ໂຄງການຍົກເວັ້ນວີຊາ

ຢູ່ໃນໜ້ານີ້:


ສະພາບລວມ

ໂຄງການຍົກເວັ້ນວີຊາ(VWP) ຊ່ວຍໃຫ້ພົນລະເມືອງຂອງບາງປະເທດ ສາມາດເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາເພື່ອທ່ອງທ່ຽວ ຫຼື ເຮັດທຸລະກິດ(ຈຸດປະສົງຂອງວີຊາຢ້ຽມຢາມ)ສຳລັບໄລຍະການພັກເຊົາ 90 ວັນ ຫຼືໜ້ອຍກ່ວາໂດຍບໍ່ຈຳເປັນຕ້ອງຍື່ນຂໍວີຊາ. ບໍ່ແມ່ນທຸກປະເທດເຂົ້າຮ່ວມໂຄງການຍົກເວັ້ນວີຊາ(VWP), ແລະ ບໍ່ແມ່ນຜູ້ເດີນທາງທຸກຄົນທີ່ຢູ່ໃນໂຄງການ VWP ມີສິດນຳໃຊ້ໂຄງການນີ້. ຜູ້ເດີນທາງທຸກທ່ານທີ່ຈະເຂົ້າ ສະຫະລັດອາເມລິກາ ພາຍໃຕ້ໂຄງການຍົກເວັ້ນວີຊານັ້ນ ຕ້ອງໄດ້ຍື່ນຂໍອະນຸຍາດຜ່ານ ລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA),ຕ້ອງໄດ້ຖືກກວດກາທີ່ດ່ານຂາເຂົ້າ ສະຫະລັດອາເມລິກາ ແລະ ຕ້ອງໄດ້ລົງທະບຽນໂຄງການການຢ້ຽມຢາມ ສະຫະລັດອາເມລິກາ ຂອງ ກະຊວງປ້ອງກັນຄວາມສະຫງົບ.

*ປະເທດສະມາຊິກ
ປະເທດເກຼັກ
ປະເທດເກົາຫຼີໃຕ້
ປະເທດໂຄຣເອເຊຍ
ປະເທດຊີລີ
ປະເທດຊານ ມາຣິໂນ
ປະເທດຍີປຸ່ນ
ປະເທດເດັນມາກ
ປະເທດໄຕ້ຫວັນ
ປະເທດນິວຊີແລນ  
ປະເທດນໍເວ
ປະເທດເນເທີແລນ
ປະເທດບຣູໄນ
ປະເທດແບນຊິກ
ປະເທດໂປຣຕູເກດ
ປະເທດໂປແລນ
ປະເທດຝຣັ່ງ
ປະເທດຟິນແລນ
ປະເທດມອລຕາ
ປະເທດໂມນາໂກ
ປະເທດເຢຍລະມັນ
ປະເທດລັກແຊມເບີກ
ປະເທດລິກເຕັນສະໄຕລ໌
ປະເທດລັດເວຍ
ປະເທດລິດຕົວເນຍ
ປະເທດສະວິດເຊີແລນ
ປະເທດສວີເດນ
ປະເທດສິງກະໂປ
ປະເທດສະເປນ
ປະເທດສະໂລວາເກຍ
ປະເທດສະໂລເວເນຍ
ປະເທດອອສເຕຣເລຍ
ປະເທດອອສເຕຣຍ
ປະເທດແອນໂດຣາ
ປະເທດອີຕາລີ
ປະເທດເອັສໂຕເນຍ
ປະເທດໄອຣີແລນ
ປະເທດໄອສ໌ແລນ
ປະເທດຮັງກາຣີ
ສະຫະລາຊະອານາຈັກ
ສາ​ທາ​ລະ​ນະ​ລັດ​ເຊັກ

ພົນລະເມືອງຂອງປະເທດສະມາຊິກສາມາດເດີນທາງໂດຍບໍ່ຈຳເປັນຕ້ອງມີວີຊາສຳລັບການທ່ອງທ່ຽວ ຫຼື ທຸລະກິດ ພາຍໃນໄລຍະເວລາ 90 ວັນ ຫຼື ໜ້ອຍກ່ວາ ຖ້າຫາກພວກເຂົາມີເງື່ອນໄຂທີ່ຕົງຕໍ່ຂໍ້ກຳນົດ.

  • ມີໜັງສືເດີນທາງທີ່ຝັງຊີບ(ໜັງສືເດີນທາງເອເລັກໂຕຣນິກ);
  • ລົງທະບຽນທ່າງອອນໄລ໌ຜ່ານ ລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA); ແລະ,
  • ຖືກຕ້ອງຕາມເງື່ອນໄຂຂອງໂຄງການຍົກເວັ້ນວີຊາຕາມທີ່ໄດ້ລະບຸໄວ້ຂ້າງລຸ່ມ.

ສໍາລັບພົນລະເມືອງຂອງ ການາດາ, ແມັກຊີໂກ ແລະ ເບີມູດາ - ດິນແດນພົ້ນທະເລຂອງອັງກິດ, ກະລຸນາເຂົ້າເບິ່ງ ເວັບໄຊ໌ທ່ອງທ່ຽວຂອງ ກະຊວງການຕ່າງປະເທດ.

*ສຳລັບການອ້າງອີງທັງໝົດທີ່ກ່າວເຖິງ "ປະເທດ" ຫຼື "ບັນດາປະເທດ" ໃນໜ້າເວັບໄຊ໌ນີ້, ຄວນເອົາໃຈໃສ່ບົດບັນຍັດ ປີ 1979 ວ່າດ້ວຍຄວາມສໍາພັນກັບ ໄຕ້ຫວັນ, Pub. L. No. 96-8, ວັກ 4(b)(1), ໄດ້ບັນຍັດວ່າ “ເມື່ອໃດທີ່ກົດໝາຍຂອງ ສະຫະລັດອາເມລິກາ ກ່າວເຖິງ ຫຼື ກ່ຽວຂ້ອງກັບຕ່າງປະເທດ, ລັດ, ລັດຖະບານ, ຫຼື ນິຕິບຸກຄົນທີ່ຄ້າຍຄືກັນ, ຂໍ້ຕົກລົງດັ່ງກ່າວຕ້ອງລວມທັງ ໄຕ້ຫວັນ ແລະ ກົດໝາຍດັ່ງກ່າວແມ່ນບັງຄັບໃຊ້ກັບ ໄຕ້ຫວັນ ເຊັ່ນດຽວກັນ."   22 U.S.C. § 3303(b)(1).  ດັ່ງນັ້ນ, ການອ້າງອີງທັງໝົດທີ່ກ່າວເຖິງ "ປະເທດ" ຫຼື "ບັນດາປະເທດ" ພາຍໃຕ້ໂຄງການຍົກເວັ້ນວີຊາທີ່ໃຫ້ສິດທາງກົດໝາຍນັ້ນ, ໃນວັກທີ 217 ຂອງບົດບັນຍັດວ່າດ້ວຍຄົນເຂົ້າເມືອງ ແລະ ສັນຊາດ 8 U.S.C. 1187, ໄດ້ລວມເອົາໄຕ້ຫວັນດ້ວຍ.  ແນວທາງດັ່ງກ່າວສອດຄ່ອງກັບນະໂຍບາຍໜຶ່ງຈີນຂອງ ສະຫະລັດອາເມລິກາ, ຊຶ່ງພາຍໃຕ້ນະໂຍບາຍດັ່ງກ່າວ ສະຫະລັດອາເມລິກາ ຍັງຮັກສາຄວາມສໍາພັນບໍ່ເປັນທາງການ ກັບໄຕ້ຫວັນແຕ່ປີ 1979 ເປັນຕົ້ນມາ.

ຄຸນວຸດທິ

ເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາພາຍໃຕ້ໂຄງການຍົກເວັ້ນວີຊາ, ຜູ້ເດີນທາງຈະຕ້ອງ:

  • ເປັນພົນລະເມືອງຂອງໜຶ່ງໃນປະເທດທີ່ໄດ້ລະບຸໄວ້ຂ້າງເທິງ, ແລະ ຄອບຄອງໜັງສືເດີນທາງທີ່ສອດຄ່ອງກັບເງື່ອນໄຂຂອງໂຄງການຍົກເວັ້ນວີຊາ;
  • ຄອບຄອງໃບອະນຸຍາດອອກໃຫ້ໂດຍລະບົບອະນຸຍາດການເດີນທາງແບບອີເລັກໂທຣນິກ(ESTA);
  • ພັກອາໄສຢູ່ໃນປະເທດສະຫະລັດອາເມລິກາເປັນເວລາ 90 ວັນ ຫຼື ໜ້ອຍກ່ວາ; ແລະ,
  • ມີແຜນທີ່ຈະເດີນທາງເພື່ອ:
    ກ. ທຸລະກິດ - ຈຸດປະສົງແຜນການເດີນທາງຂອງທ່ານແມ່ນເພື່ອປຶກສາຫາລືກັບພາກສ່ວນທຸລະກິດຕ່າງໆເຊັ່ນ: ເດີນທາງເພື່ອເຂົ້າຮ່ວມກອງປະຊຸມ ກ່ຽວກັບ ວິທະຍາສາດ, ການສຶກສາ, ວິຊາຊີບ ຫຼື ທາງທຸລະກິດໃນວັນເວລາສະເພາະ; ຕົກລົງດ້ານຫຼັກຊັບ; ຫຼື ເຈລະຈາສັນຍາໃດໜຶ່ງ.
    ຂ. ຄວາມມ່ວນຊື່ນ/ການທ່ອງທ່ຽວ: ຈຸດປະສົງແຜນການເດີນທາງຂອງທ່ານແມ່ນເພື່ອການພັກຜ່ອນມ່ວນຊື່ນ ລວມທັງການທ່ອງທ່ຽວ, ການພັກຜ່ອນໃນວັນພັກ, ເພື່ອຄວາມມ່ວນຊື່ນ, ການຢ້ຽມຢາມໝູ່ເພື່ອນ ຫຼື ພີ່ນ້ອງ, ການພັກຜ່ອນ, ການປິ່ນປົວໂລກໄພໄຂ້ເຈັບ; ການດໍາເນີນກິດຈະກໍາທີ່ມີລັກສະນະແບບພີ່ແບບນ້ອງ, ເພື່ອ ສັງຄົມ, ຫຼື ການບໍລິການ; ແລະ ການເຂົ້າຮ່ວມກິດຈະກໍາແບບມືສະມັກຫຼິ້ນ ທາງດົນຕີ, ກິລາ ແລະ ການແຂ່ງຂັນ ຫຼື ງານອື່ນໆ ໂດຍບໍ່ຫວັງຄ່າຕອບແທນໃດໆ.
    ຄ. ການເດີນທາງຜ່ານ - ຖ້າທ່ານເດີນທາງຜ່ານ ສະຫະລັດອາເມລິກາ.

ແລະ ຖ້າເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາດ້ວຍເຮືອບິນ ຫຼື ເຮືອ ຈະຕ້ອງ:

  • ຖືປີ້ໄປກັບ ຫຼື ປີ້ສຳລັບເດີນທາງຕໍ່. ຖ້າເດີນທາງໂດຍໃຊ້ປີ້ອີເລັກໂທຣນິກ, ຈະຕ້ອງມີສຳເນົາຕາຕະລາງການເດີນ ທາງເພື່ອສະແດງຕໍ່ເຈົ້າໜ້າທີ່ກວດຄົນເຂົ້າເມືອງ. ຜູ້ເດີນທາງທີ່ມີປີ້ສຳລັບເດີນທາງຕໍ່ທີ່ມີຈຸດໝາຍປາຍທາງສຸດທ້າຍທີ່ປະເທດແມັກຊີໂກ, ການາດາ, ເບີມິວດາ ຫຼື ເກາະແຄຣິບບຽນຈະຕ້ອງເປັນພົນລະເມືອງທີ່ຖືກຕ້ອງຕາມກົດໝາຍຂອງພື້ນທີ່ດັ່ງກ່າວ.
  • ເຂົ້າ ສະຫະລັດອາເມລິກາໂດຍພາຫະນະຂົນສົ່ງທາງອາກາດ ຫຼື ທາງທະເລທີ່ຕົກລົງເຫັນດີເຂົ້າຮ່ວມໂຄງການດັ່ງກ່າວ. ນີ້ແມ່ນລວມທັງເຮືອບິນຂອງບໍລິສັດສະຫະລັດທີ່ໄດ້ເຮັດສັນຍາກັບ ກະຊວງຄວາມໝັ້ນຄົງແຫ່ງຊາດສະຫະລັດເພື່ອຂົນສົ່ງຜູ້ໂດຍສານທີ່ຢູ່ພາຍໃຕ້ໂຄງການຍົກເວັ້ນວີຊາ.

ຖ້າເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາທາງບົກຈາກປະເທດການາດາ ຫຼື ແມັກຊີໂກ, ເອກະສານທີ່ຕ້ອງການຈະຄ້າຍຄືກັນ, ຍົກເວັ້ນປີ້ໄປກັບ ແລະ ລາຍເຊັນຜູ້ຂົນສົ່ງ. ທ່ານຈະຕ້ອງເຮັດໃຫ້ເຈົ້າໜ້າທີ່ກວດສອບໝັ້ນໃຈວ່າທ່ານມີເງິນພຽງພໍສຳລັບສະໜັບສະໜູນຕົນເອງໃນໄລຍະເວລາທີ່ທ່ານອາໄສຢູ່ ແລະ ອອກຈາກປະເທດສະຫະລັດອາເມລິກາ.

ລະບົບອະນຸຍາດການເດີນທາງແບບອີເລັກໂທຣນິກ (ESTA)

ຜູ້ຖືສັນຊາດ ຫຼືພົນລະເມືອງຂອງບັນດາປະເທດ VWP ທີ່ມີແຜນເດີນທາງໄປສະຫະລັດອາເມລິກາ ເພື່ອດໍາເນີນທຸລະກິດຊົ່ວຄາວ ຫຼືເພື່ອໄປທ່ອງທ່ຽວ ຕ້ອງໄດ້ຮັບອະນຸຍາດດ້ວຍລະບົບອະນຸຍາດການເດີນທາງແບບເອເລັດໂຕຣນິດ (ESTA) ກ່ອນການເຂົ້າສະຫະລັດອາເມລິກາດ້ວຍທາງອາກາດ ຫຼືທາງທະເລຕາມ VWP.

ມາດຖານສໍາລັບໜັງສືຜ່ານແດນ

ນັບແຕ່ວັນທີ 1 ເມສາ 2016 ທຸກຄົນທີ່ສາມາດເດີນທາງໄປສະຫະລັດອາເມລິກາຜ່ານໂຄງການຍົກເວັ້ນວີຊາ ຕ້ອງມີໜັງສືຜ່ານແດນທາງເອເລັກໂຕຣນິກທີ່ຖືກຕ້ອງ. ກົດລະບຽບດັ່ງກ່າວຍັງຖືກນໍາໃຊ້ໃຫ້ແກ່ຜູ້ທີ່ນອນຢູ່ໃນລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ (ESTA) ດ້ວຍ. ໃນໜ້າຫຼັກຂອງໜັງສືຜ່ານແດນທາງເອເລັກໂຕຣນິກຈະ ມີສັນຍະລັກແບບນີ້:

ນອກຈາກນັ້ນ ພົນລະເມືອງຂອງບັນດາປະເທດ VWP ໄດ້ເດີນທາງໄປ ຫຼື  ເຄີຍຢູ່ປະເທດ ອີຣັກ, ອີຣານ, ເກົາຫຼີເໜືອ, ຊິເຣຍ, ຊຸດານ, ລີເບຍ, ໂຊມາເລຍ, ແລະ/ຫຼື ເຢເມນໃນວັນ ຫຼື ຫຼັງວັນທີ 1 ມີນາ 2011 ແມ່ນບໍ່ມີເງື່ອນໄຂເພື່ອໄປທ່ອງທ່ຽວ ຫຼື ຖືກເຂົ້າສະຫະລັດອາເມລິກາຕາມ VWP. ພົນລະເມືອງທີ່ຖືຫຼາຍສັນຊາດຂອງບັນດາປະເທດ VWP ແລະ ອີຣັກ, ອີຣ່ານ, ເກົາຫຼີເໜືອ, ຊິເຣຍ ແລະຊຸດານ ກໍຈະບໍ່ມີເງື່ອນໄຂເພື່ອໄປທ່ອງທ່ຽວ ຫຼືຖືກເຂົ້າສະຫະລັດອາເມລິກາຕາມ VWP.

ຂໍ້ຈໍາກັດນີ້ ບໍ່ຖືກນໍາໃຊ້ໃຫ້ແກ່ນັກທ່ອງທ່ຽວຂອງ VWP ທີ່ເຄີຍເດີນທາງໄປບັນດາປະເທດຂ້າງເທິງ ເພື່ອປະຕິບັດໜ້າທີ່ທາງການທະຫານໂດຍຈຸດປະສົງຮັບໃຊ້ແກ່ປະເທດທີ່ເຂົ້າຮ່ວມ VWP, ຫຼືເພື່ອປະຕິບັດໜ້າທີ່ເປັນທາງການຕ່າງໆ ໃນຖານະເປັນພະນັກງານເຕັມເວລາຮັບໃຊ້ໃຫ້ແກ່ລັດຖະບານປະເທດທີ່ເຂົ້າຮ່ວມ VWP.

ທ່ານລັດຖະມົນຕີແຫ່ງກະຊວງປ້ອງກັບຄວາມສະຫງົບພາຍໃນສະຫະລັດ ສາມາດຍົກເວັ້ນຂໍ້ຈໍາກັດຂ້າງເທິງສໍາລັບ VWP ຖ້າທ່ານລັດຖະມົນຕີຕັດສິນວ່າ ການຍົກເວັ້ນດັ່ງກ່າວນອນຢູ່ໃນລະບົບກົດໝາຍ ຫຼືຜົນປະໂຫຍດຄວາມໝັ້ນຄົງປະເທດຂອງສະຫະລັດອາເມລິກາ. ການຍົກເວັ້ນດັ່ງກ່າວຈະສາມາດນໍາໃຊ້ໃນແຕ່ລະກໍລະນີ. ໂດຍລວມແລ້ວ, ຜູ້່ສະໝັກທີ່ມີເງື່ອນໄຂຢ່າງຄົບຖ້ວນສໍາລັບການຍົກເວັ້ນ ປະກອບດ້ວຍບັບດາກໍລະນີຂ້າງລຸ່ມນີ້:

  • ຜູ້ກ່ຽວທຸກຄົນທີ່ເຄີຍໄປຜ່ານປະເທດ ອີຣັກ, ອີຣ່ານ, ເກົາຫຼີເໜືອ, ຊີເຣຍ, ຊູດານ, ລີເບຍ,ໂຊມາເລຍ ແລະ/ຫຼື ເຢເມນໂດຍບົດບາດເປັນຜູ້ຕ່າງໜ້າຂອງບັນດາອົງການຈັດຕັ້ງສາກົນ, ເຂດ ຫຼື ທ້ອງຖິ່ນ ເພື່ອວຽກງານເປັນທາງການ.
  • ຜູ້ກ່ຽວບັນດາຄົນທີ່ເຄີຍໄປຜ່ານປະເທດ ອີຣັກ, ອີຣ່ານ, ເກົາຫຼີເໜືອ, ຊີເຣຍ, ຊູດານ, ລີເບຍ,ໂຊມາເລຍ ແລະ/ຫຼື ເຢເມນໂດຍບົດບາດເປັນຜູ້ຕ່າງໜ້າຂອງອົງການຈັດຕັ້ງບໍ່ສັງກັດລັດຖະບານກ່ຽວກັບມະນຸດສະທຳ (NGO); ແລະ
  • ຜູ້ກ່ຽວທຸກຄົນທີ່ເຄີຍໄປຜ່ານປະເທດ ອີຣັກ, ອີຣ່ານ, ເກົາຫຼີເໜືອ, ຊີເຣຍ, ຊູດານ, ລີເບຍ,ໂຊມາເລຍ ແລະ/ຫຼື ເຢເມນໂດຍບົດບາດເປັນນັກໜັງສີພິມພວມດຳເນີນວິຊາການ.
  • ຜູ້ກ່ຽວທຸກຄົນທີ່ເຄີຍໄປອີຣ່ານເພື່ອດຳເນີນທຸລະກິດຕາມໂຄງການຮ່ວມມືຄົບຖ້ວນ (14 ກໍລະກົດ 2015); ແລະ
  • ຜູ້ກ່ຽວທຸກຄົນທີ່ເຄີຍໄປອີຣັກເພື່ອດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ.

ໃບຄຳຮ້ອງESTAຖືກອັບເດັດໃໝ່ແລະມີຢູ່. ໃບຄຳຮ້ອງໃໝ່ໄດ້ອັບເດັດຄຳຖາມບາງຄຳສຳລັບການເດີນທາງໄປມາຢູ່ໃນກົດດຳລັດ. ພວກເຮົາສະໜັບສະໜູນໃຫ້ຜູ້ກ່ຽວESTAທູກຄົນນຳໃຊ້ລະບົບອັບເດັດໃໝ່ ເພື່ອຊ່ວຍການກວດສອບບັນດາ ເງື່ອນໄຂກຳນົດການລົບລ້າງຂໍ້ຈຳກັດ. ບໍ່ມີໃບຄໍາຮ້ອງຂໍລົບລ້າງຂໍ້ຈຳກັດສະເພາະ.

ຜູ້ກ່ຽວທຸກຄົນທີ່ໄດ້ລົງທະບຽນESTAແລ້ວ ສາມາດກວດສອບສະຖານະການ ESTA ຂອງຕົນທີ່ເວບໄຊຂອງ CBP, https://esta.cbp.dhs.gov/esta/  

ອາຍຸການໃຊ້ງານຂອງໜັງສືເດີນທາງ: ຜູ້ທີ່ເດີນທາງເຂົ້າ ສະຫະລັດອາເມລິກາ ຕ້ອງມີໜັງສືເດີນທາງທີ່ມີອາຍຸການນຳໃຊ້ຫົກເດືອນຫຼັງຈາກໄລຍະເວລາທີ່ຕົນມີແຜນອາໃສຢູ່ສະຫະລັດອາເມລິກາ ເວັ້ນເສຍແຕ່ ໄດ້ຮັບຂໍ້ຕົກລົງສະເພາະປະເທດທີ່ໃຫ້ການຍົກເວັ້ນຕໍ່ເງື່ອນໄຂດັ່ງກ່າວ. ຖ້າຫາກທ່ານເດີນທາງໂດຍບໍ່ໃຊ້ວີຊາພາຍໃຕ້ໂຄງການຍົກເວັ້ນວີຊາ, ໜັງສືເດີນທາງຂອງທ່ານຈະຕ້ອງມີອາຍຸການໃຊ້ງານຢ່າງຕ່ຳ 90 ວັນ. ຖ້າໜັງສືເດີນທາງຂອງທ່ານຫາກມີອາຍຸການໃຊ້ງານຕ່ຳກ່ວາ 90 ວັນ, ທ່ານຈະສາມາດເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາຈົນກ່ວາວັນທີທີ່ ໜັງສືເດີນທາງຂອງທ່ານໝົດກຳນົດ.

ຖ້າຫາກທ່ານແມ່ນຜູ້ເດີນທາງຈາກປະເທດທີ່ໄດ້ຮັບການຍົກເວັ້ນວີຊາ ແລະ ໜັງສືເດີນທາງຂອງທ່ານບໍ່ຜ່ານເກນທີ່ກຳນົດໄວ້, ທ່ານອາດຈະຕ້ອງພິຈາລະນາເຮັດໜັງສືເດີນທາງໃໝ່ເພື່ອໃຫ້ສອດຄ່ອງກັບໂຄງການຍົກເວັ້ນວີຊາ ຈາກເຈົ້າໜ້າທີ່ອອກໜັງສືເດີນທາງພາຍໃນປະເທດຂອງທ່ານ. ຖ້າບໍ່ດັ່ງນັ້ນທ່ານຈະບໍ່ສາມາດເດີນທາງພາຍໃຕ້ໂຄງການຍົກເວັ້ນວີຊາ ແລະ ທ່ານຈະຕ້ອງມີວີຊາໃນໜັງສືເດີນທາງຂອງທ່ານ ສຳລັບເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາ.

ຄຸນສົມບັດທີ່ບໍ່ເໝາະສົມ

ຜູ້ເດີນທາງບາງຄົນອາດຈະຂາດຄຸນສົມບັດທີ່ເໝາະສົມໃນການເດີນທາງເຂົ້າສູ່ປະເທດສະຫະລັດອາເມລິກາພາຍໃຕ້ໂຄງການຍົກເວັ້ນວີຊາ. ເຊິ່ງລວມມີຄົນທີ່ເຄີຍຖືກຈັບ, ເຖິງແມ່ນວ່າການຈັບກຸມດັ່ງກ່າວຈະບໍ່ສົ່ງຜົນໃຫ້ເກີດຄວາມຜິດທາງອາຍາ, ຜູ້ທີ່ມີປະຫວັດອາຊະຍາກຳ (ເຖິງແມ່ນວ່າຈະໄດ້ຮັບການອະໄພໂທດ, ການນິລະໂທດ ແລະ ການຜ່ອນຜັນອື່ນໆ), ພະຍາດຕິດຕໍ່ຮ້າຍແຮງບາງຊະນິດ, ຜູ້ທີ່ໄດ້ຮັບການປະຕິເສດການ ເຂົ້າປະເທດ, ຫຼື ຖືກເນລະເທດອອກຈາກ ປະເທດສະຫະລັດອາເມລິກາ ຫຼື ອາໄສຢູ່ໃນປະເທດເກີນກຳ ນົດຕາມທີ່ໄດ້ກຳນົດໃຫ້ໂດຍໂຄງການຍົກເວັ້ນວີຊາ. ຜູ້ເດີນທາງດັ່ງກ່າວຈະຕ້ອງຍື່ນຂໍວີຊາ. ຖ້າຫາກພວກເຂົາເດີນທາງໂດຍບໍ່ມີວີຊາ, ພວກເຂົາອາດຈະຖືກປະຕິເສດການ ເຂົ້າປະເທດສະຫະລັດອາເມລິກາ.

ພາຍໄຕ້ການປັບປຸງຂອງໂຄງການຍົກເວັ້ນວີຊາ ແລະ ກົດຫມາຍວ່າດ້ວຍ ການປ້ອງກັນການກໍ່ການຮ້າຍໃນການເດີນທາງ ປີ 2015, ກຳໜົດໃຫ້ຜູ້ທີ່ເຄີຍເດີນທາງໄປ ຫລື ຢູ່ໃນທີປະເທດ ອີຣັກ, ອີຣ່ານ, ເກົາຫຼີເໜືອ, ຊີເຣຍ, ຊູດານ, ລີເບຍ,ໂຊມາເລຍ ແລະ/ຫຼື ເຢເມນ ຕັ້ງແຕ່ວັນທີ 11 ມີນາ ປີ 2011ເປັນຕົ້ນໄປ (ຍົກເວັ້ນຜູ້ເດີນທາງດ້ວຍເຫດຜົນດ້ານການທູດ ຫຼື ການທະຫານເພື່ອປະຕິບັດງານຮັບໃຊ້ປະເທດຂອງຕົນໃນໂຄງການຍົກເວັ້ນວີຊາ VWP) ຫຼື ຜູ້ເດີນທາງ ທີ່ເປັນພົນລະເມືອງ ປະເທດ ອີຣ່ານ, ອີຣັກ,ເກົາຫຼີເໜືອ, ຊູດານ ແລະ ຊີເຣຍ ຈະບໍ່ມີຄຸນສົມບັດຢ່າງພຽງພໍ ເພື່ອເຂົ້າຮ່ວມໂຄງການຍົກເວັ້ນວີຊາ (VWP). ສໍາລັບລາຍລະອຽດກ່ຽວກັບການປ່ຽນແປງພາຍໃຕ້ການ ປັບປຸງໂຄງການຍົກເວັ້ນວີຊາແລະ ກົດຫມາຍ ວ່າດ້ວຍການປ້ອງກັນການກໍ່ການຮ້າຍໃນການເດີນທາງຂອງປີ 2015, ກະລຸນາສຶກສາຂໍ້ມູນເພີ່ມເຕີມທີ່ເວັບໄຊທ໌ http://www.cbp.gov/travel/international-visitors/visa-waiver-program ໄດ້.

ຜູ້ເດີນທາງທີ່ເຮັດຜິດກົດຈາລະຈອນເລັກໜ້ອຍທີ່ບໍ່ໄດ້ສົ່ງຜົນໃຫ້ເກີດການຈັບກຸມ ແລະ/ຫຼືການເຮັດຜິດກົດໝາຍ ສາມາດເດີນທາງໂດຍບໍ່ມີວີຊາ, ຖ້າພວກເຂົາມີຄຸນສົມບັດທີ່ເໝາະສົມ ຖ້າຫາກການເຮັດຜິດກົດຈາລະຈອນຫາກເກີດຂຶ້ນໃນຂະນະທີ່ທ່ານຢູ່ໃນປະເທດສະຫະລັດອາເມລິກາ ແລະ ທ່ານມີຄ່າປັບໃໝທີ່ຍັງບໍ່ທັນໄດ້ຈ່າຍ ຫຼື ທ່ານບໍ່ໄດ້ເຂົ້່າຮ່ວມການພິຈາລະນາຄະດີຂອງທ່ານ, ມັນເປັນໄປໄດ້ທີ່ອາດ ຈະມີໝາຍແຈ້ງຈັບທ່ານ ແລະ ທ່ານຈະປະສົບກັບບັນຫາໃນເວລາຍື່ນໃບ ຄຳຮ້ອງຂໍເຂົ້າປະເທດສະຫະລັດອາເມລິກາ. ເພາະສະນັ້ນ, ທ່ານຄວນຈັດການກັບບັນຫາກ່ອນທີ່ຈະເດີນທາງໂດຍຕິດຕໍ່ສານທີ່ທ່ານຈະ ຕ້ອງໄປປະກົດຕົວ. ຖ້າຫາກທ່ານບໍ່ຮູ້ທີ່ຢູ່ຂອງສານ, ທ່ານສາມາດຫາຂໍ້ມູນທາງອິນເຕີເນັດໄດ້ທີ່: www.refdesk.com.

ການເດີນທາງໂດຍບໍ່ຕ້ອງການວີຊາບໍ່ລວມເອົາຜູ້ທີ່ມີແຜນຈະໄປສຶກສາຕໍ່, ເຮັດວຽກ, ຫຼື ອາໄສຢູ່ໃນປະເທດສະຫະລັດອາເມລິກາເປັນເວລາດົນກ່ວາ 90 ວັນ ຫຼື ມີແຜນທີ່ຈະປ່ຽນສະຖານະ (ຈາກນັກທ່ອງທ່ຽວເປັນນັກຮຽນ ແລະ ອື່ນໆ) ເມື່ອຢູ່ໃນປະເທດສະຫະລັດອາເມລິກາແລ້ວ. ຜູ້ເດີນທາງດັ່ງກ່າວຕ້ອງການມີວີຊາ. ຖ້າຫາກເຈົ້າໜ້າທີ່ກວດຄົນເຂົ້າເມືອງເຊື່ອວ່າຜູ້ເດີນທາງທີ່ບໍ່ຕ້ອງຂໍວີຊາຈະໄປຮຽນ, ເຮັດວຽກ ຫຼື ອາໄສຢູ່ດົນກ່ວາ 90 ມື້, ເຈົ້າໜ້າທີ່ຈະບໍ່ອະນຸຍາດໃຫ້ ຜູ້ເດີນທາງດັ່ງກ່າວເຂົ້າປະເທດ.

ຜູ້ຍື່ນຂໍວີຊາຈາກປະເທດການາດາ ແລະ ແມັກຊີໂກ

ປະເທດການາດາ, ແມັກຊີໂກ, ແລະ ເບີມິວດາ ບໍ່ແມ່ນຜູ້ເຂົ້າຮ່ວມ ໃນໂຄງການຍົກເວັ້ນວີຊາ ກົດໝາຍວ່າດ້ວຍການກວດຄົນເຂົ້າເມືອງ ແລະ ສັນຊາດ ລວມທັງຂໍ້ກຳນົດອື່ນໆສຳລັບການເດີນທາງໂດຍບໍ່ຕ້ອງຂໍວີຊາສຳລັບພົນລະ ເມືອງຂອງປະເທດການາດາ ແລະ ເບີມິວດາ ພາຍໃຕ້ສະພາບການໃດໜຶ່ງ. ເບິ່ງໄດ້ທີ່ໜ້າເວັບໄຊ໌ ພົນລະເມືອງຂອງ ການາດາ ແລະ ເບີມູດາ. ເນື່ອງຈາກວ່າພວກເຂົາບໍ່ແມ່ນສ່ວນຫນຶ່ງຂອງໂຄງການຍົກເວັ້ນວີຊາ, ຂໍ້ກຳນົດຂອງໂຄງການຍົກເວັ້ນວີຊາທີ່ກຳນົດໃຫ້ນຳໃຊ້ໜັງສືເດີນທາງທີ່ສາມາດອ່ານໄດ້ດ້ວຍເຄື່ອງຈັກ ຫຼື ໜັງສືເດີນທາງອີເລັກໂທຣນິກຈະບໍ່ຖືກນໍາໃຊ້ກັບ ຄົນສັນຊາດການາດາ, ເເມັກຊິໂກ ຫຼື ເບີມິວດາ. ນອກຈາກນີ້ , ຄວນຮັບຊາບວ່າຄົນສັນຊາດການາດາ ແລະ ເບີມິວດາທີ່ ເດີນທາງເຂົ້າປະເທດສະຫະລັດອາເມລິກາຈະຕ້ອງມີວີຊາຄົນເຂົ້າເມືອງຊົ່ວຄາວ.

ການປະຕິເສດຜ່ານລະບົບອະນຸຍາດການເດີນທາງແບບອີເລັກໂທຣນິກ

ຜູ້ເດີນທາງທີ່ໄດ້ຮັບການປະຕິເສດຜ່ານລະບົບອະນຸຍາດການເດີນທາງແບບອີ ເລັກໂທຣນິກຈະບໍ່ສາມາດເດີນທາງພາຍໃຕ້ເງື່ອນໄຂຂອງໂຄງການຍົກເວັ້ນວີຊາ. ກະລຸນາຍື່ນຂໍວີຊາກ່ອນການເດີນທາງ.

ຄໍາຖາມກ່ຽວກັບຂັ້ນຕອນຂອງ ລະບົບອະນຸຍາດການເດີນທາງແບບເອເລັກໂຕຣນິກ ແມ່ນໃຫ້ສອບຖາມກັບກະຊວງປ້ອງກັນຄວາມສະຫງົບ.