ໃບຄໍາຮ້ອງທີ່ຖືກປະຕິເສດ ພາຍໃຕ້ກົດໝາຍວ່າດ້ວຍຄົນເຂົ້າເມືອງ ແລະສັນຊາດ (INA)221(g)

ຢູ່ໃນໜ້ານີ້:


ສະພາບລວມ

ການປະຕິເສດພາຍໃຕ້ມາດຕາ 221(g) ໝາຍຄວາມວ່າ ໃບຄຳຮ້ອງຍັງຂາດຂໍ້ມູນທີ່ຈຳເປັນ ຫຼື ໃບຄຳຮ້ອງໄດ້ຖືກກັກໄວ້ດຳເນີນການທາງການບໍລິຫານ. ເຈົ້າໜ້າທີ່ກົງສຸນທີ່ສຳພາດທ່ານຈະແຈ້ງໃຫ້ທ່ານຮັບຊາບໃນຕອນທ້າຍຂອງການສຳ ພາດຖ້າຫາກຄຳຮ້ອງຂອງທ່ານໄດ້ຖືກປະຕິເສດ ພາຍໃຕ້ມາດຕາ 221(g) ທີ່ລໍຖ້າຂໍມູນເພີ່ມເຕີມ. ເຈົ້າໜ້າທີ່ຈະແຈ້ງໃຫ້ທ່ານຮັບຊາບວ່າທ່ານຈະຕ້ອງໄດ້ຜ່ານຂະບວນການດ້ານການບໍລິຫານ ຫຼື ຂໍໃຫ້ທ່ານສົ່ງຂໍ້ມູນເພີ່ມເຕີມ.

ຖ້າຕ້ອງສົ່ງຂໍ້ມູນເພີ່ມເຕີມ, ທາງເຈົ້າໜ້າທີ່ຈະແຈ້ງໃຫ້ທ່ານຊາບ ກ່ຽວກັບວິທີສົ່ງຂໍ້ມູນດັ່ງກ່າວ. ສ່ວນໜຶ່ງຂອງຂະບວນການນີ້, ທ່ານຈະໄດ້ຮັບຈົດໝາຍແຈ້ງເປັນລາຍລັກອັກສອນ ແລະ ຈະມີເວລາ 12 ເດືອນ ນັບຈາກວັນທີທີ່ທ່ານຍື່ນໃບຄຳຮ້ອງຈົນເຖິງວັນທີທີ່ທ່ານຈະຕ້ອງໄດ້ສົ່ງເອກະສານ ໂດຍບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມໃບຄຳຮ້ອງຂໍວີຊາໃໝ່ອີກ. ຫຼັງຈາກໜຶ່ງປີ, ໃບຄຳຮ້ອງຈະຖືກປະຕິເສດພາຍໃຕ້ມາດຕາ 221(g) ແລະ ຈະຖືກຍົກເລີກພາຍໃຕ້ມາດຕາ 203(e).

ຖ້າສະຖານທູດ ສະຫະລັດອາເມລິກາ ຂໍຂໍ້ມູນ ຫຼື ເອກະສານເພີ່ມເຕີມຈາກທ່ານ, ທ່ານຕ້ອງສົ່ງເອກະສານເຫຼົ່ານັ້ນຕາມຄໍາແນະນໍາທີ່ໄດ້ກຳ​ນົດ​ໃນ ເອ​ກະ​ສານ​ກ່ຽວ​ກັບ​ການ​ປະ​ຕິ​ເສດ 221(g) ທີ່​ສະ​ໜອງໂດຍ ສະ​ຖານ​ທູດ ສະ​ຫະ​ລັດ​ອາ​ເມ​ລິ​ກາ.

ຂໍ້ມູນອື່ນໆ

ຜູ້ຍື່ນຄຳຮ້ອງຂໍວີຊາບາງຄົນຈຳເປັນຕ້ອງມີການດຳເນີນການທາງການບໍລິຫານເພີ່ມເຕີມ, ເຊິ່ງຕ້ອງໃຊ້ເວລາເພີ່ມເຕີມຫຼັງຈາກການສຳພາດກັບເຈົ້າໜ້າທີ່ກົງສຸນ. ທ່ານຈະໄດ້ຮັບການແຈ້ງບອກກ່ຽວກັບຄວາມເປັນໄປໄດ້ນີ້ໃນລະຫວ່າງການສຳພາດ. ເມື່ອຕ້ອງມີການດຳເນີນການທາງການບໍລິຫານເພີ່ມເຕີມ, ໄລຍະການດຳເນີນການຈະແຕກຕ່າງກັນ ໂດຍຂຶ້ນຢູ່ກັບສະພາບການຂອງແຕ່ລະກໍລະນີ. ທ່ານໄດ້ຮັບການແຈ້ງເຕືອນໃຫ້ຍື່ນຂໍວີຊາກ່ອນລ່ວງໜ້າກ່ອນກຳນົດການເດີນທາງຂອງທ່ານ.

ທ່ານສາມາດກວດສອບສະຖານະການ​ຍື່ນ​ຂໍ​ວີ​ຊາຂອງທ່ານໄດ້ຕະຫຼອດເວລາໃນເວັບໄຊ໌​ນີ້.

ຂໍເອົາໃຈໃສ່: ຍົກເວັ້ນແຕ່ກໍລະນີສຸກເສີນ (ຕົວຢ່າງຄື ພະຍາດໜັກໜ່ວງ, ຖືກບາດເຈັບ ຫຼື ພີ່ນ້ອງເສຍຊີວິດ). ກ່ອນທີ່ຈະສອບຖາມກ່ຽວກັບສະພາບການວີຊາ, ທ່ານ ຫຼື ຜູ້ຕາງໜ້າຂອງທ່ານ ຕ້ອງລໍຖ້າຢ່າງໜ້ອຍ 180 ວັນນັບແຕ່ ມຶ້ສໍາພາດ ຫຼື ມື້ທີ່ທ່ານໄດ້ປະກອບເພີ່ມເອກະສານ. ກະລຸນາອົດທົນໃຊ້ເວລາລໍຖ້າ.