ຮູບ ແລະ ລາຍມື

ຢູ່ໃນໜ້ານີ້:


ສະພາບລວມ

ເມື່ອຍື່ນຂໍວີຊາເຂົ້າເມືອງຊົ່ວຄາວ, ທ່ານຕ້ອງອັບໂຫຼດຮູບດິຈິຕອລຂອງທ່ານທີ່ໄດ້ຖ່າຍພາຍໃນຫົກເດືອນເພື່ອປະກອບໃບຄຳຮ້ອງຢ່າງຄົບຖ້ວນ ແລະ ສົ່ງໃບຄຳຮ້ອງ DS-160. ທ່ານຄວນຈະນໍາສຳເນົາຮູບຂອງທ່ານໃບໜຶ່ງໄປສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ໃນມື້ທີ່ທ່ານໄປສໍາພາດ. ທ່ານຈະຕ້ອງພິມລາຍນິ້ວມືໃນເວລາທີ່ທ່ານມາເຖິງສະຖານທູດສະຫະລັດ ຫຼື ສະຖານກົງສຸນເພື່ອສຳພາດ.

ຂໍ້ກຳນົດຂອງຮູບຖ່າຍດີຈີຕອລ

ຮູບຖ່າຍທີ່ທ່ານນຳໃຊ້ເຮັດໃບຄຳຮ້ອງຂໍວີຊາຈະຕ້ອງຖືກຕ້ອງຕາມເງື່ອນໄຂທັງໃນດ້ານຂະໜາດ ແລະ ເນື້ອໃນ. ການນຳໃຊ້ຮູບພາບທີ່ບໍ່ຖືກຕ້ອງຕາມເງື່ອນໄຂຈະເຮັດໃຫ້ຂະບວນການຍື່ນຂໍວີຊາຂອງທ່ານຊ້າລົງ. ເພື່ອໃຫ້ສອດຄ້ອງກັບຮູບລັກສະນະປັດຈຸບັນຂອງທ່ານ ຮູບຖ່າຍຂອງທ່ານຈະຕ້ອງຖ່າຍພາຍໃນໄລຍະເວລາຫົກເດືອນ.
ຖ້າຮູບຖ່າຍຂອງທ່ານບໍ່ເປັນໄປຕາມຂໍ້ກຳນົດ ທ່ານຈະຕ້ອງສົ່ງພາບໃໝ່ກ່ອນທີ່ວີຊາຈະໄດ້ຮັບການດຳເນີນການ ເຖິງແມ່ນວ່າລະບົບການຂໍວີຊາຈະຍອມຮັບຮູບຖ່າຍດີຈີຕອນ

*ຕັ້ງແຕ່ວັນທີ 1 ພະຈິກ(11) 2016 ເປັນຕົ້ນໄປ ແມ່ນບໍ່ອະນຸຍາດໃຫ້ໃຊ້ຮູບຖ່າຍທີ່ໃສ່ແວ່ນຕາ ເພື່ອຂໍວີຊາສະຫະລັດ. ຮູບຖ່າຍດີຈີຕອລທີ່ທ່ານອັບໂຫຼດໃສ່ໃນແບບຟອມ DS-160 ຂອງທ່ານ ຈະຕ້ອງຖ່າຍພາຍໃນໄລຍະເວລາຫົກເດືອນ ແລະ ຈະຕ້ອງຖືກຕ້ອງຕາມຂໍ້ແນະ ນຳທີ່ປະກົດຢູ່ໃນຮູບພາບຂ້າງລຸ່ມ:

ຂະໜາດຂອງຫົວ

ຄວາມສູງຂອງຫົວ, ວັດແທກຈາກດ້ານເທິງຂອງຫົວ, ລວມທັງຜົມ, ດ້ານລຸ່ມຄາງ, ຈະຕ້ອງຢູ່ລະຫວ່າງ 50% ແລະ 70% ຂອງລວງສູງທັງໝົດຂອງຮູບຖ່າຍ. ຄວາມສູງຂອງຕາ, ວັດແທກຈາກດ້ານລຸ່ມຂອງຮູບຖ່າຍເຖິງລະດັບສາຍຕາຂອງທ່ານ, ຄວນຈະຢູ່ລະຫວ່າງ 55% ແລະ 70% - ຫຼືປະມານ 2/3 - ຂອງລວງສູງຂອງຮູບຖ່າຍ.

ຂະໜາດຂອງຮູບຖ່າຍ

ຮູບຖ່າຍຂອງທ່ານຈະຕ້ອງເປັນຮູບສີ່ຫຼ່ຽມມົນທົນ, ເຊິ່ງໝາຍຄວາມວ່າ ລວງສູງ ແລະ ລວງກ້ວາງຂອງຮູບຖ່າຍຈະຕ້ອງມີຂະໜາດເທົ່າກັນ. ຮູບຖ່າຍຂັ້ນຕ່ຳສຸດຂອງທ່ານຈະຕ້ອງມີຂະໜາດ 600 pixels x 600 pixels(ລວງສູງ x ລວງກ້ວາງ). ຮູບຖ່າຍຂັ້ນສູງສຸດຂອງທ່ານຈະຕ້ອງມີຂະໜາດ 1200 pixels x 1200 pixels(ລວງສູງ x ລວງກ້ວາງ).

7 ຂັ້ນຕອນເພື່ອໃຫ້ໄດ້ຮູບຖ່າຍທີ່ສົມບູນ

ການກຳນົດຕຳແໜ່ງຂອງຫົວ

ການວາງຕໍາແໜ່ງຫົວຂອງທ່ານ ແມ່ນສໍາຄັນເມື່ອທ່ານຖ່າຍຮູບທີ່ຈະໃຊ້ໃນການຍື່ນຂໍວີຊາ. ຈັດຕຳແໜ່ງຂອງທ່ານໃຫ້ຢູ່ພາຍໃນຮູບຖ່າຍເພື່ອທີ່ວ່າໃບໜ້າເຕັມຂອງທ່ານຈະສະແດງ ຫັນໜ້າຊື່ກ້ອງ ແລະ ກວດສອບໃຫ້ແນ່ໃຈວ່າຕາທັງຄູ່ຂອງທ່ານມືນຢູ່.

ຈັດຕຳແໜ່ງໃຫ້ເຕັມກອບຮູບ

ຮູບຖ່າຍຂອງທ່ານຕ້ອງສະແດງໃຫ້ເຫັນ ຫົວທັງໝົດຂອງທ່ານ, ຈາກຈຸດສູງສຸດຂອງປາຍຜົມຈົນເຖິງປາຍຄາງຂອງທ່ານ. ໃນຮູບຖ່າຍທີ່ດີ, ຄວາມສູງຂອງຫົວຈະຕ້ອງມີຂະໜາດ 1-1&3/8 ນິ້ວ(25 ເຖິງ 35 ມມ), ຫຼື ຢູ່ລະຫວ່າງ 50%-70% ຂອງຮູບຖ່າຍ, ເຊັ່ນນີ້:

ຢູ່ລະຫວ່າງກາງ

ວາງຕຳແໜ່ງຫົວຂອງທ່ານໃຫ້ຢູ່ພາຍໃນກອບ.

ໃຫ້ເຫັນໜ່ວຍຕາຂອງທ່ານ

ກວດສອບໃຫ້ແນ່ໃຈວ່າໜ່ວຍຕາທັງສອງຂອງທ່ານມືນຢູ່. ໜ່ວຍຕາທັງສອງຂອງທ່ານຄວນຈະຢູ່ລະຫວ່າງ 2/3 ຈາກດ້ານຂຶ້ນຂອງຮູບຖ່າຍ, ຫຼືລະຫວ່າງ 1&1/8 ນິ້ວ ເຖິງ 1&3/8 ນິ້ວ(28 ມມ ແລະ 35 ມມ) - ປະມານ 60% - ຈາກດ້ານລຸ່ມຂອງຮູບຖ່າຍ. ຕັ້ງແຕ່ວັນທີ 1 ພະຈິກ(11) 2016 ເປັນຕົ້ນໄປ ແມ່ນບໍ່ອະນຸຍາດໃຫ້ໃຊ້ຮູບຖ່າຍທີ່ໃສ່ແວ່ນຕາ ເພື່ອຂໍວີຊາສະຫະລັດ. 

ສາກດ້ານຫຼັງ

ພື້ນທີ່ດ້ານຫຼັງຂອງຮູບຖ່າຍຂອງທ່ານຄວນຈະປາສະຈາກສິ່ງຮົກເຮື້ອ ແລະ ມີສີຂາວ ຫຼື ສີອອກຂາວ. ນັ່ງຢູ່ທາງໜ້າຂອງສາກຖ່າຍຮູບພື້ນສີຂາວ ຫຼື ສີໄຂ່ເພື່ອໃຫ້ຮູບອອກມາດີທີ່ສຸດ.

ກຳຈັດເງົາ

ນັ່ງ ໃນຕຳແໜ່ງໃຫ້ໜ້າຂອງທ່ານຮັບແສງໄດ້ຢ່າງເຕັມທີ່ ແລະ ບໍ່ໃຫ້ມີເງົາລົບກວນ ໃບໜ້າຂອງທ່ານ ຫຼື ສາກຖ່າຍຮູບ.

ຜ່ອນຄາຍ ແລະ ເບິ່ງເປັນທຳມະຊາດ

ຕ້ອງແນ່ໃຈວ່າໃບໜ້າຂອງທ່ານສະແດງຄວາມຮູ້ສຶກອອກມາຕາມທຳມະຊາດໃນເວລາຖ່າຍຮູບ, ຕາມຮູບຖ່າຍສະແດງຢູ່ທີ່ນີ້:

ຫ້າມບໍ່ໃຫ້ໃສ່ໝວກ ຫຼື ຜ້າຄຸມຫົວເພື່ອປົກປິດຜົມ ຫຼື ຮາກຜົມ, ເວັ້ນເສຍແຕ່ສວມໃສ່ປະຈຳວັນເພື່ອຈຸດປະສົງທາງສາສະໜາ. ຕ້ອງເຫັນໃບໜ້າເຕັມຂອງທ່ານ, ແລະ ຜ້າຄຸມຫົວຈະຕ້ອງບໍ່ເຮັດໃຫ້ເກີດເງົາທີ່ກະທົບໃສ່ໃບໜ້າຂອງທ່ານ.

ການພິມລາຍນິ້ວມື

ຜູ້ຍື່ນໃບຄຳຮ້ອງຂໍວີຊາຈະຕ້ອງພິມລາຍນິ້ວມືໂດຍສະຖານທູດສະຫະລັດ ແລະ ສະຖານກົງສຸນເພື່ອນຳໃຊ້ເຂົ້າເປັນສ່ວນໜຶ່ງຂອງການສຳພາດຂໍວີຊາ. ໃນລະຫວ່າງຂັ້ນຕອນການຍື່ນຂໍວີຊາ, ປົກກະຕິແລ້ວຈະຢູ່ໃນເວລາສຳພາດ, ຈະມີການສະແກນລາຍນິ້ວມືດີຈີຕອລໂດຍບໍ່ຕ້ອງໃຊ້ນ້ຳມຶຶກ. ຜູ້ຍື່ນຂໍວີຊາທີ່ບໍ່ຈຳເປັນຕ້ອງລົງລາຍນິ້ວມື, ລວມມີ:

  • ຜູ້ຍື່ນຂໍວີຊາທີ່ເດີນທາງເພື່ອເຮັດທຸລະກິດທາງລັດຖະການ, ຍົກເວັ້ນຜູ້ຍື່ນຂໍວີຊາປະເພດ A-3 ແລະ G-5
  • ຜູ້ຍື່ນຂໍວີຊາທີ່ມີອາຍຸຕ່ຳກ່ວາ 14 ປີ ຫຼື ສູງກ່ວາ 79 ປີ

ຂໍ້ມູນເພີ່ມເຕີມ

ສໍາລັບຂໍ້ມູນເພິ່ມເຕີມກ່ຽວກັບລາຍລະອຽດຂອງຮູບທີ່ໃຊ້ຍື່ນຂໍວີຊາ, ທ່ານສາມາດເຂົ້າເບິ່ງໃນ ເວັບໄຊ໌ຂອງ ກະຊວງການຕ່າງປະເທດ.

ກະຊວງການຕ່າງປະເທດ ຍັງສະໜອງໜ້າເວັບໄຊ໌ ຄຳຖາມທີ່ຖາມເປັນປະຈຳກ່ຽວກັບ ຮູບຖ່າຍຍື່ນຂໍວີຊາໃນເວັບໄຊ໌ນີ້.