ຍື່ນຂໍວີຊາ

ຢູ່ໃນໜ້ານີ້:


ສະພາບລວມ

ກະລຸນາສອບຖາມໃຫ້ແນ່ໃຈວ່າທ່ານຕ້ອງການຍື່ນຂໍວີຊາຫຼືບໍ່. ທ່ານອາດຈະບໍ່ຈໍາເປັນຕ້ອງຍື່ນຂໍວີຊາເຂົ້າ ສະຫະລັດອາເມລິກາ ຄືນໃໝ່ຖ້າທ່ານຍັງມີວີຊາທີ່ສາມາດນໍາໃຊ້ໄດ້ ຫຼື ຖ້າທ່ານເປັນພົນລະເມືອງຂອງປະເທດທີ່ເຂົ້າຮ່ວມ ໂຄງການຍົກເວັ້ນວີຊາ.

ຖ້າຫາກທ່ານບໍ່ຈຳເປັນຕ້ອງຂໍວີຊາຄົນເຂົ້າເມືອງຊົ່ວຄາວ, ກະລຸນາປະຕິບັດຕາມຂັ້ນຕອນລຸ່ມນີ້. ຖ້າວ່າທ່ານຍື່ນຂໍວີຊາ K, ກະລຸນາເລືອກ ວີຊາເຂົ້າເມືອງຖາວອນ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ສຳລັບຜູ້ຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວ:

ຈົ່ງກໍານົດປະເພດວີຊາຂອງທ່ານໂດຍການເຂົ້າອ່ານໜ້າເວບໄຊ໌ກ່ຽວກັບ ວີຊາເຂົ້າເມືອງຊົ່ວຄາວທົ່ວໄປ. ແຕ່ລະປະເພດຂອງວີຊາອະທິບາຍຄຸນສົມບັດ ແລະ ລາຍການຍື່ນຂໍສະໝັກ. ເລືອກປະເພດວີຊາທີ່ເໝາະສົມກັບສະຖານະການຂອງທ່ານ.

ທ່ານຄວນອ່ານໜ້າເວັບໄຊ໌ກ່ຽວກັບ ໂຄງການຍົກເວັ້ນວີຊາດ້ວຍ. ຖ້າປະເທດຂອງທ່ານເຂົ້າຮ່ວມໂຄງການຍົກເວັ້ນວີຊາ, ທ່ານບໍ່ຈໍາເປັນຕ້ອງຍື່ນຂໍວີຊາ ຖ້າ ທ່ານເດີນທາງດ້ວຍຈຸດປະສົງທາງທຸລະກິດ ຫຼື ການທ່ອງທ່ຽວ ແລະ ຈະຢູ່ ສະຫະລັດອາເມລິກາ ເປັນເວລາ 90 ວັນ ຫຼື ຕ່ຳກວ່ານັ້ນ.

ຂັ້ນຕອນທີ 2

ຂັ້ນຕອນຕໍ່ໄປ ແມ່ນໃຫ້ປະກອບ ໃບຄຳຮ້ອງ DS-160. ທ່ານຄວນອ່ານໜ້າເວັບໄຊ໌ກ່ຽວກັບ ວິທີການໃນການປະກອບໃບຄຳຮ້ອງ DS-160 ຢ່າງລະອຽດ. ຂໍ້ມູນທັງໝົດຕ້ອງແມ່ນຂໍ້ມູນທີ່ຖືກຕ້ອງ ແລະ ແມ່ນຢຳ. ເມື່ອແບບຟອມໄດ້ຖືກສົ່ງໄປແລ້ວ, ທ່ານຈະບໍ່ສາມາດປ່ຽນແປງຫຍັງໄດ້ອີກ. ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອ, ກະລຸນາປຶກສາກັບທະນາຍຄວາມທີ່ມີຄວາມຊ່ຽວຊານ ດ້ານການເຂົ້າເມືອງ ຫຼື ນາຍແປພາສາ. ສູນສອບຖາມບໍ່ສາມາດຊ່ວຍເຫຼືອທ່ານໃນການປະກອບໃບຄຳຮ້ອງ DS-160. ທ່ານຕ້ອງສະໜອງຕົວເລກໃບຄຳຮ້ອງ DS-160 ຂອງທ່ານເພື່ອກຳນົດນັດໝາຍສຳພາດຂອງທ່ານ.

ຂັ້ນຕອນທີ 3

ເມື່ອທ່ານໄດ້ເລືອກປະເພດວີຊາທີ່ເໝາະສົມ ແລະ ໄດ້ປະກອບແບບຟອມ DS-160 ຢ່າງຄົບຖ້ວນສົມບູນແລ້ວ, ທ່ານຈະຕ້ອງຈ່າຍຄ່າທຳນຽມວີຊາ ໜ້າເວັບໄຊ໌ກ່ຽວກັບຄ່າທໍານຽມວີຊາ ສະແດງລາຍການປະເພດຂອງວີຊາ ແລະ ຄ່າທໍານຽມວີຊາທີ່ກ່ຽວຂ້ອງເປັນສະກຸນເງິນ ໂດລາ ສະຫະລັດອາເມລິກາ ແລະ ສະກຸນເງິນທ້ອງຖິ່ນ.

ເພື່ອຊໍາລະຄ່າທໍານຽມວີຊາ, ທ່ານຄວນອ່ານໜ້າເວັບໄຊ໌ກ່ຽວກັບ ທະນາຄານ ແລະ ທາງເລືອກໃນການຊໍາລະຄ່າທໍານຽມ . ໜ້ານີ້ຈະອະທິບາຍກ່ຽວກັບວິທີການຊຳລະຄ່າທຳນຽມວີຊາ. ທ່ານຈະຕ້ອງສ້າງໜ້າຂໍ້ມູນສ່ວນຕົວ ແລະ ເກັບຮັກສາເລກທີໃບຮັບເງິນຂອງທ່ານໄວ້ເພື່ອກຳນົດນັດໝາຍສຳພາດຂອງທ່ານ.

ຂັ້ນຕອນທີ 4

ໃນຂັ້ນຕອນນີ້ ທ່ານຕ້ອງ ເຂົ້າສູ່ລະບົບ ຂໍ້ມູນສ່ວນຕົວຂອງທ່ານ ຊຶ່ງເປັນຂໍ້ມູນດຽວກັນ ທີ່ທ່ານໃຊ້້ໃນການຊໍາລະຄ່າທໍານຽມວີຊາຂອງທ່ານ. ເມື່ອທ່ານເຂົ້າສູ່ລະບົບແລ້ວ, ທ່ານຈະຕ້ອງເບິ່ງສ່ວນທີ່ໃຊ້ສະແດງຂໍ້ມູນສະພາບລວມ.

ກົດລີ້ງ ກຳນົດການນັດໝາຍສໍາພາດຢູ່ເມນູດ້ານຊ້າຍມື.

ການກົດລີ້ງດັ່ງກ່າວຈະນຳທ່ານເຂົ້າສູ່ຂັ້ນຕອນການນັດໝາຍສຳພາດຂອງທ່ານ. ທ່ານຕ້ອງສະໜອງ:

  • ເລກທີໜັງສືເດີນທາງ.
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກທີດັ່ງກ່າວ.
  • ເລກບາໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບຄຳຮ້ອງ DS-160 ຂອງທ່ານ.

ໃນຂະນະທີ່ທ່ານປະຕິບັດຂັ້ນຕອນຢູ່ນັ້ນ ທ່ານຈະສາມາດເລືອກປະເພດວີຊາ, ປ້ອນຂໍ້ມູນສ່ວນຕົວ, ເພີ່ມຊື່ຜູ້ຕິດຕາມ, ເລືອກສະຖານທີ່ສົ່ງເອກະສານ, ຢັ້ງຢືນການຊຳລະຄ່າທຳນຽມວີຊາ, ແລະ ກຳນົດວັນ ແລະ ເວລານັດໝາຍສໍາພາດຂອງທ່ານ.

ຂັ້ນຕອນທີ 5

ໄປທີ່ ສະຖານທູດ ຫຼື ກົງສຸນຂອງ ສະຫະລັດອາເມລິກາ ໃນວັນທີ ແລະ ເວລາ ທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຄວນກວດເບິ່ງໜ້າເວັບໄຊ໌ ກຳນົດນັດໝາຍສໍາພາດຂອງຂ້ອຍສໍາລັບເອກະສານທີ່ຈໍາເປັນໃນການນັດສໍາພາດຂອງທ່ານ.

ຂັ້ນຕອນທີ 6

ຖ້າວີຊາຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະຕ້ອງກັບມາຮັບເອົາວີຊາທີ່ສະຖານທູດ.