໍ່​ສາ​ມາດ​ອອກວີຊາໃຫ້ໄດ້ຈົນກວ່າຈະຮອດ​ລຳ​ດັ​ບ​ວັນ​ທີ ທີ່​ໃບ​ຄຳ​ຮ້ອງ​​ຖືກ​ຮັບ (ໃບ​ຄຳ​ຮ້ອງສາ​ມາດນຳ​ມາ​ດຳ​ເນີນ​ການຕໍ່​ໄປ​ໄດ້). ອາດຈະໃຊ້ເວລາຫຼາຍປີ. ໃນຂະນະທີ່ບໍ່ສາ​ມາດຊີ້​ແຈງຢ່າງເດັດ​ຂາດວ່າຈະໃຊ້ເວລາດົນ​ເທົ່າ​ໃດ​ໃນ​ການ​ດຳ​ເນີນ​ໃບ​ຄຳ​ຮ້ອງ​ຕ່າງໆ,ໃບຂ່າວກ່ຽວກັບວີຊາທີ່​ພິມເຜີຍແຜ່ທຸກເດືອນ ຈະລະບຸ​ໃບ​ຄຳ​ຮ້ອງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ຕາມວັນທີ ທີ່ໃບ​ຄຳ​ຮ້ອງ​ຖືກ​ຮັບ, ຊຶ່ງອາດຈະຊີ້ບອກວ່າຍັງເຫຼືອ​ເວ​ລາອີກດົນປານໃດ.

ໝາຍເຫດ: ເມື່ອຜູ້ຍື່ນໃບຄໍາຮ້ອງປ່ຽນສັນຊາດ, ຜູ້ຍື່ນໃບຄໍາຮ້ອງ F2A ທັງໝົດ (ຄູ່ສົມລົດ ຫຼື ເດັກນ້ອຍທີ່ຍັງບໍ່ໄດ້ບັນລຸນິຕິພາວະຂອງຜູ່​ອາ​ໃສ​ຢູ່​ຖາ​ວອນ) ຈະປ່ຽນເປັນໃບຄໍາຮ້ອງແບບ IR1 ຢ່າງອັດຕະໂນມັດ (ຄູ່ສົມລົດຂອງພົນລະເມືອງ ສະຫະລັດອາເມລິກາ ຫຼື IR2 (ລູກຂອງພົນລະເມືອງ ສະຫະລັດອາເມລິກາ). ໝວດວີຊາເຫຼົ່ານີ້ຈະບໍ່ໄດ້ຢູ່ໃນລະບົບໂຄຕ້າວີຊາ, ເພາະສະນັ້ນ, ຈະສາມາດອອກວີຊາໂດຍບໍ່ຈຳກັດໃຫ້ແກ່ຜູ້ທີ່ມີສິດໄດ້ຮັບວີຊາ ຖ້າພວກເຂົາມີຄຸນສົບບັດທີ່ເໝາະສົມ ຕິດຕໍ່ USCIS ສໍາລັບຂໍ້ມູນເພີ່ມເຕີມ.