ໂຄງການວີຊາທຸລະກິດ

ຢູ່ໃນໜ້ານີ້:

ສະພາບລວມ

[ໂຄງການອໍານວຍຄວາມສະດວກແກ່ຜູ້ບໍລິຫານທຸລະກິດ (BEP)] ເກັບກໍາຂໍ້ມູນ ແລະ ລົງທະບຽນບັນດາທຸລະກິດທີ່ໄດ້ສ້າງຕັ້ງ ແລະ ມີຊື່ສຽງທີ່​ໜ້າ​ເຊື່ອ​ຖືເພື່ອອໍານວຍຄວາມສະດວກແກ່ພະນັກງານ​ຈຳ​ນວນ​ໜຶ່ງທີ່ຕ້ອງການຍື່ນ​ຂໍວີຊາເຂົ້າ​ເມືອຊົ່ວຄາວ ຊຶ່ງມີ​ແຜນເດີນທາງ​ດ້ວຍ​ຈຸດ​ປະ​ສົງທາງທຸລະກິດຕາມ​ກຳ​ນົດເວລາທີ່ໄດ້ນັດໝາຍໄວ້.

ຄຸນວຸດທິ

ທີ່​ກ່ຽວ​ຂ້ອງ​ກັບ ສະພາການຄ້າອາເມລິກາສາຂາວຽງຈັນ ແມ່ນສາມາດລົງ​ທະ​ບຽນ​ໃນ BEP ໄດ້.

ຜູ້ຍື່ນຂໍ BEP ສາ​ມາດ​ຍື່ນ​ຂໍວີຊາປະເພດ B ສໍາລັບທຸລະກິດຂອງບໍ​ລິ​ສັດ​ຕົນ. ບໍ​ລິ​ສັດ​ພາຍ​ໃຕ້ BEP ຄວນວາງ​ແຜນ​ ແລະ ຍື່ນ​ຂໍ​ວີ​ຊາ​ລ່ວງ​ໜ້າໃຫ້ແກ່ພະນັກງານທີ່ຕ້ອງການເດີນ​ທາງ​ໃນ​ອາ​ນາ​ຄົດ ຫຼື ທີ່ບໍ່​ແນ່ນອນ.

ວິທີການຍື່ນຂໍສະໝັກ

ຂັ້ນຕອນທີ 1

ຮຽກ​ຮ້ອງການນັດໝາຍ BEP ໂດຍຜ່ານ ລະບົບການນັດໝາຍອອນໄລ໌. ເມື່ອທ່ານສົ່ງໃບຮຽກ​ຮ້ອງແລ້ວ, ກະລຸນາຖ້າ​ຄຳ​ຕອບຈາກທາງສະຖານທູດຜ່ານທາງອີເມວ.

ຂັ້ນຕອນທີ 2

ຖ້າສະຖານທູດຕອບ​ຮັບການຮຽກ​ຮ້ອງຂອງທ່ານ, ທ່ານຈະໄດ້ຮັບອີເມວເຕືອນບອກທ່ານໃຫ້ ກຳ​ນົດ​ນັດ​ໝາຍ​​ຂອງ​ທ່ານ. ກະລຸນາເຂົ້າໃຈວ່າສູນສອບຖາມຂໍ້ມູນບໍ່ສາມາດກຳ​ນົດ​ນັດ​ໝາຍໃຫ້ທ່ານໄດ້, ແຕ່ບັນດາຜຸ້​ຕາງ​ໜ້າສາມາດຊ່ວຍຕອບ​ຄຳ​ຖາມທ່ານໄດ້. ໃນກໍລະນີທີ່ສະຖານທູດປະຕິເສດການຮຽກຮ້ອງກ່ຽວ​ກັບ BEP ຂອງທ່ານ, ທ່ານຈະໄດ້ຮັບແຈ້ງການປະຕິເສດທາງອີເມວ ແລະ ທ່ານຕ້ອງກໍານົດ​ນັດ​ໝາຍ​ຜ່ານຂັ້ນຕອນທົ່ວ​ໄປ.

ໝາຍເຫດ: ອີເມວທີ່ຕອບ​ຮັບ ຫຼື ປະຕິເສດການຮຽກ​ຮ້ອງ​ຂອງ​ທ່ານຈະມາຈາກ no-reply@ustraveldocs.com. ບາງໂປຼແກມອີເມວມີກົດລະບຽບການກັ່ນຕອງອີ​ເມວ​ຈາກຜູ້ທີ່​ບໍ່ຮູ້ຈັກ​ເຂົ້າ​ໃນໂຟເດີຂອງສະແປມ ແລະ ​ເມວຂີ້​ຫ​ຍື້ອ. ຖ້າທ່ານບໍ່ໄດ້ຮັບອີເມ​ວແຈ້ງການ, ກະລຸນາຊອກເບິ່ງອີ​ເມວດັ່ງກ່າວທີ່ໂຟເດີຂອງສະແປມ ແລະ ເມວຂີ້ເຫຍື່ອ.

ຂັ້ນຕອນທີ 3

ປະກອບໃບ​ຄຳ​ຮ້ອງຂໍວີຊາເຂົ້າ​ເມືອງຊົ່ວຄາວເອ​ເລັກ​ໂຕ​ຣ​ນິກ (DS-160).

ຂັ້ນຕອນທີ 4

ຊຳລະຄ່າທຳນຽມການ​ຍື່ນ​ຂໍວີຊາ.

ຂັ້ນຕອນທີ 5

ກໍານົດ​ເວ​ລານັດ​ໝາຍ​ຜ່ານ ລະບົບການນັດ​ໝາຍອອນໄລ໌. ທ່ານຕ້ອງສະ​ໜອງຂໍ້ມູນສາມຢ່າງເພື່ອກໍານົດນັດ​ໝາຍຄື:

  • ໝາຍ​ເລກໜັງສືເດີນທາງ
  • ເລກທີໃບຮັບເງິນຈາກໃບຮັບເງິນຄ່າທຳນຽມວີຊາ. (ກົດ ບ່ອນນີ້ ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊອກຫາເລກ​ທີດັ່ງ​ກ່າວ.)
  • ເລກບາ​ໂຄດ 10 ຕົວເລກຈາກໃບຢັ້ງຢືນຂອງໃບ​ຄຳ​ຮ້ອງ DS-160 ຂອງທ່ານ
ຂັ້ນຕອນທີ 6

ໄປທີ່ ສະຖານທູດ ສະຫະລັດອາເມລິກາ ໃນວັນທີ ແລະ ເວລາ ທີ່ທ່ານໄດ້ຮັບການນັດສໍາພາດຂໍວີຊາ. ທ່ານຈະຕ້ອງເອົາ ສຳ​ເນົາໜັງສືການນັດໝາຍສຳ​ພາດ, ໜັງສືຢັ້ງຢືນໃບ​ຄຳ​ຮ້ອງ DS-160, ຮູບໃບໜຶ່ງທີ່ຖ່າຍພາຍໃນຫົກເດືອນ, ໜັງສືເດີນທາງສະບັບທີ່ທ່ານໃຊ້ປະຈຸບັນ ແລະ ສະບັບເກົ່າທັງໝົດ, ໜັງສືການລົງທະບຽນ BEP ຈາກບໍລິສັດ ແລະ ໃບຮັບເງິນຄ່າທໍານຽມວີຊາຕົ້ນສະບັບໄປນໍາ. ການຍື່ນຂໍວີຊາທີ່ບໍ່ມີເອກະສານຕາມລາຍການເຫຼົ່ານີ້ຈະບໍ່ໄດ້ຮັບການພິຈາລະນາ.