ປະກອບແບບຟອມ DS-160 ຂອງທ່ານ

ຢູ່ໃນໜ້ານີ້:

ສະພາບລວມ

ຜູ້ຍື່ນໃບຄຳຮ້ອງແຕ່ລະທ່ານ, ລວມທັງເດັກນ້ອຍ, ຈະຕ້ອງມີໃບຄຳຮ້ອງຂໍວີຊາ ແບບຟອມ DS-160 ຂອງຕົນເອງ. ແບບຟອມ DS-160 ຈະຕ້ອງໄດ້ປະກອບຂໍ້ມູນໃຫ້ຄົບຖ້ວນ ແລະ ສົ່ງທາງອອນໄລນ໌ກ່ອນການສຳພາດຂອງທ່ານທີ່ສະຖານທູດ ແລະ ກົງສຸນສະຫະລັດ. ໝາຍເລກລະຫັດເທິງໜ້າຢືນຢັນຂອງແບບຟອມ DS-160 ຈະຕ້ອງມີເພື່ອຈອງເວລາສຳພາດຂອງທ່ານ. ໃບ​ຄຳ​ຮ້ອງ DS-160 ແມ່ນ​ຕ້ອງ ສົ່ງອອນໄລ໌ - ສະຖານທູດ ຫຼື ກົງສຸນຂອງ ສະຫະລັດອາເມລິກາ ຈະບໍ່ຮັບໃບ​ຄຳ​ຮ້ອງທີ່ຂຽນດ້ວຍມື ຫຼື ພິມເອົາ ແລະ ທ່ານຈະບໍ່​ສາ​ມາດເຂົ້າມາສໍາພາດຖ້າ​ທ່ານບໍ່ມີເອກະສານຢັ້ງຢືນ ການ​ປະ​ກອບ​ໃບ​ຄຳ​ຮ້ອງ DS-160 ຢ່າງ​ຄົບ​ຖ້ວນ.

ເມື່ອທ່ານເຊັນແບບຟອມ DS-160 ຜ່ານທາງອີເລັກໂຕຣນິກ, ທ່ານໄດ້ຮັບຮອງວ່າຂໍ້ມູນທັງໝົດທີ່ໄດ້ຖືກລະບຸຢູ່ໃນແບບຟອມນີ້ແມ່ນເປັນຄວາມຈິງ ແລະ ຖືກຕ້ອງ. ການບິດເບືອນຂໍ້ເທັດຈິງສາມາດນໍາໄປສູ່ການຕັດສິດເຂົ້າປະເທດສະຫະລັດອາເມລິກາຂອງທ່ານ. ກະລຸນາກວດຄືນອີກຄັ້ງວ່າຄຳຕອບທັງໝົດຂອງທ່ານແມ່ນຖືກຕ້ອງ ແລະ ທຸກຄຳຖາມໄດ້ຖືກຕອບຢ່າງຄົບຖ້ວນສົມບູນແລ້ວ.

ໝາຍເຫດ: ຄໍາຖາມກ່ຽວກັບການປະກອບໃບ​ຄຳ​ຮ້ອງ DS-160 ແມ່ນ​ສາ​ມາດຫາ​ຄຳ​ຕອບ​ໄດ້ໃນເວັບໄ​ຊ໌​ຕໍ່​ໄປ​ນີ້. ພວກເຮົາບໍ່ສາມາດຕອບຄຳຖາມໃດໆ ຫຼື ໃຫ້ຄຳແນະນຳກ່ຽວກັບຂະບວນການນີ້.

ຂໍ້ແນະນຳໃນການປະກອບແບບຟອມ DS-160

ປະກອບ ແລະ ​ສົ່ງໃບ​ຄຳ​ຮ້ອງ DS-160 ຂອງທ່ານ​ພາຍຫຼັງ​ທີ່​ທ່ານ​ໄດ້ທົບທວນ ກ່ຽວ​ກັບຂັ້ນຕອນການຍື່ນ​ຂໍວີຊາເຂົ້າ​ເມືອງຊົ່ວຄາວ. ທ່ານຈະຕ້ອງສົ່ງໃບຄຳຮ້ອງ DS-160 ຂອງທ່ານທາງອອນໄລນ໌ ກ່ອນຈອງນັດໝາຍສຳພາດທີ່ສະຖານທູດ ຫຼື ສະຖານກົງສຸນສະຫະລັດ

  • ສະຖານທູດ ຫຼື ສະຖານກົງສຸນທີ່ທ່ານເລືອກໃນຕອນຕົ້ນໃນແບບຟອມ DS-160 ຈະຕ້ອງແມ່ນສະຖານທູດ ຫຼື ສະຖານກົງສຸນດຽວກັນກັບບ່ອນທີ່ທ່ານນັດໝາຍສຳພາດ.
  • ຄຳຖາມທັງໝົດຈະຕ້ອງຕອບເປັນພາສາອັງກິດໂດຍນຳໃຊ້ຕົວອັກ ສອນພາສາອັງກິດເທົ່ານັ້ນ, ຍົກເວັ້ນເມື່ອທ່ານຖືກຂໍໃຫ້ຂຽນຊື່ເຕັມຂອງທ່ານເປັນພາສາກຳເນີດຂອງທ່ານ.
  • ທ່ານຈະຕ້ອງອັບໂຫຼດຮູບທີ່ຖ່າຍພາຍໃນໄລຍະເວລາຫົກເດືອນເພື່ອນຳໃຊ້ເຂົ້າເປັນສ່ວນໜຶ່ງຂອງຂະບວນການ DS-160. ຂໍ້ແນະນໍາລະອຽດກ່ຽວ​ກັບການຖ່າຍຮູບ​ທີ່​ຖືກ​ຕ້ອງ ແລະ ການສົ່ງຮູບ ແມ່ນໄດ້ລະບຸໃນເວັບໄຊ໌ຂອງ ກະຊວງການຕ່າງປະເທດຂອງ ສະຫະລັດອາເມລິກາໃນເວັ​ບ​ໄຊ໌ນີ້.
  • ຖ້າທ່ານຢຸດເຮັດໃບຄຳຮ້ອງເປັນເວລາດົນກ່ວາ 20 ນາທີ, ໂປຣແກມຂອງທ່ານຈະໝົດເວລາ. ທ່ານຈະຕ້ອງເລີ່ມເຮັດໃໝ່, ນອກຈາກວ່າທ່ານໄດ້ບັນທຶກເລກລະຫັດໃບຄຳຮ້ອງຂອງທ່ານ ຫຼືໄດ້ບັນທຶກໃບຄຳຮ້ອງ ຂອງທ່ານໄວ້ໃນໄຟລ໌ໃນຄອມພິວເຕີຂອງທ່ານ. ຂຽນເລກລະຫັດໃບຄຳຮ້ອງທີ່ປະກົດຢູ່ເທິງມູມດ້ານຂວາຂອງໜ້າເຈ້ຍ. ຖ້າທ່ານຕ້ອງການປິດບຣາວເຊີກ່ອນສົ່ງໃບຄຳຮ້ອງ, ທ່ານຈະຕ້ອງການ ເລກລະຫັດໃບຄຳຮ້ອງເພື່ອສືບຕໍ່ຂັ້ນຕອນການສະໝັກຂອງທ່ານ.
  • ໃບຄຳຮ້ອງ DS-160 ທີ່ປະກອບສົມບູນແລ້ວຈະສ້າງໃບຢືນຢັນທີ່ປະກອບດ້ວຍລະຫັດທີ່ເປັນຕົວອັກສອນ ແລະ ຕົວເລກ. ພິມໜ້ານີ້. ຈຳເປັນຕ້ອງມີໃບຢັ້ງຢືນທີ່ພິມອອກສຳລັບການສຳພາດທີ່ສະຖານທູດສະຫະລັດ ຫຼື ສະຖານກົງສຸນ.
  • ເມື່ອທ່ານພິມໜ້າເວັບ​ໄຊ໌ທີ່ມີການຢັ້ງຢືນດ້ວຍບາໂຄດອອກ​ມາແລ້ວ, ຈົ່ງກົດປຸ່ມ "ກັບຄືນ" ໃນເວັບບ​ຣາວເຊີຂອງທ່ານ ແລະ ຫຼັງຈາກນັ້ນກໍສົ່ງອີເມວ​​ສຳ​ເນົາໃບ​ຄຳ​ຮ້ອງ DS-160 ໃຫ້ຕົວທ່ານເອງເພື່ອສໍາຮອງຂໍ້ມູນ. ອີເມວດັ່ງກ່າວຈະເປັນເອ​ກະ​ສານໃນຮູບແບບ PDF, ຊຶ່ງ​ຮຽກ​ຮ້ອງ​ໃຫ້​ທ່ານມີໂປຼແກມ Adobe Acrobat ເພື່ອເປີດເບິ່ງ ແລະ ພິມ​ເອ​ກະ​ສານອອກມາ.

ຂໍ້ມູນເພີ່ມເຕີມ

ຄໍາຖາມກ່ຽວກັບການປະກອບໃບ​ຄຳ​ຮ້ອງ DS-160 ແມ່ນ​ສາ​ມາດຫາ​ຄຳ​ຕອບ​ໄດ້ໃນເວັບໄ​ຊ໌​ຕໍ່​ໄປ​ນີ້. ພວກເຮົາບໍ່ສາມາດຕອບຄຳຖາມໃດໆ ຫຼື ໃຫ້ຄຳແນະນຳກ່ຽວກັບຂະບວນການນີ້.

ທ່ານ​ສາ​ມາດ​ເຂົ້າ​ເຖິງໃບ​ຄຳ​ຮ້ອງ DS-160 ​ທາງ​ອອນ​ໄລ໌ໄດ້​ໃນເວັບໄຊ໌ນີ້.