ກຳນົດນັດໝາຍ ສຳພາດ ແບບຮີບດ່ວນ

 

ຢູ່ໃນໜ້ານີ້

ຖ້າທ່ານມີຄວາມຕ້ອງການເດີນທາງໄປສະຫະລັດອາເມລິກາ ໂດຍຈຸດປະສົງສອດຄ່ອງກັບໜຶ່ງໃນບັນດາມາດຖານທີ່ລະບູໄວ້ຂ້າງລຸ່ມນີ້, ທ່ານອາດຈະຮັບການອະນຸຍາດນັດໝາບສໍາພາດແບບຮີບດ່ວນເຊິ່ງຂຶ້ນກັບສະພາບການກຽມພ້ອມຂອງສະຖານທູດສະຫະລັດອາເມລິກາປະຈໍາລາວ. ສໍາຄັນແມ່ນທ່ານຕ້ອງຮັບປະກັນວ່າ ທ່ານມີເງື່ອນໄຂຢ່່າງຄົບຖ້ວນເພາະວ່າຜູ້ສະໝັກຂໍວີຊາຖືກອະນຸຍາດຮ້ອງຂໍນັດໝາບສໍາພາດແບບຮີບດ່ວນໜຶ່ງຄັ້ງເທົ່ານັ້ນ.

ສະພາບລວມ

ກ່ອນການສະໝັກນັດໝາຍສໍາພາດຂໍວີຊາແບບຮີບດ່ວນ, ທ່ານຕ້ອງມີຫຼັກຖານທາງເອກະສານເພື່ອພິສູດການນັດໝາຍສໍາພາດແບບຮີບດ່ວນນັ້ນ. ຖ້າຫາກໃນລະຫວ່າງເວລາສໍາພາດຂໍວີຊາ, ທ່ານສະເໜີຜິດເຫດຜົນຂອງການເດີນທາງດ່ວນ, ຂໍ້ມູນດັ່ງກ່າວຈະຖືກບັນທຶກໄວ້ໃນລະບົບ ແລະອາດຈະມີຜົນຕໍ່ ການຂໍວີຊາຂອງທ່ານ. ຜູ້ສະໝັກທຸກຄົນທີ່ຮ້ອງຂໍນັດໝາຍສໍາພາດແບບຮີບດ່ວນຕ້ອງໄດ້ຈ່າຍຄ່າທໍານຽມວິຊາສໍາລັບການນັດໝາຍສໍາພາດເປັນປົກກະຕິ. ຜູ້ສະໝັກທຸກຄົນທີ່ໄດ້ຮັບການອະນຸຍາດນັດໝາຍສໍາພາດແບບຮີບດ່ວນແລ້ວ ແຕ່ຫຼັງຈາກນັ້ນຖືກເຈົ້າໜ້າທີ່ກົງສູນສະຖານທູດສະຫະລັດອາເມລິກາປະຈໍາລາວປະຕິເສດອອກວີຊາ, ກໍລະນີນີ້ຂອງທ່ານຈະບໍ່ສາມາດໃຊ້ທາງເລືອກນີ້ເພື່ອນັດໝາຍສໍາພາດແບບຮີບດ່ວນອີກຄັ້ງ. ຜູ້ສະໝັກຕ້ອງສະເໜີຂໍ້ມູນກ່ຽວກັບຫຼັກຖານທີ່ຮ້ອງຂໍນັດໝາຍສໍາພາດແບບຮີບດ່ວນ ແຕ່ວ່າບໍ່ຄວນຮ້ອງຂໍສໍາລັບວັນທີ ແລະເວລາສໍາພາດໂດຍສະເພາະ.

ໝາຍເຫດ: ການເດີນທາງເພື່ອຈຸດປະສົງເຂົ້າຮ່ວມງານແຕ່ງດອງ, ພິທີຈົບການສຶກສາ, ຊ່ວຍພີ່ນ້ອງທີ່ຖືພາ, ເຂົ້າຮ່ວມກອງປະຊຸມທຸລະກິດ/ວິຊາການ/ກອງປະຊຸມວິຊາຊີບປະຈໍາປີ, ເຂົ້າຮຽນພາສາອັງກິດເປັນພາສາທີສອງ, ຫຼືໄປທ່ອງທ່ຽວໂດຍໄດ້ວາງແຜນກ່ອນລ່ວງໜ້າແລ້ວ, ບັນດາສາເຫດດັ່ງກ່າວບໍ່ແມ່ນເງື່ອນໄຂຢ່າງຄົບຖ້ວນສໍາລັບການນັດໝາຍສໍາພາດແບບຮີບດ່ວນຂອງທ່ານ. ພວກເຮົາກໍບໍ່ໄດ້ອະນຸຍາດໃຫ້ແກ່ການນັດໝາຍສໍາພາດດ່ວນ ໂດຍສາເຫດເພື່ອຄວາມສະດວກສະບາຍໃນການທ່ອງທ່ຽວ ຫຼືໃນການຈອງປິ້ຍົນກ່ອນລ່ວງໜ້າ. ສະນັ້ນ ສໍາລັບການເດີນທາງດັ່ງກ່າວ ກະລຸນາ ນັດໝາຍຂໍວີຊາເປັນປົກກະຕິກ່ອນລ່ວງໜ້າ.

ຄວາມຕ້ອງການດ້ານການແພດ
ຈຸດປະສົງຂອງການເດີນທາງນີ້ ແມ່ນເພື່ອຮັບການຮັກສາທາງການແພດຢ່າງຮີບດ່ວນ ຫຼືໄປນໍາພີ່ນ້ອງ ຫຼືນາຍຈ້າງຂອງຕົນ ເພື່ອຮັບການປີ່ນປົວທາງການແພດຢ່າງຮີບດ່ວນ.

ເອກະສານທີ່ຈໍາເປັນຕ້ອງສະເໜີ:
• ຈົດໝາຍຈາກທ່ານໝໍຂອງທ່ານ ທີ່ອະທິບາຍກ່ຽວກັບສະພາບທາງການແພດ ແລະເຫດຜົນທີ່ທ່ານກໍາລັງຊອກຫາການປິ່ນປົວທາງການແພດທີ່ສະຫະລັດອາເມລິກາ.
• ຈົດໝາຍຈາກທ່ານໝໍ ຫຼືໂຮງໝໍທີ່ສະຫະລັດອາເມລິກາ ທີ່ຊີ້ບອກວ່າ ພວກເຂົາກຽມພ້ອມທີ່ຈະປິ່ນປົວກໍລະນີຂອງທ່ານ ພ້ອມນັ້ນສະໜອງຈໍານວນຄ່າໃຊ້ຈ່າຍເປັນປະມານຂອງການປິ່ນປົວດັ່ງກ່າວ.
• ຫຼັກຖານຢັ້ງຢືນວ່າ ທ່ານຈະຈ່າຍຄ່າປິ່ນປົວຂອງທ່ານ.

ງານສົບ/ການເສຍຊີວິດ
ຈຸດປະສົງຂອງການເດີນທາງ ແມ່ນເພື່ອເຂົ້າຮ່ວມງານສົບ ຫຼືນໍາສົ່ງສົບຂອງສະມາຊິກໃນຄອບຄົວໂດຍຮີບດ່ວນ (ພໍ່, ແມ່, ອ້າຍ, ເອື້ອຍ, ນ້ອງ, ລູກ)ໃນສະຫະລັດອາເມລິກາກັບມາປະເທດ.

ເອກະສານທີ່ຈໍາເປັນຕ້ອງສະເໜີ:
• ຈົດໝາຍຈາກຜູ້ຈັດການພິທີງານສົບໂດຍໄດ້ລະບູຂໍ້ມູນຕິດຕໍ່, ຂໍ້ມູນລາຍລະອຽດຂອງຜູ້ເສຍຊີວິດ ແລະວັນທີຈັດງານພິທີງານສົບ.
• ພ້ອມນັ້ນ ທ່ານຍັງຕ້ອງສະແດງຫຼັກຖານຢັ້ງຢືນວ່າ ຜູ້ເສຍຊີວິດແມ່ນຍາດພີ່ນ້ອງຂອງທ່ານ.

ການເດີນທາງ ທາງທຸລະກິດແບບຮີບດ່ວນ
ຈຸດປະສົງຂອງການເດີນທາງແມ່ນເຂົ້ານຮ່ວມທຸລະກິດແບບຮີບດ່ວນ ໂດຍບໍ່ສາມາດຄາດການກ່ອນລ່ວງໜ້າໄດ້.
ເອກະສານທີ່ຈໍາເປັນຕ້ອງສະເໜີ:
• ໜັງສືແຈ້ງການຈາກບໍລິສັດທີ່ສະຫະລັດອາເມລິກາຢັ້ງຢືນຄວາມຮີບດ່ວນຂອງການຢ້ຽມຢາມທີ່ໄດ້ວາງແຜນໄວ້ ພ້ອມອະທິບາຍເນື້ອໃນຂອງວຽກງານດັ່ງກ່າວ ແລະບໍລິສັດທີ່ສະຫະລັດອາເມລິກາ ຫຼືບໍລິສັດທີ່ທ້ອງຖິ່ນຈະປະສົບກັບຄວາມເສຍຫາຍອັນສໍາຄັນ ຖ້າຫາກການນັດໝາຍສໍາພາດແບບຮີບດ່ວນຂອງທ່ານບໍ່ຖືກຮັບການອະນຸຍາດ.
ຫຼືວ່າ
• ຫຼັກຖານຂອງໂຄງການຝຶກອົບຮົມທີ່ຈໍາເປັນໃນສະຫະລັດອາເມລິກາ ໃນເວລາສາມເດືອນ ຫຼືໜ້ອຍກ່ວານັ້ນ, ເຊິ່ງປະກອບມີຈົດໝາຍຈາກທັງນາຍຈ້າງທ້ອງຖິ່ນ ແລະທັງບໍລິສັດທີ່ສະຫະລັດອາເມລິດກາທີ່ໃຫ້ ການຝຶກອົບຮົມ. ຈົດໝາຍທັງສອງຄວນປະກອບມີຄໍາອະທິບາຍຢ່າງລະອຽດກ່ຽວກັບການຝຶກອົບຮົມ ແລະອະທິບາຍວ່າ ເປັນຫຍັງບໍລິສັດທີ່ສະຫະລັດອາເມລິກາ ຫຼື ບໍລິສັດທ້ອງຖິ່ນຈະປະສົບກັບຄວາມເສຍຫາຍອັນສໍາຄັນ ຖ້າຫາກການນັດໝາຍສໍາພາດແບບຮີບດ່ວນຂອງທ່ານບໍ່ຖືກຮັບການອະນຸຍາດ.

ນັກຮຽນ ຫຼືວ່າ ຜູ້ຢ້ຽມຢາມແລກປ່ຽນ
ຈຸດປະສົງຂອງການເດີນທາງນີ້ແມ່ນເພື່ອເລີ່ມຕົ້ນຫຼືເຂົ້າຮ່ວມຕໍ່ໂຄງການໜຶ່ງທີ່ຖືກຕ້ອງທີ່ສະຫະລັດເຊິ່ງມີກຳນົດເວລາພາຍໃນ 60 ວັນ, ແຕ່ບໍ່ມີມື້ສຳພາດຕາມປົກກະຕິໃນລະບົບ. ທາງເລືອກນີ້ ນຳໃຊ້ສຳລັບນັກຮຽນ ຫຼື ນັກຮຽນແລກປ່ຽນທີ່ມີໂຄງການຮຽນ ຫຼື ໂຄງການແລກປ່ຽນເຊິ່ງມີກຳນົດເວລາ 60 ວັນນັບແຕ່ມື້ເລີ່ມຕົ້ນຂອງໂຄງການ. 
ເອກະສານທີ່ຈຳເປັນຕ້ອງສະເໜີ:
• ສະບັບຕົ້ນຂອງໃບຄຳຮ້ອງ I-20 ຫຼື ໃບຄໍາຮ້ອງ DS-2019 ທີ່ສະແດງມື້ເລີ່ມຕົ້ນຂອງໂຄງການພາຍໃນ60 ວັນ. 
• ຫຼັກຖາມສະແດງວ່າທ່ານໄດ້ສຳເລັດການເສຍຄ່າທຳນຽມ SEVIS (ຖ້າມີ)

ຖືກປະຕິເສດ ESTA.
ທ່ານສາມາດນັດໝາຍສຳພາດແບບຮີບດ່ວນໄດ້ ຖ້າທ່ານແມ່ນພົນລະເມືອງຂອງປະເທດເຂົ້າຮ່ວມໂຄງການຍົກເວັ້ນວີຊາ ແຕ່ທ່ານໄດ້ຮັບຄຳແຈ້ງຈາກສະຖານທູດວ່າ ທ່ານບໍ່ມີເງື່ອນໄຂຢ່າງຄົບຖ້ວນເພື່ອຈະໄປສະຫະລັດຕາມໂຄງການຍົກເວັ້ນວີຊາ. ກໍລະນີ້ຂ້າງເທິງສ່ວນຫຼາຍຈະແມ່ນຜູ້ສະໝັກທີ່ມີສັນຊາດທີ່ 2 ເປັນພົນລະເມືອງຂອງໜຶ່ງໃນບັນດາປະເທດເຊັ່ນ ອີຣັກ, ອີຣານ, ຊູດານ, ຊີເຣຍ ຫຼື ເປັນຄົນທີ່ເຄີຍເດີນທາງຜ່ານບັນດາປະເທດ ອີຣັກ, ອີຣານ, ຊູດານ, ຊີເຣຍ, ລິເບຍ, ເຢຍເມນ ຫຼື ໂຊມາເລຍ ແຕ່ ວັນທີ 1 ມີນາ 2011. ເງື່ອນໄຂເພື່ອໄດ້ນັດສຳພາດດ່ວນແມ່ນ ການເດີນທາງຂອງທ່ານກະກຽມໃກ້ຊິເກີດຂຶ້ນ. ທ່ານກະລຸນາສະເໜີລະອຽດ ວັນເດີນທາງ ແລະຈຸດປະສົງການເດີນທາງຂອງທ່ານ.

ເອກະສານທີ່ຈຳເປັນຕ້ອງສະເໜີ: 
• ສຳເນົາໃບແຈ້ງສະພາບການຂໍເຂົ້າເມືອງພາຍໃຕ້ໂຄງການຍົກເວັ້ນວີຊາເທິງລະບົບ ESTA ຂອງທ່ານຈາກເຈົ້າໜ້າທີ່ພາສີ ແລະ ປ້ອງການຊາຍແດນສະຫະລັດ.

ຂັ້ນຕອນນັດສຳພາດແບບຮີບດ່ວນ.

ຂັ້ນຕອນທີ 1
ສຳເລັດແບບຟອມໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລກໂຕຣນິກ (DS-160)


ຂັ້ນຕອນທີ 2
ຊຳລະຄ່າທຳນຽມວີຊາ

 

ຂັ້ຕອນທີ 3
ນັດສຳພາດໃນລະບົບເຊິ່ງເລືອກເອົາມື້ໄວທີ່ສຸດທີ່ມີໃນລະບົບ. ຂໍເອົາໃຈໃສ່ວ່າ ທ່ານຕ້ອງນັດສຳພາດເປັນປົກກະຕິເທິງລະບົບກ່ອນຈະຂໍມື້ສຳພາດດ່ວນ. ເມື່ອນັດສຳພາດ, ລະບົບຈະໂຊໃຫ້ເຫັນຄຳແຈ້ງບອກເຖິງມື້ນັດພົບໄວສຸດ ລວມທັງມື້່ນັດສຳພາດດ່ວນ. ອີງຕາມຄຳແຈ້ງດັ່ງກ່າວ, ທ່ານບໍ່ຈຳເປັນຂໍ້ນັດມື້ທີ່ໄວກ່ວານັ້ນອີກ ເນື່ອງຈາກວ່າ ບໍ່ມີມື້ນັດໄວກ່ວານັ້ນອີກ. 
ຖ້າທ່ານຕ້ອງການນັດມື້ສຳພາດດ່ວນ, ກະລຸນາຢື່ນໃບຄຳຮ້ອງຂໍນັດສຳພາດດ່ວນເປັນພາສາອັງກິດ ຫຼື ຕິດຕໍ່ຫາສູນບໍລິການລູກຄ້າເພື່ອຮັບການຊ່ວຍເຫຼືອ. ທ່ານກະລຸນາສະເໜີລະອຽດທຸກສາຍເຫດເຮັດໃຫ້ທ່ານໄດ້ນັດສຳພາດດ່ວນ. ຫຼັງຈາກທ່ານໄດ້ສົ່ງຄຳຮ້ອງຂໍສຳພາດດ່ວນ, ກະລຸນາລໍຖ້າອີເມວຕອບຮັບຈາກສະຖານທູດ ສະຫະລັດອາເມລິກາ ຫລື ພະແນກກົງສູນ ແລະ ປະຕິບັດຕາມອີເມວຕອບກັບຂອງສະຖານທູດສະຫະລັດ.

 

ຂັ້ນຕອນທີ 4
ຖ້າສະຖານທູດອາເມລິກາ ຫລື ພະແນກກົງສຸນ ອະນຸມັດຄຳຮ້ອງ ຂອງທ່ານ ແລ້ວ ທ່ານຈະໄດ້ຮັບອີເມວຕອບກັບຈາກສະຖານທູດ ໃຫ້ທ່ານເຂົ້າໄປນັດສຳພາດດ່ວນໃນລະບົບ. ຄວນເຂົ້າໃຈວ່າສູນບໍລິການລູກຄ້າຈະບໍ່ສາມາດນັດສຳພາດດ່ວນໃຫ້ທ່ານໄດ້ ແຕ່ສູນສາມາດຕອບບັນດາຄຳຖາມຂອງທ່ານຖ້າທ່ານຮຽກຮ້ອງ. ຖ້າສະຖານທູດປະຕິເສດຄໍາຮ້ອງຂໍນັດສຳພາດດ່ວນຂອງທ່ານ, ທ່ານຈະໄດ້ຮັບຄໍາແຈ້ງຈາກສະຖານທູດຜ່ານອີເມວ ແລະ ທ່ານຄວນຈະ ຮັກສາມື້ສຳພາດທີ່ທ່ານເຄີຍນັດໄວ້ຮຽບຮ້ອຍໃນລະບົບ.ຄືເກົ່າ
ໝາຍເຫດ: ອີເມວແຈ້ງຂ່າວແມ່ນມາຈາກເມວ: no-reply@ustraveldocs.com ຖ້າບໍ່ເຫັນອີເມວ, ທ່ານກະລຸນາກວດບ່ອນຖັງຂີ້ເຫຍື້ອ ແລະ ສະແປມໃນອີເມວຂອງທ່ານ.

 

ຂັ້ນຕອນທີ 5
ເຂົ້າໄປສະຖານທູດສະຫະລັດອາເມລິກາເພື່ອສຳພາດຕາມວັນ ແລະ ເວລາທີ່ທ່ານໄດ້ນັດ. ທ່ານກະລຸນາຖືໃບຢັ້ງຢືນການນັດສຳພາດ, ໃບຢັ້ງຢືນໃບຄຳຮ້ອງຂໍວີຊາ DS-160 ຂອງທ່ານ, ຮູບໃບໜຶ່ງທີ່ຖ່າຍພາຍໃນ 6 ເດືອນ, ໜັງສືຜ່ານແດນຫົວປັດຈຸບັນ ກັບ ທຸກຫົວເກົ່າຖ້າມີ ພ້ອມກັບທຸກເອກະສານສະໜັບສະໜູນຂອງທ່ານ. ສະຖານທູດບໍ່ຍອມຮັບຜູສະໝັກທີ່ບໍ່ມີບັນດາເອກະສານດັ່ງກ່າວ.