ເຈົ້າໜ້າທີ່ການທູດ ແລະ ເຈົ້າໜ້າທີ່ລັດຖະບານ
ຢູ່ໃນໜ້ານີ້:
ສະພາບລວມ
ຕາມນະໂຍບາຍສຳລັບເຈົ້າໜ້າທີ່ການທູດ, ຜູ້ຍື່ນຂໍວີຊາປະເພດ A ແລະG ສາມາດຍື່ນເອກະສານຍື່ນຂໍວີຊາຂອງຕົນທີ່ເຄົ້າເຕິ້ຂອງພວກເຮົາໃນເວລາ 1:00 ແລະ 3:00 ໂມງແລງຂອງວັນຈັນ, ວັນອັງຄານ ແລະວັນພະຫັດ. ຂ້າງລຸ່ມນີ້ແມ່ນລາຍຊື່ບັນດາເອກະສານສໍາຄັນທີ່ຜູ້ຍື່ນຂໍວີຊາຕ້ອງປະກອບ. ກະລຸນາອ່ານໝວດຂໍ້ມູນເພີ່ມເຕີມຢ່າງລະອຽດເພື່ອຮັບຮູ້ກ່ຽວກັບການຈັດການປະເພດວີຊາ ແລະກົດລະບຽບອື່ນໆ.
ການເດີນທາງຢ່າງເປັນທາງການ.
- ໜັງສືຜ່ານແດນທີ່ຖືກຕ້ອງຕາມກົດໝາຍ ມີອາຍຸການນໍາໃຊ້ຢ່າງໜ້ອຍຫົກເດືອນ ແລະຍັງເຫຼືອສອງໜ້າເປົ່າ.
- ໄດ້ປະກອບສໍາເລັດ.ແບບຟອມ DS-160
- ຈົດໝາຍທາງການ.
- ຮູບຂໍວີຊາ (5cmx5cm, ພາກຫຼັງແມ່ນສີຂາວ, ບໍ່ໃສ່ແວ່ນຕາ ແລະໄດ້ຖ່າຍໃນເວລາໝໍ່ໆມານີ້).
- ລາຍລະອຽດແຜນການເດີນທາງ.
- ຈົດໝາຍເຊື້ອເຊີນ ຫຼືເອກະສານສະໜັບສະໜູນເມື່ອຈໍາເປັນ.
ພະນັກງານຂອງອົງການຈັດຕັ້ງສາກົນທີ່ຖືກຄັດເລືອກ - ວີຊາ G.
- ໜັງສືຜ່ານແດນທີ່ຖືກຕ້ອງຕາມກົດໝາຍ ມີອາຍຸການນໍາໃຊ້ຢ່າງໜ້ອຍຫົກເດືອນ ແລະຍັງເຫຼືອສອງໜ້າເປົ່າ.
- ໄດ້ປະກອບສໍາເລັດແບບຟອມ DS-160
- ຈົດໝາຍເຊື້ອເຊີນທີ່ເໝາະສົມ ຫຼືຈົດໝານຈາກນາຍຈ້າງ.
- ຮູບຂໍວີຊາ (5cmx5cm, ພາກຫຼັງແມ່ນສີຂາວ, ບໍ່ໃສ່ແວ່ນຕາ ແລະໄດ້ຖ່າຍໃນເວລາໝໍ່ໆມານີ້).
- ລາຍລະອຽດແຜນການເດີນທາງ (ສໍາລັບຜູ້ຖືສັນຊາດລາວ)
ກະລຸນາບໍ່ຊໍາລະຄ່າທໍານຽມຍື່ນຂໍວີຊາ MRV ຜ່ານເວັບໄຊນີ້ ເພາະວ່າ ຈະບໍ່ສາມາດສົ່ງເງິນຄືນໄດ້. ພວກເຮົາຂໍແນະນໍາໃຫ້ຜູ້ສະໝັກ ຄວນຍື່ນຂໍວີຊາກ່ອນວັນເດີນທາງ. ບໍ່ມີການຮັບຮອງວ່າວີຊາຈະໄດ້ອອກລ່ວງຫນ້າກ່ອນວັນເດີນທາງ.
ການເດີນທາງຢ່າງເປັນທາງການ -ສັນຊາດລາວ
ວີຊາປະເພດ A ກັບ G ແມ່ນສາມາດອອກໃຫ້ແກ່ເຈົ້າໜ້າທີ່ການທູດ ແລະ ເຈົ້າໜ້າທີ່ລັດຖະບານອື່ນໆ ເພື່ອເດີນທາງເປັນທາງການໄປ ສະຫະລັດອາເມລິກາ. ຕາມປົກກະຕິແລ້ວ, ປະເພດວີຊາສຳລັບເຈົ້າໜ້າທີ່ການທູດ ຫຼື ເຈົ້າໜ້າທີ່ລັດຖະບານແມ່ນຂຶ້ນກັບຈຸດປະສົງຂອງການເດີນທາງໄປ ສະຫະລັດອາເມລິກາ. ພາຍໃຕ້ກົດໝາຍວ່າດ້ວຍການເຂົ້າເມືອງຂອງ ສະຫະລັດອາເມລິການັ້ນ ແມ່ນມີເງື່ອນໄຂສະເພາະສຳລັບຜູ້ຍື່ນຂໍວີຊາໂດຍໃຫ້ສອດຄ່ອງກັບວີຊາປະເພດ A, G. ສ່ວນຫຼາຍໃບຄໍາຮ້ອງຂໍວີຊາສໍາລັບເຈົ້າໜ້າທີ່ການທູດ ແລະ ເຈົ້າໜ້າທີ່ລັດຖະບານທີ່ຖືສັນຊາດລາວແມ່ນຍື່ນຢ່າງໂດຍກົງທີ່ ພະແນກກົງສຸນ ຂອງສະຖານທູດສະຫະລັດອາເມລີກາໂດຍຜ່ານ ກະຊວງການຕ່າງປະເທດລາວ (MOFA).
ໃບຄໍາຮ້ອງຂໍວີຊາສໍາລັບເຈົ້າໜ້າທີ່ການທູດ ແລະ ເຈົ້າໜ້າທີ່ລັດຖະບານສາມາດຍື່ນຄຳຮ້ອງຂໍວິຊາຫາພະແນກກົງສູນສະຖານທູດສະຫະລັດໂດຍກົງຈາກອົງການການທູດຕ່າງໆທີ່ໄດ້ຮັບການຮັບຮອງໃນປະເທດລາວ ຢູ່ທີ່ເຄົ້າເຕິ້ຂອງພວກເຮົາເປີດຮັບໃນເວລາ 1:00 ຫາ 3:00 ໂມງແລງ ຂອງວັນຈັນ, ວັນອັງຄານ ແລະວັນພະຫັດ. ມີຫນັງສືແຈ້ງການ ທາງການທູດຕິດຄັດກັບໃບຄຳຮ້ອງຂໍວີຊາປະເພດນີ້ (ກະລຸນາເບິ່ງຂໍ້ມູນລຸ່ມນີ້)
ການເດີນທາງຢ່າງເປັນທາງການ - ສັນຊາດປະເທດທີສາມ
ໃບຄໍາຮ້ອງຂໍວີຊາສໍາລັບເຈົ້າໜ້າທີ່ການທູດ ແລະ ເຈົ້າໜ້າທີ່ລັດຖະບານຂອງຜູ້ກ່ຽທີ່ຖືສັນຊາດປະເທດທີສາມ ສາມາດສົ່ງຂື້ນພະແນກກົງສູນສະຖານທູດສະຫະລັດຢ່າງໂດຍກົງຈາກອົງການການທູດຕ່າງໆທີ່ໄດ້ຮັບການຮັບຮອງໃນປະເທດລາວ ຢູ່ທີ່ເຄົ້າເຕິ້ຂອງພວກເຮົາໃນເວລາ 1:00 ຫາ 3:00 ໂມງແລງຂອງວັນຈັນ, ວັນອັງຄານ ແລະ ວັນພະຫັດ. ມີຫນັງສືແຈ້ງການທາງການທູດ ຕ້ອງຕິດຄັດມານຳໃບຄຳຮ້ອງຂໍວີຊາປະເພດນີ້ (ກະລຸນາເບິ່ງຂໍ້ມູນລຸ່ມນີ້)
ຜູ້ສະໝັກປະເພດວີຊາ G - ພະນັກງານຂອງອົງການຈັດຕັ້ງສາກົນທີ່ຖືກຳໜົດ
ກະລຸນາຮັບຊາບວ່າ ໃບຄຳຮ້ອງສະໝັກ G ຕ້ອງຍື່ນໄປ ສະຖານທູດສະຫະລັດອາເມລິກາໂດຍຜ່ານ ກະຊວງການຕ່າງປະເທດລາວ (MOFA)ຖ້າຜູ້ສະໝັກແມ່ນຖືກແຕ່ງຕັ້ງເຮັດວຽກໂດຍສາຂາທີ່ປະເທດລາວຂອງອົງການຈັດຕັ້ງສາກົນ. ຖ້າຜູ້ສະໝັກບໍ່ແມ່ນຖືກແຕ່ງຕັ້ງເຮັດວຽກໂດຍສາຂາທີ່ປະເທດລາວຂອງອົງການຈັດຕັ້ງສາກົນ ເຊິ່ງຜູ້ກ່ຽວຖືກຮັບການແຕ່ງຕັ້ງໂດຍກົງໂດຍອົງການຈັດຕັ້ງສາກົນ, ທີ່ຈະເດີນທາງໄປສະຫະລັດ ໂດຍຖານະເປັນຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນນັ້ນ, ຜູ້ກ່ຽວຈະມີເງື່ອນໄຂຄົບຖ້ວນເພື່ອຍື່ນຂໍວີຊາ G4 ແລະບໍ່ຈຳເປັນຕ້ອງຍື່ນໃບຄໍາຮ້ອງຜ່ານ MOFA. ກໍລະນີນີ້ ຜູ້ກ່ຽວສາມາດຍື່ນໃບຄໍາຮ້ອງໂດຍຕົນເອງ.
ໃບຄຳຮ້ອງຂໍວີຊາປະເພດ G ອາດຈະຖືກຍື່ນໂດຍກົງເຖິງພະແນກກົງສູນສະຖານທູດສະຫະລັດ ທີ່ເຄົ້າເຕິ້ຂອງພວກເຮົາໃນເວລາ 1:00 ແລະ 3:00 ໂມງແລງ ຂອງວັນຈັນ, ວັນອັງຄານ ແລະວັນພະຫັດ. ໃບຄໍາຮ້ອງຂໍວີຊາ G-1 ເຖິງ G-3 ຕ້ອງຕິດຄັດຈົດໝາຍທາງການໜຶ່ງສະບັບ. ສໍາລັບຜູ້ກ່ຽວທີ່ຖືກຮັບການແຕ່ງຕັ້ງໂດຍກົງໂດຍອົງການຈັດຕັ້ງສາກົນ ຜູ້ກ່ຽວສາມາດສະເໜີຈົດໝາຍຈາກອົງການຈັດຕັ້ງສະກົນເພື່ອຮ້ອງຂໍວີຊາ G4 ເພື່ອໃຊ້ແທນຫນັງສືແຈ້ງທາງການທູດ.
ນັກການທູດທີ່ບໍ່ແມ່ນເດີນທາງບໍ່ເປັນທາງການ
ເພຶ່ອສະດວກໃຫ້ແກ່ບັນດາເຈົ້າໜ້າທີ່ການທູດບັນດາຄົນ, ນັກການທູດທຸກຄົນສາມາດຍື່ນຂໍວີຊາປະເພດ B-1/B-2 (ທຸລະກິດ/ ທ່ອງທ່ຽວຢ່າງບໍ່ເປັນທາງການ) ທີ່ເຄົ້າເຕິ້ຂອງພວກເຮົາໃນເວລາ 1:00 ແລະ 3:00 ໂມງແລງ ຂອງວັນຈັນ, ວັນອັງຄານ ແລະວັນພະຫັດ. ບຸກຄົນທີ່ຍື່ນຂໍວີຊາປະເພດ B-1/B-2 ຕ້ອງມາທີ່ສະຖານທູດເພື່ອສໍາພາດ ແລະກວດລາຍມື. ທ່ານຕ້ອງຖືເອກະສານເຊັ່ນ ພັດສະປອດ, ໜ້າຢັ້ງຢືນໃບຄຳຮ້ອງ DS-160, ແລະຮູບຖ່າຍ. ກະລຸນາສົ່ງອີເມວຫາ Conslao@state.gov ແຈ້ງໃຫ້ພວກເຮົາຊາບວ່າ ມື້ໃດທ່ານຈະມາຮອດສະຖານທູດ, ເພື່ອພວກເຮົາກຽມພ້ອມໃຫ້ດີທີ່ສຸດເພື່ອຮັບໃຊ້ທ່ານ.
ນັກການທູດທຸກຄົນເຊິ່ງນຳໃຊ້ພັດສະປອດສຳລັບເຈົ້າໜ້າທີ່ການທູດ ເພື່ອຍື່ນຂໍວີຊາປະເພດ B-1/B-2 ສ່ວນຫຼາຍຈະໄດ້ຍົກເວັ້ນຄ່າທໍານຽມວີຊາ. ຖ້າວ່າວີຊານັກທອງທ່ຽວຖືກອອກໃສ່ໃນພັດສະປອດທຳມະດາ ຫຼື ພັດສະປອດສຳລັບເຈົ້າໜ້າທີ່ການທູດ, ຜູ້ກ່ຽວຈຳເປັນຕ້ອງເສຍຄ່າທຳນຽມວີຊາ ແລະ ຄ່າທຳນຽມອອກວີຊາຕາມ
ຕາມປົກກະຕິແລ້ວ, ຖ້າຍື່ນວີຊາເປັນທາງການ,ຜູ້ຍື່ນຂໍວີຊາທີ່ເປັນເຈົ້າໜ້າທີ່ການທູດ ແລະ ເຈົ້າໜ້າທີ່ລັດຖະບານ ບໍ່ຈຳເປັນເຂົ້າມາເພື່ອສຳພາດຂໍວີຊາທີ່ສະຖານທູດ. ແຕ່ຢ່າງໃດກໍຕາມ ຖ້າເຂົາເຈົ້າເປັນຜູ້ຍື່ນຂໍວີຊາ B-1/B-2 ເຂົາເຈົ້າຈໍາເປັນຕ້ອງເຂົ້າມາ ທີ່ກົງສູນສະຖານທູດຢ່າງໂດຍກົງ ເພື່ອສໍາພັດຂໍວີຊາ ແລະ ພິມລາຍນີ້ວມື.
ຫ້າມຊໍາລະຄ່າທໍານຽມວີຊາຄົນເຂົ້າເມືອງຊົ່ວຄາວ MRV ຜ່ານເວັບໄຊນີ້ ເພາະວ່າຈະບໍ່ສາມາດສົ່ງເງິນຄືນໄດ້
ຕາມປົກກະຕິ ເຈົ້າໜ້າທີ່ການທູດທີ່ຍັງດຳເນີນຫນ້າທີ່ການທູດ ແລະ ຖືພັດສະປອດນັກການທູດແມ່ນຖືກຍົກເວັ້ນຄ່າທຳນຽມວິຊາປະເພດຢ້ຽມຢາມຊົ່ວຄາວ. ສຳລັບພັດສະປອດທາງການ/ລັດຖະການ ຈະບໍ່ໄດ້ເສຍຄ່າທຳນຽມວິຊາທາງການ (A ຫຼື G), ແຕ່ວ່າຕ້ອງຈ່າຍຄ່າທໍານຽມວີຊາ ແລະຄ່າທໍານຽມໃນການອອກວີຊາຄືນໃໝ່ສໍາລັບທຸກໆປະເພດວີຊາທີ່ບໍ່ເປັນທາງການ.
ຂໍ້ມູນເພີ່ມເຕີມ
ເພື່ອຮູ້ຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເວັບໄຊນີ້ ຫຼື ປຶກສານໍາຫ້ອງການບໍລິຫານຂອງລັດຖະບານ ຫຼື ອົງການຈັດຕັ້ງທີ່ຮັບຜິດຊອບກ່ຽວກັບການອອກວີຊາ.
ທ່ານສາມາດເຂົ້າເວັບໄຊຂອງກະຊວງການຕ່າງປະເທດເພື່ອຮູ້ຂໍ້ມູນເພີ່ມເຕີມກ່ຽວກັບເງື່ອນໄຂທີ່ສາມາດຮັບວີຊາທາງການທູດ ແລະວີຊາລັດຖະການ ແລະເພື່ອຮູ້ຂໍ້ມູນເພີ່ມເຕີມກ່ຽວກັບປະເພດ ວີຊາ A ແລະ ວີຊາ G.
ໝາຍເຫດ: ສະຖານທູດຈະປິດຫ້ອງການໃນວັນບຸນຂອງສະຫະລັດອາເມລິກາ ແລະ ລາວ. ທ່ານກະລຸນາເຂົ້າເວັບໄຊນີ້ ເພື່ອຮູ້ຂໍ້ມູນສໍາລັບວັນພັກທາງການຂອງສະຖານທູດ.
ຄໍາເຕືອນ: ພວກເຮົາຂໍສະເໜີໃຫ້ຜູ້ຍື່ນຂໍວີຊາຍື່ນໃບຄໍາຮ້ອງຂໍວີຊາກ່ອນວັນເດີນທາງໄປທ່ອງທ່ຽວ. ບໍ່ມີການຮັບປະກັນໃດໆກ່ຽວກັບການອອກວີຊາກ່ອນລ່ວງໜ້າ. ສະນັ້ນ, ທ່ານບໍ່ຄວນວາງແຜນການເດີນທາງໃດຢ່າງແນ່ນອນ ຫຼື ຊື້ປິ້ຍົນ ກ່ອນເວລາທີ່ທ່ານໄດ້ຮັບວີຊາ ແລະຮັບໜັງສືຜ່ານແດນຂອງຕົນ. ຖ້າທ່ານໄດ້ອ່ານຂໍ້ມູນທັງໝົດແລ້ວ ແຕ່ທ່ານຍັງມີຄໍາຖາມຢູ່, ກະລຸນາສົ່ງອີເມວຫາ CONSLAO@state.gov