ກົດລະບຽບ ດ້ານ ຄວາມປອດໄພ

ຢູ່ໃນໜ້ານີ້:

ສະພາບລວມ

ທ່ານ​ບໍ່ສາ​ມາດເຂົ້າໃນສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ໃນຂະນະທີ່ທ່ານຖືວັດ​ຖຸ​ຕໍ່​ໄປນີ້:

  • ອຸ​ປະ​ກອນເອ​ເລັກ​ໂຕ​ຣນິກ ຫຼື ​ອຸ​ປະ​ກອນທີ່ນຳ​ໃຊ້ແບັດເຕີລີເຊັ່ນ: ໂທລະສັບ, ເຄື່ອງບັນທຶກດີຈີຕອລ, ໂມງດິຈິຕອລ, ເພເຈີ, ກ້ອງຖ່າຍຮູບ, ເຄື່ອງບັນທຶກສຽງ/ ວິດິໂອ, ແຜ່ນຊີດີ, ເອັມພີ3, ແຜ່ນດິດສ໌, ແລບ​ທອບ ຫຼື ເຄື່ອງຟັງເພງແບບພົກພາ.
  • ກະເປົາເປ້ ຫຼື ກະເປົາພາຍໜ່ວຍໃຫຍ່ - ພຽງແຕ່ກະເປົາຫິ້ວເທົ່ານັ້ນທີ່ສາມາດເອົາເຂົ້າໄປໄດ້.
  • ກະເປົາເຊັ່ນກະເປົາເດີນ​ທາງ, ກະເປົາເປ້, ກະເປົາເອກະສານ, ຫີບ, ກະເປົາໜັງ, ກະເປົາຜ້າ, ແລະ ຊອງໃສ່ເອກະສານທີ່ມີຊີບຮູດ - ທ່ານສາມາດເອົາເຂົ້າໄດ້ແຕ່ຖົງຢາງທີ່ໃສ່ເອກະສານທີ່ກ່ຽວຂ້ອງກັບ​ການ​ຍື່ນ​ຂໍ​ວີ​ຊາ​ເທົ່າ​ນັ້ນ.
  • ອາຫານ ແລະ ຂອງແຫຼວ.
  • ຊອງ ຫຼື ຫີບຫໍ່ທີ່ປິດດີແລ້ວ
  • ຢາສູບ, ຢາສູບຊີກ້າ, ກັບຂີດໄຟ, ກັບໄຟ
  • ຂອງມີຄົມເຊັ່ນມີດຕັດ, ມີດປາກກາ ຫຼື ຕະໃບຖູເລັບ
  • ອາວຸດ ຫຼື ວັດຖຸລະເບີດທຸກໆ​ປະ​ເພດ

ລາຍການດັ່ງ​ກ່າວ​ອາດ​ຈະ​ບໍ່ຄົບ​ຖ້ວນ. ຍັງມີລາຍການອື່ນໆທີ່ພະນັກງານຮັກສາຄວາມປອດໄພມີ​ສິດຫ້າມບໍ່ໃຫ້ນໍາເອົາເຂົ້າໄປ.

ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລິກາ ບໍ່ມີບ່ອນ​ຮັກສາສິ່ງຂອງຕ້ອງຫ້າມເຫຼົ່ານັ້ນ. ທ່ານຕ້ອງຈັດການເກັບມ້ຽນສິ່ງຂອງເຫຼົ່ານັ້ນກ່ອນຈະເຂົ້າໄປ.