ວີຊາຜູ້ຢ້ຽມຢາມແລກປ່ຽນ
ຢູ່ໃນໜ້ານີ້:
- ສະພາບລວມ
- ຜູ້ຕິດຕາມ
- ຂໍ້ມູນກ່ຽວກັບການຍື່ນຂໍວີຊາ
- ວິທີການຍື່ນຂໍສະໝັກ
- ເອກະສານສະໜັບສະໜູນ
- ເອກະສານປະກອບສຳລັບຜູ້ຕິດຕາມ
- ຂໍ້ມູນເພີ່ມເຕີມ
ສະພາບລວມ
ສະຫາລັດອາເມລິກາ ຍິນດີຕ້ອນຮັບຊາວຕ່າງປະເທດທີ່ເດີນທາງມາຍັ່ງ ສະຫາລັດອາເມລິກາ ເພື່ອເຂົ້າຮ່ວມໂຄງການແລກປ່ຽນ. ກ່ອນຍື່ນຂໍວີຊາ, ຜູ້ຢ້ຽມຢາມແລກປ່ຽນທຸກຄົນຕ້ອງຖືກຮັບ ແລະ ອະນຸມັດໂດຍຜູ້ສະໜັບສະໜູນໂຄງການທີ່ໄດ້ຮັບອະນຸຍາດ. ເມື່ອຖືກຮັບ, ຜູ້ຍື່ນຂໍວີຊາຈະໄດ້ຮັບເອກະສານອະນຸມັດທີ່ຈຳເປັນ ຈາກສະຖາບັນການສຶກສາ ຫຼື ຜູ້ສະໜັບສະໜູນໂຄງການ ເພື່ອໃຊ້ປະກອບເອກະສານການຍື່ນຂໍວີຊາ.
ວີຊາປະເພດ J ຂອງໂຄງການຜູ້ຢ້ຽມຢາມແລກປ່ຽນ ໄດ້ຖືກອອກແບບເພື່ອສົ່ງເສີມການແລກປ່ຽນດ້ານບຸກຄະລາກອນ, ຄວາມຮູ້, ແລະ ຄວາມສາມາດໃນຂະແໜງການສຶກສາ, ສິລະປະ ແລະ ວິທະຍາສາດ. ຜູ້ເຂົ້າຮ່ວມດັ່ງກ່າວລວມດ້ວຍ ນັກສຶກສາທຸກລະດັບຊັ້ນ; ຜູ້ຝຶກງານຕົວຈິງກັບບໍລິສັດ, ສະຖາບັນ, ແລະ ອົງການຕ່າງໆ; ຄູອາຈານໂຮງຮຽນປະຖົມ, ມັດຖະຍົມ ແລະ ໂຮງຮຽນສະເພາະດ້ານ; ອາຈານທີ່ມາສອນ ຫຼື ຄົ້ນຄ້ວາທີ່ສະຖາບັນສຶກສາຂັ້ນສູງ; ນັກຄົ້ນຄວ້າ; ຜູ້ຝຶກອົບຮົມວິຊາຊີບທາງການແພດ ແລະ ສາຂາທີ່ກ່ຽວຂ້ອງ; ແລະ ຜູ້ຢ້ຽມຢາມຕ່າງປະເທດທີ່ເດີນທາງເພື່ອທ່ອງທ່ຽວ, ສັງເກດການ, ປຶກສາຫາລື, ຄົ້ນຄ້ວາ, ຝຶກອົບຮົມ ແລກປ່ຽນ ຫຼື ສະແດງຄວາມຮູ້ ຫຼື ຄວາມສາມາດສະເພາະ ຫຼື ເຂົ້າຮ່ວມໂຄງການແລກປ່ຽນຄົນເຖິງຄົນ.
ຜູ້ຕິດຕາມ
ຄູ່ສົມລົດ ຫຼື ບຸດທີ່ຍັງບໍ່ທັນແຕ່ງງານທີ່ມີອາຍຸຕ່ຳກ່ວາ 21 ປີ ທີ່ປະສົງຈະຕິດຕາ ຫຼື ເດີນທາງນຳຜູ້ຖືວີຊາຫຼັກ ປະເພດ J-1 ໄປ ສະຫາລັດອາເມລິກາ ຕະຫຼອດເວລາຂອງການຢ້ຽມຢາມແມ່ນຕ້ອງ ຖື ວີຊາປະເພດ J-2. ຄູ່ສົມລົດ ຫຼື ບຸດຜູ້ທີ່ບໍ່ປະສົງອາໄສຢູ່ ສະຫາລັດອາເມລິກາ ຕາມຜູ້ຖືວີຊາຫຼັກ, ແຕ່ຈະເດີນທາງມາເພື່ອມາພັກຜ່ອນເທົ່ານັ້ນ ແມ່ນສາມາດຍື່ນຂໍວີຊາ ຢ້ຽມຢາມປະເພດ (B-2).
ຄູ່ສົມລົດ ແລະ/ຫຼື ບຸດຂອງຜູ້ຢ້ຽມຢາມແລກປ່ຽນໃນ ສະຫາລັດອາເມລິກາ ບໍ່ສາມາດເຮັດວຽກໃນຂະນະທີ່ຖື ວີຊາປະເພດ J-2 ເວັ້ນເສຍແຕ່ ພວກເຂົາໄດ້ຍື່ນໃບຄຳຮ້ອງຂໍອະນຸຍາດເຮັດວຽກ I-765. ຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດສະຫະລັດອາເມລິກາ (USCIS) ຕ້ອງໄດ້ກວດກາໃບຄຳຮ້ອງ I-765 ແລະ ໄດ້ອະນຸຍາດໃຫ້ຜູູ້ຖືວີຊາປະເພດ J-2 ສາມາດເຮັດວຽກ. ເວັບໄຊ໌ຂອງ USCIS ມີເອກະສານເປັນໄຟລ໌ PDF ຊຶ່ງສະໜອງຂໍ້ມູນເພີ່ມເຕີມກ່ຽວກັບ "ການອະນຸຍາດເຮັດວຽກ".
ຂໍ້ມູນກ່ຽວກັບການຍື່ນຂໍວີຊາ
ເພື່ອຍື່ນຂໍວີຊາປະເພດ J, ທ່ານຕ້ອງຍື່ນເອກະສານດັ່ງຕໍ່ໄປນີ້:
- ໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160). ເຂົ້າໄປທີ່່ໜ້າເວັບໄຊ໌ DS-160 ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໃບຄຳຮ້ອງ DS-160.
- ໜັງສືເດີນທາງທີ່ຖືກຕ້ອງສຳລັບເດີນທາງໄປ ສະຫະລັດອາເມລິກາ ເຊິ່ງມີອາຍຸການໃຊ້ງານຢ່າງຕ່ຳຫົກເດືອນເກີນໄລຍະເວລາທີ່ທ່ານຕັ້ງໃຈຈະພັກອາໃສຢູ່ໃນ ສະຫະລັດອາເມລິກາ (ເວັ້ນເສຍແຕ່ມີຂໍ້ຕົກລົງສະເພາະລະຫວ່າງປະເທດທີ່ສະໜອງການຍົກເວັ້ນ). ຖ້າໜັງສືເດີນທາງຂອງທ່ານມີຜູ້ຕິດຕາມຫຼາຍກວ່າໜຶ່ງຄົນ, ແຕ່ລະຄົນນັ້ນຕ້ອງຍື່ນຂໍວີຊາຂອງຕົນເອງ.
- ຮູບ 2"x2" (5cmx5cm) ໜຶ່ງ (1) ໃບ ທີ່ໄດ້ຖ່າຍພາຍໃນຫົກເດືອນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນກ່ຽວກັບຮູບແບບຂອງຮູບພາບທີ່ຖືກຕ້ອງ.
- ເວັນເສຍແຕ່ໂຄງການ J ຂອງທ່ານໄດ້ຮັບການສະໜັບສະໜູນໂດຍລັດຖະບານ ສະຫະລັດອາເມລິກາ (ເຊິ່ງມີລະຫັດໂຄງການຂຶ້ນຕົ້ນດ້ວຍຕົວອັກສອນ "G"), ທ່ານຕ້ອງສະເໜີໃບຮັບເງິນທີ່ສະແດງການຊຳລະຄ່າທຳນຽມການດຳເນີນວີຊາ ຈຳນວນ 160 ໂດລາສະຫະລັດ ເປັນສະກຸນເງິນທ້ອງຖິ່ນ ຊຶ່ງຈະບໍ່ມີການສົ່ງເງິນຄືນ. ໜ້າເວັບໄຊ໌ນີ້ ມີຂໍ້ມູນເພີ່ມເຕີມກ່ຽວກັບການຊຳລະຄ່າທຳນຽມດັ່ງກ່າວ. ຖ້າມິການອອກວິຊາ, ອາດຈະມີການເກັບຄ່າທຳນຽມການອອກວີຊາຕາມ ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ ໂດຍອີງຕາມສັນຊາດຂອງທ່ານ. ເວັບໄຊ໌ຂອງ ກະຊວງການຕ່າງປະເທດສາມາດສະໜອງຂໍ້ມູນ ວ່າທ່ານຈະຕ້ອງຊຳລະຄ່າທຳນຽມອອກວີຊາຕາມ ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ ຫຼື ບໍ່ ແລະ ໃນຈຳນວນເທົ່າໃດ.
- ໃບຄຳຮ້ອງ DS-2019 ທີ່ໄດ້ຮັບການອະນຸມັດຈາກໂຄງການ ສະຫະລັດອາເມລິກາ ຂອງທ່ານ.
- ເວັນເສຍແຕ່ໂຄງການ J ຂອງທ່ານໄດ້ຮັບການສະໜັບສະໜູນໂດຍລັດຖະບານ ສະຫະລັດອາເມລິກາ (ເຊິ່ງມີລະຫັດໂຄງການຂຶ້ນຕົ້ນດ້ວຍຕົວອັກສອນ "G"), ທ່ານຕ້ອງຊຳລະຄ່າທຳນຽມ SEVIS ສຳລັບໃບຄຳຮ້ອງ I-901 ຂອງທ່ານ. ເວັບໄຊ໌ຂອງ SEVIS ມີຂໍ້ມູນເພີ່ມເຕີມ.
ນອກຈາກຂໍ້ມູນຂ້າງເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດສຳພາດທີ່ຢັ້ງຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍເຈົ້າໜ້າກົງສຸນໃນການຕັດສິນກ່ຽວກັບໃບຄຳຮ້ອງຍື່ນຂໍວີຊາຂອງທ່ານ.
ວິທີການຍື່ນຂໍສະໝັກ
ຂັ້ນຕອນທີ 1
ປະກອບໃບຄຳຮ້ອງຂໍວີຊາເຂົ້າເມືອງຊົ່ວຄາວເອເລັກໂຕຣນິກ (DS-160).
ຂັ້ນຕອນທີ 2
ຂັ້ນຕອນທີ 3
ກໍານົດເວລານັດໝາຍສຳພາດໃນເວັບໄຊ໌ນີ້. ທ່ານຕ້ອງສະໜອງຂໍ້ມູນຕໍ່ໄປນີ້ເພື່ອນັດໝາຍສຳພາດຂອງທ່ານ:
- ໝາຍເລກໜັງສືເດີນທາງ
- ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກທີດັ່ງກ່າວ.)
- ເລກບາໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4
ໄປທີ່ສະຖານທູດ ຫຼື ກົງສຸນສະຫະລັດອາເມລິກາໃນວັນທີ ແລະ ເວລາທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.
ເອກະສານສະໜັບສະໜູນ
ເອກະສານປະກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່ກົງສຸນຈະພິຈາລະນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວກັບການຍື່ນຂໍວີຊາຂອງທ່ານ, ເຈົ້າໜ້າທີ່ກົງສູນຈະເບິ່ງໃບຄຳຮ້ອງຂອງແຕ່ລະຄົນ ແລະ ພິຈາລະນາປັດໃຈດ້ານວິຊາຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິຈາລະນາວັດຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.
ລະວັງ: ບໍ່ໃຫ້ຍື່ນເອກະສານປອມ. ການຫຼອກລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່ໃຫ້ທ່ານສາມາດຂໍວີຊາອີກໃນຕໍ່ໜ້າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງທ່ານ, ທ່ານຄວາມນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະຫະລັດອາເມລີກາ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.
ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:
- ເອກະສານທາງການເງິນ, ສັງຄົມ ແລະ ຄອບຄົວທີ່ສະແດງຄວາມສຳພັນແໜ້ນແຟ້ນກັບປະເທດຊາດຂອງທ່ານ ຊຶ່ງຈະດຶງດູດໃຫ້ທ່ານກັບຄືນສູ່ປະເທດພາຍຫຼັງໂຄງການການສຶກສາຢູ່ ສະຫະລັດອາເມລິກາ ສິ້ນສຸດລົງ.
- ເອກະສານດ້ານການເງິນ ແລະ ເອກະສານອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍໃນການຂໍວີຊາຂອງທ່ານ ແລະ ເປັນຫຼັກຖານທີ່ໜ້າເຊື່ອຖືໄດ້ວ່າທ່ານມີເງິນພຽງສຳລັບຄ່າໃຊ້ຈ່າຍທັງໝົດພາຍໃນປີທຳອິດຂອງການສຶກສາ ແລະ ທ່ານມີເງິນພຽງພໍສຳລັບຄ່າໃຊ້ຈ່າຍທັງໝົດໃນໄລຍະທີ່ທ່ານອາໄສຢູ່ ສະຫະລັດອາເມລິກາ.
- ສຳເນົາເອກະສານບັນຊີເງິນຝາກທະນາຄານຈະຖືກປະຕິເສດ ເວັ້ນເສຍແຕ່ ທ່ານສາມາດສະແດງ ເອກະສານບັນຊີເງິນຝາກທະນາຄານ ຫຼື ປື້ມບັນຊືທະນາຄານສະບັບຕົ້ນ.
- ຖ້າທ່ານໄດ້ຮັບການສະໜັບດ້ານການເງິນຈາກຜູ້ອື່ນ, ຈົ່ງນຳເອົາຫຼັກຖານກ່ຽວກັບສາຍພົວພັນຂອງທ່ານກັບຜູ້ສະໜັບສະໜູນ (ເຊັ່ນ ໃບລາຍເກີດ), ເອກະສານແຈ້ງພາສີຫຼ້າສຸດສະບັບຕົ້ນ ແລະ ປື້ມບັນຊີທະນາຄານ ແລະ/ຫຼື ໃບຢັ້ງຢືນເງິນຝາກມີກໍານົດຂອງຜູ້ສະໜັບສະໜູນ.
- ເອກະສານດ້ານການສຶກສາທີ່ສະແດງວ່າທ່ານມີການກະກຽມດ້ານການສຶກສາ. ເອກະສານທີ່ເປັນຂໍ້ມູນປະກອບລວມທັງໃບຄະແນນຈາກໂຮງຮຽນ (ສະບັບຕົ້ນຈະດີກ່ວາ) ພ້ອມດ້ວຍຄະແນນ, ໃບຮັບຮອງການສອບເສັງ (ລະດັບ A, ອື່ນໆ), ຄະແນນການສອບເສັງມາດຕະຖານ (SAT, TOEFL, ອື່ນໆ) ແລະ ໃບປະກາດຕ່າງໆ.
ເອກະສານປະກອບສຳລັບຜູ້ຕິດຕາມ
ຖ້າທ່ານມີຜູ້ຕິດຕາມ, ທ່ານຍັງຕ້ອງສະໜອງ:
- ຫຼັກຖານສະແດງສາຍພົວພັນກັບຄູ່ສົມລົດ ແລະ/ຫຼື ບຸດຂອງທ່ານ (ເຊັ່ນ ໃບທະບຽນສົມລົດ ແລະ ໃບລາຍເກີດ).
- ຄູ່ສົມລົດ ຫຼື ບຸດແຕ່ລະຄົນຕ້ອງມີໃບຄຳຮອ້ງ DS-2019 ເປັນຂອງຕົນເອງ. ໃບຄຳຮ້ອງນີ້ແມ່ນໃຊ້ເພື່ອຂໍວີຊາທີ່ຈຳເປັນໃຫ້ແກ່ຄູ່ສົມລົດ ແລະ/ຫຼື ບຸດ ໃນການເດີນທາງເຂົ້າສູ່ ສະຫະລັດອາເມລິກາ ພ້ອມກັນກັບທ່ານໃນຖານະທີ່ທ່ານເປັນຜູ້ຖືວີຊາຫຼັກພາຍໃຕ້ວີຊາຂອງຜູ້ຢ້ຽມຢາມແລກປ່ຽນ, ຫຼື ສຳລັບການເດີນທາງມາພົບທ່ານທີ່ສະຫະລັດອາເມລິກາ ໃນຕໍ່ໜ້າ.
ຂໍ້ມູນເພີ່ມເຕີມ
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາຢ້ຽມຢາມແລກປ່ຽນ, ເຂົ້າໄປເບິ່ງໃນເວັບໄຊ໌ຂອງກະຊວງການຕ່າງປະເທດຂອງ ສະຫະລັດອາເມລິກາ.