ວີຊາຜູ້ເຮັດວຽກທາງສາສະໜາ

ຢູ່ໃນໜ້ານີ້:


ຄຳຖາມທີ່ຖາມເປັນປະຈຳ

ສະພາບລວມ

ວິຊາປະເພດ R ແມ່ນສຳລັບບຸກຄົນທີ່ຈະເດີນທາງເຂົ້າ ສະຫະລັດອາ​ເມ​ລິ​ກາ ເພື່ອເຮັດວຽກ ທາງສາສະໜາຊົ່ວຄາວ, ຕາມທີ່ໄດ້ກຳນົດ ໃນກົດໝາຍວ່າດ້ວຍການກວດກາຄົນເຂົ້າເມືອງ ແລະ ສັນຊາດ (INA) §101(a)(15)(R).

ຄຸນວຸດທິ

ຜູ້ເຮັດວຽກທາງສາສະໜາ ລວມມີບຸກຄົນທີ່ໄດ້ຮັບອະນຸຍາດຈາກໜ່ວຍງານທີ່​ເປັນ​ທີ່ ການຍອມຮັບໃນການດຳ​ເນີນພິທີກຳທາງສາສະໜາ ແລະ ພາລະກິດອື່ນໆຊຶ່ງ​ໂດຍປົກກະຕິແລ້ວແມ່ນ​ດຳ​ເນີນ​ໂດຍສະມາຊິກທີ່​ໄດ້​ຮັບ​ອະ​ນຸ​ຍາດຂອງພະສົງໃນສາສະໜາດັ່ງກ່າວ, ແລະ ຜູ້ເຮັດວຽກ ຫຼື ອາ​ຊີບ​ທາງ​ສາ​ສະ​ໜາ​ໃດ​ໜຶ່ງ. ໃນ​ການ​ຍື່ນ​ຂໍ​ວີ​ຊາ​​ຜູ້​ເຮັດ​ວຽກ​ທາງສາ​ສະ​ໜາ, ທ່ານຕ້ອງຜ່ານເງື່ອນໄຂຕໍ່​ໄປ​ນີ້:

  • ທ່ານຕ້ອງເປັນສະມາຊິກຂອງສຳ​ນັກສາສະໜາທີ່ຖືກຍອມຮັບ ວ່າເປັນອົງການຈັດຕັ້ງ​ສຸດ​ຈະ​ລິດທາງສາສະໜາທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ຢ່າງ​ແທ້​ຈິງ ໃນ ສະຫະລັດອາ​ເມ​ລິ​ກາ.
  • ສຳ​ນັກສາສະໜາຂອງ​ທ່ານ ແລະ ພັນທະມິດ, ຖ້າ​ມີ, ຕ້ອງ​ຖືກ​ຍົກ​ເວັ້ນ​ຈາກ​ການ​ຈ່າຍ​ພາ​ສີອາ​ກອນ ຫຼື ສາ​ມາດ​ຮຽກ​ຮ້ອງ ສະຖານະຍົກ​ເວັ້ນ​​ພາ​ສີອາ​ກອນ.
  • ທ່ານຕ້ອງເຄີຍ:

ກ) ເປັນສະມາຊິກຂອງ​ສຳ​ນັກສາ​ສະ​ໜາ​ນິ້ ເປັນເວລາສອງປີທັນທີພາຍຫຼັງທີ່ທ່ານຍື່ນຂໍສະຖານະພາບຜູ້​ເຮັດວຽກທາງສາສະໜາ.
(ຂ) ມີແຜນທີ່ຈະເປັນພະຂອງ​ສຳ​ນັກສາ​ສະ​ໜາ​ຂອງ​ທ່ານ ຫຼື ເຮັດ​ໜ້າ​ທີ່ ຫຼື ອາ​ຊີບ​ສຳ​ລັບອົງການຈັດຕັ້ງ​ສຸດ​ຈະ​ລິດທາງສາສະໜາທີ່​ບໍ່​ຫວັງ​ຜົນ​ກຳ​ໄລ​ຢ່າງ​ແທ້​ຈິງ (ຫຼື ພັນທະມິດຂອງອົງ ການຈັດຕັ້ງດັ່ງກ່າວທີ່ໄດ້ຮັບການຍົກເວັ້ນພາ​ສີອາ​ກອນ)
(ຄ) ອາໄສຢູ່ນອກ ສະຫະລັດອາ​ເມ​ລິ​ກາ ໜຶ່ງປີກ່ອນໜ້າ​ນີ້, ຖ້າທ່ານໄດ້ຢູ່​ໃນ​ໝວດ​ນີ້​ເປັນ​ເວ​ລາ​ຫ້າ​ປີ.

ບໍ່ມີຂໍ້ກຳນົດວ່າທ່ານຕ້ອງເປັນພົນລະເມືອງຢູ່ຕ່າງປະເທດຂ​ຊຶ່ງທ່ານບໍ່ມີ​ວັດ​ຖຸ​ປະ​ສົງປ່ອຍປະລະເລີຍ. ແນວໃດກໍຕາມ, ທ່ານຕ້ອງເດີນທາງອອກຈາກ ສະຫະລັດອາ​ເມ​ລິ​ກາ ເມື່ອສະຖານະທາງ​ກົດ​ໝາຍ​ຂອງ​ທ່ານ​ສິ້ນ​ສຸດ​ລົງ, ຖ້າ​ວ່າ​ບໍ່​ມີຫຼັກ​ຖານ​​ອ້າງ​ອີງ​ໃນ​ທາງ​ກົງ​ກັນ​ຂ້າມ (ວ່າ​ທ່ານ​ສາ​ມາດ​ຢູ່​ໄດ້​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ).

ຄຳຮ້ອງ

ນາຍຈ້າງຂອງທ່ານຕ້ອງປະກອບ ໃບ​ຄຳ​ຮ້ອງ I-129, ຄ້ຳ​ປະ​ກັນ​ຜູ້ເຮັດວຽກເຂົ້າ​ເມືອງຊົ່ວຄາວ, ກັບ ຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດ ສະຫະລັດອາ​ເມ​ລິ​ກາ (USCIS). ສຳລັບຂໍ້ມູນລະອຽດກ່ຽວກັບການປະກອບໃບ​ຄຳ​ຮ້ອງ I-129 ແລະ ຂໍ້​ກຳ​ນົດ​ຕ່າງໆ, ກະລຸນາອ່ານ​ກ່ຽວ​ກັບ​ຜູ້​ເຮັດ​ວຽກ​ທາງ​ສາ​ສະ​ໜາ​ເຂົ້າ​ເມືອງ​ຊົ່ວ​ຄາວ USCIS R-1 ​ໃນ​ໜ້າ​ເວັບ​ໄຊ໌​ນີ້.

ໝາຍເຫດ: ນາຍຈ້າງຕ້ອງຍື່ນໃບຄຳຮ້ອງຄ້ຳ​ປະ​ກັນໄວເທົ່າທີ່ຈະ​ໄວ​ໄດ້້ (ແຕ່ບໍ່ດົນ​ກວ່າ 6 ເດືອນກ່ອນການເລີ່ມວຽກ) ເພື່ອໃຫ້​ເວ​ລາ​ພຽງ​ພໍ​ສຳລັບການຍື່ນໃບຄຳຮ້ອງຄ້ຳ​ປະ​ກັນ ແລະ ການດຳເນີນວີ​ຊາ.

ໃບຄຳຮ້ອງຄ້ຳ​ປະ​ກັນ ​I-129 ຂອງທ່ານຕ້ອງຖືກອະນຸມັດກ່ອນ ທີ່ທ່ານຈະສາມາດຍື່ນຂໍວີຊາທີ່ສະຖານທູດ ຫຼື ກົງສູນ ສະ​ຫະ​ລັດ​ອາ​ເມ​ລິ​ກາ. ເມື່ອໃບຄຳຮ້ອງຄ້ຳ​ປະ​ກັນຂອງທ່ານຖືກອະນຸມັດ, ນາຍຈ້າງ ຫຼື ຕົວແທນຂອງ​ທ່ານຈະໄດ້ຮັບແຈ້ງການເພື່ອດຳເນີນການຍື່ນ​ໃບ​ຄຳ​ຮ້ອງ I-797 ຕໍ່ໄປ, ຊຶ່ງ​ທຽບ​ເທົ່າ​ການແຈ້ງການອະນຸມັດໃບຄຳຮ້ອງຄ້ຳ​ປະ​ກັນຂອງທ່ານ. ເຈົ້າໜ້າທີ່ກົງສຸນ ຈະກວດຄືນການອະນຸມັດໃບຄຳຮ້ອງຄ້ຳ​ປະ​ກັນຂອງທ່ານຜ່ານ ໜ່ວຍງານບໍ​ລິ​ການ​ການ​ຄຸ້ມ​ຄອງ​ໃບ​ຄຳ​ຮ້ອງ​ຄ້ຳ​ປະ​ກັນ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ (PIMS) ໃນເວ​ລາ​ທ່ານສຳພາດ.

ທ່ານຕ້ອງນຳເອົາເລກທີໃບຄຳຮ້ອງຄ້ຳ​ປະ​ກັນ I-129 ຂອງ​ທ່ານ​ ມາພ້ອມເວ​ລາ​ທ່ານ​ມາສຳພາດ ທີ່ສະຖານທູດ ຫຼື ກົງສຸນ ສະຫະລັດອາ​ເມ​ລິ​ກາ ເພື່ອກວດຄືນການອະນຸມັດໃບຄຳຮ້ອງດັ່ງ​ກ່າວ. ການອະນຸມັດໃບຄຳຮ້ອງຄ້ຳ​ປະ​ກັນຂອງທ່ານຈະບໍ່ຮັບ​ປະ​ກັນ​ການອອກວີຊາ ຖ້າທ່ານບໍ່ມີຄຸນສົມບັດທີ່ເໝາະສົມພາຍໃຕ້ກົດໝາຍການເຂົ້າເມືອງຂອງ ສະຫະລັດອາ​ເມ​ລິ​ກາ.

ຂໍ້​ມູນ​ກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ

ຖ້າທ່ານຍື່ນຂໍວີຊາຜູ້​ເຮັດ​ວຽກທາງສາສະໜາ, ທ່ານຕ້ອງຍື່ນ​ເອ​ກະ​ສານ​ດັ່ງ​ຕໍ່​ໄປ​ນີ້:

ນອກຈາກ​ຂໍ້​ມູນ​ຂ້າງ​ເທິງນັ້ນ, ທ່ານຍັງຕ້ອງສະແດງຈົດໝາຍນັດ​ສຳພາດທີ່ຢັ້ງ​ຢືນວ່າທ່ານໄດ້ນັດໝາຍຜ່ານການບໍລິການນີ້ແລ້ວ. ທ່ານຍັງສາມາດນຳເອກະສານປະ​ກອບອື່ນໆທີ່ທ່ານເຊື່ອວ່າຈະຊ່ວຍ​ເຈົ້າໜ້າກົງສຸນໃນ​ກາ​ນ​ຕັດ​ສິນ​ກ່ຽວ​ກັບ​ໃບ​ຄຳ​ຮ້ອງ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ປະກອບໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160).

ຂັ້ນຕອນທີ 2

ຊຳລະຄ່າທຳນຽມການ​ຍື່ນ​ຂໍວີຊາ.

ຂັ້ນຕອນທີ 3

ກໍານົດເວລານັດໝາຍສຳ​ພາດໃນເວັບໄຊ໌ນີ້. ທ່ານຕ້ອງສະ​ໜອງຂໍ້ມູນຕໍ່ໄປນີ້ເພື່ອນັດ​ໝາຍ​ສຳ​ພາດຂອງທ່ານ:

  • ໝາຍ​ເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກ​ທີດັ່ງ​ກ່າວ.)
  • ເລກບາ​ໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບ​ຄຳ​ຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 4

ໄປທີ່ສະຖານທູດ ຫຼື ກົງສຸນສະຫະລັດອາເມລິກາໃນວັນທີ ແລະ ເວລາທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງນຳສຳເນົາຈົດໝາຍນັດພົບ, ໃບຢັ້ງ​ຢືນ DS-160, ຮູບຕິດບັດຈຳນວນໜຶ່ງໃບ​ທີ່ ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງປະຈຸບັນ ແລະ ໜັງສືເດີນທາງເກົ່າ, ແລະ ໃບຮັບເງິນຄ່າທຳນຽມວີຊາຕົ້ນສະບັບ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.

ເອກະສານສະໜັບສະໜູນ

ເອກະສານປະ​ກອບເປັນພຽງໜຶ່ງໃນຫຼາຍປັດໃຈທີ່ເຈົ້າໜ້າທີ່​ກົງ​ສຸນ​ຈະ​ພິ​ຈາ​ລະ​ນາໃນເວລາສຳພາດທ່ານ. ໃນການຕັດສິນໃຈກ່ຽວ​ກັບ​ການ​ຍື່ນ​ຂໍ​ວີ​ຊາ​ຂອງ​ທ່ານ, ເຈົ້າ​ໜ້າທີ່ກົງສູນຈະ​ເບິ່ງໃບຄຳ​ຮ້ອງ​ຂອງແຕ່ລະຄົນ ແລະ ພິຈາລະນາ​ປັດ​ໃຈ​ດ້ານ​ວິ​ຊາ​ຊີບ, ສັງຄົມ, ວັດທະນະທຳ ແລະ ອື່ນໆ. ເຈົ້າໜ້າທີ່ກົງສູນອາດຈະພິ​ຈາ​ລະ​ນາ​ວັດ​ຖຸປະສົງສະເພາະຂອງທ່ານ, ສະຖານະການຂອງຄອບຄົວ, ແລະ ແຜນການໄລຍະຍາວຂອງທ່ານພາຍໃນປະເທດທີ່ທ່ານອາໃສຢູ່. ແຕ່ລະກໍລະນີແມ່ນ​ຖືກພິຈາລະນາເປັນລາຍບຸກຄົນ ແລະ ທຸກໆການຕັດສິນໃຈແມ່ນສອດ ຄ່ອງກັບກົດໝາຍ.

ລະວັງ: ບໍ່​ໃຫ້ຍື່ນເອກະສານປອມ. ການຫຼອກ​ລວງ ຫຼື ບິດເບືອນຄວາມຈິງສາມາດສົ່ງຜົນບໍ່​ໃຫ້​ທ່ານ​ສາ​ມາດ​ຂໍ​ວີ​ຊາ​ອີກ​ໃນ​ຕໍ່​ໜ໊າ. ຖ້າການຮັກສາຄວາມລັບເປັນຂໍ້ກັງວົນຂອງ​ທ່ານ, ທ່ານ​ຄວາມ​ນຳສົ່ງເອກະສານຂອງທ່ານໃຫ້ ສະຖານທູດ ຫຼື ກົງສຸນໂດຍ​ໃສ່ຊອງຈົດໝາຍທີ່ປິດສະໜິດ. ສະຖານທູດ ຫຼື ກົງສຸນ ສະ​ຫະ​ລັດອາ​ເມ​ລີກ​າ ຈະບໍ່ເຜີຍແຜ່ຂໍ້ມູນຂອງທ່ານໃຫ້ກັບໃຜ ແລະ ຈະເຄົາລົບຄວາມລັບຂອງທ່ານ.

ທ່ານຄວນນຳເອກະສານຕໍ່ໄປນີ້ມານຳທ່ານໃນເວລາມາສຳພາດ:

  • ຈົດໝາຍຈາກເຈົ້າ​ໜ້າ​ທີ່ ທີ່ໄດ້ຮັບອະນຸຍາດຈາກອົງການຈັດຕັ້ງຂອງທ່ານ​ ຢັ້ງຢືນວ່າ ຖ້າການ​ເປັນສະມາຊິກທາງສາສະໜາຂອງທ່ານ ສ່ວນ​ໜຶ່ງ ຫຼື ທັງ​ໝົດ​ແມ່ນ​ໄດ້​ມາ​ຈາກຕ່າງປະ​ເທດ, ອົງການຈັດຕັ້ງທາງ​ສາ​ສະ​ໜາ​ທີ່ຕ່າງປະເທດ ແລະ ​ທີ່ ສະຫະລັດອາ​ເມ​ລິ​ການັ້ນ ແມ່ນຂຶ້ນກັບສຳ​ນັກສາສະໜາດຽວກັນ, ແລະ ທັນ​ທີ່ກ່ອນທີ່​ທ່ານຍື່ນຂໍວີຊາປະເພດ R, ທ່ານໄດເປັນສະມາຊິກຂອງ​ສຳ​ນັກສາສະ​ດັ່ງ​ກ່າວເປັນເວລາສອງປີຕາມຂໍ້ກຳນົດ.
  • ຖ້າທ່ານເປັນພະ, ທ່ານ​ໄດ້ຮັບອະນຸຍາດໃຫ້ດຳ​ເນີນ​ພິ​ທີ​ທາງ​ສະ​ສະ​ໜາ​ຕ່າງໆ​ສຳ​ລັບ​ສຳ​ນັກ​ດັ່ງ​ກ່າວ. ຕ້ອງ​ອະ​ທິ​ບາຍ​ລະ​ອຽດ​ກ່ຽວ​ກັບໜ້າທີ່ຮັບຜິດຊອບຂອງທ່ານ; ຫຼື
  • ຖ້າທ່ານມີ​ອາ​ຊີບທາງສາສະໜາ, ຖ້າ​ທ່ານ​ຈົບ​ຢ່າງ​ຕ່ຳ​ຊັ້ນປະລິນຍາຕີ ຫຼື ທຽບເທົ່າ, ແລະ ໃບປະກາດດັ່ງກ່າວມີຄວາມຈຳເປັນສຳລັບການເຂົ້າເຮັດວຽກທາງສາສະໜາ; ຫຼື
  • ຖ້າທ່ານມືອາຊີບສະໝັກຫຼິ້ນ, ທ່ານມີຄຸນສົມບັດເໝາະ​ສົມ, ຖ້າວຽກກ່ຽວຂ້ອງກັບໜ້າ​ທີ່​ທາງ​ສາ​ສະ​ໜາ​ຕາມ​ຮີດ​ຄອງ​ປະ​ເພ​ນີ.
  • ການຈັດການ​ກ່ຽວ​ກັບຄ່າຕອບແທນ, ລວມທັງຈຳນວນ ແລະ ແຫຼ່ງຂອງເງິນເດືອນ, ຄ່າຊົດເຊີຍອື່ນໆເຊັ່ນ ອາຫານ ແລະ ທີ່ພັກ, ຜົນປະໂຫຍດອື່ນໆທີ່ສາມາດຄິດໄລ່ເປັນເງິນ, ແລະ ເອກະສານທີ່ສະແດງວ່າຄ່າຕອບແທນດັ່ງກ່າວຄວນຈະແລກປ່ຽນ ກັບການບໍລິການ.
  • ຊື່ ແລະ ສະຖານທີ່ຂອງອົງການຈັດຕັ້ງສຳ​ນັກ​ສາສະໜາ ຫຼື ພັນທະມິດ ທີ່ທ່ານຈະສະໜອງການບໍລິການ.
  • ຖ້າທ່ານຈະເຮັດວຽກໃຫ້ອົງການຈັດຕັ້ງທີ່ກ່ຽວພັນກັບສຳ​ນັກສາສະໜາ​ໃດ​ໜຶ່ງ, ​ທ່ານ​ຕ້ອງ​ສະ​ໜອງລາຍລະອຽດກ່ຽວກັບຄວາມສຳພັນຂອງສອງອົງການຈັດຕັ້ງ​ດັ່ງ​ກ່າວ.
  • ຫຼັກຖານສະແດງຊັບສິນ ແລະ ວິທີການດໍາເນີນງານຂອງອົງການຈັດຕັ້ງທາງສາສະໜາຂອງທ່ານ.
  • ເອກະສານຕ່າງໆ​ກ່ຽວ​ກັບ​ການ​ສ້າງ​ຕັ້ງອົງການຈັດຕັ້ງຂອງທ່ານພາຍໃຕ້ກົດໝາຍລັດທີ່ກ່ຽວຂ້ອງ.

ຂໍ້ມູນເພີ່ມເຕີມ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວີຊາຜູ້ເຮັດວຽກທາງສາສະໜາ, ເຂົ້າໄປທີ່ເວັບໄຊ໌ຂອງ ກະຊວງການຕ່າງປະເທດ.