ຈອງການນັດສຳພາດຂອງທ່ານ
ຢູ່ໃນໜ້ານີ້:
ສະພາບລວມ
ໂດຍທົ່ວໄປ, ພົນລະເມືອງຂອງຕ່າງປະເທດທີ່ປະສົງຈະເດີນທາງເຂົ້າປະເທດສະຫະລັດອາເມລິກາ ຈະຕ້ອງຂໍວີຊາກ່ອນລ່ວງໜ້າ, ບໍ່ວ່າຈະເປັນວີຊາຄົນເຂົ້າເມືອງຊົ່ວຄາວສຳລັບຢູ່ອາໄສຊົ່ວຄາວ ຫຼືວີຊາຄົນເຂົ້າເມືອງຖາວອນສຳລັບຢູ່ອາໄສຖາວອນ. ພົນລະເມືອງຂອງປະເທດພາຍໃຕ້ ໂຄງການຍົກເວັ້ນວີຊາສາມາດຢ້ຽມຢາມ ສະຫະລັດອາເມລິກາ ໄດ້ໂດຍບໍ່ຈໍາເປັນຕ້ອງມີວີຊາ. ຖ້າທ່ານບໍ່ໄດ້ຮັບການຮັບຮອງພາຍໃຕ້ໂຄງການຍົກເວັ້ນວີຊາ ຫຼືເດີນທາງເພື່ອໄປສຶກສາຕໍ່, ເຮັດວຽກ ຫຼື ເຂົ້າຮ່ວມໂຄງການແລກປ່ຽນ, ທ່ານຕ້ອງຍື່ນວີຊາຄົນເຂົ້າເມືອງຊົ່ວຄາວ.
ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຕ້ອງໄປປະກົດຕົວເພື່ອການສຳພາດວີຊາທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ. ທ່ານຈະຕ້ອງກໍານົດນັດໝາຍສໍາພາດຂອງທ່ານຜ່ານເວັບໄຊ໌ນີ້ ຫຼື ຜ່ານສູນສອບຖາມຂໍ້ມູນ.
ເອກະສານສະໜັບສະໜູນ
ໃນການນັດໝາຍສໍາພາດສຳລັບວີຊາເຂົ້າເມືອງຊົ່ວຄາວ, ທ່ານຈະຕ້ອງສະໜອງຂໍ້ມູນ ແລະ ເອກະສານຕໍ່ໄປນີ້:
- ຜູ້ທີ່ເດີນທາງເຂົ້າ ສະຫະລັດອາເມລິກາ ຕ້ອງມີໜັງສືເດີນທາງທີ່ມີອາຍຸການນຳໃຊ້ຫົກເດືອນຫຼັງຈາກໄລຍະເວລາທີ່ຕົນມີແຜນອາໃສຢູ່ສະຫະລັດອາເມລິກາ ເວັ້ນເສຍແຕ່ ໄດ້ຮັບຂໍ້ຕົກລົງສະເພາະປະເທດທີ່ໃຫ້ການຍົກເວັ້ນຕໍ່ເງື່ອນໄຂດັ່ງກ່າວ. ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມ, ຜູ້ຕິດຕາມແຕ່ລະຄົນທີ່ຕ້ອງການວີຊາຈະຕ້ອງຍື່ນໃບຄຳຮ້ອງຂໍວີຊາ;
- ໃບຮັບເງິນຄ່າທຳນຽມໃບຄຳຮ້ອງຂໍວີຊາ(MRV);
- ໃບຢັ້ງຢືນຂອງແບບຟອມ DS-160 ຂອງທ່ານ
- ທີ່ຢູ່ອີເມລ໌; ແລະ
- ຖ້າມີ, ເອກະສານທີ່ອີງຕາມໝວດວີຊາ (ເຊັ່ນ ໃບອະນຸມັດຄໍາຮ້ອງສໍາລັບວີຊາປະເພດຄ້ຳປະກັນ; ຂໍ້ມູນເພີ່ມເຕີມກ່ຽວກັບປະເພດວີຊາ ແລະ ຂໍ້ມູນກ່ຽວກັບແຕ່ລະປະເພດວີຊາແມ່ນສາມາດອ່ານໄດ້ໃນເວັບໄຊ໌ນີ້).
ຂໍ້ຫ້າມໃນການປ່ຽນແປງການນັດສຳພາດ
ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຖືກຈຳກັດຈຳນວນຄັ້ງທີ່ພວກເຂົາສາມາດປ່ຽນການນັດສຳພາດ ກະລຸນາວາງແຜນກ່ອນລ່ວງໜ້າເພື່ອທີ່ທ່ານຈະບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມການຂໍວີຊາອີກເທື່ອໃໝ່.
ການດຳເນີນການເພີ່ມເຕີມ
ກຳນົດເວລານັດໝາຍສຳພາດ
ປ່ຽນເວລານັດໝາຍສຳພາດຂອງທ່ານ