ທະນາຄານ ແລະ ວິທີການຈ່າຍເງິນ & ຈ່າຍຄ່າທໍານຽມວີຊາຂອງຂ້ອຍ

ຢູ່ໃນໜ້ານີ້:


ອະທິບາຍລວມ

ຜູ້ຂໍວີຊາເກືອບທຸກຄົນ ລວມທັງເດັກນ້ອຍ ແມ່ນຈໍາເປັນຕ້ອງຈ່າຍຄ່າທໍານຽມວີຊາທີ່ສາມາດອ່ານໄດ້ໂດຍເຄື່ອງຈັກ (MRV) ເພື່ອເລີ່ມການຂໍວີຊາເຂົ້າສະຫະລັດຂອງເຂົາເຈົ້າ. ຄ່າທໍານຽມພາກບັງຄັບຂອງລັດຖະບານສະຫະລັດແມ່ນຄ່າທໍານຽມການຍື່ນຂໍວີຊາທີ່ຕ້ອງໄດ້ຈ່າຍ ບໍ່ວ່າວີຊາຈະຖືກອອກໃຫ້ ຫຼື ບໍ່ກໍ່ຕາມ.

ຄ່າທໍານຽມ MRV ແມ່ນ ບໍ່ສາມາດສົ່ງຄືນໄດ້ ແລະ ບໍ່ສາມາດໂອນໃຫ້ຄົນອື່ນໄດ້. ທໍາອິດຜູ້ຂໍວີຊາຄວນຕັດສິນໃຈວ່າພວກເຂົາຕ້ອງການວີຊາເພື່ອເດີນທາງໄປສະຫະລັດ ຫຼື ບໍ່ ກ່ອນທີ່ຈະສົ່ງຄໍາຮ້ອງຂໍວີຊາຂອງເຂົາເຈົ້າ.

ຕົວຢ່າງຂອງບຸກຄົນທີ່ອາດຈະບໍ່ຕ້ອງການວີຊາລວມມີ ແຕ່ບໍ່ຈຳກັດ:

  • ຖ້າທ່ານກໍາລັງຂໍ ວີຊາປະເພດ A ຫຼື G ສໍາລັບການເດີນທາງທາງການ, ທ່ານບໍ່ຈໍາເປັນຕ້ອງຈ່າຍຄ່າທຳນຽມ MRV.
  • ຖ້າທ່ານກໍາລັງຂໍ ວີຊາປະເພດ J ເພື່ອເຂົ້າຮ່ວມໃນໂຄງການທີ່ອຸປະຖໍາໂດຍລັດຖະບານສະຫະລັດ (ໂຄງການທີ່ຂຶ້ນຕົ້ນດ້ວຍ G-1, G-2, G-3, G-7), ທ່ານບໍ່ຈໍາເປັນຕ້ອງຈ່າຍຄ່າທໍານຽມ MRV.
  • ຖ້າທ່ານຖືວີຊາທີ່ໃຊ້ໄດ້ຢູ່ແລ້ວສຳລັບຈຸດປະສົງການເດີນທາງທີ່ຕັ້ງໃຈໄວ້ຂອງທ່ານ, ທ່ານກໍ່ອາດຈະບໍ່ຕ້ອງການວີຊາອີກ.
  • ຖ້າທ່ານແມ່ນພົນລະເມືອງຂອງການາດາ ຫຼື ເບີມິວດາ (ແຕ່ບໍ່ໄດ້ຂໍເອົາວີຊາປະເພດ A, E, G, K ຫຼື V), ທ່ານອາດຈະບໍ່ຕ້ອງການວີຊາ.

ຖ້າທ່ານຈໍາເປັນຕ້ອງຂໍວີຊາແທ້ໆ, ກະລຸນາ ປະຕິບັດຕາມຄໍາແນະນໍາກ່ຽວກັບການຊໍາລະຄ່າວີຊາລຸ່ມນີ້. ຜູ້ຂໍວີຊາຕ້ອງເຮັດການຈ່າຍເງິນໃຫ້ສຳເລັດກ່ອນທີ່ພວກເຂົາຈະໄດ້ຮັບອະນຸຍາດໃຫ້ເຮັດການນັດສຳພາດຂອງເຂົາເຈົ້າ. ຜູ້ຂໍວີຊາຜູ້ທີ່ບໍ່ໄດ້ຈ່າຍຄ່າທໍານຽມຢ່າງຖືກຕ້ອງສໍາລັບປະເພດວີຊາຂອງເຂົາເຈົ້າ ອາດຈະຖືກຈໍາກັດຈາກການເຮັດການນັດສໍາພາດ.

ເມື່ອການສໍາພາດໃນເບື້ອງຕົ້ນຖືກກຳນົດເວລາແລ້ວ, ຜູ້ຂໍວີຊາຖືກຈໍາກັດຈຳນວນຄັ້ງທີ່ພວກເຂົາສາມາດເຮັດການນັດສຳພາດໃໝ່ຂອງເຂົາເຈົ້າ. ຖ້າທ່ານບໍ່ໄປຕາມການນັດສໍາພາດທີ່ໄດ້ກຳນົດເວລາແລ້ວຂອງທ່ານ, ທ່ານອາດຈະຖືກກຳນົດໃຫ້ຈ່າຍຄ່າທໍານຽມ MRV ອີກຄັ້ງເພື່ອເຮັດການນັດສໍາພາດອີກເທື່ອໃໝ່. ກະລຸນາ ວາງແຜນຢ່າງເໝາະສົມເພື່ອຫຼີກລຽງການຈ່າຍຄ່າທໍານຽມການຍື່ນຂໍວີຊາຕື່ມອີກ. ຄ່າທໍານຽມການຍື່ນຂໍວີຊາແມ່ນ ບໍ່ສາມາດສົ່ງຄືນໄດ້.

ຈົ່ງຈື່ວ່າ: ຜູ້ຂໍວີຊາຖືກຈໍາກັດຈໍານວນຄັ້ງທີ່ພວກເຂົາສາມາດເຮັດການນັດສໍາພາດຄືນໃໝ່. ກະລຸນາ ວາງແຜນຢ່າງເໝາະສົມເພື່ອຫຼີກລຽງການຈ່າຍຄ່າທໍານຽມການຍື່ນຂໍວີຊາອີກເທື່ອໃໝ່. ຄ່າທໍານຽມການຍື່ນຂໍວີຊາແມ່ນບໍ່ສາມາດສົ່ງຄືນໄດ້.

ຄ່າທໍານຽມການອອກວີຊາ

ໂດຍຂຶ້ນກັບສັນຊາດຂອງທ່ານ ແລະປະເພດວີຊາທີ່ທ່ານຂໍ, ທ່ານອາດຈະຕ້ອງຈ່າຍຄ່າທໍານຽມການອອກວີຊາ ຫຼື “reciprocity fee”. ຄ່າທໍານຽມນີ້ບໍ່ແມ່ນຄ່າທໍານຽມ MRV ແລະ ບໍ່ສາມາດຖືກໃຊ້ເພື່ອເຮັດການນັດສໍາພາດ. ກະລຸນາ ຮັບປະກັນວ່າທ່ານຈ່າຍຄ່າທໍານຽມການອອກວີຊາກ່ອນລ່ວງໜ້າ ພຽງແຕ່ຖ້າທ່າກໍາລັງຕໍ່ອາຍຸວີຊາເກົ່າຂອງທ່ານ ຫຼື ກໍາລັງສົ່ງຄຳຮ້ອງຂໍວີຊາຂອງທ່ານຜ່ານຊ່ອງທາງຕູ້ຮັບຄໍາຮ້ອງຂໍວີຊາ (interview waiver). ຖ້າທ່ານກໍາລັງເຮັດການນັດສໍາພາດ, ຈົ່ງຢ່າຈ່າຍຄ່າທໍານຽມການອອກວີຊາກ່ອນລ່ວງໜ້າ; ຄ່າທໍານຽມດັ່ງກ່າວຄວນຈ່າຍໃນເວລາການສໍາພາດຂອງທ່ານຢູ່ຂະແໜງກົງສຸນຂອງສະຖານທູດສະຫະລັດ.

ກະລຸນາ ກວດເບິ່ງໜ້ານີ້ ເພື່ອເບິ່ງຈໍານວນຄ່າທໍານຽມການອອກວີຊາທີ່ນໍາໃຊ້.

ຄໍາແນະນໍາໃນການຈ່າຍຄ່າທໍານຽມວີຊາຂອງທ່ານ

ໃນປະເທດລາວ ທ່ານອາດຈະຈ່າຍຄ່າທໍານຽມວີຊາດ້ວຍຕົວເອງຢູ່ໜຶ່ງໃນ 41 ສາຂາຂອງທະນາຄານ ACLEDA. ສໍາລັບລາຍຊື່ຄົບຖ້ວນຂອງສາຂາທະນາຄານ, ກະລຸນາ ຄລິກທີ່ນີ້. ທໍາອິດທ່ານຕ້ອງລົງທະບຽນຢູ່ເທິງເວັບໄຊສໍາລັບຜູ້ຂໍວີຊາ ແລະ ເລືອກ ‘ກໍານົດເວລາການນັດສໍາພາດຂອງທ່ານ’ ເພື່ອເຂົ້າຫາລາຍລະອຽດທາງເລືອກການຊໍາລະເງິນ. ເບິ່ງຂ້າງລຸ່ມສໍາລັບບາດກ້າວຕ່າງໆ.

ບາດກ້າວ 1

ລັອກອິນ ເຂົ້າຫາລະບົບຜູ້ຂໍວີຊາທາງອອນລາຍຂອງພວກເຮົາ ແລະ ສ້າງປະຫວັດຂໍ້ມູນ. ນີ້ຈະຮັບປະກັນໃຫ້ມີການຈ່າຍເງິນທີ່ຖືກຕ້ອງ ແລະ ເປີດໃຊ້ຢ່າງທ່ວງທັນເວລາ. ມູນຄ່າແມ່ນສະແດງເປັນໂດລາສະຫະລັດ (USD); ແນວໃດກໍ່ຕາມ ຄ່າທໍານຽມທີ່ຕ້ອງຈ່າຍແມ່ນເປັນເງິນກີບລາວ (LAK). ໜ້ານີ້ ມີຂໍ້ມູນເພີ່ມເຕີມກ່ຽວກັບຄ່າທໍານຽມການຍື່ນຂໍວີຊາຕ່າງໆ.

ບາດກ້າວ 2

ຄລິກໃສ່ ເຮັດການນັດສໍາພາດຂອງຂ້ອຍ ຢູ່ເທິງເບື້ອງຊາຍຂອງໜ້າຈໍຂອງທ່ານ. ເຮັດສໍາເລັດບາດກ້າວຕ່າງໆສໍາລັບປະເພດວີຊາ, ສະຖານກົງສຸນ, ໝວດວີຊາ ແລະ ຊະນິດວີຊາ.

ບາດກ້າວ 3

ເມື່ອທ່ານຢູ່ເທິງໜ້າຈໍການຊໍາລະເງິນ, ຄລິກໃສ່ ການຊໍາລະເງິນ. ທ່ານຈະພິມອອກໃບຝາກເງິນ CGI ຂອງທ່ານເພື່ອເອົາໄປຫາທະນາຄານ ACLEDA. ຢ່າພິມໃບຝາກເງິນອອກຫຼາຍໃບ. ຖ້າທ່ານກໍາລັງຂໍເອົາວີຊາຫຼາຍອັນສໍາລັບຄອບຄົວ ຫຼື ກຸ່ມຂອງທ່ານ, ພຽງແຕ່ຕ້ອງການຈ່າຍເງິນຄັ້ງດຽວ.

ຈຳນວນເງິນເປັນເງິນກີບແມ່ນອີງຕາມອັດຕາແລກປ່ຽນ​ຂອງທາງກົງສຸນທີ່ກະຊວງການຕ່າງປະເທດຂອງສະຫະລັດ​ເປັນຜູ້ກໍານົດ. ຜູ້ຂໍວີຊາຜູ້ທີ່ບໍ່ໄດ້ຈ່າຍຄ່າທໍານຽມຢ່າງຖືກຕ້ອງສໍາລັບປະເພດວີຊາຂອງເຂົາເຈົ້າ ອາດຈະຖືກຈໍາກັດຈາກການເຮັດການນັດສໍາພາດ.
ບາດກ້າວ 4

ໄປທະນາຄານ ACLEDA ເພື່ອເຮັດການຈ່າຍຄ່າທໍານຽມວີຊາຂອງທ່ານ. ທ່ານຕ້ອງປະກອບ ‘ໃບຮັບຝາກເງິນ’ ຂອງທະນາຄານ ACLEDA ເພື່ອເຮັດການຊໍາລະເງິນຂອງທ່ານ. ທ່ານຕ້ອງລວມເອົາລະຫັດອ້າງອີງ CGI ໃສ່ໃນໃບຮັບຝາກເງິນນັ້ນ.

ໃນເວລາທີ່ທ່ານຈ່າຍຄ່າທໍານຽມວີຊາ, ທ່ານຮັບຮູ້ວ່ານີ້ແມ່ນຄ່າທໍານຽມການຍື່ນຂໍວີຊາທີ່ບໍ່ສາມາດສົ່ງຄືນໄດ້ ທີ່ຈໍາເປັນຕ້ອງເຮັດກ່ອນທີ່ຈະມີການດຳເນີນການກັບຄໍາຮ້ອງຂໍວີຊາ. ມັນບໍ່ຊີ້ບອກເຖິງສັນຍາກັບຜູ້ຂໍວີຊາ ຫຼື ຮັບປະກັນວ່າຄໍາຮ້ອງຂໍວີຊາຈະປະສົບຜົນສຳເລັດ. ຈະບໍ່ມີການສົ່ງເງິນຄືນຢ່າງແນ່ນອນ ບໍ່ວ່າຜົນຂອງຄໍາຮ້ອງຂໍວີຊາຈະເປັນແນວໃດ.

ບາດກ້າວ 5

ຫຼັງຈາກທີ່ທ່ານໄດ້ຈ່າຍເງິນຄ່າທໍານຽມການຍື່ນຂໍວີຊາແລ້ວ ຈົ່ງເກັບໃບຮັບເງິນຂອງທະນາຄານ ACLEDA (ສໍາເນົາສຳລັບ ‘ລູກຄ້າ’) ໄວ້ເປັນບັນທຶກຂອງທ່ານ. ມັນບໍ່ສາມາດປ່ຽນແທນໃໝ່ໄດ້ ຖ້າເຮັດເສຍ. ທ່ານຈະບໍ່ສາມາດເຮັດການນັດສໍາພາດໄດ້ ໂດຍບໍ່ມີລະຫັດອ້າງອີງ CGI.

ບາດກ້າວ 6

ເມື່ອທ່ານຈ່າຍຄ່າທໍານຽມວີຊາຂອງທ່ານແລ້ວ, ທ່ານກໍ່ສາມາດເຮັດການນັດສໍາພາດຂອງທ່ານໃນເວລາ 12:00 ທ່ຽງໃນມື້ເຮັດວຽກຖັດໄປ. ລັອກອິນເຂົ້າຫາປະຫວັດຂໍ້ມູນຂອງທ່ານ ແລະ ເຮັດສຳເລັດບາດກ້າວ ເຮັດການນັດສໍາພາດຂອງທ່ານ (Schedule Your Appointment) ດ້ວຍລະຫັດອ້າງອີງ CGI ຂອງທ່ານ.

ວິທີການຈ່າຍຄ່າທໍານຽມ

ຈ່າຍເງິນສົດຢູ່ທະນາຄານ ACLEDA:

ທ່ານສາມາດຈ່າຍຄ່າທໍານຽມການຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວ (NIV) ຂອງທ່ານ ເປັນເງິນສົດ ຢູ່ທຸກສາຂາຂອງທະນາຄານ ACLEDA. ກ່ອນທີ່ຈະໄປຈ່າຍເງິນ, ທ່ານຕ້ອງພິມອອກ ແລະຖືໄປນໍາໃບເກັບຄ່າທໍານຽມວີຊາສະຫະລັດທີ່ມີໃຫ້ ຫຼັງຈາກການລັອກອິນເຂົ້າຫາ ປະຫວັດຂໍ້ມູນຂອງທ່ານ.

ຢ່າພິມໃບຝາກເງິນອອກຫຼາຍໃບ. ຖ້າທ່ານກໍາລັງຂໍເອົາວີຊາຫຼາຍອັນສໍາລັບຄອບຄົວ ຫຼື ກຸ່ມຂອງທ່ານ, ພຽງແຕ່ຕ້ອງການຈ່າຍເງິນຄັ້ງດຽວ.

ພຽງແຕ່ຕ້ອງການມີໃບຝາກເງິນ CGI ໃບດຽວເທົ່ານັ້ນ. ເອົາໃບຝາກເງິນທີ່ພິມອອກນັ້ນໄປນໍາທ່ານເພື່ອເຮັດການຈ່າຍຄ່າທໍານຽມຂອງທ່ານ. ຮັບປະກັນວ່າທ່ານຕ້ອງຈ່າຍຈໍານວນທີ່ຖືກຕ້ອງຕາມທີ່ຊີ້ບອກໃນໃບຝາກເງິນນັ້ນ. ທ່ານຕ້ອງປະກອບໃບຮັບຝາກເງິນຂອງທະນາຄານ ACLEDA ເພື່ອເຮັດການຊໍາລະເງິນ. ຫຼັງຈາກໄດ້ຮັບເງິນຂອງທ່ານແລ້ວ, ພະນັກງານຮັບຈ່າຍເງິນຂອງ ACLEDA ຈະເອົາໃບຮັບເງິນໃຫ້ທ່ານ.

ຈົ່ງເກັບຮັກສາໃບຮັບເງິນຂອງທ່ານທີ່ມີລະຫັດອ້າງອີງ CGI ໄວ້. ມັນບໍ່ສາມາດປ່ຽນແທນໃໝ່ໄດ້ ຖ້າເຮັດເສຍ. ທ່ານຈະບໍ່ສາມາດເຮັດການນັດສໍາພາດໄດ້ ໂດຍບໍ່ມີລະຫັດອ້າງອີງ CGI.

ການເຮັດການນັດສໍາພາດຂອງທ່ານ

ບໍ່ວ່າທ່ານຈະເຮັດການນັດສໍາພາດຂອງທ່ານ ທາງອອນລາຍ ຫຼືຕິດຕໍ່ຫາ ສູນບໍລິການລູກຄາຂອງພວກເຮົາ, ທ່ານຈໍາເປັນຕ້ອງມີລະຫັດອ້າງອີງ CGI ຈາກໃບຝາກເງິນທີ່ທ່ານພິມອອກ.

ໃບຮັບຝາກເງິນຂອງທະນາຄານ ACLEDA

ຕົວຢ່າງໃບຮັບຝາກເງິນ (ທີ່ປະກອບສຳເລັດແລ້ວ)

ຈ່າຍເງິນສົດຢູ່ທະນາຄານ ACLEDA

ເບິ່ງຕາຕະລາງຂ້າງລຸ່ມສໍາລັບໄລຍະເວລາດຳເນີນການ

ໄລຍະເວລາດຳເນີນການຂອງການຊໍາລະຄ່າທໍານຽມການຍື່ນຂໍວີຊາ - ຈ່າຍເງິນສົດຢູ່ ສາຂາຂອງທະນາຄານ ACLEDA
ເວລາຈ່າຍເງິນ ການຈ່ອງການສຳພາດ
ຈ່າຍກ່ອນ 4 ໂມງແລງຕາມເວລາທ້ອງຖິ່ນ 12ໂມງທ່ຽງຕາມເວລາທ້ອງຖິ່ນໃນມື້ເຮັດວຽກຖັດໄປ.
ຕົວຢ່າງ: ຖ້າທ່ານຈ່າຍໃນວັນຈັນກ່ອນ 4 ໂມງແລງ, ໃບຮັບເງິນຂອງທ່ານຈະຖືກເປີດໃຊ້ ຫຼັງຈາກ 12 ໂມງທ່ຽງໃນວັນອັງຄານ
ຈ່າຍກ່ອນ 4 ໂມງແລງຕາມເວລາທ້ອງຖິ່ນ 12 ໂມງທ່ຽງຕາມເວລາທ້ອງຖິ່ນໃນມື້ເຮັດວຽກຖັດໄປ + 1 (2 ມື້ຫຼັງຈາກການຈ່າຍເງິນ).
ຕົວຢ່າງ: ຖ້າທ່ານຈ່າຍໃນວັນຈັນກ່ອນ 4 ໂມງແລງ, ໃບຮັບເງິນຂອງທ່ານຈະຖືກເປີດໃຊ້ ຫຼັງຈາກ 12 ໂມງທ່ຽງໃນວັນພຸດ