ຄ່າທຳນຽມວີຊາ
ຢູ່ໃນໜ້ານີ້:
- ສະພາບລວມ
- ຂໍ້ມູນການຊຳລະເງິນ
- ຂໍ້ຫ້າມ
- ປະເພດວີຊາ ແລະ ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ
- ປະເພດວີຊາ ແລະ ເງື່ອນໄຂທີ່ບໍ່ຈຳເປັນຕ້ອງເສຍຄ່າທຳນຽມ
- ຄ່າທຳນຽມອື່ນໆ
ສະພາບລວມ
ຜູ້ຍື່ນໃບຄຳຮ້ອງຂໍວີຊາ, ລວມທັງເດັກນ້ອຍ, ຈະຕ້ອງຈ່າຍຄ່າທຳນຽມທີ່ບໍ່ສາມາດຂໍຮັບເງິນຄືນ ຫຼື ໂອນໃຫ້ບຸກຄົນອື່ນໄດ້, ບາງຄັ້ງເອີ້ນວ່າຄ່າທຳນຽມ MRV, ກ່ອນຍື່ນໃບຄຳຮ້ອງຂໍຮັບວີຊາຄົນເຂົ້າເມືອງຊົ່ວຄາວ. ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາຈະຕ້ອງໄດ້ຊຳລະບໍ່ວ່າຈະອອກວີຊາໃຫ້ຫຼືບໍ່ກໍ່ຕາມ. ຈຳນວນຄ່າທຳນຽມຈະຂຶ້ນກັບປະເພດວີຊາທີ່ທ່ານຍື່ນຂໍເອົາ. ອີງຕາມສັນຊາດ ແລະ ປະເພດວີຊາທີ່ທ່ານຍື່ນຂໍ, ທ່ານອາດຈະຕ້ອງໄດ້ຊໍາລະຄ່າທຳນຽມອອກວີຊາ ຫຼື ຄ່າທຳນຽມ “ຫຼັກຕອບສະໜອງຊຶ່ງກັນ ແລະ ກັນ”. ໜ້າເວັບນີ້ໄດ້ລະບຸຄ່າທຳນຽມຍື່ນຂໍວີຊາສຳລັບວີຊາຄົນເຂົ້າເມືອງຊົ່ວຄາວແຕ່ລະປະເພດ.
ກະລຸນາຮັບຊາບວ່າໜ້າເວັບນີ້ລະບຸພຽງແຕ່ຄ່າທຳນຽມຍື່ນຂໍວີຊາຄົນເຂົ້າເມືອງຊົ່ວຄາວເທົ່ານັ້ນ.
ຂໍ້ມູນການຊຳລະເງິນ
ເຖິງແມ່ນວ່າຄ່າທຳນຽມທັງໝົດຈະລະບຸເປັນສະກຸນເງິນໂດລາ, ແຕ່ການຊຳລະເງິນຈະຕ້ອງເປັນສະກຸນເງິນທ້ອງຖິ່ນເທົ່ານັ້ນ. ທ່ານສາມາດຊໍາລະຄ່າທໍານຽມໄດ້ທີ່ ທະນາຄານ ເອຊີລິດາ ທຸກສາຂາ. ຂໍ້ມູນເພີ່ມເຕີມກ່ຽວກັບທາງເລືອກຕ່າງໆໃນການຊໍາລະເງິນແມ່ນຢູ່ໃນເວັບໄຊ໌ນີ້. ເພື່ອຊອກຫາສາຂາຕ່າງໆຂອງທະນາຄານ ເອຊີລິດາ, ກົດ ເວັບໄຊ໌ນີ້.
ຂໍ້ຫ້າມ
ຄ່າທຳນຽມວີຊາທີ່ໄດ້ຊໍາລະໄປແລ້ວແມ່ນບໍ່ສາມາດຖອນຄືນໄດ້ ແລະ ທ່ານບໍ່ສາມາດໂອນໄປໃຫ້ບຸກຄົນອື່ນໄດ້. ທ່ານຈະໄດ້ຮັບໃບບິນຫຼັງຈາກໄດ້ຊໍາລະຄ່າວີຊາ. ເນື່ອງຈາກການຢຸດຕິການບໍລິການແບບປົກກະຕິຂອງທາງກົງສຸນຍ້ອນພະຍາດໂຄວິດ-19 ແຕ່ຕົ້ນປີ 2020 ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ເພື່ອຟື້ນຟູການດຳເນີນງານວີຊາທັງໝົດໃຫ້ປົກກະຕິ ແລະ ປອດໄພເທົ່າທີ່ຈະເປັນໄປໄດ້, ກະຊວງການຕ່າງປະເທດຈຶ່ງໄດ້ຕໍ່ອາຍຸການນໍາໃຊ້ຂອງໃບບິນຊໍາລະຄ່າວີຊາ ຈົນຮອດວັນທີ 30 ກັນຍາ 2023. ຖ້າທ່ານບໍ່ຈອງການນັດໝາຍສຳພາດຂອງທ່ານກ່ອນມື້ທີ່ກ່າວໄປນັ້ນ, ໃບບິນຂອງທ່ານຈະໝົດອາຍຸ ແລະ ທ່ານຈະເສຍສິດໃນການນຳໃຊ້ໃບບິນເສຍຄ່າທຳນຽມດັ່ງກ່າວໃນການຂໍວີຊາ.
ປະເພດວີຊາ ແລະ ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ
ຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາໄດ້ຖືກລະບຸໄວ້ຂ້າງລຸ່ມນີ້ ແລະ ນຳໃຊ້ໄດ້ກັບໃບຄຳຮ້ອງຂໍວີຊາໜຶ່ງສະບັບເທົ່ານັ້ນ. ຄ່າທໍານຽມຍື່ນຂໍວີຊາສໍາລັບ ວີຊາເຂົ້າເມືອງຊົ່ວຄາວທົ່ວໄປແມ່ນ US$185. ປະເພດວີຊາດັ່ງກ່າວລວມມີ ວີຊານັກທ່ອງທ່ຽວ, ນັກທຸລະກິດ, ນັກສຶກສາ, ແລະ ຜູ້ເຂົ້າຮ່ວມໂຄງການແລກປ່ຽນຕ່າງໆ. ຄ່າທໍານຽມວີຊາປະເພດຄ້ຳປະກັນເຊັ່ນ ວີຊາເຮັດວຽກ ຫຼື ວີຊາຜູ້ເຮັດວຽກທາງສາສະໜາ ແມ່ນ US$205. ຄ່າທໍານຽມວີຊາປະເພດ K ແມ່ນ US$265 ແລະ ວີຊາປະເພດ E ແມ່ນ US$315. ຕາຕະລາງລຸ່ມນີ້ ລະບຸປະເພດວີຊາ ແລະ ຄ່າທໍານຽມຕ່າງໆຢ່າງລະອຽດ.
ຈຳນວນເງິນຄ່າທຳນຽມ (ໂດລາສະຫະລັດ) |
ຈຳນວນເງິນຄ່າທຳນຽມ(ກີບ) | ປະເພດວີຊາ | ລາຍລະອຽດ |
---|---|---|---|
$185 | N/A | ປະເພດ B | ທຸລະກິດ/ທ່ອງທ່ຽວ |
$185 | N/A | ປະເພດ C-1 | ການເດີນທາງຜ່ານ |
$185 | N/A | ປະເພດ D | ລູກເຮືອ/ເຮືອບິນ |
$185 | N/A | ປະເພດ F | ນັກຮຽນ (ການສຶກສາ) |
$185 | N/A | ປະເພດ I | ນັກຂ່າວ/ສື່ມວນຊົນ |
$185 | N/A | ປະເພດ J | ຜູ້ຢ້ຽມຢາມແລກປ່ຽນ |
$185 | N/A | ປະເພດ M | ນັກຮຽນ(ວິຊາຊີບ) |
$185 | N/A | ປະເພດ T | ຜູ້ເຄາະຮ້າຍຂອງການຄ້າມະນຸດ |
$185 | N/A | ປະເພດ TN/TD | ຜູ້ຊ່ຽວຊານ NAFTA |
$185 | N/A | ປະເພດ U | ຜູ້ເຄາະຮ້າຍຂອງອາຊະຍາກຳ |
$205 | N/A | ປະເພດ H | ຄົນງານຊົ່ວຄາວ/ຕາມລະດູການ ແລະ ການວ່າຈ້າງ, ຄົນເຝິກງານ |
$205 | N/A | ປະເພດ L | ພະນັກງານທີ່ຖືກຍົກຍ້າຍສາຂາພາຍໃນບໍລິສັດ |
$205 | N/A | ປະເພດ O | ບຸກຄົນທີ່ມີຄວາມສາມາດພິເສດ |
$205 | N/A | ປະເພດ P | ນັກກິລາ. ສິນລະປິນ ແລະ ຜູ້ໃຫ້ຄວາມບັນເທີງ |
$205 | N/A | ປະເພດ Q | ການແລກປ່ຽນວັດທະນະທຳລະຫວ່າງປະເທດ |
$205 | N/A | ປະເພດ R | ຄົນງານທາງສາສະໜາ |
$265 | N/A | ປະເພດ K | ຄູ່ໝັ້ນ ຫຼື ຄູ່ສົມລົດຂອງຜູ້ທີ່ຖືສັນຊາດອາເມລິກາ |
$315 | N/A | ປະເພດ E | ນັກທຸລະກິດຕາມສົນທິສັນຍາ/ນັກລົງທຶນ, ຊ່ຽວຊານພິເສດຂອງອົດສະຕາລີ |
ປະເພດວີຊາ | ລາຍລະອຽດ | ຈຳນວນເງິນຄ່າທຳນຽມ( ໂດລາສະຫະລັດ) | ຈຳນວນເງິນຄ່າທຳນຽມ(ກີບ) |
---|---|---|---|
ປະເພດ B | ທຸລະກິດ/ທ່ອງທ່ຽວ | $185 | N/A |
ປະເພດ C-1 | ການເດີນທາງຜ່ານ | $185 | N/A |
ປະເພດ D | ລູກເຮືອ/ເຮືອບິນ | $185 | N/A |
ປະເພດ E | ນັກທຸລະກິດຕາມສົນທິສັນຍາ/ນັກລົງທຶນ, ຊ່ຽວຊານພິເສດຂອງອົດສະຕາລີ | $315 | N/A |
ປະເພດ F | ນັກຮຽນ (ການສຶກສາ) | $185 | N/A |
ປະເພດ H | ຄົນງານຊົ່ວຄາວ/ຕາມລະດູການ ແລະ ການວ່າຈ້າງ, ຄົນເຝິກງານ | $205 | N/A |
ປະເພດ I | ນັກຂ່າວ/ສື່ມວນຊົນ | $185 | N/A |
ປະເພດ J | ຜູ້ຢ້ຽມຢາມແລກປ່ຽນ | $185 | N/A |
ປະເພດ K | ຄູ່ໝັ້ນ ຫຼື ຄູ່ສົມລົດຂອງຜູ້ທີ່ຖືສັນຊາດອາເມລິກາ | $265 | N/A |
ປະເພດ L | ພະນັກງານທີ່ຖືກຍົກຍ້າຍສາຂາພາຍໃນບໍລິສັດ | $205 | N/A |
ປະເພດ M | ນັກຮຽນ(ວິຊາຊີບ) | $185 | N/A |
ປະເພດ O | ບຸກຄົນທີ່ມີຄວາມສາມາດພິເສດ | $205 | N/A |
ປະເພດ P | ນັກກິລາ. ສິນລະປິນ ແລະ ຜູ້ໃຫ້ຄວາມບັນເທີງ | $205 | N/A |
ປະເພດ Q | ການແລກປ່ຽນວັດທະນະທຳລະຫວ່າງປະເທດ | $205 | N/A |
ປະເພດ R | ຄົນງານທາງສາສະໜາ | $205 | N/A |
ປະເພດ T | ຜູ້ເຄາະຮ້າຍຂອງການຄ້າມະນຸດ | $185 | N/A |
ປະເພດ U | ຜູ້ເຄາະຮ້າຍຂອງອາຊະຍາກຳ | $185 | N/A |
ປະເພດ TN/TD | ຜູ້ຊ່ຽວຊານ NAFTA | $185 | N/A |
ປະເພດວີຊາ ແລະ ເງື່ອນໄຂທີ່ບໍ່ຈຳເປັນຕ້ອງເສຍຄ່າທຳນຽມ
- ຜູ້ຍື່ນໃບຄຳຮ້ອງຂໍວີຊາປະເພດ A, G, C-2, C-3, NATO, ແລະ ວີຊາທາງການທູດ (ຕາມທີ່ໄດ້ກຳນົດໄວ້ໃນ 22 CFR 41.26);
- ຜູ້ຍື່ນໃບຄຳຮ້ອງຂໍວີຊາປະເພດ J ແລະ ບຸກຄົນທີ່ເຂົ້າຮ່ວມໂຄງການແລກປ່ຽນດ້ານການສຶກສາ ແລະ ວັດທະນະທຳທີ່ໄດ້ຮັບການສະໜັບສະໜູນໂດຍລັດຖະບານສະຫະລັດ
- ການປ່ຽນວີຊາທີ່ສາມາດອ່ານໄດ້ດ້ວຍເຄື່ອງຈັກພາຍໃນກຳນົດໜຶ່ງປີຂອງການອອກວີຊາ, ເມື່ອວີຊາຕົ້ນສະບັບບໍ່ໄດ້ຮັບການປະທັບຢ່າງຖືກຕ້ອງ ຫຼື ວີຊາຈຳເປັນຕ້ອງໄດ້ອອກໃຫ້ໃໝ່ໂດຍບໍ່ແມ່ນຄວາມຜິດຂອງຜູ້ຍື່ນໃບຄຳຮ້ອງ.
- ຜູ້ຍື່ນໃບຄຳຮ້ອງທີ່ໄດ້ຮັບການຍົກເວັ້ນຕາມຂໍ້ົກລົງລະຫວ່າງປະເທດ, ລວມທັງສະມາຊິກ ແລະ ພະນັກງານຂອງພາລະກິດສັງເກດການຂອງສຳນັກງານໃຫ່ຍຂອງອົງການສະຫະປະຊາຊາດທີ່ໄດ້ຮັບການຮັບຮອງ ໂດຍສະມັດຊາໃຫ່ຍແຫ່ງສະຫະປະຊາຊາດ ແລະ ຄອບຄົວໃກ້ຊິດຂອງພວກເຂົາ;
- ຜູ້ຍື່ນໃບຄຳຮ້ອງທີ່ເດີນທາງເພື່ອໃຫ້ການບໍລິການດ້ານການກຸສົນສະເພາະ;
- ພະນັກງານລັດຖະບານສະຫະລັດທີ່ເດີນທາງໄປເຮັດວຽກທາງລັດຖະການ; ແລະ,
- ຜູ້ປົກຄອງ, ອ້າຍເອື້ອຍນ້ອງ, ຄູ່ສົມລົດ ຫຼື ລູກຫຼານຂອງພະນັກງານລັດຖະບານສະຫະລັດທີ່ໄດ້ເສຍຊີວິດໃນໜ້າທີ່ ຜູ້ທີ່ຈະເດີນທາງເພື່ອເຂົ້າຮ່ວມງານສົບ ແລະ/ຫຼື ພິທີຊາປະນາກິດຂອງພະນັກງານດັ່ງກ່າວ; ຫຼື ຜູ້ປົກຄອງ, ອ້າຍເອື້ອຍນ້ອງ, ຄູ່ສົມລົດ ຫຼື ລູກຫຼານຂອງພະນັກງານລັດຖະບານສະຫະລັດທີ່ໄດ້ຮັບບາດເຈັບໜັກໃນໜ້າທີ່ ເພື່ອຢ້ຽມຢາມໃນໄລຍະການປິ່ນປົວສຸກເສີນ ແລະ ການພັກຟື້ນ.
ຄ່າທຳນຽມອື່ນໆ
ໃນບາງກໍລະນີ, ຄ່າທຳນຽມວີຊາເພີ່ມຈະຕ້ອງໄດ້ຈ່າຍໂດຍກົງໃຫ້ກັບສູນອອກວີຊາແຫ່ງຊາດ, ສະຖານທູດສະຫະລັດ ຫຼື ສະຖານກົງສຸນ ຫຼື ກະຊວງຄວາມໝັ້ນຄົງແຫ່ງຊາດສະຫະລັດ.
ຄ່າທຳນຽມການອອກວີຊາຄົນເຂົ້າເມືອງຊົ່ວຄາວ("ຫຼັກປະຕິບັດຕ່າງຕອບແທນ")
ຜູ້ຍື່ນໃບຄຳຮ້ອງຈາກບາງປະເທດອາດຈະຕ້ອງໄດ້ຈ່າຍຄ່າທຳນຽມອອກວີຊາ ຫຼັງຈາກໃບຄຳຮ້ອງຂອງພວກເຂົາໄດ້ຮັບການອະນຸມັດ. ຄ່າທຳນຽມເຫຼົ່ານີ້ແມ່ນອີງໃສ່ "ຫຼັກປະຕິບັດຕ່າງຕອບແທນ" (ຄ່າທຳນຽມທີ່ປະເທດອື່ນເກັບກັບພົນລະເມືອງສະຫະລັດສຳລັບປະເພດວີຊາທີ່ຄ້າຍຄືກັນ). ສະຫະລັດອາເມລິກາພະຍາຍາມລົບລ້າງຄ່າທຳນຽມອອກວີຊາທຸກຄັ້ງທີ່ເປັນໄປໄດ້ , ແຕ່ຢ່າງໃດກໍ່ຕາມ, ເມື່ອ ລັດຖະບານຂອງປະເທດອື່ນຮຽກເກັບຄ່າທຳນຽມເຫຼົ່ານີ້ກັບພົນລະເມືອງສະຫະລັດ ສຳລັບວີຊາບາງປະເພດ, ສະຫະລັດອາເມລິກາຈະຮຽກເກັບຄ່າທຳນຽມຕາມ "ຫຼັກປະຕິບັດຕ່າງຕອບແທນ" ກັບ ພົນລະເມືອງຂອງປະເທດເຫຼົ່ານີ້ສຳລັບປະເພດວີຊາທີ່ຄ້າຍຄືກັນ. ເວັບໄຊ໌ຂອງກະຊວງການຕ່າງປະເທດ ມີຂໍ້ມູນເພິ່ມເຕີມກ່ຽວກັບຄ່າທໍານຽມການອອກວີຊາ ແລະ ສາມາດຊ່ວຍທ່ານໃນການລະບຸຄ່າທໍານຽມການອອກວີຊາທີ່ຖືກຕ້ອງ ໂດຍສອດຄ່ອງກັບສັນຊາດຂອງທ່ານ.
ຄ່າທຳນຽມການຈັດການຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS)
ລະບົບບັນທຶກຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS) ແມ່ນລະບົບອິນເຕີເນັດທີ່ຕິດຕາມຜູ້ຍື່ນໃບຄຳຮ້ອງຂໍວີຊາປະເພດ F, M ແລະ J (ແລະ ສະມາຊິກໃນຄອບຄົວຂອງພວກເຂົາ) ນັບຈາກເວລາທີ່ພວກເຂົາໄດ້ຮັບເອກະສານເບື້ອງຕົ້ນ (ບໍ່ວ່າຈະເປັນເອກະສານ I-20 ຫຼື DS-2019) ຈົນກ່ວາພວກເຂົາຈົບການສຶກສາ/ອອກຈາກໂຮງຮຽນ ຫຼື ສິ້ນສຸດ/ອອກຈາກໂຄງການ.
ຜູ້ຍື່ນໃບຄຳຮ້ອງຫຼັກສຳລັບວີຊາປະເພດ F, M ແລະ J: ກວດສອບກັບໂຮງຮຽນສະຫະລັດຂອງທ່ານເພື່ອໃຫ້ແນ່ໃຈວ່າຂໍ້ມູນ ຂອງທ່ານໄດ້ຖືກປ້ອນເຂົ້າສູ່ລະບົບບັນທຶກຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS). ທ່ານຈະຕ້ອງຈ່າຍຄ່າທຳນຽມ SEVIS ຕ່າງຫາກນອກເໜືອຈາກຄ່າທຳນຽມຍື່ນໃບຄຳຮ້ອງຂໍວີຊາ. ສຳລັບນັກສຶກສາທີ່ເຂົ້າເມືອງຊົ່ວຄາວທີ່ນຳໃຊ້ໃບຄຳຮ້ອງ I-20, ຄ່າທໍານຽມ SEVIS ແມ່ນ 350 ໂດລາ ສະຫະລັດອາເມລິກາ. ສໍາລັບຜູ້ຢ້ຽມຢາມພາຍໃຕ້ໂຄງການແລກປ່ຽນທີ່ນໍາໃຊ້ໃບຄຳຮ້ອງ DS-2019, ຄ່າທໍານຽມ SEVIS ແມ່ນ 220 ໂດລາ ສະຫະລັດ. ນັກສຶກສາ ແລະ ຜູ້ຢ້ຽມຢາມພາຍໃຕ້ໂຄງການແລກປ່ຽນຕ້ອງສະແດງຫຼັກຖານການຊໍາລະຄ່າທໍານຽມກ່ອນທີ່ຈະໄດ້ຮັບວີຊາຂອງທ່ານ. ການຊຳລະເງິນບໍ່ສາມາດເຮັດໄດ້ທີ່ສະຖານທູດສະຫະລັດ ຫຼື ສະຖານກົງສຸນ. ຄໍາແນະນໍາກ່ຽວກັບການຊຳລະຄ່າທໍານຽມ SEVIS ແມ່ນສາມາດອ່ານໄດ້ໃນ ເວັບໄຊ໌ນີ້.
ການຍົກເວັ້ນຄ່າທຳນຽມການຈັດການຂໍ້ມູນຂອງນັກຮຽນ ແລະ ຜູ້ຢ້ຽມຢາມແລກປ່ຽນ(SEVIS)
ຜູ້ຍື່ນໃບຄຳຮ້ອງທີ່່ເຂົ້າຮ່ວມໂຄງການທີ່ສະໜັບສະໜູນໂດຍລັດຖະບານສະຫະລັດ(ໂຄງການທີ່ມີລະຫັດຂຶ້ນຕົ້ນດ້ວຍ G-1, G-2, G-3, G-7) ບໍ່ຈຳເປັນຕ້ອງຈ່າຍຄ່າທຳນຽມ SEVIS.
ຄ່າທຳນຽມວີຊາ Blanket L (ຄ່າທຳນຽມການປ້ອງກັນ ແລະ ຄົ້ນຫາການສໍ້ໂກງ ແລະ)
ຜູ້ຍື່ນຂໍວີຊາຫລັກທີ່ຍື່ນຂໍວີຊາປະເພດ L (blanket) ຈະຕ້ອງຈ່າຍຄ່າທຳນຽມການປ້ອງກັນ ແລະ ຄົ້ນຫາການສໍ້ໂກງຈຳນວນ 500 ໂດລາ. ຄ່າທຳນຽມດັ່ງກ່າວແມ່ນຈ່າຍທີ່ເຄົ້າເຕີ້ຂອງພະແນກກົງສູນໃນວັນເຂົ້າສຳພາດ. ຖ້າຫາກວ່າ ຜູ້ສະຫມັກຍື່ນຂໍຂໍວີຊາ ປະເພດ L (blanket) ອີກຄັ້ງ ແລະ ນຳໃຊ້ແບບຟອມ I-129S ໃຫມ່ ແມ່ນຕ້ອງໄດ້ຈ່າຍຄ່າທຳນຽມການປ້ອງກັນ ແລະ ຄົ້ນຫາການສໍ້ໂກງໃຫມ່. ນອກຈາກນັ້ນ, ໃນບາງກໍລະນີ ຜູ້ຍື່ນຂໍວີຊາຫລັກທີ່ຍື່ນຂໍວີຊາປະເພດ L (blanket) ຄັ້ງດັ່ງກ່າວ ຍັງຕ້ອງຈ່າຍຄ່າປ້ອງກັນຊາຍແດນ (Border Security Act) ອີກຈຳນວນ 2,250 ໂດລາ. ສຳລັບການຍື່ນຂໍວີຊາປະເພດ L(ສະເພາະບຸກຄົນ) , ປະເພດ H-1B ແລະ ປະເພດ H-2B. ຜູ້ຄ້ຳປະກັນທີ່ຢູ່ສະຫະລັດອາເມລິກາຕ້ອງຈ່າຍຄ່າທຳນຽມການປ້ອງກັນຊາຍແດນເວລາຍື່ນຄຳຮ້ອງກັບຫ້ອງການບໍລິການກວດຄົນເຂົ້າເມືອງ ແລະ ສັນຊາດ ສະຫະລັດອາເມລິກາ (USCIS)